- add-style
- font-medium
- lp-body-content
ວໍໍຊິງຕັນ, 27 ກັນຍາ 2021 – ທະນາຄານໂລກ ກ່າວໃນວັນຈັນວ່າ: ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກແລະປາຊີຟິກ ໄດ້ຖືກຈໍາກັດຈາກບັນຫາການແຜ່ລະບາດຂອງພະຍາດໂຄ ວິດ-19 ສາຍພັນເດວຕ້າ ເປັນຜົນເຮັດໃຫ້ ຄົວເຮືອນ ແລະ ວິສາຫະກິດ ຍັງຄົງສືບຕໍ່ຜະເຊີນສະພາບຄວາມຫຍຸ້ງຍາກ ເຊິ່ງໜ້າຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຊ້າລົງ ແລະ ເຮັດໃຫ້ບັນຫາຄວາມບໍ່ສະເໝີພາບໃນສັງຄົມເພີ່ມສູງຂຶ້ນ.
ອີງຕາມບົດລາຍງານເສດຖະກິດຫລ້າສຸຸດ ຂອງພາກພື້ນອາຊີຕາເວັນອອກແລະປາຊີຟິກ ໂດຍທະນາຄານໂລກ ເຫັນວ່າ: ກິດຈະກໍາເສດຖະກິດ ເລີ່ມມີທ່າຂະຫຍາຍຕົວຊ້າລົງ ໃນໄຕມາດທີສອງຂອງປີ 2021, ສ່ວນຕົວເລກຄາດຄະເນການຂະຫຍາຍຕົວທາງດ້ານເສດຖະກິດຂອງຫຼາຍປະເທດໃນພາກພື້ນ ກໍຖືກດັດປັບຕົວເລກລົງ. ເຖິງວ່າເສດຖະກິດຂອງປະເທດຈີນ ໄດ້ຮັບການຄາດຄະເນວ່າ: ຈະຂະຫຍາຍຕົວທີ່ລະດັບ 8,5% ແຕ່ເສດຖະກິດຂອງປະເທດ ອື່ນໆໃນພາກພື້ນ ຖືກຄາດຄະເນວ່າ: ຈະຂະຫຍາຍຕົວພຽງ 2,5% ເຊິ່ງຕໍ່າກ່ວາຕົວເລກຄາດຄະເນ ເມື່ອເດືອນເມສາ 2021 ເຖິງສອງຈຸດສ່ວນຮ້ອຍ. ອັດຕາການຈ້າງງານ ແລະ ການມີສ່ວນຮ່ວມໃນກໍາລັງແຮງງານກໍ່ຫຼຸດລົງ ເຊິ່ງເຮັດໃຫ້ປະຊາກອນໃນພາກພື້ນ ປະມານ 24 ລ້ານຄົນ ຈະບໍ່ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້ ໃນປີ 2021.
ທ່ານຮອງປະທານທະນາຄານໂລກ ທີ່ີຮັບຜິດຊອບພາກພື້ນອາຊີຕາເວັນອອກແລະປາຊີຟິກ, ທ່ານ ມານູແອວລາ ເຟີໂຣ (Manuela Ferro) ກ່າວວ່າ: “ການຟື້ນຟູເສດຖະກິດ ຂອງບັນດາປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກແລະປາຊີຟິກ ຜະເຊີນໂຊກຊະຕາຖອຍຫຼັງ”. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມອີກ່ວາ: “ເຖິງວ່າ ໃນປີ 2020 ພາກພື້ນນີ້ ສາມາດຈໍາກັດບັນຫາການລະບາດຂອງພະຍາດໂຄວິດ-19 ຂະນະທີ່ ພາກພື້ນອື່ນໆໃນໂລກ ພົບຄວາມຫຍຸ້ງຍາກ, ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ໄດ້ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ໃນປີ 2021 ຫຼຸດລົງ. ຢ່າງໃດກໍຕາມ, ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາ ໄດ້ຢ່າງເຂັ້ມແຂງມາກ່ອນ, ສະນັ້ນ ດ້ວຍນະໂຍບາຍທີ່ຖືກຕ້ອງ, ພາກພື້ນນີ້ ຈະສາມາດຟື້ນຕົວໄດ້ອີກຄັ້ງ”.
ອີງຕາມຂໍ້ສະຫລຸບໃນບົດລາຍງານດັ່ງກ່າວ ເຫັນວ່າ: ຄວາມເສຍຫາຍທີ່ເກີດຈາກການເພີ່ມຂຶ້ນແລະການສືບຕໍ່ລະບາດຂອງພະຍາດໂຄວິດ-19 ມີຄວາມເປັນໄປໄດ້ສູງທີ່ຈະກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ເຮັດໃຫ້ຄວາມບໍ່ສະເໝີພາບໃນສັງຄົມເພີ່ມສູງຂຶ້ນໃນໄລຍະຍາວ. ຄວາມຫຼົ້ມເຫວຂອງບັນດາວິສາຫະກິດທີ່ສາມາດດໍາເນີນທຸລະກິດໄດ້ ຫາກບໍ່ຜະເຊີນກັບສະພາບເງື່ອນໄຂປະຈຸບັນ ເປັນຜົນເຮັດໃຫ້ເກີດການສູນເສຍຊັບສິນທີ່ມີຄຸນຄ່າ ສ່ວນວິສາຫະກິດທີ່ຢູ່ລອດ ກໍພາກັນເລື່ອນການລົງທຶນໃສ່ການຜະລິດ. ວິສາຫະກິດຂະໜາດນ້ອຍ ແມ່ນພາກສ່ວນທີ່ຖືກກະທົບໜັກທີ່ສຸດ. ຂະນະທີ່ວິສາຫະກິດຫຼາຍແຫ່ງ ຜະເຊີນຄວາມຫຍຸ້ງຍາກ, ວິສາຫະກິດຂະໜາດໃຫຍ່ ໜ້າຈະຜະເຊີນກັບການຫຼຸດລົງຂອງຍອດຂາຍ ຫຼື ລາຍໄດ້, ແລະ ເປັນໄປໄດ້ສູງທີ່ເຂົາເຈົ້າ ຈະໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.
ຄົວເຮືອນເປັນຈໍານວນຫຼາຍ ຖືກກະທົບ ເວົ້າສະເພາະຄົວເຮືອນທຸກຍາກ ເຊິ່ງເປັນໄປໄດ້ສູງທີ່ເຂົາເຈົ້າເຫຼົ່ານັ້ນ ຈະສູນເສຍລາຍໄດ້, ຖືກກະທົບຈາກບັນຫາການຂາດການຄໍ້າປະກັນສະບຽງອາຫານ, ລູກຫຼານບໍ່ໄດ້ຮຽນໜັງສື ແລະ ຕ້ອງຖືກບີບໃຫ້ຂາຍຊັບສິນທີ່ມີຈໍາກັດຂອງຕົນ. ຜົນຕາມມາທີ່ຈະມີຕໍ່ບັນຫາການເພີ່ມຂຶ້ນຂອງການຂາດສານອາຫານທີ່ເຮັດໃຫ້ເດັກເຕ້ຍ, ການຫຼຸດລົງຂອງທຶນມະນຸດ ແລະ ການສູນເສຍຊັບສິນການຜະລິດ ຈະກະທົບຕໍ່ຄວາມ ສາມາດສ້າງລາຍໄດ້ໃນອະນາຄົດຂອງບັນດາຄົວເຮືອນເຫຼົ່ານັ້ນ. ຄວາມບໍ່ສະເໝີພາບທີ່ເພີ່ມສູງຂຶ້ນລະຫວ່າງວິສາຫະກິດຕ່າງໆ ຍັງຈະເຮັດໃຫ້ຄວາມບໍ່ສະເໝີພາບລະຫວ່າງຜູ້ອອກແຮງງານ ມີເພີ່ມສູງຂຶ້ນ.
ທ່ານ ອາດິດຢາ ມັດທູ (Aaditya Mattoo) ຫົວໜ້ານັກເສດຖະສາດ ທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກແລະປາຊີຟິກ ກ່າວວ່າ: “ການເລັ່ງສັກວັກຊີນ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາມາດຟື້ນຟູກິດຈະກໍາເສດຖະກິດ ໃຫ້ແກ່ບັນດາປະເທດ ທີ່ກໍາລັງພະເຊີນສະພາບຄວາມຫຍຸ້ງຍາກທາງເສດຖະກິດໄດ້ໄວສຸດພາຍໃນຫົກເດືອນຕົ້ນປີ ຂອງ ປີ 2022, ແລະ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວຂອງເຂດຖະກິດ ເພີ່ມເປັນສອງທົບໄດ້ໃນປີໜ້າ”. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມອີກ່ວາ: “ແຕ່ໃນໄລຍະຍາວ, ມີພຽງແຕ່ການປະຕິຮູບລວງເລິກເທົ່ານັ້ນ ທີ່ຈະສາມາດປ້ອງກັນບໍ່ໃຫ້ເກີດສະພາບເສດຖະກິດຂະຫຍາຍຕົວຊ້າ ແລະ ບໍ່ໃຫ້ຄວາມສະເໝີພາບໃນສັງຄົມເພີ່ມຂຶ້ນ, ເຊິ່ງເປັນຮູບການປະສົມປະສານການປະຕິຮູບແກ້ໄຂບັນຫາສອງສົ້ນ ທີ່ຍັງບໍ່ທັນປະກົດໃຫ້ເຫັນເທື່ອຢູ່ໃນພາກພື້ນນີ້ ພາຍໃນສັດຕະວັດນີ້”.
ບົດລາຍງານສະບັບນີ້ ປະເມີນວ່າ: ປະເທດສ່ວນໃຫຍ່ໃນພາກພື້ນ ເຊິ່ງລວມທັງ ອິນໂດເນເຊຍ ແລະ ຟີລິບປິນ ຈະສາ ມາດສັກວັກຊີນ ເພື່ອເພີ່ມອັດຕາການປົກຄຸມໃຫ້ກວມເອົາຫຼາຍກ່ວາ 60 ສ່ວນຮ້ອຍຂອງປະຊາກອນໃນປະເທດໄດ້ ພາຍໃນຫົກເດືອນຕົ້ນປີຂອງ ປີ 2022. ເຖິງວ່າ: ອັດຕາປົກຄຸມຂອງການສັກວັກຊີນ ອາດຈະບໍ່ລືບລ້າງບັນຫາການຕິດ ເຊື້ອ ແຕ່ກໍຈະເຮັດໃຫ້ອັດຕາການຕາຍຈາກພະຍາດອັກເສບປອດສາຍພັນໃໝ່ ຫຼຸດລົງໄດ້ຢ່າງຫຼວງຫຼາຍ ຖືເປັນການຊ່ວຍໃຫ້ສາມາດກັບຄືນໄປດໍາເນີນກິດຈະກໍາເສດຖະກິດໄດ້.
ຢ່າງໃດກໍຕາມ, ພາກພື້ນດັ່ງກ່າວ ຍັງຈະຕ້ອງເພີ່ມຄວາມພະຍາຍາມຢ່າງເອົາຈິງເອົາຈັງໃນສີ່ດ້ານ ເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວຄື: (1) ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກຊີນ ແລະ ແກ້ທຸກຂໍ້ຈໍາກັດດ້ານຄວາມສາມາດກະຈາຍວັກຊີນໃຫ້ທົ່ວເຖິງ ເພື່ອປ້ອງກັນບໍ່ໃຫ້ເກີດສະພາບທີ່ບໍ່ສາມາດເພີ່ມຂອບເຂດການປົກຄຸມຂອງການສັກວັກຊີນໄດ້; (2) ປັບປຸງການກວດຫາເຊື້ອ, ການຕິດຕາມ, ແລະ ການແຍກດ່ຽວ ເພື່ອຄວບຄຸມການຕິດເຊື້ອ; (3) ເພີ່ມການຜະລິດວັກຊີນພາຍໃນພາກພື້ນ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນໍາເຂົ້າວັກຊີນຈາກພາກພື້ນອື່ນ; ແລະ (4) ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາ ເພື່ອໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ. ຈໍາເປັນຕ້ອງມີການຊ່ວຍ ເຫຼືອສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມພາຍໃນຂອງປະເທດ ໃນທັງສີ່ຂົງເຂດ ທີ່ໄດ້ກ່າວມານັ້ນ, ເວົ້າສະເພາະການຊ່ວຍເຫຼືອສາກົນໃຫ້ບັນດາປະເທດ ທີ່ມີຄວາມສາມາດຈໍາກັດ.
ນອກຈາກຄວາມພະຍາຍາມຈໍາກັດພະຍາດລະບາດໂຄວິດ-19 ແລ້ວ, ຍັງຈໍາເປັນຕ້ອງມີຍຸດທະສາດຮອບດ້ານ ເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ ແລະ ຮັບປະກັນວ່າ: ເສດຖະກິດມີການຂະຫຍາຍຕົວເພື່ອຜົນປະໂຫຍດຂອງພົນລະເມືອງທຸກຄົນ. ບົດລາຍງານສະບັບນີ້ ໄດ້ລະບຸ ການເລັ່ງໝູນໃຊ້ເຕັກໂນໂລຊີ ໃນຖານະເປັນວິທີທາງແກ້ໄຂ ວິກິດດັ່ງກ່າວ ເຊິ່ງຈະເປັນການຊ່ວຍກະຕຸ້ນຜະລິດຕະພາບ, ເຮັດໃຫ້ທຸກຄົນເຂົ້າເຖິງການສຶກສາຮຽນຮູ້, ແລະ ຊ່ວຍຫັນປ່ຽນບັນດາການຈັດຕັ້ງຂອງລັດ. ຢ່າງໃດກໍດີ, ນອກຈາກນີ້ແລ້ວ ຍັງຈໍາເປັນຕ້ອງມີການປະຕິຮູບສົມທົບອື່ນໆ ປະກອບສ່ວນຊ່ວຍຍູ້ໜູນກັນໄປ. ການຊ່ວຍວິສາຫະກິດໃຫ້ມີທັກສະຄວາມສາມາດໝູນໃຊ້ເຕັກໂນໂລຊີໃນການດໍາເນີນທຸລະກິດຂອງເຂົາເຈົ້າ ຕ້ອງໄປຄຽງຄູ່ກັບ ການເປີດກວ້າງນະໂຍບາຍດ້ານການຄ້າ, ການລົງທຶນ, ແລະ ການສົ່ງເສີມການແຂ່ງຂັນ ທີ່ຈະສ້າງຄວາມເຂັ້ມແຂງໃຫ້ແຮງຈູງໃຈສໍາລັບວິສາຫະກິດຕ່າງໆ ໃຫ້ພາກັນໝູນໃຊ້ເຕັກໂນໂລຊີໃໝ່ໆ. ພ້ອມນັ້ນ, ການ ຈັດຕັ້ງປະຕິບັດການປະຕິຮູບທີ່ແກ່ຍາວມາດົນໃນຂະແໜງສຶກສາ ເພື່ອປັບປຸງຄຸນນະພາບການສອນ ແລະ ຄວາມສອດ ຄ່ອງຂອງຫຼັກສູດການຮຽນການສອນ ຍັງຈະສາມາດຮັບປະກັນໃຫ້ຄົນໃນວົງກວ້າງສາມາດໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີໃໝ່ໆທີ່ຮັບໃຊ້ຂົງເຂດການຮຽນການສອນ.
ຄິມ ສະມິດທີດສ໌
Aiden Glendinning
About The World Bank
The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.
- add-style