ບົດອອກຂ່າວ

ບົດລາຍງານຂອງ ທະນາຄານໂລກ ແລະ ອົງການ ການເງິນສາກົນ ເຫັນວ່າ ການປະຕິຮູບຕ່າງໆຂອງ ລັດຖະບານ ຈະເສີມຂະຫຍາຍ ໂອກາດທາງດ້ານເສດຖະກິດ ຂອງ ແມ່ຍິງ ແຕ່ວ່າຕ້ອງ ໄດ້ສູ້ຊົນເອົາໃຈໄສ່ຕໍ່ໄປ.

26 ກ.ຍ. 2011




ກຸງ ວໍຊິງຕັນ, ວັນທີ 26 ກັນຍາ 2011- ບົດລາຍງານສະບັບໃໝ່ ຈາກ ທະນາຄານໂລກ ແລະ ອົງການ ການເງິນສາກົນ ທີ່ ເຜີຍແຜ່ອອກສູ່ສາທາລະນະຊົນໃນມື້ນີ້ ຊີ້ໃຫ້ເຫັນວ່າ ແມ່ຍິງຍັງມີການສືບຕໍ່ປະເຊີນກັບອຸປະສັກ ດ້ານກົດໝາຍ ແລະ ລະບຽບການເພື່ອປະກອບສ່ວນ ຢ່າງເຕັມສ່ວນໃນການພັດທະນາ ເສດຖະກິດ. 

ບົດລາຍງານກ່ຽວກັບ ແມ່ຍິງ, ທຸລະກິດ ແລະ ກົດໝາຍ 2012: ການລົບລ້າງອຸປະສັກ ໃນການມີສ່ວນຮ່ວມດ້ານ ເສດຖະກິດ ຊີ້ໃຫ້ເຫັນວ່າ ໃນຂະນະທີ່ 36 ປະເທດ ໄດ້ມີການຫລຸດຜ່ອນ ຄວາມແຕກໂຕນ ລະຫວ່າງຍິງຊາຍ ໃນດ້ານກົດໝາຍ, ຍັງມີອີກ 103 ປະເທດໃນຈໍານວນ 141 ປະເທດ ທີ່ຖືກສຶກສາຄົ້ນຄ້ວານັ້ນສະແດງໃຫ້ເຫັນວ່າ ຍັງມີຄວາມແຕກຕ່າງ ທາງດ້ານກົດໝາຍ ລະຫວ່າງ ຍິງ-ຊາຍ ຢ່າງໜ້ອຍໃນໜຶ່ງຂອງບັນດາຕົວຊີ້ວັດສໍາຄັນຂອງ ບົດລາຍງານສະບັບນີ້. ບົດລາຍງານຍັງຊີ້ໃຫ້ເຫັນວ່າ ມີກົດໝາຍ ແລະ ລະບຽບ 41 ສະບັບທີ່ຖືກຮັບຮອງ ໃນໄລຍະເດືອນ ມິຖຸນາ 2009 ແລະ ມິນາ 2011 ທີ່ ສາມາດເສີມຂະຫຍາຍໂອກາດທາງດ້ານ ເສດຖະກິດຂອງແມ່ຍິງ.

ແມ່ຍິງກວດເອົາ 49,6% ຂອງປະຊາກອນໂລກ ແຕ່ໃນນັ້ນ, ກວມພຽງແຕ່ 40,8% ຂອງກໍາລັງແຮງງານໃນ ຂະແໜງການທີ່ເປັນທາງການ. ຄວາມແຕກຕ່າງດ້ານກົດໝາຍ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍອາດສາມາດໃຫ້ຄໍາ ອະທິບາຍກ່ຽວກັບ ຄວາມແຕກໂຕນກັນດັ່ງກ່າວນີ້ໄດ້. ບົດລາຍງານ ສະແດງໃຫ້ເຫັນວ່າ ບັນດາປະເທດ ທີ່ມີຄວາມ ແຕກໂຕນດ້ານກົດໝາຍລະຫວ່າງ ຍິງ-ຊາຍສູງ, ໂດຍສະເລ່ຍແລ້ວ, ແມ່ນຈະມີການປະກອບສ່ວນຂອງແມ່ຍິງ ໃນກໍາລັງແຮງງານທາງການໃນລະດັບຕໍ່າ.

ທ່ານ ໂອກຸສໂຕ ໂລເປັສ ກາລອສ, ຜູ້ອໍານວຍການຝ່າຍ ຕົວຊີ້ວັດ ແລະ ການວິເຄາະໂລກ ຂອງ ກຸ່ມທະນາຄານໂລກ ກ່າວວ່າ: “ການແຂ່ງຂັນກັນ ແລະ ຜະລິດຕະພາບມີ ບົດບາດທີ່ສໍາຄັນ ໃນການຈັດສັນຊັບພະຍາກອນຢ່າງ ມີປະສິດຕິຜົນ ລວມທັງ ຊັບພະຍາກອນມະນຸດດ້ວຍ. ຖ້າເຄິ່ງໜຶ່ງ ຂອງຈໍານວນປະຊາກອນ ບໍ່ສາມາດປະກອບສ່ວນ ຢ່າງເຕັມສ່ວນກໍຈະສົ່ງຜົນ ກະທົບຕໍ່ເສດຖະກິດ. ດັ່ງນັ້ນຈຶ່ງເຫັນໄດ້ວ່າ ບັນດາປະເທດທີ່ມີການແຂ່ງຂັນສູງ ແມ່ນປະເທດທີ່ມີຄວາມແຕກຕ່າງດ້ານ ໂອກາດ ລະຫວ່າງຍິງ-ຊາຍຕໍ່າກວ່າໝູ່.”

ບົດລາຍງານຍັງໄດ້ມີການວັດແທກຕົວຊີ້ວັດຕ່າງໆເຊັ່ນ: ຄວາມສາມາດຂອງແມ່ຍິງໃນການເຊັນສັນຍາ, ໃນການເດີນທາງ ໄປຕ່າງປະເທດ, ການຄຸ້ມຄອງກໍາມະສິດ ແລະ ການພົວພັນກັບເຈົ້າໜ້າທີ່ຂອງ ລັດ ແລະ ເອກະຊົນ. ໃນທຸກໆປະເທດ ແມ່ຍິງທີ່ສ້າງຄອບຄົວແລ້ວ ຈະປະເຊີນ ກັບບັນຫາຄວາມແຕກຕ່າງດ້ານກົດໝາຍ ຫຼາຍກ່ວາແມ່ຍິງ ທີ່ຍັງໂສດ. ໃນ 23 ປະເທດໃນດ້ານກົດໝາຍແລ້ວ ແມ່ຍິງທີ່ສ້າງຄອບຄົວແລ້ວ ບໍ່ສາມາດເລືອກສະຖານທີ່ດໍາລົງຊີວິດ ແລະ ໃນ 29 ປະເທດ ແມ່ຍິງເຫຼົ່ານີ້ ບໍ່ສາມາດຖືກຮັບຮູ້ໃຫ້ເປັນຫົວໜ້າຄົວເຮືອນ.

ໃນທຸກພາກພື້ນ ຍັງມີອີກຫຼາຍປະເທດ ທີມີກົດໝາຍ ແລະ ລະບຽບການທີ່ບໍ່ເປັນເອກະພາບສໍາລັບຍິງ-ຊາຍ ເຖິງແມ່ນວ່າ ຄວາມບໍ່ສະເໝີພາບດັ່ງກ່າວ ຈະຢູ່ໃນລະດັບທີ່ແຕກຕ່າງກັນກໍຕາມ. ໂດຍສະເລ່ຍແລ້ວ, ບັນດາປະເທດທີ່ມີລາຍຮັບສູງ ມີຄວາມແຕກຕ່າງໜ້ອຍກ່ວາ ບັນດາປະເທດ ທີ່ມີລາຍຮັບປານກາງ ແລະ ຕໍ່າ. ຢູ່ເຂດ ຕາເວັນອອກກາງ ແລະ ອາຟຣິກາເໜືອ ມີຄວາມແຕກຕ່າງດ້ານກົດໝາຍ ລະຫວ່າງ ຍິງ-ຊາຍ ຫຼາຍກ່ວາໝູ່. ອັນດັບຕໍ່ມາແມ່ນເຂດອາຊີໄຕ້ ແລະ ທະວີບອາຟຣິກາ, ຍົກເວັ້ນປະເທດເຄນຢາໃນທະວີບອາຟຣິກາ ຊຶ່ງເປັນປະເທດອັນດັບຕົ້ນໆຂອງ ໂລກທີ່ເປັນຜູ້ນໍາ ໃນການ ດໍາເນີນການປະຕິຮູບ ໃນວຽກງານສ້າງ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນໄລຍະ ສອງປີຜ່ານມາ. ໃນລະດັບພາກພື້ນ ຜົນສໍາເລັດທີ່ໃຫຍ່ ກວ່າໝູ່ໃນດ້ານ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນຢູ່ໃນທະວີບ ອາເມລິກາລາຕິນ ແລະ ເຂດທະລະແຄລີບຽນ, ທະວີຍຢູຣົບ ແລະ ອາຊີກາງ.

ກ່ຽວກັບ ໂຄງການ “ແມ່ຍິງ, ທຸລະກິດ ແລະ ກົດໝາຍ”
ໂຄງການນີິ້ ດໍາເນີນການສຶກສາກ່ຽວກັບ ຄວາມແຕກຕ່າງລະຫວ່າງຍິງ-ຊາຍທາງດ້ານລະບຽບການ ແລະ ພາຍໃນບັນດາ ອົງກອນ ອັນສົ່ງຜົນກະທົບຕໍ່ ການຊຸກຍູ້ ແລະ ຄວາມສາມາດໃນການເຮັດວຽກ ຫຼື ການກໍ່ຕັ້ງ ຫຼື ດໍາເນີນທຸລະກິດ. ບົດລາຍງານ “ແມ່ຍິງ, ທຸລະກິດ ແລະ ກົດໝາຍ” ມີການວັດແທກແບບພາວະວິໄສ ຄວາມແຕກໂຕນທາງດ້ານກົດໝາຍ ບົນພື້ນຖານຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃນ 141 ປະເທດທົ່ວໂລກ ໂດຍກວມເອົາ 6 ບັນຫາຄື: ການເຂົ້າເຖິງອົງກອນ, ການນໍາໃຊ້ກໍາມະສິດ, ການມີວຽກເຮັດງານທໍາ, ການກະຕຸກຊຸກຍູ້ໃນວຽກງານ, ການສ້າງສິນເຊື່ອ ແລະ ການດໍາເນີນຄະດີໃນສານ. ໃນຂະນະທີ່ໂຄງການ ຊີ້ໃຫ້ເຫັນສະພາບທີ່ຈະແຈ້ງ ກ່ຽວກັບຄວາມແຕກໂຕນ ດ້ານກົດໝາຍລະຫວ່າງຍິງ-ຊາຍໃນແຕ່ລະປະເທດ, ຂໍ້ມູນດັ່ງກ່າວເປັນພຽງການຊີ້ໃຫ້ເຫັນສະພາບລວມ ກ່ຽວກັບຄວາມ ແຕກໂຕນດ້ານກົດໝາຍເທົ່ານັ້ນ. ໂຄງການີ້ຍັງບໍ່ໄດ້ລົງເລິກກ່ຽວກັບສະພາບລວມ ຂອງຄວາມແຕກໂຕນລະຫວ່າງຍິງ-ຊາຍ ແລະ ກໍບໍ່ສາມາດຊີ້ໃຫ້ເຫັນຄວາມສໍາຄັນ ຂອງບັນຫາດັ່ງກ່າວໃນແຕ່ ລະຂະແໜງການທີ່ໄດ້ມີການເກັບກໍາຂໍ້ມູນ. ສໍາລັບຂໍ້ມູນກ່ຽວກັບ ບົດບັນຍັດຕ່າງໆ ຂອງກົດໝາຍແຫ່ງຊາດ ທີ່ມີຜົນກະທົບຕໍ່ສະຖານະພາບທາງ ດ້ານເສດຖະກິດ ຂອງແມ່ຍິງໃນ 183 ປະເທດ, ທ່ານສາມາດຫາຂໍ້ມູນດັ່ງກ່າວໄດ້ທີ່ ຫໍສະມຸດກ່ຽວກັບກົດໝາຍ ວ່າດ້ວຍ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ.

ກ່ຽວກັບ ກຸ່ມ ທະນາຄານໂລກ
ກຸ່ມ ທະນາຄານໂລກ ເປັນໜຶ່ງໃນອົງການ ທີ່ ສະໜອງທຶນ ແລະ ຄວາມຮູ້ທີ່ໄຫຍ່ກວ່າໝູ່ໃນໂລກ ສໍາລັບບັນດາປະເທດ ທີ່ກໍາລັງພັດທະນາ. ກຸ່ມ ທະນາຄານໂລກ ປະກອບດ້ວຍ 5 ອົງການທີ່ມີການພົວພັນເຊິ່ງກັນ ແລະ ກັນຢ່າງໄກ້ຊິດຄື: ທະນາຄານສາກົນ ເພື່ອການຟື້ນຟູ ແລະ ການພັດທະນາ ແລະ ສະມາຄົມພັດທະນາສາກົນ ເຊິ່ງທັງສອງລວມເຂົ້າກັນເປັນ ທະນາຄານໂລກ; ອົງການ ການເງິນສາກົນ; ອົງກອນຄໍ້າປະກັນການລົງທຶນຫຼາຍຝ່າຍ, ແລະ ອົງການສາກົນ ເພື່ອການ ແກ້ໄຂຂໍ້ຂັດແຍ້ງ ດ້ານການລົງທຶນ. ແຕ່ລະອົງກອນມີບົດບາດທີ່ແຕກຕ່າງກັນ ໃນພາລະກິດການລົບລ້າງຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ ໃນບັນດາປະເທດທີ່ກໍາລັງພັດທະນາ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ກຸງ ວໍລຊິງຕັນ
ນາດີນ ແກນນໍາ
​ໂທລະ​ສັບ: +1 (202) 473-3011
nsghannam@ifc.org
ທີ່ ນະຄອນຫຼວງວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: (856-21) 450-010
ssakonhninhom@worldbank.org


ເລກທີ ບົດອອກຂ່າວ:
2012/093/IFC

Api
Api

Welcome