ບົດອອກຂ່າວ

ກຸ່ມທະນາຄານໂລກ ກຽມທຶນຊ່ວຍເຫຼືອລ້າຄັ້ງທຳອິດ ເພື່ອສະໜັບສະໜູນ

1 ສ.ຫ. 2012




ການເປີດຫ້ອງການໃໝ່ເພື່ອຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ

ນະຄອນຍານກຸ້ງ, 1 ສິງຫາ 2012 – ກຸ່ມທະນາຄານໂລກ ພ້ອມໃຫ້ການຊ່ວຍເຫຼືອ ແກ່ວຽກງານ ປະຕິຮູບຕ່າງໆຢູ່ ມຽນມາ ແລະ ກໍາລັງເປີດຫ້ອງການ ທະນາຄານໂລກປະຈຳປະເທດທີ່ ມຽນມາ. ທະນາຄານໂລກ ກຳລັງກະກຽມສະເໜີຕໍ່ສະພາບໍລິຫານຂອງຕົນ ເພື່ອອະນຸມັດທຶນຊ່ວຍເຫຼືອລ້າ ຄັ້ງທໍາອິດໃນວົງເງິນ $85 ລ້ານ ຊຶ່ງ  ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍຈະໄດ້ຮັບ ຜົນປະໂຫຍດ ຈາກທຶນຊ່ວຍເຫຼື້ອລ້າດັ່ງກ່າວ ຜ່ານແຜນງານພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ຊຶ່ງ ຊຸມຊົນ ຈະສາມາດຕັດສິນວ່າ ຈະນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວນັ້ນ ລົງທຶນໃສ່ໂຄງການໃດ ເຊັ່ນ ໂຮງຮຽນ, ຖະໜົນຫົນທາງ, ນໍ້າສະອາດ ຫຼື ໂຄງການອື່ນໆ.

ທ່ານ ຈິມ ຢ໋ອງ ຄິມ - Jim Yong Kim, ປະທານ ທະນາຄານໂລກ  ກ່າວວ່າ: "ພວກເຮົາ ໃຫ້ຄຳໝາຍໝັ້ນຈະລົບລ້າງຄວາມທຸກຍາກ ແລະ ການເປີດຫ້ອງການໃໝ່ຢູ່ມຽນມ້ານີ້ ຈະຊ່ວຍໃຫ້ພວກເຮົາສາມາດເຂົ້າເຖິງປະຊາຊົນຜູ້ທຸກຍາກທີ່ສຸດໃນອາຊີຕາເວັນອອກ. ເຂົາເຈົ້າ ໄດ້ຖືກຕັດຂາດ ຈາກເສດຖະກິດໂລກເປັນເວລາດົນນານ ແລະ ເປັນເລື່ອງສຳຄັນຢ່າງຍິ່ງ ທີ່ເຂົາເຈົ້າ ຈະໄດ້ຮັບຜົນປະໂຫຍດອັນແທ້ຈິງ ຈາກ ການປະຕິຮູບຕ່າງໆຂອງລັດຖະບານ."

ທ່ານ ນາງ ພາເມລາ ຄ໋ອກສ໌ - Pamela Cox, ຮອງປະທານ ທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ-ປາຊີຟິກ  ໄດ້ ປະກາດກ່ຽວກັບການສະໜອງ ທຶນຊ່ວຍເຫຼືອຊຸດດັ່ງກ່າວ ຢູ່ ນະຄອນຍານກຸ້ງ ໃນວະລາທີ່ ທ່ານ ຮ່ວມກັບ ທ່ານນາງ ແຄຣິນ ຟິງໂກສະຕັນ, ປະທານອົງການ ການເງິນສາກົນປະຈໍາອາຊີຕາເວັນອອກ-ປາຊີຟິກ, ໄດ້ເປີດຫ້ອງການໃໝ່ຂອງກຸ່ມທະນາໂລກ ປະຈໍາປະເທດ ທີ່ມຽນມ້າ.

ທ່ານນາງ ຄ໋ອກສ໌ ກ່າວວ່າ: “ມຽນມາ ຖືເປັນໜຶ່ງໃນປະເທດທຸກຍາກທີ່ສຸດໃນພາກພື້ນ. ຄວາມຕ້ອງການຂອງປະຊາຊົນ ມີໃຫຍ່ຫຼວງ ແລະກຸ່ມທະນາຄານໂລກ ກຳລັງຮ່ວມເຮັດວຽກກັບບັນດາຄູ່ຮ່ວມງານຕ່າງໆ ເພື່ອໃຫ້ການຊ່ວຍເຫຼືອແກ່ການປະຕິຮູບຕ່າງໆຂອງລັດຖະບານ ທີ່ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະປະຊາຊົນກຸ່ມຜູ້ທຸກຍາກ ແລະ ກຸ່ມສ່ຽງ ຫຼື ກຸ່ມທີ່ບໍ່ສາມາດປົກປ້ອງຕົນເອງໄດ້.” ທ່ານ ຍັງໄດ້ກ່າວຕື່ມອີກວ່າ “ການຊ່ວຍເຫຼືອດັ່ງກ່າວນີ້ ຈະຊ່ວຍປູພື້ນຖານໃຫ້ແກ່ການເຕີບໂຕທາງເສດ ຖະກິດໃນວົງກ້ວາງ, ສ້າງໂອກາດໃຫ້ແກ່ທຸກຄົນ.”

ທ່ານນາງ ພາເມລາ ຄ໋ອກສ໌ ແລະ ທ່ານນາງ ແຄຣິນ ຟິງໂກສະຕັນ ຍັງໄດ້ເຂົ້າພົບ ທ່ານປະທານປະເທດ ຢູທຽນເຊັນ - U Thein Sein, ພົບປະກັບບັນດາສະມາຊິກຂອງຄະນະລັດຖະບານ, ຕະຫຼອດເຖິງ ທ່ານນາງ ດໍ ອ໋ອງ ຊານ ຊູ ກີ - Daw Aung San Suu Kyi, ແລະ ສະມາຊິກອື່ນໆຂອງສະພາ. ຄັ້ງນີ້ ຖືເປັນການຢ້ຽມຢາມທາງການຄັ້ງທໍາອິດ ໂດຍການນໍາຂັ້ນສູງຂອງ ກຸ່ມທະນາຄານໂລກ ນັບຕັ້ງແຕ່ມຽນມາ ໄດ້ເລີ່ມຕົ້ນ ຈັດຕັ້ງປະຕິບັດການປັບປຸງປະຕິຮູບຕ່າງໆ.

ທຶນຊ່ວຍເຫຼືອລ້າຂອງທະນາຄານໂລກ ຈະສະໜັບສະໜູນ ແຜນງານພັດທະນາທີ່ຂັບເຄື່ອນໂດຍຊຸມຊົນທົ່ວປະເທດ ດ້ວຍການສະໜອງ ກອງທຶນໃຫ້ແກ່ ຊຸມຊົນທ້ອງຖິ່ນ ລວມທັງ ບັນດາເຂດທີ່ມີການຂັດແຍ່ງຕາມແລວຊາຍແດນ. ສະມາຊິກໃນຊຸມຊົນ ຈະເປັນຜູ້ຄັດເລືອກໂຄງການພັດທະນາ ທີ່ເຂົາເຈົ້າຕ້ອງການ ແລະ ຄວາມໂປ່ງໃສ ຈະຮັບປະກັນວ່າ ທຸກຄົນ ສາມາດຕິດຕາມ ການນໍາໃຊ້ທຶນ ດັ່ງກ່າວ.

ທຶນຊ່ວຍເຫຼືອລ້າຄັ້ງນີ້ ມີເຈດຈຳນົງ ສ້າງຄວາມເຊື່ອໝັ້ນໃນຂະບວນການ ປະຕິຮູບຕ່າງໆ. ບົດລາຍງານການພັດທະນາຂອງ ທະນາຄານໂລກ ກ່ຽວກັບປະເທດທີ່ໄດ້ຮັບຜົນກະທົບຈາກສະພາບຄວາມບໍ່ໝັ້ນຄົງ ແລະ ການຂັດແຍ່ງ, ຊຶ່ງບົດລາຍງານດັ່ງກ່າວ  ໄດ້ເຜີຍແພ່ໃນບໍ່ດົນມານີ້, ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງ ຜົນປະໂຫຍດທາງເສດຖະກິດຢ່າງແທ້ຈິງ ໃຫ້ແກ່ປະຊາຊົນທີ່ຢູ່ໃນສະພາບບໍ່ໝັ້ນຄົງ ເພື່ອ ການສ້າງສັນຕິພາບໃຫ້ຍືນຍົງ.

ທະນາຄານໂລກ ຍັັງຈະຂະຫຍາຍການຊ່ວຍເຫຼືອທາງວິຊາການ ແລະ ແລກປ່ຽນຄວາມຮູ້ລະດັບສາກົນ ເພື່ອຊ່ວຍລັດຖະບານ ມຽນມາ ໃນການ ບໍລິການຕ່າງໆໃຫ້ ແກ່ປະຊາຊົນ. ປະຈຸບັນນີ້, ທະນາຄານໂລກ ກໍາລັງດຳເນີນ ການຄົ້ນຄ້ວາດ້ານເສດຖິກິດ ຂອງ ມຽນມາ ເພື່ອເພີ່ມຄວາມເຂົ້າໃຈໃຫ້ເລິກເຊິ່ງກ່ວາເກົ່າ ກ່ຽວກັບ ຂອບເຂດ-ລະດັບ ຄວາມທຸກຍາກໃນປະເທດ ກໍເພື່ອທີ່ຈະສາມາດ ຊ່ວຍຂະຫຍາຍ ແລະ ຫັນເປັນທັນສະໄໝ ລະບົບການເງິນ, ກໍຄື ຊ່ວຍປັບປຸງແວດ ສະພາບແວດລ້ອມການດໍາເນີນທຸລະກິດ ຢູ່ ໃນປະເທດດັ່ງກ່າວ.

ທ່ານນາງ ຄ໋ອກສ໌ ຍັງກ່າວຕື່ມອີກວ່າ “ບັນດາກິດຈະກໍາໃນຂົງເຂດເຫຼົ່ານີ້ ຈະຊ່ວຍ ລັດຖະບານມຽນມາ ໃນການດຶງດູດເອົາການລົງທຶນຈາກຕ່າງປະເທດ, ຊ່ວຍຂະຫຍາຍການຄ້າ, ແລະ ຄຸ້ມຄອງຊັບພະຍາກອນຕ່າງໆຂອງປະເທດໄດ້ດີຍິ່ງຂຶ້ນ ແລະ ສ້າງວຽກເຮັດງານທຳ ກໍຄື ໂອກາດຫຼາຍຂຶ້ນໃຫ້ແກ່ປະຊາຊົນ.”

ທ່ານ ນາງ ຟິງໂກສຕັນ  ກ່າວວ່າ "ຄືດ່ັງທີ່ພວກເຮົາ ໄດ້ເຫັນຢູ່ບັນດາປະເທດອື່ນໆ ທີ່ ຢູ່ໃນໄລຍະເສດຖະກິດຂ້າມຜ່ານ, ພາກເອກະຊົນ ມີບົດບາດສໍາຄັນຍິ່ງໃນການສ້າງວຽກເຮັດງານທຳ ແລະ ໃນການສະໜອງວິທີການຕ່າງໆເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຕີບໂຕທາງເສດຖະກິດ." ທ່ານກ່າວຕື່ມອີກວ່າ "ພວກເຮົາ ໃຫ້ຄໍາໝາຍໝັ້ນທີ່ຈະໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ມຽນມ້າ ໃນຂະບວນການປະຕິຮູບຕ່າງໆ ແລະ ການຊ່ວຍເຫຼືອແກ່ພາກເອກະຊົນເພື່ອສ້າງວຽກເຮັດງານທຳ ແລະ ໂອກາດຕ່າງໆເພື່ອໃຫ້ພາກທຸລະກິດມີການເຕີບໂຕ.”

ໃນຖານະເປັນ ສະຖາບັນການເງິນຫຼາຍຝ່າຍ ທີ່ປະກອບດ້ວຍປະເທດສະມາຊິກເຖິງ 188 ປະເທດ, ທະນາຄານໂລກ ຈະປະສານງານກັບຄູ່ຮ່ວມພັດທະນາອື່ນໆ ເພື່ອຮັບປະກັນວ່າ ຄວາມຕ້ອງການຈຳເປັນຕ່າງໆຂອງປະຊາຊົນຢູ່ມຽນມາ ໄດ້ຮັບການຕອບສະໜອງຢ່າງມີປະສິດທິຜົນ.

ຂໍ້ມູນເພີ່ມເຕີມ:

  • ມຽນມາ ຈະສາມາດເຂົ້າເຖິງ ທຶນກູ້ຢືມໂດຍບໍ່ເສຍດອກເບ້ຍ ຈາກສະມາຄົມພັດທະນາສາກົນ (Internatinoal Development Association-IDA), ຊຶ່ງ ເປັນສະຖາບັນຂອງ ທະນາຄານໂລກ ທີ່ ສະໜອງທຶນໃຫ້ແກ່ປະເທດທຸກຍາກທີ່ສຸດ. ມຽນມາ ຈະໄດ້ຮັບທຶນດັ່ງກ່າວ ພາຍຫຼັງທີ່ ສາມາດ ສະສາງໜີ້ຄ້າງຊໍາລະມູນຄ່າ $397 ລ້ານ ໃຫ້ແກ່ທະນາຄານໂລກ.
  • ກຸ່ມທະນາຄານໂລກ ກໍາລັງ ພັດທະນາ “ຍຸດທະສາດເບື້ອງຕົ້ນ” ສະບັບໄໝ່  ຮ່ວມກັບລັດຖະບານມຽນມາ ແລະ ຄູ່ຮ່ວມພັດທະນາຕ່າງໆ, ຊຶ່ງຈະ ຊ່ວຍຊີ້ນໍາ ວຽກງານຕ່າງໆຂອງທະນາຄານໂລກ ໃນຂະນະທີ່ ທະນາຄານໂລກ ກະກຽມ ແຜນງານຮ່ວມກັບປະເທດ ມຽນມາ ສະບັບສົມບູນ.
  • ທ່ານ ຄານທານ ຊັນກາ - Kanthan Shankar ໄດ້ຖືກແຕ່ງຕັ້ງເປັນ ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ມຽນມາ ເພື່ອ ນໍາພາ ທີມງານ ຂອງ ທະນາຄານໂລກ ໃນການດໍາເນີນງານຢູ່ປະເທດດັ່ງກ່າວ. ທ່ານ ຊັນກາ ມີປະສົບການເຮັດວຽກເປັນເວລາຫຼາຍກ່ວາ 15 ປີ ຢູ່ປະເທດທີ່ຢູ່ໃນ ໄລຍະ ແລະ ພາຍຫຼັງ ມີຂໍ້ຂັດແຍ່ງ   ລວມທັງ ປະເທດຕີມໍເລດສ໌ເຕ, ແວດສ໌ ແບ໋ງ, ກາຊາ ແລະ ໂຄຊາໂວ. 
  • ທ່ານ ຈາຣ໌ ສະໃນເດີ - Charles Schneider ໄດ້ຖືກແຕ່ງຕັ້ງເປັນ ຜູ້ຕາງໜ້າ ອົງການການເງິນສາກົນ (International Finance Corporation-IFC) ເພື່ອ ນໍາພາການພັດທະນາແຜນງານຕ່າງໆ ໃນ ມຽນມາ.  ທ່ານ ສະໃນເດີ ມີປະສົບການເຮັດວຽກກັບພາກເອກະຊົນ ເປັນເວລາຫຼາຍກ່ວາ 15 ປີ ລວມທັງ ຢູ່ ອາຊີຕາເວັນອອກສ່ຽງໄຕ້ ເປັນຕົ້ນຢູ່ ປະເທດ ຫວຽດນາມ, ກໍາປູເຈຍ ແລະ ສປປ ລາວ. 
  • ມຽນມາ ໄດ້ເຂົ້າເປັນປະເທດສາມະຊິກຂອງ ທະນາຄານສາກົນເພື່ອການຟື້ນຟູ ແລະ ການພັດທະນາ (International Bank for Reconstruction and Development-IBRD) ໃນປີ 1952. ທະນາຄານໂລກ ບໍ່ໄດ້ອະນຸມັດເງິນກູ້ຢືມ ໃຫ້ແກ່ປະເທດດັ່ງກ່າວນັບແຕ່ປີ 1987 ເປັນຕົ້ນມາ. ໃນປີ 1998, ລັດຖະບານມຽນມາ ຕົກໃນສະພາບເປັນໜີ້ຄ້າງຊໍາລະ ແກ່ ທະນາຄານໂລກ, ແຕ່ກໍຍັງ ເປັນສາມະຊິກ ຂອງ ທະນາຄານໂລກ.
ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Chisako Fukuda
​ໂທລະ​ສັບ: +1 (202) 473-9424
cfukuda@worldbank.org
ທີ່ ຍານກຸ້ງ
Sofia Busch
​ໂທລະ​ສັບ: +95 9 4211 28395
sbusch@worldbank.org
ທີ່ ຍານກຸ້ງ
Novita Patricia Wund
​ໂທລະ​ສັບ: +62 811 8400438
nwund@ifc.org


ເລກທີ ບົດອອກຂ່າວ:
2013/033/EAP

Api
Api

Welcome