Skip to Main Navigation
BRIEF 8 ກ.ຍ. 2021

ການປຶກສາຫາລື ກ່ຽວກັບ ກຸ່ມທະນາຄານໂລກ ການວິເຄາະບັນຫາຂອງປະເທດຢ່າງເປັນລະບົບ ແລະ ບົດບັນທຶກເສດຖະກິດຂອງປະເທດ

Image

ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ທະນາຄານສະເໜີ 3 ເສັ້ນທາງ ເພື່ອໃຫ້ໄດ້ຮັບໝາກຜົນຂອງການພັດທະນາທີ່ສົມດູນກວ່າເກົ່າ


ທຸກໆ 5 ປີ, ກຸ່ມທະນາຄານໂລກຈະເກັບກຳ ຄວາມຄືບໜ້າກ່ຽວກັບການພັດທະນາ ແລະ ສິ່ງທ້າຍໃນ ໃນ ສປປ ລາວ ຜ່ານ ການວິເຄາະບັນຫາຂອງປະເທດຢ່າງເປັນລະບົບ  ເຊິ່ງຈະເປັນບ່ອນອີງໃນການສ້າງແຜນງານການສະໜອງທຶນກູ້ຢືມ ແລະ ຊ່ວຍເຫຼືອດ້ານວິຊາການ ໄລຍະ 5 ປີ ທີ່ ລັດຖະບານ ແລະ ທະນາຄານໂລກຕົກລົງເຫັນດີຮ່ວມກັນ ຫຼື ທີ່ເອີ້ນວ່າ ຂອບການເປັນຄູ່ຮ່ວມມືກັບປະເທດ.

ໃນປີນີ້, ທະນາຄານໂລກ ຈະຜະລິດ ບົດບັນທຶກເສດຖະກິດຂອງປະເທດ ເຊິ່ງ ວິເຄາະປະຫວັດສາດ, ສະພາບການ ແລະ ທ່າແຮງດ້ານເສດຖະກິດຂອງ ສປປ ລາວ ແນໃສ່ ຫາທາງເລືອກຕ່າງໆທີ່ຈະຊ່ວຍປະເທດໝູນໃຊ້ຈຸດໄດ້ປຽບດ້ານທີ່ຕັ້ງຍຸດທະສາດ ແລະ ຄວາມອຸດົມຮັ່ງມີທາງທຳມະຊາດຂອງປະເທດ ເພື່ອການເຕີບໂຕທີ່ສົມບູນ ແລະ ຍືນຍົງ.

ກຸ່ມທະນາຄານໂລກ ມີຄວາມຍິນດີ ຂໍຄວາມເຫັນຈາກທ່ານ ກ່ຽວກັບ ການປະຕິຮູບ ແລະ ການລົງທຶນຕ່າງໆ ກໍຄື ຄວາມທ້າທາຍພົ້ນເດັ່ນທີ່ສຸດ, ທີ່ຈະສາມາດຊ່ວຍ ສປປ ລາວ ໃນການຟື້ນຟູເສດຖະກິດທີ່ມີຄວາມຖົດຖອຍໃນປັດຈຸບັນນ ແລະ ພັດທະນາເສດຖະກິດທີ່ທົນທານ ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມອຸດົມຮັ່ງມີຮ່ວມກັນ. ໃນການວິເຄາະສະພາບການປັດຈຸບັນ ໃນເບື້ອງຕົນ, ທະນາຄານໂລກ ໄດ້ ລະບຸຄວາມທ້າທາຍຫຼັກໆ ສາມດ້ານ ທີ່ປະເທດປະເຊີນ ຄື: 

  • ການຂາດສະເຖຍລະພາບຂອງເສດຖະກິດມະຫາພາກ ທີ່ນັບມື້ເພີ່ມຂຶ້ນ.
  • ການເຕີບໂຕໃນຂະນະທີ່ມີຄົນຕົກວຽກ ແລະ ຄວາມບໍ່ສະເໝີພາບທີ່ນັບມື້ສູງຂຶ້ນ.
  • ຄວາມອ່ອນແອຕໍ່ ການປ່ຽນແປງດິນຟ້າອາກາດ, ການເຊື່ອມໂຊມຂອງສິ່ງແວດລ້ອມ ແລະ ວິກິດການຕ່າງໆ.

ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ທະນາຄານສະເໜີ 3 ເສັ້ນທາງ ເພື່ອໃຫ້ໄດ້ຮັບໝາກຜົນຂອງການພັດທະນາທີ່ສົມດູນກວ່າເກົ່າ:

ກົດທີ່ນີ້ເພື່ອເບິ່ງຮູບພາບໃຫຍ່

1. ສ້າງສະເຖຍລະພາບ ຂອງເສດຖະກິດ. ຕົວຢ່າງ ດ້ວຍການຮັບປະກັນຄວາມຍືນຍົງຂອງໜີ້ສິນ, ການເພີ່ມກຳລັງແຮງດ້ານການເງິນ (ໂດຍສະເພາະຜ່ານການເພີ່ມລາຍຮັບພາຍໃນ) ແລະ ສົ່ງເສີມຄວາມສະເຖຍລະພາບຂອງຂະແໜງການເງິນ.

2. ແບ່ງປັນ ຜົນປະໂຫຍດຂອງການເຕີບໂຕດ້ານເສດຖະກິດໃຫ້ ສະເໝີພາບກວ່າເກົ່າ. ຕົວຢ່າງ ໂດຍການສະໜັບສະໜູນການຂະຫຍາຍໂຕຂອງຂະແໜງການເອກະຊົນ, ການປັບປຸງການເຊື່ອມໂຍງດ້ານພື້ນຖານໂຄງລ່າງ, ການສົ່ງເສີມຕະຫຼາດແຮງງານທີ່ເຄື່ອນໄຫວດີ, ການປັບປຸງໂພຊະນະການຂອງເດັກນ້ອຍ. ຍົກລະດັບການສຶກສາ ແລະ ຮັບປະກັນຄວາມສະເໝີພາບໃນການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນຸພາບ.  

3. ຮັກສາໃຫ້ຍືນຍົງ ຄວາມຄືບໜ້າຂອງການພັດທະນາ. ຕົວຢ່າງ ດ້ວຍການຄຸ້ມຄອງຊັບພະຍາກອນທຳມະຊາດ, ການລົງມືດຳເນີນງານດ້ານການປ່ຽນແປງດິນຟ້າອາກາດ, ການວາງແຜນເຂດຕົວເມືອງຫຼາຍຂຶ້ນ, ການສ້າງແຜນງານປະກັນສັງຄົມທີ່ຮັດກຸມ ແລະ ຊຸກຍູ້ ກະສິກຳທີ່ຊານສະຫຼາດດ້ານສະພາບແວດລ້ອມ.

ບັນຫາທີ່ພົວພັນກັບຫຼາຍຂະແໜງການ ຄື “ການສ້າງຄວາມເຂັ້ມແຂງດ້ານການປົກຄອງ ແລະ ສະຖາບັນ” ຈະມີຄວາມສຳຄັນໃນການສະໜັບສະໜູນສາມເສັ້ນທາງດັ່ງກ່າວ.

ເພື່ອວັດແທກຄວາມຄິດຄວາມເຫັນກ່ຽວກັບບັນຫາເຫຼົ່ານີ້ ແລະ ເພື່ອເກັບກຳຄຳແນະນຳ ແລະ ທັດສະນະຕ່າງໆ, ທະນາຄານໂລກ ຈະຈັດເວທີສົນທະນາທາງອອນລາຍ ໃນເດືອນກັນຍາ ໂດຍມີແຜນການຈັດ 3 ພາກ ສຳລັບ:

1. ລັດຖະກອນ, ສະມາຊິກ ແລະ ກອງເລຂາສະພາແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າ / ຄັງປັນຍາ:

ໂດຍການເປັນເຈົ້າພາບຮ່ວມຂອງ ທະນາຄານໂລກ ແລະ ກະຊວງແຜນການ ແລະ ການລົງທຶນ  ວັນສຸກ 22 ກັນຍາ 2021 9.00

2. ຂະແໜງການເອກະຊົນ:

ໂດຍການເປັນເຈົ້າພາບຮ່ວມຂອງອົງການ IFC ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ 23 ກັນຍາ 2021  9.00

3. ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ພົນລະເມືອງ:

ໂດຍການເປັນເຈົ້າພາບຂອງ ກຸ່ມທະນາຄານໂລກ 24 ກັນຍາ 2021  9.00. 

ທີມງານຂອງກຸ່ມທະນາຄານໂລກ ຈະນຳສະເໜີບົດສັ້ນໆ ແລ້ວ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຕັ້ງຄຳຖາມ ແລະ ສົນທະນາ. ການສົນທະນາແມ່ນຈະຈັດເປັນພາສາລາວ ໂດຍມີການແປພາສາອັງກິດ. ນອກຈາກນັ້ນກໍມີແບບສອບຖາມອອນລາຍ ເພື່ອ ຮີບໂຮມຄຳເຫັນໂດຍບໍ່ເປີດເຜີຍຊື່-ຂໍ້ມູນສ່ວນບຸກຄົນ.

ເພື່ອລົງທະບຽນຮ່ວມການສົນທະນາທາງອອນລາຍ, ກະລຸນາສົ່ງອີເມລເຖິງ laos@worldbank.org

ກະລຸນາແຈ້ງ ຊື່, ອົງການຈັດຕັ້ງຂອງທ່ານ ແລະ ພາກໃດ ໃນສາມພາກຂ້າງເທິງ ທີ່ທ່ານຕ້ອງການເຂົ້າຮ່ວມ.

ກົດທີ່ນີ້ ເພື່ອປະກອບບົດສຳຫຼວດທາງອອນລາຍ

ອັດເດດທີ່ຜ່ານມາ: Sep 16,2021