ບົດອອກຂ່າວ

ທະນາຄານໂລກ ກ່າວວ່າ ໃນຂະນະທີ່ເສດຖະກິດໂລກຄ່ອຍໆຟື້ນຕົວ, ປະເທດກຳລັງພັດທະນາຍັງປະເຊີນກັບບັນຫາການເງິນທີ່ຂາດເຂີນ

22 ມ.ກ. 2010




ບາງກອກ, 21 ມັງກອນ  2010 - ຕາມບົດລາຍງານໃໝ່ຈາກ ທະນາຄານໂລກ, ການຟື້ນຕົວຂອງເສດຖະກິດໂລກຊຶ່ງຂະນະນີ້ກຳລັງດຳເນີນຢູ່ຈະຊ້າລົງ ໃນທ້າຍປີນີ້ຍ້ອນຜົນກະທົບຂອງແຜນກະຕຸ້ນດ້ານການເງິນທີ່ຫຼຸດລົງ.ສະຖຽນ​ລະ​ພາບ​ຂອງຕະຫຼາດທາງການເງິນ​ໂລກຍັງມີຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການຂອງພາກເອກະຊົນຍັງຢູ່​​ໃນ​ລະດັບ​ຕໍ່າ ທ່າມກາງພາວະຫວ່າງງານທີ່ສູງ.

Global Economic Prospect 2010 (ແນວໂນ້ມເສດຖະກິດໂລກ ປີ 2010) ທີ່​ເຜີຍ​ແຜ່​ໃນ ມືນີ້, ເຕືອນວ່າ ໃນຂະນະທີ່ວິກິດການການເງິນທີ່ ໜັກໜ່ວງທີ່ສຸດອາດຈະຜ່ານພົ້ນໄປແລ້ວນັ້ນການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ​ຈະ​ຍັງ​ບໍ່ທັນ ເຂັ້ມແຂງ. ບົດລາຍງານນີ້ຍັງປະເມີນໄວ້ວ່າຜົນ​ຂ້າງຄຽງທີ່ຫຼົງເຫຼືອຈາກວິກິດການ ຈະປ່ຽນແປງ ຮູບພາບ ທາງດ້ານການເງິນ ແລະ ການເຕີບໂຕ ໃນໄລຍະ 10 ປີຂ້າງ​ໜ້າ.

ລວມຍອດຜະລິດຕະພັນພາຍໃນ ໃນທົ່ວໂລກຊຶ່ງ​ຫຼຸດ​ລົງ 2,2% ໃນ​ປີ 2009, ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 2,7% ​ໃນ​ປີ​ນີ້ ​ແລະ 3,2% ​ໃນ​ປີ 2011. ແນວໂນ້ມສຳລັບ ປະເທດກຳລັງພັດທະນາ ແມ່ນການຟື້ນຕົວທີ່ໝັ້ນທ່ຽງ ຊຶ່ງຈະ​​ຕີ​ຍ​ໂຕ5,2% ​ໃນ​ປີ​ນີ້ ​ແລະ 5,8% ​ໃນ​ປີ 2011, ເພີ່ມຈາກ 1,2% ​ໃນ​ປີ 2009. ລວມຍອດຜະລິດຕະພັນພາຍໃນ ຢູ່ປະເທດທີ່ຮັ່ງມີ ຊຶ່ງ​ຫຼຸດ​ລົງ 3,3% ​ໃນ​ປີ 2009 ຄາດ​ວ່າ​ຈະ​ຄອ່ຍໆ​​ເພີ່ມ​ຂຶ້ນ 1,8% ​​ແລະ 2,3% ​ໃນ​ປີ 2010    ​ແ​ລະ 2011 ຕາມ​ລຳດັບ. ປະລິມານ​ການ​ຄ້າ​ຂາຍ​ໃນ​ທົ່ວ​ໂລກ​ທີ່​ຫຼຸດ​ລົງ​ດ້ວຍ​ຕົວ​ເລກ​ທີ່​ໜ້າ​ຕົກ​ໃຈ ( 14,4% ​ໃນ​ປີ 2009) ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 4,3 ​ແລະ 6,2% ​ໃນ​ປີນີ້ ​ແລະ ປີໜ້າຕາມ​ລຳ​ດັບ​.

ເຖິງ​ວ່າພາບເຫດການທີ່ຄາດ​ໃວ້ມີ​ຄວາມ​ເປັນ​ໃປ​ໄດ້ສູງ ຄວາມ​ບໍ່​ແນ່ນອນ​ໃນ​ໂລກຍັງ​ສືບ​ຕໍ່​ປົກ​ປິດ​ພາບ​ແຫ່ງ​ອານາ​ຄົດ​ອັນ​ຂຶ້ນ ຢູ່ກັບຜູ້ບໍລິໂພກ ແລະ ຄວາມເຊື່ອໝັ້ນທາງທຸລະກິດໃນສອງ ສາມ ໄຕຣມາດ ຕໍ່ໜ້ານີ້  ແລະ ໄລຍະເວລາຂອງການຖອນ ແຜນການກະຕຸ້ນດ້ານເສດຖະກິດ ​ແລະ ການ​ເງິນ, ການ​ເຕີບ​ໂຕ​ໃນ​ປີ 2011 ອາດ​ຈະ​ຍັງ​ຢູ່​ໃນ​ລະຫວ່າງ 2,5% ຫາ 3.4%.

“ພວກເຮົາບໍ່ສາມາດຄາດຫວັງການຟື້ນຕົວຂອງເສດຖະກິດ ຈາກວິກິດການອັນ​ໃຫຍ່​ຫຼວງໃນທັນທີທັນໃດ ​ເພາະຕ້ອງໃຊ້ເວລາຫຼາຍປີເພື່ອຈະສ້າງເສດຖະກິດ ​ແລະ ສ້າງ​ວຽກ​​ເຮັດ​ງານ​ທຳ​ຄືນ​ໃໝ່. ຄວາມ​​ເສຍ​ຫາຍ​ຕໍ່​ຜູ້​ທຸກ​ຍາກ​ຈະ​ເປັນ​ສິ່ງ​ທີ່​ແນ່ນອນ​ທີ່​ສຸດ” ກ່າວ​ໂດຍ ທ່ານ​ຈັສຕີນ ລິນ ຫົວ​ໜ້າ​ຮັບຜິດຊອບ​ດ້ານ​​ເສດຖະກິດ ​ແລະ ຮອງ​ປະ​ທານ​ອາວຸ​ໂສ ດ້ານການພັດທະນາ ເສດຖະກິດ ຂອງ ທະນາຄານໂລກ. “ປະເທດທີ່ທຸກຍາກທີ່ສຸດ ຊຶ່ງແມ່ນປະເທດທີ່ອາໃສການຊ່ວຍເຫຼືອລ້າ ຫຼື ເງິນກູ້​ຢຶມ​ແບບ​ດອກ​ເບ້​ຍຕໍ່າ ອາດຕ້ອງການເງິນທຶນເພີ່ມອີກ 35-50 ຕື້ ໂດລາສະຫະລັດ ເພື່ອປະຄັບປະຄອງ ແຜນງານຊ່ວຍເຫຼືອທາງສັງຄົມທີ່ມີແຕ່ກ່ອນວິກິດການ.”

ໃນສະພາບແວດລ້ອມທີ່ຍັງບອບ​ບາງນີ້, ຄາດວ່າລາຄານໍ້າມັນຈະ ຍັງຄົງສະເຖຍລະພາບໂດຍລວມ ມີລາຄາ ສະເລ່ຍ 76 ໂດລາສະຫະລັດ ຕໍ່ ບາເຣລ ແລະ ສ່ວນລາຄາສິນຄ້າອື່ນໆຈະເພີ່ມຂື້ນພຽງແຕ່ 3% ຕໍ່​ປີ​ໂດຍ​ສະ​ເລ່ຍ ສະຫວ່າງ​ປີ 2010 ຫາ 2011

ບົດລາຍງານກ່າວເຕືອນວ່າ ​ໃນ​ຂະນະ​ທີ່ ການກັບຄືນສູ່ສະພາບການເຕີບໂຕໄປໃນທິດທາງບວກ, ມັນ​ຍັງ ຈະຕ້ອງໃຊ້ເວລາ ອີກຫຼາຍປີ ກ່ອນທີ່ ຫຼາຍໆປະເທດຈະສາມາດທົດແທນ ຄວາມສູນເສຍທີ່ໄດ້ສ້າງຄວາມ​ເສຍ​ຫາຍໄວ້ແລ້ວ. ພ້ອມ​ກັນ​ນີ້​ຍັງໄດ້ປະມານການໄວ້ວ່າ ປະຊາກອນອີກປະມານ 64 ລ້ານຄົນ ຈະດໍາລົງຊີວິດຢູ່ໃນຄວາມຍາກຈົນທີ່ສຸດ (ລາ​ຍຮັບ​ຕໍ່າກ່ວາ 1,25 ​ໂດ​ລາ​ສະຫະ​ລັດຕໍ່​ມື້) ​ໃນ​ປີ 2010-ຊຶ່ງ​​ເປັນ​ໂຕ​ເລກ​ທີ່​ຫຼາຍ​ກວ່າ​ຖ້າ​ຫາກ​ວ່າ​ວິ​ກິດ​ການ​ຫາກ​ບໍ່​ໄດ້​ເກີດ​ຂຶ້ນ.

ນອກຈາກ​ນັ້ນ, ​ໃນ 5-10 ​ປີ​ຂ້າງ​ໜ້າ, ການຫຼີກ​ລ້ຽງ ຄວາມ​ສ່ຽງ​ຂອງ​ສະ​ຖາ​ບັນ​ການ​ເງິນທີ່​​ເພີ່ມ​ຂຶ້ນ, ທວງ​ທ່າ​ດ້ານ​ລະບຽບ​ຫຼັກການ​ທີ່​ຮັດກຸມ​ກ່ວາ​ເກົ່າ ​ແລະ ຄວາມ​ຈຳ​ເປັນ​ທີ່​ຈະ​ຕອ້ງຫຼຸດ​ການ​ປ່ອຍ​ການ​ກູ້​ຢືມ​ທີ່​ມີຄວາມ​ສ່ຽງ​ສູງ​ອັນ​​ເປັນຕົ້ນ​ເຫດ​ໃຫ້​ເກີດ​ວິ​ກິດ​ການ​ເງິນ​ນັ້ນ ຄາດ​ວ່າ ຈະ​ມີ​ຜົນ​ເຮັດ​ໃຫ້​ປະ​ເທດ​ກຳ​ລັງ​ພັດທະນາ​ມີ​ຄວາມ​ຂາດ​​ເງິນ​ທຶນ ​ແລະ ຕ້ອງ​ມີ​ລາຍ​ຈ່າຍ​ໃນ​ການ​ກູ້​ຢືມ​ເງິນ ທີ່​ສູງ​ກ່ວາ​ເກົ່າ.

“ຂະນະທີ່ສະພາບດ້ານການເງິນລະຫວ່າງປະເທດເຄັ່ງຄັດຂື້ນ, ຫົວໜ່ວຍ​ທູລະ​ກິດໃນປະເທດກຳລັງພັດທະນາ ຈະປະເຊີນກັບຕົ້ນທຶນການກູ້ຢືມທີ່ສູງຂຶ້ນ, ຫົວ​ໜ່ວຍ​ທູລະ​ກິດ​ນ​ໃນ​ປະ​ເທດ​ກຳ​ລັງ​ພັດທະນາ​ຈະ​ປະ​ເຊີນ​ກັບຕົ້ນທືນການ​ກູ້​ຢືມ​ທີ່​ສູງ​ຂຶ້ນ, ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ການ​ຊຳ​ລະ​ເງິນ​ກູ້​ຢືມ​ທີ່​ຕໍ່າ ​ແລະ ກະ​ແສ​ເງິນ​ທືນໝູນວຽນ​ຕ່າງປະ​ເທດ​ທີ່ຫຼຸດ​ລົ​ງ. ຍ້ອນ​ເຫດຜົນ​ດັ່ງ​ກ່າວ, ​ໃນ 5 ​ເຖິງ 7 ປີ​ຂ້າງ​ໜ້າ​ນີ້, ທ່າ​ອ່ຽງອັດຕາ​ການ​ເຕີບ​ໂຕ​ໃນ​ປະ​ເທດ​ກຳ​ລັງ​ພັດທະນາ​ຈະ​ຢູ່​ລະຫວ່າ​ງ 0.2% ຫາ 0.7% ຊຶ່ງ​ຕໍ່າ​ກ່ວາລະ​ດັບ​ການ​ເຕີບ​ໂຕ​ໃນ​ກໍລະນີ​ສະພາບ​ດ້ານ​ການ​ເງິນ​ຢູ່​ໃນ​ສະພາວະ​ສົມບູນ ​ແລະ ບໍ່​ແພງ​ຄື​ກັນ​ກັບ​​ໄລຍະ​ທີ່​ເສດຖະກິດ​ມີ​ການ​ເຕີ​ບ​ໂຕ​ດີ”  ກ່າວ​ໂດຍ​ ທ່ານ ​ແອນ​ດຣິວ ​ເບີ​ນສ, ຜູ້ນຳ​ພາ​ຂຽນ​ບົດ​ລາຍ​ງານ.

ໃນຂະນະທີ່ທຸກຮູບແບບຂອງເງິນທຶນມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບ, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ນຈະຖືກຈໍາກັດ ໜ້ອຍກ່ວາການກູ້​ຢຶມ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ ບໍລິສັດ​​ໃຫຍ່​ທັງຫຼາຍ ຈະ​ພົບ​ກັບຕົ້ນທຶນ​ການ​ລົງ​ທຶນ​ທີ່​ສູງ​ຂຶ້ນ, ຊຶ່ງ​ເປັນ​ການຫຼຸດ​ຄວາມ​ອາດ​ສາມ​າດຂອງ​ເຂົາ​ເຈົ້າ​ໃນ​ການ​ລົງ​ທຶນ​​ໄສ່ສິນຄ້າ​ສະ​ເພາະ​ຂອງ​ຕົນ. ຍ້ອນ​ສາ​ເຫດ​ດັ່ງກ່າວ ການ​​ໄຫຼ​ເຂົ້າຂອງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ມີ​ທ່າ​ອ່ຽງຫຼຸດ​ລົງ​ຈາກ​ລະດັບສູງສຸດໃນປະຈຸບັນ 3.9% ຂອງລວມຍອດຜະລິດຕະພັນພາຍໃນຂອງປະ​ເທດ​ກຳລັງພັດທະນາໃນປີ 2007 ມາ​ຢູ່​ປະມານ 2.8%- 3% ຕາມ​ການ​ຄາດ​ຄະ​ເນ​​ໄລຍະ​ກາງ. ຜົນ​ທີ່​ຕາມ​ມາ​ຈາກ​ການ​ຫຼຸດ​ລົງ​ດັ່ງກ່າວ​ອາດຈະ​ຮ້າຍ​ແຮງ​ເນື່ອງ​ຈາກ​ວ່າການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ມີ​ມູນ​ຄ່າ​ເທົ່າ​ກັບ 20% ຂອງ​ເງິນ​ລົງ​ທຶນ​ທັງ​ໝົດ​ຢູ່​ເຂດ​ອະນຸ​ພາ​ກພື້ນ ຊາ​ຮາຣາ ອາຟຣິກາ, ​ເຂດ​ເອີຣົບ ​ແລະ ອາຊີ​ກາງ ​ແລະ ອາ​ເມຣິກາ​ລາ​ຕິນ.

“ໃນຂະນະທີ່ບັນດາປະເທດກຳລັງພັດທະນາບໍ່ສາມາດຫຼີກລ້ຽງ​ເງື່ອນໄຂດ້ານການເງິນລະຫວ່າງປະເທດທີ່ຮັດກຸມ ກ່ວາເກົ່ານັ້ນ​ໄດ້, ເຂົາເຈົ້າສາມາດ ແລະ ຄວນຈະຫຼຸດຜ່ອນຕົ້ນທຶນການກູ້ຢືມພາຍໃນລົງ ແລະ ສົ່ງເສີມສູນ​ກາງ​ການ​ເງິນໃນປະເທດ ດ້ວຍການຂະຫຍາຍສູນບໍລິການການເງິນລະດັບຂົງເຂດ, ຍົກລະດັບການແຂ່ງຂັນ ແລະ ປັບປຸງລະບຽບການຄຸ້ມຄອງໃນຂະແໜງການທະນາຄານພາຍໃນປະເທດ,” ກ່າວ​ໂດຍ ທ່ານ ຮັນສ ທິມ​ເມີ, ຜູ້ອຳນວຍການ Development Prospect Group ຂອງ​ ທະນາຄານ​ໂລກ ​ໄດ້​ກ່າວ​ໃວ້. “ເຖິງວ່າຈະໃຊ້ເວລາໄລຍະໜຶ່ງ​​ໃນ​ການ​ໄດ້​ຮັບ​ໝາ​ກຜົນ, ມາດຕະການດັ່ງກ່າວ ຈະສາມາດຂະຫຍາຍການເຂົ້າເຖິງແຫຼ່ງທຶນ ແລະ ຊ່ວຍເຮັດໃຫ້ປະເທດກຳລັງພັດທະນາກັບຄືນສູ່ແລວ ທາງຂອງການເຕີບໂຕສູງ ຈາກສະພາບທີ່ເຄີຍຕົກຢູ່ໃນວິກິດການ.”

ບົດລາຍງານພົບວ່າ ສະພາບການເງິນລະຫວ່າງປະເທດທີ່ບໍ່ເຄັ່ງຕຶງນັບແຕ່ປີ 2003-2007 ມີ​ສ່ວນ​ຊ່ວຍ​ສະໜັບສະ​ໜູນ​​ໃຫ້​ເສ​ດຖະກິ​ດດີ​ຂຶ້ນທາງ​ການ​ເງິນ ​ແລະ ການ​ເຕີບ​ໂຕ​ໃນ​ປະ​ເທດ​ກຳ​ລັງ​ພັດທະນາ. ຕົ້ນທຶນ​ການ​ກູ້​ຢືມທີ່​ຕໍ່າ​ເປັນສາ​ເຫດ​ຂອງ​ການ​ຂະຫຍາຍ​ກະ​ແສ​ໝູ​ນວຽນ​​ເງິນ​ທຶນ​ຈາກ​ຕ່າງປະ​ເທດ ​ແລະ ການ​ເພີ່ມ​ຂຶ້ນຂອງ​ເງິນ​ກູ້​ຢືມ​ຈາກ​ທະນາຄານ​ໃນ​ປະ​ເທດ​ຊຶ່ງ​ຊ່ວຍ​ເຮັດ​ໃຫ້​ອັດຕາ​ການ​ລົງທຶນ​ຢູ່​ໃນ​ປະ​ເທດ​ກຳລັງ​ພັດທະນາ​ເພີ່ມ​ຂຶ້ນ 30%. ໝາກຜົນຈາ​ກການ​ຂະ​ຫຍາ​ຍຕົວ​ຢ່າງ​​​​ໄວວາ​ຂອງ​ຫຸ້ນ​ທຶນ ​ໄດ້​ອະທິບາຍ​ການ​ເພີ່ມ​ຂຶ້ນຫຼາຍ​ກ່ວາ​ເຄິ່ງໜຶ່ງຂອງ 1.5% ຂອງ​ອັດຕາ​ການ​ເຕີບ​ໂຕ​ຂອງ​ຜະລິດ​ຕະພັນ​ທີ່​ຜະລິດ​ອອກ​ນ​​ໃປ​ໃນ​ປະ​ເທດ​ກຳ​ລັງ​ພັດທະນາ.

ໃນຂະນະທີ່ປະເທດກຳລັງພັດທະນາມີການເຕີບໂຕຢ່າງເຂັ້ມແຂງໃນໄລຍະເວລາທີ່ເສດຖະກິດຈະເລີນງອກງາມ ອາດຈະສະທ້ອນເຖິງຄວາມອາດສາມາດເຕີບໂຕທີ່ເປັນພື້ນຖານ ແຕ່ສະພາບທາງການເງິນຂອງໂລກ ຊຶ່ງເປັນໂຕກະຕຸ້ນໄລຍະນັ້ນຍັງບໍ່ໝັ້ນຄົງຢ່າງຊັດເຈນ.

ຂໍ້ມູນສໍາຄັນໂດຍຫຍໍ້--ການ​ຄາດ​ຄະ​ເນ​ເສດຖະກິດ​ໂລກ​​ປີ 2010: ພາບ​ລວມຂອງ​ພາກ​ພື້ນ

ປີກາຍນີ້, ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ​ເປັນ​ຜູ້ນຳ​ໜ້າສູ່ ການຟື້ນຕົວສູ່ສະພາບປົກກະຕິໃນເສດຖະກິດໂລກ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງມາດຕະການດ້ານນະໂຍບາຍການເງິນທີ່ເຂັ້ມແຂງ ແລະ ກຳລັງຊື້ພາຍ​ໃນ​ທີ່​ສູງ. ສປ ຈີນ ຊຶ່ງມີ​ຕົວ​ເລກ​ການ​ເຕີບ​ໂຕ 8.4%​ໃນ​ປີ​ກາຍ​ນີ້, ​ໄດ້​​ເປັນ​ຫົວ​ຈັກ​ສຳ​ລັບ​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ, ຄາດ​ວ່າ​ໃນ​ປີ​ນີ້​ການ​ເຕີບ​ໂຕ​ລັກສະນະ​ນີ ຂອງ​ ສປ ຈີນ​ຈະ​ສືບຕໍ່ອີກ​ແລະ ລວມຍອດ​ພາຍ​​ໃນ ຈະ​ເພີ່ມ​ຂຶ້ນ 9%. ລວມຍອດ​ຜະລິດ​ຕະພັນ ຂອງຂົງເຂດຖືກປະເມີນໄວ້ ວ່າຈະເພີ່ມຂື້ນ 6.8% ​ໃນ​ປີ 2009 ​ແລະ ຄາດ​ຄະ​​ເນ​ວ່າ​ຈະ​ສູງ​ເຖິງ 8.1% ​ໃນ​ປີ​ນີ້. ກະ​ແສ​ເງິນ​ທຶນ​​ໄຫຼ​ວຽນ​ກຳລັງ​ກັບ​ຄືນ​ມາສູ່​ພາ​ກພື້ນ ​ແລະ ການ​ພັດທະນາ​ຕະຫຼາດ​ການ​ເງິນ​ພາຍ​ໃນ​​ໄດ້​​ເປັນ​​ແຮງ​ກະຕຸກ​ສຸກ​ຍູ້​ຕື່ມ​ແກ່ການ​ຟື້ນ​ຕົວ​ຂອງ​​​ເສດຖະກິດ. ຄວາມ​ສາມາດ​​​ໃນ​ການ​ຜະລິດ​ເກີນຢ່າງ​ຕໍ່​ເນື່ອງ ​ແລະ ການ​​ເຕີບ​ໂຕ​ຂອງ​ການ​ຄ້າ​ໂລກ​​ໃນ​ລະດັບ​ປານ​ກາງ ຈະ​ຖ່ວງ​ດຶງ​ການ​ເຕີບ​ໂຕ​ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ໃຫ້​ເພີ່ມ​ຂຶ້ນ​ໃນ​ອັດຕາ​ທີ່​ໃວກ່ວາ​ເກົ່າ 8.2% ​ໃນ​​ປີ 2011.

ຫວນ​ຄືນ​ເບິ່ງ​ຄວາມ​ບໍ່​ໝັ້ນທ່ຽງ (ບັນ​ຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ ​ແລະ ​ເງິນ​ຂາດ​ດຸນ​ຂອງ​ລັດ​ຈຳນວນຫຼວງ​ຫຼາຍ) ​ໃນ​ຫຼາຍ​ປະ​ເທດ​ກຳ​ລັງ​ພັດທະນາ​ກອ່ນວິ​ກິດ​ການ ຈະ​​ເຫັນ​ວ່າ ປະ​ເທດ​ກຳລັງ​ພັດທະນາ ຢູ່​ເອີຣົບ ​ແລະ ອາ​ຊີ​ກາງ​​ໄດ້​ຮັບຜົນ​ກະທົບ​ຮ້າຍ​ແຮ​ງທີ່​ສຸດ ຈາກ ວິ​ກິດ​ການ​ຊຶ່ງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼຸດ​ລົງ​ຕກມການຄາ​ຄະ​ເນ 6.1% ​ໃນ​ປີ 2009 ​ແລະ 3.6% ​ໃນ​ປີ 2011. ອັດ​ຕາ​ການ​ເຕີບ​ໂຕ​ໃນ​​​ແຕ່ລະ​ປະ​ເທດ​ສ່ວນ​ຫຼວງຫຼາຍຈະ​ຢູ່​​ໃນ​ລຳ​ດັບ​ຕໍ່າ​ກ່ວາ​ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ, ​ໄພ​ຫວ່າງ​ງານ ​ແລະ ການ​ປັບ​ໂຄງ​ສ້າງ​ຄືນ​ໃໝ່ ຈະ​ສື​ບຕໍ່​ມີ​ຢູ່ຢ່າງ​ແຜ່​ຫຼາຍ. ການ​ກູ້​ຢືມ​ບໍ່ມີ​ປະສິດ​ທີ​ຜົນ​ທີ່​ສູງ​ຂຶ້ນ, ອັດຕາ​ດ​ອກ​ເບ້ຍສູງ ​ແລະ ກະ​ແ​ສໝູນວຽນ​ຂອງ​ເງິນ​ທຶນ​ຕ່າງປະ​ເທດ​ທີ່​ອ່ອນ​ແອ​ຈະ​ເຮັດ​ໃຫ້ການ​ຂະຫຍາຍ​ການ​ລົງ​ທຶນ​ເບົາບາງ​ລົງ. ນອກຈາກ​ນີ້, ຍັງ​ມີ​ຄວາມ​ສ່ຽງທີ່​ສຳຄັນ​ ​ໃນ​ນັ້ນລວມທັງ​ຄວາມ​​ເປັນ​ໄປ​ໄດ້​ຂອງ​ວິ​ກິ​ດການ​​ເງິນ​ຄັ້ງທີ່​ສອງ​ໃນ​ພາ​ກພື້ນ ຫຼື ສະພາວະ​ເສ​ດຖະກິດ​ທົດ​ຖອຍ​​ແ​ບບຫຼົ້ມຫົວ​ຈົມ​ທ້າຍ. ​ເຖິງ​ວ່າ​ມີ​ການ​ປັບປຸງ​ແກ້​​ໄຂ​ສະພາບ​ການ​ເງີ​ນພາຍ​ໃນ ​ແລະ ລະຫວ່າງ​ປະ​ເທດ​​​​ໄດ້​ດີ​ຂຶ້ນ, ຄວາມ​ຕ້ອງການ​ທາງ​ການ​ເງິນ​ຈາກ​ພາຍ​ນອກ​ຂອງ​ພາກ​ພື້ນ​ຍັງ​ຄາດ​ວ່າການ​ໄຫຼ​ເຂົ້າຂອ​ງ​ເງິນ​ທຶນ​ຈະ​ເກີນ 54 ຕື້ ​ໂດ​ລາ​ສະ​ຫາ​ລັດ ​ໃນ​ປີ 2010.

ພື້ນຖານທີ່ເຂັ້ມແຂງກ່ວາໄດ້ຊ່ວຍໃຫ້ພາກພື້ນ ລາຕິນອາເມລິກາ ແລະ ກາຣິບຽນ ຜ່ານພົ້ນວິກິດການນີ້ ໄດ້ດີກ່ວາ​​ເມື່ອ​ກ່ອນ. ຈາກ​ການ​ຄາດ​ຄະ​ເນ​ຍອດ​ຜະ​ລີດ​ຕະພັນ​ລວມຂອງ​ປີ​ກາຍ​ນີ້​ທີ່​​ໄດ້​ຫຼຸດ​ລົງ​​ເຖິງ 206%, ຄາດ​ວ່າ​ຜະລິດ​ຕະພັນ​ຂອງ​ພາ​ກພື້ນ​ຈະ​ເພີ່ມ​ຂຶ້ນ 3.1% ​ໃນ​ປີ 2010 ​ແລະ 3,6% ​ໃນປີ 2011 ​ແຕ່​ວ່າການ​ລົງ​ທຶນ​ທີ່​ໜ້ອຍ​​ເກົ່າ​ຈະ​ເຮັດ​ໃຫ້ການ​​​ເຕີບ​ໂຕ​ຂອງ​ເສດຖະກິດ​ບໍ່​ດີ​ເທົ່າ​ທີ່​ຄວນ. ການ​ໂອນ​ເງິນ​ ​ແລະ ການທ່ອງທ່ຽວ (ທັງ​ສອງ​​​ເປັນ​ແຫຼ່ງການ​ເງິນຈາກພາຍນອກທີ່ສຳຄັນ ສຳລັບບັນດາປະເທດ ຄາຣີບຽນ) ຖືກ​ຄາດ​ຄະ​ເນ​ວ່າ​ຈະ​ຟື້ນ​ຕົວ​ໃນ​ລັດັບ​ປານ​ກາງ​ໃນ​ລະຫວ່າງ​ປີ 2010-2011 ຍ້ອນ​ສະພາບຕະຫຼາດ​ການ​ຈ້າງ​ງານ​ຕໍ່າ​ໃນ​ສະຫະລັດ​ອາ​ເມຣິກາ​ ​ແລະ ປະ​ເທດ​ທີ່​ຮັ່ງມີ​ອື່ນໆ. ​ສິ່ງ​ທ້າ​ທາຍ​ອັນ​ສຳຄັນ​ປະ​ກອບມີ ການ​ຫຼຸດ​ຜ່ອນ​ມາດ​ຕະກາ​ນກະ​ຕຸ້ນ, ການ​ຕອບສະໜອງ​ການ​ຫວ່າງ​ງານ​ທາງດ້ານ​ການ​ເງິນ​ທີ່​ມີ​ລັກສະນະ​ຍືນ​ຍົງ ​ແລະ ການ ຮັກສາ​ໄວ້​ຊຶ່ງຄວາມ​ກົງ​ໄປ​ກົງ​ມາ​ຕໍ່​ກັບ​ການ​ລົງ​ທຶນ ​ແລະ ການ​ຄ້າ​ສະຫວ່າງ​ປະ​ເທດ​.

ພາກພື້ນຕາເວັນອອກກາງ ແລະ ອາຟຣິກກາເໜືອ ໄດ້ຮັບຜົນກະທົບຈາກວິກິດການໜ້ອຍກ່ວາຂົງເຂດອື່ນ ຢ່າງຈະແຈ້ງ ໂດຍລວມແລ້ວອັດຕາການເຕີບໂຕລວມຍອດຜະລິດຕະພັນພາຍໃນຄ່ອຍຫຼຸດລົງ 2.9% ໃນ ປີ 2009. ອັດຕາການຂະຫຍາຍຕົວໃນປະເທດກໍາລັງພັດທະນາທີ່ນໍາເຂົ້ານໍ້າມັນຖືກຄາດຄະເນ​ເປັນ 4,7%​ໃນ​ປີ 2009. ໃນບປະເທດກໍາລັງພັດທະນາທີ່ສົ່ງອອກນໍ້າມັນ​ຄາ​​​ດຄະ​ເນ​ການ​​​ເຕີບ​ໂຕ​ຂອງ​​ເສ​ດຖະກິດຈະ​ຜ່ອນ​ລົງ 1.6% ຊຶ່ງ​ສະທ້ອນ​ໃຫ້​ເຫັນ​ເຖິງ​ການ​ຈຳກັດ​ການ​ຜະລິດ ​ແລະ ລາຍ​ໄດ້​ຈາກ​ນ້ຳມັນ​ມີ່​ຫຼຸດ​ລົງ. ​ສຳ​ລັບ​ພາ​ກພື້ນ​ນີ້, ໂດຍ​ລວມ​ແລ້ວ ຄາດ​ວ່າ​ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ​ຈະ​ເພີ່ມ​ຂຶ້ນ 3,7% ​ໃນ​ປີ 2010 ​ແລະ 4,4% ​ໃນ​ປີ 2011. ການ​ຄາດ​ຄະ​ເນ​ການ​ຟື້ນ​ຕົວທາງ​ເສດຖະກິດ ​ໄດ້​ຖືກຕັ້ງ​ໄວ້​​ເປັນຫຼັກ​ຖານ​ໂດຍ​ເຫັນ​ໄດ້​​ເຖິງ​ການຟື້ນ​ຕົວ​ຄືນ​ຂອງ​ຄວາມ​ຕ້ອງການ​ນ້ຳມັນ​​ໃນ​ໂລກ, ຊຶ່ງ​ຊ່ວຍ​ໃຫ້​ລາຄາ​ນ້ຳມັນ​ມີ​ສະ​ເຖຍລະ​ພາບ ​ແລະ ການ​ຕອບ​ສະໜອງ​ໃນ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ. ​ເຖິງ​ວ່າ​ຈະ​ມີ​ການ​ຖອນ​ການ​ກະ​ຕູ້ນທ່າ​ງການ​ເງິນ​ເທື່ອ​ລະ​ໜ້ອຍ ຄວາມ​ກ້າວໜ້າ​​ໃນ​ການ​ບໍລິ​ໂພ​ກ ​ແລະ ການ​ໃຊ້​ຈ່າຍ​ເງິນ​ທຶນ ​ໃນ​ລະດັບ​ປ່ານ​ກາງ ກໍ່​ຍັງ​ສາມາດ​ສະໜັບສະໜູນ​ການ​ເຕີບ​ໂຕ​ທີ່​ໜັກ​ແໜ້ນ​ກ່ວາ​ເກົ່າ​.

ປາກົດວ່າ ພາກພື້ນອາຊີໃຕ້ ສາມ​າດຫຼຸດ​ພົ້ນຈາກ​ຜົນ​ກະທົບ​ທີ່​ໜັກໜ່ວງ​ທີ່​ສຸດ​ຂອງ​ວິ​ກິດ​ການ​​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ​ອັດຕາ​ການ​ເຕີບ​ໂຕ​ລວມຍອດ​ພາຍ​ໃນ​ຂອງ​ພາກ​ພື້ນ​ໃນ​ປີ 2009 ​​​ໄດ້​ຖືກ​ຄາດ​ຄະ​ເນ​ໃວ້​ເປັນ 5,7% (ຄື​ກັນ​ກັບ​ການ​ເຕີບ​ໂຕ​ໃນ​ປີ 2008) ຊຶ່ງ​ສະແດງໃຫ້ເຫັນ ການຂະຫຍາຍຕົວທີ່ຊ້າລົງຢ່າງຊັດເຈນນັບແຕ່ໄລຍະທີ່ເສດຖະກິດຈະເລີນເຕີບໂຕຊຶ່ງ​ສວນ​​ໃຫຍ່​ມີ​ຜົນ​ມາ​ຈາກ​ການ​ຫຼຸດ​ລົງ​ຢ່າງ​ຊັດ​ເຈນ​ໃນ​ການ​ຂະຫຍາຍ​ການ​ລົງທຶນ. ການ​ໄຫຼ​ເຂົ້າມາ​ຂອງ​​ເງີີ​ນທຶນ​ເອກະ​ຊົນ-ຊ່ອງ​ທາງ​ສົ່ງ​ຜ່ານ​ຂອງ​ວິ​ກິດ- ​ເປັນ​ພຽງ​ແຕ່​ສວ່ນນອ້ຍໆ​ເທົ່າ​ນັ້ນຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ພາ​ກພື້ນ (​ໂດຍ​ສະ​ເພາະ ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ) ​ເມື່ອທຽບ​​ໄສ່ພາກພື້ນອື່ນ​ໆ. ອີກ​ຢ່າງ​ໜຶ່ງ​, ກຳ​ລັງ​ຊື້​ພາຍ​​ໃ​ນຂອງ​ພາກ​ພື້ນ​ຂ້ອນ​ຂ້າງ​ຢູ່​ໃນ​ສະພາບ​ປົກກະຕິ​ໂດຍ​ມີ​ນະ​ໂຍບາຍ​​ແກ້​ໄຂ​ກ່ຽວ​ກັບ​ເສດຖະກິດ​ມະ​ຫາ​ພາກ​ເປັນ​ທີ່​ຮອງ​ຮັບ. ການ​ເຕີບ​ໂຕຍ​ຂອງ​​ເສ​ດຖະກິດ​ຄ່າ​ດວ່າ​ຈະ​ເໜັງ​ຕີງ​ລະຫວ່າງ 6,9% ​ແລະ 7,4% ​ໃນ​ປີ 2010 ​ແລະ 2011 ຕາມ​ລຳ​ດັບ.

ອະນຸພາກພື້ນ ຊາຮາຣາ ອາຟຣິກກາ ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ທີ່​ໜັກ​ເຊັ່ນ​ກັນ. ພາກ​ພື້ນ​ນີ້​ຖືກ​ວິ​ກິດ​ໃນ​ເບື້ອງ​ຕົ້ນຜ່ານ​ຊ່ອງ​ທາງ​ທາງ​ການ​ຄ້າ, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ການທ່ອງທ່ຽວ, ການ​ໂອນ​ເງິນ ​ແລະ ການ​ຊ່ວຍ​ເຫຼື​ອທາງ​ການ. ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ພາກ​ພື້ນ​ໃນ​ປີ​ກາຍ​ນີ້​ຄາດ​ວ່າ​ໄດ້​ເພີ່ມພຽງ​ແຕ່ 1,1%. ປະ​ເທດ​ທີ່​ສົ່ງ​ອອກ​ນ້ຳມັນ ​​ແລະ ປະ​ເທດ​ທີ່​ມີ​ລາ​ຍຮັບ​ປານ​ກາງ ​ໄດ້​ຖືກ​ກະທົບ​ຮ້າຍ​ແຮງ​ກ່ວາປະ​ເທດ​ທີ່​ມີ​ລາຍ​ຮັບ​ຕໍ່​າ, ອ່ອນ​ແອ​ກ່າວ ​ແບະ ​ໂດດ​ດ່ຽວ​ກ່ວາ-ຢ່າງໜ້ອຍ​ໃນ​ໄລຍະ​ຕົ້ນ. ​​​ໄດ້​ມີ​ການ​ປະ​​ເມີນ​ວ່າ ​ໃນ​​ປີ 2010 ນີ້, ລວມຍອດ​ຜະລິດ​ຕະພັນ​ພາຍ​​ໃນ​ຈະ​ເຕີບ​ໂຕ 4.8% ຢູ່​ໃນ​ປະ​ເທດ​ອະ​ນຸພາກ​ພື້​ນຊາ​ຮາຣາ ຊຶ່ງ​ບໍ່​ລວມ​ເອົາ​ອາ​ຟຣິກາ​​ໄຕ້ ​3%, ​ໃນ​ປະ​ເທດ​ທີ່​ບໍ່​ເຂັ້ມ​ແຂງ 4% ​ແລະ ​ໃນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕໍ່າ. ​ເສ​ດຖະກິດ​ອາ​ຟຣິກາ​ໄຕ້​ຈະ​ເຕີບ​ໂຕ​ 2% ​ໃນ​ປີ​ນີ້ ພາຍຫຼັງ​ການ​ທົດ​ຖອຍ​ໃນ​ປີ 2009 ​ໃນ​ຂະນະ​ທີ່​ພາບ​ລວມຂອງ​ພາກ​ພື້ນ​ຍັງ​ບໍ່​ມີ​ຄວາມ​ແນ່ນອນ ​ແລະ ຄວາມ ​​ເຂັ້ມ​ແຂງ​ຂອງ​ການຟື້ນ​ຕົວ. ສວ່ນ​​ໃຫຍ່ ຍັງ​ຈະ​ຂຶ້ນ​ກັບ​ຄວາມ​ຕ້ອງການຂອງ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳຄັນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Merrell Tuck
​ໂທລະ​ສັບ: +1 (202) 473-9516
mtuckprimdahl@worldbank.org
Rebecca Ong
​ໂທລະ​ສັບ: +1 (202) 458-0434
rong@worldbank.org
Mehreen A. Sheikh
​ໂທລະ​ສັບ: +1 (202) 458-7336
msheikh1@worldbank.org


Api
Api

Welcome