Skip to Main Navigation
BRIEF 17 ກ.ຍ. 2021

ບົດບັນທຶກເສດຖະກິດຂອງປະເທດ ສປປ ລາວ

ການ​ໝູນ​ໃຊ້ ​ທີ່​ຕັ້ງທາງ​ຍຸດ​ທະ​ສາດ ແລະ ຄວາມ​ອຸ​ດົມ​ຮັ່ງ​ມີ​ທາງ​ທຳ​ມະ​ຊາດ ໃຫ້​ເກີດ​ປະ​ໂຫຍດ​ສູງ​ທີ່​ສຸດ​ ເພື່ອ​ການ​ເຕີບ​ໂຕ​ແບບ​ສົມ​ບູນ ແລະ ຍືນ​ຍົງ

ຂໍ້ຈຳກັດຂອງ​ຮູບ​ແບບ​ການ​ເຕີບ​ໂຕ ​ຂອງ ສ​ປ​ປ ລາວ ເຫັນໄດ້​ຊັດ​ເຈນ​ຂຶ້ນ

1. ພາຍຫຼັງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ໃນລະດັບສູງຕະຫຼອດ​ສອງ​ທົດ​ສະ​ຫວັດ​ຜ່ານ​ມາ, ຂໍ້ຈຳກັດຈຳນວນໜຶ່ງ​ ຂອງ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ ສ​ປ​ປ ລາວ ໄດ້​ສະ​ແດງ​ອອກຢ່າງ​ຊັດ​ເຈນ​ຂຶ້ນ. ນັບ​ຕັ້ງ​ແຕ່​ປີ 2000 ເປັນ​ຕົ້ນ​ມາ, ປະ​ເທດ​ລາວ​ໄດ້​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ທີ່​ໄວ​ທີ່​ສຸດ​ໃນ​ໂລກ ໂດຍ​ມີ​ອັດ​ຕາ​ກາ​ນ​ເຕີບ​ໂຕ​ສະ​ເລ່ຍ​ຕໍ່​ປີ​ປະ​ມານ 7 ສ່ວນ​ຮ້ອຍ ເຊິ່ງ​ຂັບ​ເຄື່ອນຫຼັກໆ​ໂດຍ​ຂະ​ແໜງ​ການ​ຊັບ​ພະ​ຍາ​ກອນທີ່ເນັ້ນໃສ່ການນຳໃຊ້​ທຶນ​ສູງ (ບໍ່​ແຮ່ ແລະ ພະ​ລັງ​ງານ​ໄຟ​ຟ້າ​ນ້ຳ​ຕົກ) ແລະ ໄດ້ຮັບສະ​ໜັບ​ສະ​ໜູນ​ຈາກການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ. ແຕ່​ວ່າ, ປັດ​ໄຈ​ຂັບ​ເຄື່ອນ​ຂອງ​ການ​ເຕີບ​ໂຕ​ນັ້ນ ຍັງບໍ່​ສົມ​ບູນ​ພໍ. ການ​ເຕີບ​ໂຕ​ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ທີ່​ເຂັ້ມ​ແຂງ ບໍ່​ໄດ້​ສ້າງວຽກ​ເຮັດ​ງານ​ທຳໄດ້ຫຼາຍເທົ່າ​ທີ່​ຄາດ​ການ​ໄວ້. ລະດັບຄວາມ​ທຸກ​ຍາກ​ໄດ້​ຫຼຸດ​ລົງ ແຕ່​ຈັງ​ຫວະການຫຼຸດລົງ ພັດ​ຊັກ​ຊ້າກວ່າ​ປະ​ເທດ​ເສດ​ຖະ​ກິດ​​ອື່ນໆໃນ​ພາກ​ພື້ນທີ່ມີການ​ຂະ​ຫຍາຍ​ໂຕ​ໄວ. ຍິ່ງໄປກວ່າ​ນັ້ນ, ການ​ເຕີບ​ໂຕ​ນີ້ ​ແມ່ນ​ບໍ່​ມີ​ຄວາມ​ຍືນ​ຍົງ​ໃນ​ດ້ານ​ສິ່ງ​ແວດ​ລ້ອມ. ທຶນຮອນທາງດ້ານ​ທຳ​ມະ​ຊາດທີ່ມີຢູ່ ໄດ້​ຫລຸດ​ໜ້ອຍ​ຖອຍ​ລົງ ເຖິງ​ແມ່ນ​ວ່າ​ຈະ​ຢູ່​ໃນ​ອັດ​ຕາ​ທີ່​ຊ້າ​ລົງ​ຕັ້​ງ​ແຕ່​ປີ 2015 ເປັນ​ຕົ້ນ​ມາກໍ່ຕາມ, ແຕ່ ປ່າ​ໄມ້​ກໍ​ຄື​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ປະ​ເທດ​ ກໍ​ຍັງ​ມີ​ຄວາມ​ສ່ຽງຢູ່.

2. ການ​ເອື່ອຍ​ອີງ​ໃສ່​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດທີ່ມີມາເລື້ອຍໆ ໄດ້​ນຳໄປສູ່ຄວາມບອບ​ບາງ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ມະ​ຫາ​ສານ.  ໜີ້​ສິນ​ລັດ​ໄດ້​ເພີ່ມ​ສູງ​ຂຶ້ນ​ໄປ​ເຖິງ​ລະ​ດັບ​ວິ​ກິດ ເປັນ 20 ສ່ວນ​ຮ້ອຍ​ ຂອງ GDP ນັບ​ແຕ່​ປີ 2010 ເປັນຕົ້ນມາ, ເນື່ອງຈາກ​ອັດ​ຕາ​ການ​ເກັບ​ລາຍ​ຮັບ​ທີ່​ຕ່ຳ ແລະ ການ​ລົງ​ທຶນ​ໃສ່​ຂະ​ແໜງ​ການ​ໄຟ​ຟ້າ​ຈາກ​ເງິນ​ກູ້​ຢືມ. ມາ​ຮອດ​ປີ 2017, ການ​ສົ່ງ​ອອກ​ຊັບ​ພະ​ຍາ​ກອນ ແລະ ການນຳເຂົ້າທຶນ​ທີ່​ກ່ຽວ​ຂ້ອງນັ້ນ ​ກໍ​ໄດ້ແຂງ​ຄ່າ​ເງິນ​ກີບ​ຂຶ້ນ ບວກ​ກັບ​ຄ່າ​ແຮງ​ງານ​ທີ່​ສູງ​ຂຶ້ນ ນັ້ນໄດ້​ບັນ​ທອນ​ການ​ແຂ່ງ​ຂັນ​ຂອງ​ຂະ​ແໜງ​ການ​ສົ່ງ​ອອກ​ສິນ​ຄ້າ​ທີ່​ບໍ່​ແມ່ນ​ຊັບ​ພະ​ຍາ​ກອນ ກໍ​ຄື ເຮັດ​ໃຫ້​ການ​​ເຕີບ​ໂຕ​ໃນ​ຂະ​ແໜງ​ດັ່ງ​ກ່າວ​ນັ້ນ​ຊ້າ​ລົງ. ການ​ລົງ​ທຶນ​ຂອງ​ລັດ​ໃນ​ຂະ​ແໜງ​​ບໍ່​ແຮ່ ແລະ ພະ​ລັງ​ງານ​ໄຟ​ຟ້າ​ ນັ້ນໄດ້​ຫລຸດ​ຜ່ອນກຳ​ລັງ​ແຮງ​ທາງ​ດ້ານ​ການ​ເງິນ​ຂອງ​ລັດ​ ແລະ ​ເຫຼືອ​ໜ້ອຍ​ສຳ​ລັບ​ການ​ລົງ​ທຶນ​ໃສ່​ຂະແໜງການກະ​ສິ​ກຳ, ການ​ສຶກ​ສາ, ການ​ບໍ​ລິ​ການ​ສຸ​ຂະ​ພາບ, ແລະ ການ​ບໍ​ລິ​ການ​ພາກ​ລັດ​ອື່ນໆ ​ເຊິ່ງ​ຄາດ​ວ່າ​ຈະໃຫ້​ຜົນ​ຕອບແທນ​ໄລ​ຍະ​ຍາວ​ຜ່ານ​ສັກ​ກະ​ຍະ​ພາບ​ຂອງ​ແຮງ​ງານ​ທີ່​ເພີ່ມ​ສູງ​ຂຶ້ນ. ການແຜ່ລະບາດຂອງພະຍາດ COVID-19 ໄດ້​ເພີ່ມ​ຄວາມ​ກົດ​ດັນທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ​ ໃຫ້​ໜັກ​ຂຶ້ນ. ໃນ​ປີ 2020 ປະ​ເທດ​ລາວໄດ້​ບັນ​ທຶກ ການ​ເຕີບ​ໂຕ​ຂອງ GDP ທີ່​ຕ່ຳ​ທີ່​ສຸດ ເປັນຄັ້ງ​ທຳ​ອິດ​ໃນ​ຮອບ​ສາມ​ທົດ​ສະ​ຫວັດ​ຜ່ານ​ມາ ແລະ ຍັງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ ທີ່​ວ່າຄວາມ​ຄືບ​ໜ້າ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກທີ່ບັນລຸໄດ້​ໃນ​ໄລ​ຍະ​ຜ່ານ​ມາ ຈະ​ປີ້ນ​ກັບ​ຄືນ ໂດຍ​ສະ​ເພາະ​ສຳ​ລັບ​ແມ່​ຍິງ ແລະ ຄົວ​ເຮືອນ​ທຸກ​ຍາກ​ໃນ​ຊົນ​ນະ​ບົດ.

ສິ່ງທີ່ແຕກຕ່າງ​ຈາກ​ປະ​ເທດ​ອື່ນໆ​ທີ່​ບໍ່ມີຊາຍ​ແດນ​ຕິດ​ກັບ​ທະ​ເລ ແມ່ນຊັບ​ສິນ​ທາງ​ທຳ​ມະ​ຊາດ ແລະ ສະ​ຖານ​ທີ່​ຕັ້ງ​ຂອງ ສ​ປ​ປ ລາວ ເປັນ​ທ່າ​ແຮງ​ບົ່ມ​ຊ້ອນທີ່​ສຳ​ຄັນ​ ສຳລັບຮູບ​ແບບຂອງ​ການ​ເຕີບ​ໂຕ​ທີ່​ສົມ​ບູນ ແລະ ຍືນ​ຍົງ​ກວ່າ​ເກົ່າ

3. ໃນ​ຂະ​ນະ​ທີ່​ ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ທີ່​ມີ​ຄ່າ​ຂົນ​ສົ່ງ​ສູງ, ຈຸດ​ນີ້​ອາດ​ປ່ຽນ​ແປງ​ໃນ​ໄວໆ​ນີ້ ຍ້ອນ​ໂຄງ​ການ​ທາງ​ລົດ​ໄຟ ແລະ ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ. ສປ​ປ ລາວ ມີ​ຄວາມ​ໄດ້​ປຽບ​ທີ່​ເປັນ​ຕາ​ອິດ​ສາ ຍ້ອນ​ມີ​ຄວາມ​ອຸ​ດົມ​ຮັ່ງ​ມີ​ທາງ​ທຳ​ມະ​ຊາດ, ມີ​ປະ​ຊາ​ກອນ​ໜຸ່ມ​ນ້ອຍ ແລະ ມີ​​ທີ່​ຕັ້ງ​ທາງຍຸດ​ທະ​ສາດ. ສ​ປ​ປ ລາວ ມີ​ທຶນຮອນ​ທາງ​ທຳ​ມະ​ຊາດ​ມະ​ຫາ​ສານ ລວມ​ທັງ ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ປ່າ​ໄມ້, ຊີ​ວະ​ນາໆ​ພັນ, ແຮ່​ທາດ ແລະ ປະ​ເພດ​ດິນດອນ​ຕ່ອນ​ຫຍ້າຕ່າງໆ ກໍ​ຄື ການ​ເຂົ້າ​ເຖິງ​ນ້ຳ. ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ ມູນຄ່າ​ປັດ​ຈຸ​ບັນ​ຂອງຜົນ​ປະ​ໂຫຍດ​ທີ່​ຈະ​ໄດ້​ຮັບ​ໃນ​ອະ​ນາ​ຄົດ​ຈາກ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ນັ້ນ ແມ່ນ​ສູງກວ່າຫຼາຍ ຖ້າ​ສົ​ມ​ທຽບ​ໃສ່ ການ​ຂຸດ​ຄົ້ນຊັບ​ພະ​ຍາ​ກອນ​ແບບ​ບໍ່​ມີ​ການ​ຄວບ​ຄຸມ. ຖ້າ​ມີ​ການ​ຂຸດ​ຄົ້ນ​ຢ່າງ​ຍືນ​ຍົງ ແລະ ໃນ​ຈັງ​ຫວະ​ທີ່​ຊ້າ​ລົງ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ກໍ​ຍັງ​​ຈະສາ​ມາດ​ເປັນ​ຕົວ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ​ສຳ​ລັບ​ການ​ເຕີບ​ໂຕ​ແບບ​ສົມ​ບູນ​ໃນ​ໄລ​ຍະ​ຍາວ. ສ​ປ​ປ ລາວ ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນໜຸ່ມ​ທີ່​ສຸດ​ໃນ​ພາກ​ພື້ນ, ຊຶ່ງ​ມີ​ທ່າ​ແຮງ​ ທີ່ຈະໄດ້ຮັບຄ່າ​ປັນ​ຜົນ​ດ້ານ​ປະ​ຊາ​ກອນ​ທີ່​ສູງຂຶ້ນ ໃນ​ທົດ​ສະ​ຫວັດ​ຕໍ່​ໜ້າ.

4. ​ທີ່​ຕັ້ງ​ທາງ​ພູມ​ສາດ​ຂອງ ສ​ປ​ປ ລາວ ໂດຍ​ມີ​ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ການ​ເຕີບ​ໂຕ​ດ້ານ​ເສ​ດ​ຖະ​ກິດ​ໄວ​ທີ່​ສຸດ​ໃນ​ໂລກ ກໍ​ເປັນ​ຊັບ​ສິນ​ສຳ​ຄັນ. ການ​ຄ້າ​ກັບ​ປະ​ເທດ​ເຫຼົ່າ​ນີ້ ແລະ ການ​ລົງ​ທຶນ​ຈາກ​ປະ​ເທດ​ເຫຼົ່າ​ນີ້​ສາ​ມາດ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ໂດຍ​ລວມ​ຂອງ​ ສ​ປ​ປ ລາວໄດ້ ໄປຄຽງ​ຄູ່​ກັບ ການ​ຫັນປ່ຽນເສດ​ຖະ​ກິດ​ຈາກ​ການ​ຂຸດ​ຄົ້ນ ແລະ ພະ​ລັງ​ງານ​ໄຟ​ຟ້າ ຫຼື ພະ​ລັງ​ງານ​ຖ່ານ​ຫີນ ໄປເປັນ​ເສດ​ຖະ​ກິດ​ທີ່​ມີ​ຄວາມຫຼາກຫຼາຍ​ຂຶ້ນ. ສ​ປ​ປ ລາວ ມີ​ຊາຍ​ແດນ​ຕິດ​ກັບຫ້າ​ປະ​ເທດ ​ທີ່ກວມ​ເອົາ 17 ສ່ວນ​ຮ້ອຍ​ຂອງ GDP ໂລກ ແລະ ມີປະຊາກອນຫຼາຍກວ່າ​ໜຶ່ງ​ສ່ວນ​ຫ້າ​ຂອງ​ປະ​ຊາ​ກອນ​ໂລກ. ສ່ວນ​ໃຫຍ່​ແມ່ນ​ປະ​ເທດ​ທີ່​ຮັ່ງ​ມີ, ມີ​ລະ​ບົບ​ການ​ຄ້າ​ເປີດ, ຕະຫຼາດຂະ​ຫຍາຍ​ໂຕ ແລະ ຕ້ອງ​ການ​ແຮງ​ງານ ແລະ ສິນ​ຄ້າ ພ້ອມນີ້ຍັງໄດ້ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້ມູນ​ຄ່າໂລກ (global value chains ຫຼື GVCs). ນັ້ນ​ໝາຍ​ຄວາມ​ວ່າ ປະ​ເທດ​ເຫຼົ່າ​ນີ້​ມີ​ຄວາມ​ຕ້ອງ​ການຕໍ່ ການ​ສົ່ງ​ອອກ​ຂອງ​ ສ​ປ​ປ ລາວ, ບວກກັບເປັນແຫຼ່ງ​ນຳ​ເຂົ້າ​ທີ່​ຖືກ ໄປຄຽງ​ຄູ່​ກັບ ໂອ​ກາດເຂົ້າຮ່ວມຕ່ອງໂສ້ມູນຄ່າໂລກ  ແລະ ດຶງດູດການລົງທຶນຈາກຕ່າງປະເທດ  ແມ່ນຢູ່ຕໍ່ໜ້າບ້ານແລ້ວ. ດ້ວຍ​ເຫດ​ຜົນ​ເຫຼົ່າ​ນັ້ນ ສ​ປ​ປ ລາວ ຈຶ່ງ​ສ​າ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ຕ່ອງ​ໂສ້​ມູນ​ຄ່າກັບ​ສາ​ກົນ ໂດຍ ປ່ອຍ​ໃຫ້​ຕະຫຼາດ​​ຕາມ​ທີ່​ຕັ້ງ​ເປັນ​ຕົວ​ຂັບ​ເຄື່ອນໃຫ້ເກີດຂຶ້ນ. ມາ​ຮອດ​ປັດ​ຈຸ​ບັນ ໄດ້​ມີຫຼັກ​ຖານ​ຊີ້​ແຈງວ່າ ຄວາມ​ຄືບ​ໜ້າ​ພວມ​ໄປ​ໃນ​ທິດ​ທາງ​ດັ່ງ​ກ່າວ​ນີ້. ຕົວ​ຢ່າງ: ໃນ​ບໍ່​ດົນ​ມາ​ນີ້ ການ​ລົງ​ທຶນ​ ໃນ​ຂະ​ແໜງ​ການ​ປຸງ​ແຕ່ງ​ເພື່ອ​ສົ່ງ​ອອກ​ຢູ່​ເຂດ​ເສ​ດ​ຖະ​ກິດ​ພິ​ເສດ ໄດ້​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ສົ່ງ​ອອກ​ໃນ​ຂະ​ແໜງ​ການ​ໄຟຟ້​າ, ໂທ​ລະ​ຄົມ​ມະ​ນາ​ຄົມ, ແລະ ອຸ​ປະ​ກອນ​ໄຟ​ຟ້າ ກໍ​ຄື ອຸດ​ສາ​ຫະ​ກຳ​ອາ​ຫານ.

ແຕ່​ວ່າ ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ມີ​ນະ​ໂຍ​ບາຍ​ປິດ ຫຼາຍກວ່າ ເປັນ​ປະ​ເທດ​ທີ່ມີແຜ່ນດິນປິດບໍ່​​ຕິດຈອດ​ກັບ​ທະ​ເລ: ບັນຫາ​ນີ້​ຕ້ອງໄດ້ຮັບ​ການ​ປ່ຽນ​ແປງ ເພື່ອ​ໃຫ້​ປະ​ເທດຊາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ສູງ​ທີ່​ສຸດຈາກການນຳໃຊ້​ທ່າ​ແຮງ​ບົ່ມ​ຊ້ອນດັ່ງກ່າວ.

5. ວິ​ໄສ​ທັດ​ຂອງ​ລັດ​ຖະ​ບານ​ໃນການ​ຫັນ​ປະ​ເທດ​ໃຫ້​ມີ​ເສັ້ນ​ທາງ​ເຊື່ອມ​ຈອດ​ນັ້ນໜັກ​ແໜ້ນ​ດີ ແຕ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ຕ່າງໆ​ທີ່​ບໍ່​ມີ​ຄວາມ​ຄືບ​ໜ້າ ແມ່ນ​ຈຳ​ກັດ​ຖ່ວງ​ດຶງ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ປະ​ເທດ. ​ລັດ​ຖະ​ບານ​ແຫ່ງ ​ສ​ປ​ປ ລາວ ມີ​ຄວາມ​ເຂົ້າ​ໃຈ​ຖືກ​ກ່ຽວ​ກັບ ຜົນ​ປະໂຫຍດ​ຂອງ​ສະ​ຖານ​ທີ່​ຕັ້ງ​ຍຸດ​ທະ​ສາດຂອງ​ປະ​ເທດ ໂດຍ​ມີ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ທີ່​ສຸມ​ໃສ່ ການ​ຄ້າ, ການ​ລົງ​ທຶນ ແລະ ການ​ສ້າງ ສ​ປ​ປ ລາວ ໃຫ້​ເປັນ​ປະ​ເທດ​ຂົວ​ຕໍ່ (ວິ​ໄສ​ທັດ​ໃນ​ການ​ຫັນ​ປະ​ເທດ​ໃຫ້​ມີ​ເສັ້ນ​ທາງ​ເຊື່ອມ​ຈອດ) ພາຍ​ໃນ​ພາກ​ພື້ນ. ເພື່ອ​ໃຫ້​ບັນ​ລຸ​ວິ​ໄສ​ທັດ​ນີ້ ຈຶ່ງ​ໄດ້​ມີ​ການ​ລົງ​ທຶນ​ມະ​ຫາ​ສານ​ໃສ່​ພື້ນ​ຖານ​ໂຄງ​ລ່າງເສັ້ນ​ທາງ​ລົດ​ໄຟ ແລະ ​ເສັ້ນ​ທາງບົກອື່ນໆ. ແຕ່​ວ່າ ການ​ປະ​ຕິ​ຮູບ​ດ້ານ​ຄວາມຮູ້ຄວາມສາມາດ (ເຊັ່ນ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ລະ​ບົບ, ກົນ​ໄກ) ຕ້ອງ ດຳ​ເນີນ​ຄຽງ​ຄູ່​ຂະ​ໜານ​ກັບ ການ​ປະ​ຕິ​ຮູບ​ດ້ານ​​ວັດ​ຖຸ. ໂຄງ​ການ​ແລວ​ທາງເສດ​ຖະ​ກິດທີ່​ສະ​ໜອງ​ເຄືອ​ຄ່າຍ​ເສັ້ນ​ທາງ​ສຳ​ຮອງ ພ້ອມ​ກັບ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ການ​ບໍ​ລິ​ການ​ຂົນ​ສົ່ງ ສາ​ມາດ​ກະ​ຈາຍ​ກິດ​ຈະ​ກຳ​ດ້ານ​ເສດ​ຖະ​ກິດ ອອກ​ສູ່​ຂົງ​ເຂດ​ຊົນ​ນະ​ບົດ ເຊິ່ງຈະ​ນຳ ຜົນ​ປະ​ໂຫດຍ​ສຳ​ຄັນ​ໃນ​ການ​ລຸດ​ຜ່ອນ​ຄວາມ​ທຸກ​ຍາກ ຄຽງ​ຄູ່​ກັບ ການ​ຫລຸດ​ຜ່ອນ​ຊ່ອງ​ຫວ່າງ​ຄວາມ​ບໍ່​ສະ​ເໝີ​ພາບ.

6. ສຳ​ຄັນ​ໄປ​ກວ່າ​ການສ້າງການ​ປະ​ຕິ​ຮູບ​ນະ​ໂຍ​ບາຍໃຫມ່ຂຶ້ນມາ, ລັດ​ຖະ​ບານ​ຈຳ​ເປັນ​ຕ້ອງ​ຈັດ​ບູ​ລິ​ມະ​ສິດ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ທີ່​ກຳ​ນົດ​ໄວ້​ແລ້ວນັ້ນ ແລະ ຕິດ​ຕາມດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ເພື່ອ​ເລັ່ງ​ການ​ປ່ຽນ​ແປງ​ໃຫ້​ເປັ​ນ​ຮູບ​ປະ​ທຳ. ໃນ​ປີ 2019, ສ​ປ​ປ ລາວ ໄດ້​ຖືກ​ຈັດ​ໃນ​ອັນ​ດັບ 20 ສ່ວນ​ຮ້ອຍ​ສຸດ​ທ້າຍ ໃນ​ທຸກໆ​ດ້ານ​ຂອງ ຕົວ​ຊີ້​ວັດ​ດ້ານ​ການ​ປົກ​ຄອງ​ໂລກ ຍົກ​ເວັ້ນ​ສະ​ເຖຍ​ລະ​ພາບ​ດ້ານ​ການ​ເມືອງ. ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ພາຍ​ໃນ ​ຍັງ​ຄາດ​ຄະ​ເນ​ບໍ່​ໄດ້ ແລະ ຈຳ​ກັດຫລາຍ ຊຶ່ງເພີ່ມເປັນ​ອຸ​ປະ​ສັກເຂົ້າໄປອີກ ນອກຈາກຂໍ້ຈຳກັດຂອງການເປັນປະເທດມີ​ຕະຫຼາດ​​ພາຍ​ໃນນ້ອຍພ້ອມກັບ ​ມີຂໍ້​ຈຳ​ກັດ​ໃນ​​ຕະຫຼາດແຮງ​ງານຢູ່ກ່ອນໜ້ານີ້ແລ້ວ. ລວມບັນຫາດັ່ງກ່າວ​ເຂົ້າ​ກັນ, ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ​ຍິ່ງເປັນອຸ​ປະ​ສັກ​ທີ່​ທ້າ​ທາຍຫຼາຍ​ປະ​ການ​ສຳ​ລັບ ບໍ​ລິ​ສັດ​ລາວ​ໃນ​ການ​ແຂ່ງຂັນ​ໃນ​ຂັ້ນ​ພາກ​ພື້ນ​ ແລະ ສາ​ກົນ. ລັດ​ຖະ​ບານ​ຈຳ​ເປັນ​ຕ້ອງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ ເປັນ​ກ້າວ​ໃຫຍ່ໆ ເພື່ອ​ໃຫ້​ບໍ​ລິ​ສັດ​ທີ່​ມີ​ສັກ​ກະ​ຍະ​ພາບ ແລະ ປະ​ສິດ​ທິ​ຜົນ ສາ​ມາດ​ລົງ​ທຶນ ແລະ ຂະ​ຫຍາຍຕົວໄດ້ ນັ້ນກໍ​ຄື ສ້າງ​ໂອ​ກາດໃຫ້​ທຸ​ລະ​ກີດ​ໃໝ່ໆ​ທີ່​ມີ​ປະ​ສິດ​ທິ​ພາບ ສາ​ມາດ​ເຂົ້າ​ຫາ​ຕະຫຼາດ ແລະ ເຕີບ​ໂຕໄດ້. ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ທີ່​ເລິກ​​ເຊິ່ງ​ໜັກ​ແໜ້ນກວ່າ​ເກົ່າ ຍັງ​ສາ​ມາດ ຜັກ​ດັນ ການ​ປະ​ຕິ​ຮູບ​ດ້ານ​ສະ​ຖາ​ບັນ ແລະ ນະ​ໂຍ​ບາຍ ເພື່ອ​ປັບ​ປຸງ ລະ​ບົບ​ການ​ປົກ​ຄອງ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ.  

ລັດ​ຖະ​ບານ​ລາວ​ສາ​ມາດ​ປະ​ຕິ​ບັດ​ຫຍັງ​ໄດ້​ແດ່?

7. ບົດ​ບັນ​ທຶກທາງ​ເສດ​ຖະ​ກິດ​ຂອງ​ປະ​ເທດ (Country Economic Memorandum ຫຼື CEM) ສະ​ບັບ​ນີ້ ກຳ​ນົດ​ທິດ​ທາງ​ດ້ານນ​ະ​ໂຍ​ບາຍ ທີ່​ຈະ​ສາ​ມາດ​ຊ່ວຍ​ໃຫ້ ສ​ປ​ປ ລາວ ໝູນ​ໃຊ້ ທີ່​ຕັ້ງ​ຍຸດ​ທະ​ສາດ ແລະ ທຳ​ມະ​ຊາດ​ທີ່​ອຸ​ດົມ​ຮັ່ງ​ມີ​ຂອງ​ປະ​ເທດ ໃຫ້​ເກີດ​ຜົນ​ປະ​ໂຫຍດ​ສູງ​ທີ່​ສຸດ ເພື່ອ​ບັນ​ລຸ ການ​ເຕີບ​ໂຕ​ທີ່​ຍືນ​ຍົງ ແລະ ສົມ​ບູນ (ເບິ່ງ​ການ​ສັງ​ລວມ​ໃນ ຕາ​ຕະ​ລາງ 1). ບູ​ລິ​ມະ​ສິດ​ຮີບ​ດ່ວນ​ແມ່ນ​ການ​ແກ້​ໄຂ​ຄວາມ​ບໍມີ​ສະ​ເຖຍ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ ປະ​ເທດ. ຖ້າ​ບໍ່​ແກ້​ໄຂ ຈະ​ມີ​ຄວາມ​ສ່ຽງ​ສົ່ງ​ຜົນ​ກະ​ທົບ​ຕໍ່ ການ​ປະ​ຕິ​ຮູບ​ດ້ານ​ໂຄງ​ສ້າງ-ກົນ​ໄກ່​ໃນ​ອະ​ນາ​ຄົດ.  ຫຼັງ​ຈາກ​ນັ້ນ ບົດ​ລາຍ​ງານ​ຈະ​ສະ​ເໜີ​ວິ​ທີ​ການ​ໝູນ​ໃຊ້​ທຶນຮອນທາງທຳ​ມະ​ຊາດ​ທີ່​ອຸ​ດົມ​ຮັ່ງ​ມີໃຫ້​ມີ​ຄວາມ​ຍືນ​ຍົງ. ບົດ​ລາຍ​ງານ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ສ​ປ​ປ ລາວ ສາ​ມາດ​​ສືບຕໍ່​ເຕີບ​ໂຕ​ເປັນ ປະ​ເທດ​ລາຍ​ຮັບ​ສູງ​ປານ​ກາງໄດ້ ດ້ວຍ​ການ​ຫັນ​ເສດ​ຖະ​ກິດ​ໃຫ້​ມີ​ຄວາມຫຼາກຫຼາຍ ໂດຍ​ສ້າງວຽກ​ເຮັດ​ງານ​ທຳ, ຂະ​ແໜງ​ການ​ສົ່ງ​ອອກ (ລວມ​ທັງ ກະ​ສິ​ກຳ-ອາ​ຫານ, ການ​ປຸງ​ແຕ່ງ​ເບົາ ແລະ ການ​ບໍ​ລິ​ການ), ຮັບ​ປະ​ກັນວ່າ ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຈາກ​ການ​ເຕີບ​ໂຕ​ນັ້ນ ຈະໄດ້ຮັບການແບ່ງ​ປັນ​ຢ່າງກວ້າງ​ຂວາງກວ່າ​ເກົ່າ.

ອັດເດດທີ່ຜ່ານມາ: Sep 18,2021