Skip to Main Navigation
ບົດອອກຂ່າວ 20 ກ.ຍ. 2018

ສປປ ລາວ ຈະປະຕິບັດວິທີການໃໝ່ ໃນການແກ້ໄຂບັນຫາການຂາດສານອາຫານ

ນະຄອນຫຼວງ ວຽງຈັນ, ວັນທີ 20 ກັນຍາ 2018 - ສປປ ລາວ ຈະທົດສອບ ວິທີການໃໝ່ ໃນຄວາມພະຍາຍາມຫຼຸດຜ່ອນການຂາດໂພຊະນາການທີ່ເຮັດໃຫ້ເດັກຈະເລີນເຕີບໂຕຊ້າ ໂດຍຜ່ານແຜນງານ ຮ່ວມມືຫຼາຍຂະແໜງການ ແກ້ໄຂບັນຫາການຂາດໂພຊະນາການແບບປິ່ນອ້ອມ ແລະ ອີງໃສ່ຫຼັກຖານໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ໃນສີ່ແຂວງພາກເຫນືອ, ໂດຍໄດ້ຮັບການສະໜັບສະໜູນທຶນຈາກທະນາຄານໂລກ. ຜູ້ຕາງຫນ້າ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການແລະຂົນສົ່ງ ແລະ ກະຊວງສາທາລະນະສຸກ ພ້ອມກັບ ທະນາຄານໂລກ ໄດ້ພົບປະກັນໃນມື້ນີ້ ເພື່ອປຶກສາຫາລືກ່ຽວກັບຍຸດທະສາດເພື່ອຜັນຂະຫຍາຍວິທີການດັ່ງກ່າວ, ເຊິ່ງບໍ່ພຽງແຕ່ມີເປົ້າຫມາຍປັບປຸງ ການດູແລສຸຂະພາບເທົ່ານັ້ນ ແຕ່ຍັງລວມໄປເຖິງ ການຜະລິດແລະບໍລິໂພກອາຫານທີ່ຫຼາກຫຼາຍ, ການປັບປຸງສຸຂະອະນາໄມ ແລະ ດຳເນີນໂຄງການສະຫວັດດີການສັງຄົມ.

ທະນາຄານໂລກ ຈະປັບປຸງໂຄງການທີ່ກຳ​ລັງ​ດຳ​ເນີນ​ຢູ່ ແລະ ຈະສ້າງໂຄງການໃຫມ່ຈຳນວນໜຶ່ງແນໃສ່ປັບປຸງບັນຫາດ້ານສຸຂະພາບ, ການປົກປ້ອງທາງສັງຄົມ, ນ້ໍາສະອາດ, ສຸຂາພິບານ ແລະ ສຸ​ຂະອະນາໄມ, ແລະ ການຜະລິດກະສິກໍາ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອ ຄົວເຮືອນໃນພື້ນທີ່ເປົ້າໝາຍໂຄງການແບບເປັນລະບົບ. ຍຸດທະສາດຫຼາຍຂະແຫນງການນີ້ ຈະເລີ່ມດຳ​ເນີນ​ການໃນສີ່ແຂວງພາກເຫນືອ ທີ່ມີອັດຕາການຂາດສານອາຫານສູງ: ເຊີ່ງ​ມີ ແຂວງຊຽງຂວາງ, ​ຫົວ​ພັນ, ຜົ້ງສາລີ ແລະ ອຸດົມໄຊ. ໃນບາງພື້ນທີ່ເຫຼົ່ານີ້, ການຂາດ​ໂພ​ຊະ​ນາ​ການ ມີຜົນກະທົບຕໍ່​ເດັກ​ອາ​ຍຸ​ຕ່ຳ​ກ່​ວາ ຫ້າ​ປີ ເຖິງ 54 ເປີ​ເຊັນ. ໂຄງ​ການການລິເລີ່ມດັ່ງກ່າວ ແມ່ນສຸມໃສ່  1,000 ມື້ທໍາອິດຂອງຊີວິດ ເຊິ່ງເປັນຊ່ວງໄລຍະສໍາຄັນທີ່ສຸດສໍາລັບການພັດທະນາຂອງເດັກໃນໄລຍະຕໍ່ໄປ.

ທ່ານ ​ປ.ອ.ກິ​ແກ້ວ ຈັນ​ທະ​ບູ​ລີ (Dr. Kikeo Chanthaboury), ຮອງລັດຖະມົນຕີ ກະ​ຊວງແຜນການ ແລະ ການລົງທຶນ ແລະ ທັງ​ເປັນປະທານຮ່ວມ ໃນກອງປະຊຸມ ກ່າວວ່າ "ການປັບປຸງໂພຊະນາການຂອງເດັກນ້ອຍຂອງພວກເຮົາ ຈະເປັນກຸນ​ແຈສໍາຄັນ ຕໍ່ການ​ບັນ​ລຸເປົ້າຫມາຍ ເພື່ອ​ເຮັດ​ໃຫ້​ປະ​ເທດ ​ຫຼຸດ​ພົ້ນຈາກສະຖານະພາບ​ຄວາມດ້ອຍພັດທະນາ". "ການເຕີບໂຕທີ່​ຂາດ​ໂພ​ຊະ​ນາ​ການ ບໍ່ພຽງແຕ່ເປັນບັນຫາດ້ານສຸຂະພາບສຳ​ລັບເດັກນ້ອຍ, ແຕ່ມີຜົນກະທົບຕໍ່ຊັບພະຍາກອນມະນຸດໃນອາ​ນາ​ຄົດ ຂອງປະເທດຊາດຂອງພວກເຮົາ. ພວກເຮົາຕ້ອງຮັບປະກັນໃຫ້ປະຊາຊົນລາວທຸກຄົນ ສາມາດເຕີບ​ໂຕ ໄດ້ຢ່າງ​ເຕັມ​ສ່ວນ ທັງ​ດ້ານຮ່າງກາຍ ແລະ ສະຕິປັນຍາ ​ເພື່ອກຽມພ້ອມຮັບມືກັບຄວາມທ້າທາຍແລະ ຮັບເອົາໂອກາດໃນອະນາຄົດ."

ວິທີການໃຫມ່ນີ້ ກ່ຽວ​ຂ້ອງ​ກັບ​ການມີສ່ວນຮ່ວມຂອງຫຼາຍໆຂະແຫນງການ ສຸ່ມໃສ່ພື້ນທີ່ເປົ້າໝາຍດຽວກັນ ເພື່ອແກ້ໄຂບັນຫາສາຍ​ເຫດຕົ້ນຕໍ ແລະ ສາເຫດພື້ນຖານຂອງການ​ຂາດ​ໂພ​ຊະ​ນາ​ການ. ປະສົບການສາກົນ ໄດ້ຊີ້ໃຫ້ເຫັນວ່າ ຍຸດທະສາດທີ່ປະ​ສົມ​ປະ​ສານ​ກັນນີ້ ສາມາດແກ້ໄຂບັນຫາການຂາດ​ສານອາຫານຊໍາເຮື້ອໄດ້ຢ່າງປະສົບຜົນສໍາເລັດ.

ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ (Mr. Nicola Pontara), ຜູ້ຈັດການທະ​ນາ​ຄານ​ໂລກ ປະ​ຈຳສ​ປ​ປ ລາວ ກ່າວວ່າ. “ສປປ ລາວມີອັດຕາການເຕີບໂຕທາງ​ເສດ​ຖະ​ກິດ​ທີ່ໜ້າປະທັບໃຈໃນຊ່ວງຫລາຍປີທີ່ຜ່ານມາ. ເພື່ອຮັກສາການຂະຫຍາຍຕົວ​ດັ່ງ​ກ່າວນີ້ໃນອະນາຄົດ, ຈື່ງຈຳ​ເປັນທີ່ຈະ​ຕ້ອງລົງທຶນເຂົ້າໃນຊັບພະຍາກອນມະນຸດຂອງປະເທດ. ການຂາດສານອາຫານໃນລະດັບທີ່ເປັນຢູ່ໃນປະຈຸບັນຄາດວ່າ ຈະສະລໍການເຕີບໂຕຂອງເສດຖະກິດປະມານ 2.4% ຂອງ GDP ​ຕໍ່​ປີ”, “ທະນາຄານໂລກ ຄາດຫວັງທີ່ຈະສະໜັບສະໜູນລັດຖະບານ ໃນການນໍາໃຊ້ປະສົບການທີ່ປະສົບຜົນສໍາເລັດຈາກທົ່ວໂລກ ແລະ ປັບໃຊ້ເຂົ້າກັບສະພາບຕົວຈິງຂອງ ສປປ ລາວ ເພື່ອປັບປຸງຄວາມ​ຢູ່​ດີ​ກິນ​ດີ ແລະ ຊັບພະຍາກອນ​ມະ​ນຸດ ທີ່ເປັນລູກຫຼານຂອງພໍ່ແມ່​ປະ​ຊາ​ຊົນລາວ ໃຫ້​ນັບ​ມື້​ນັບ​ດີ​ຂື້ນ​ເລື້ອຍໆ ”

ການຂາດສານອາຫານ ເປັນບັນຫາທີ່ສໍາຄັນທີ່ ຂັດຂວາງການພັດທະນາຂອງ ສປປ ລາວ. ໃນລະດັບປະເທດ, ການຂາດໂພຊະນາການຫຼືພາວະການຈະເລີນເຕີບໂຕຊ້າ ມີເຖິງໜຶ່ງສ່ວນສາມຂອງຈຳນວນເດັກນ້ອຍ ອາຍຸຕໍ່າກວ່າຫ້າປີ. ການເປັນໂຣກຂາດສານອາຫານຢ່າງຮຸນແຮງ ສາມາດເປັນອຸປະສັກ ກີດກັ້ນ ຕໍ່ການພັດທະນາທາງມັນສະຫມອງ, ການຮຽນຮູ້ໃນໂຮງຮຽນ, ແລະ ໃນທີ່ສຸດໃນການຊອກຫາວຽກເຮັດງານທໍາ, ເຮັດໃຫ້ຄອບຄົວມີຄວາມທຸກຍາກຫຼາຍຂື້ນ.

ປັດຈຸບັນ ທະນາຄານໂລກ ໄດ້ສະໜອງທຶນໃຫ້ແກ່ 16 ໂຄງການ ໃນ ສປປ ລາວ. ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດ, ລວມທັງການຫຼຸດຜ່ອນການຂາດສານອາຫານ, ຍັງແມ່ນຫນຶ່ງໃນຂົງເຂດວຽກງານທີ່ສໍາຄັນ ກຳນົດໄວ້ໃນຂອບຮ່ວມມືຂອງທະນາຄານໂລກ ແລະ ສປປລາວໃນຊ່ວງປີ 2017-2021.


ລາຍ​ຊື່

ຢູ່ ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ຢູ່ ວໍຊິງຕັນ
Marcela Sanchez-Bender
+1 202 473-5863
msanchezbender@worldbank.org
Api
Api