ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 3 ກຸມພາ 2015 - ສອງບົດລາຍງານຂອງກຸ່ມທະນາຄານໂລກທີ່ໄດ້ເຜີຍແຜ່ໃນມື້ນີ້ ໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດທີ່ພວມເຕີບໃຫຍ່ຂະຫຍາຍຕົວຂອງລາວ ຈໍາເປັນຈະຕ້ອງໄດ້ມີການຫັນປ່ຽນຈາກເສດຖະກິດທີ່ເອື່ອຍອີງໃສ່ຊັບພະຍາກອນທໍາມະຊາດ ມາເປັນການສ້າງວຽກເຮັດງານທໍາ ແລະ ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ດີຂຶ້ນກວ່າເກົ່າ ເພື່ອດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ບົດລາຍງານການພັດທະນາ ສປປ ລາວ ແລະ ບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນ ຂອງກຸ່ມທະນາຄານໂລກ ໄດ້ຊີ້ໃຫ້ເຫັນວ່າ ການເພີ່ມທະວີການລົງທຶນຂອງພາກເອກະຊົນເຂົ້າໃນຂະແໜງທຸລະກິດ ຈະສາມາດເພີ່ມວຽກເຮັດງານທໍາຢູ່ໃນຂະແໜງກະສິກໍາ, ການບໍລິການ ແລະ ອຸດສາຫະກຳ ໃຫ້ຫຼາຍກວ່າເກົ່າໄດ້ - ເຊິ່ງບັນດາຂະແໜງເຫຼົ່ານີ້ ແມ່ນເປັນຂະແໜງທີ່ສາມາດສ້າງວຽກເຮັດງານທໍາໄດ້ຢ່າງຫຼວງຫຼາຍ - ແລະ ບັນດາໄວໜຸ່ມ ກໍ່ຈະໄດ້ຮັບໂອກາດ ໃນການມີວຽກເຮັດງານທຳຫຼາຍຂຶ້ນ ຖ້າແຮງງານໃນອະນາຄົດໄດ້ຮໍ່າຮຽນຫຼາຍຂຶ້ນ ແລະ ໃຊ້ເວລາໃນໂຮງຮຽນດົນຂຶ້ນກວ່າເກົ່າ.
ທ່ານ ນາງ ແຊລລີ ເບີນນິງແຮມ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຂະແໜງພະລັງໄຟຟ້ານໍ້າຕົກ ແລະ ບໍ່ແຮ່ທີ່ຂະຫຍາຍຕົວຢ່າງໄວວາ ໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຢ່າງແຂງແຮງ ຂອງເສດຖະກິດລາວ. ແຕ່ວ່າຂະແໜງດັ່ງກ່າວນີ້ ບໍ່ໄດ້ກໍ່ໃຫ້ເກິດມີວຽກເຮັດງານທໍາຫຼາຍເທົ່າທີ່ຄວນ”. ທ່ານຍັງໄດ້ກ່າວຕື່ມວ່າ: “ເພື່ອລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ໄດ້ຢ່າງທົ່ວເຖິງນັ້ນ, ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ດີຂຶ້ນ ຈະສາມາດຊ່ວຍສ້າງໃຫ້ມີວຽກເຮັດງານທໍາຢູ່ໃນຂະແໜງກະສິກໍາ, ອຸດສາຫະກຳ ແລະ ການບໍລິການ ໄດ້ຫຼາຍຂຶ້ນ. ພ້ອມນັ້ນ, ການພັດທະນາວຽກງານທາງດ້ານການສຶກສາ ສໍາລັບເດັກນ້ອຍ ແລະ ໄວໜຸ່ມ ກໍ່ເປັນພື້ນຖານຕົ້ນຕໍອັນສຳຄັນ ທີ່ຈະຊ່ວຍສ້າງໂອກາດໃຫ້ເຂົາເຈົ້າ ໄດ້ມີວຽກເຮັດງານທຳທີ່ດີໃນອະນາຄົດ”.
ບົດລາຍງານການພັດທະນາ ສປປ ລາວ ໄດ້ເນັ້ນໜັກວ່າ ໃນທົດສະວັດທີ່ຈະມາເຖິງນີ້ ຈະໄວໜຸ່ມລາວຈໍານວນເກືອບ 100.000 ຄົນ ຕໍ່ປີ ທີ່ຈະເລີ່ມຊອກຫາວຽກເຮັດງານທໍາ. ອີງຕາມການລາຍງານຂອງບັນດາຫົວໜ່ວຍທຸລະກິດໃນລາວ ໃນບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນ, ອຸປະສັກທີ່ສໍາຄັນທີ່ສຸດຕໍ່ການເສີມຂະຫຍາຍການລົງທຶນຂອງພາກເອກະຊົນ ແມ່ນບັນຫາທາງດ້ານສີມືແຮງງານ ທີ່ຍັງບໍ່ທັນພຽງພໍ. ການເຕີບໂຕຂອງເສດຖະກິດຈະໄດ້ຮັບຜົນປະໂຫຍດຈາກທ່າແຮງທາງດ້ານກໍາລັງແຮງງານ ກໍ່ຕໍ່ເມື່ອມີວຽກເຮັດງານທໍາທີ່ມີສະມັດຕະພາບ ແລະ ສາມາດສ້າງລາຍຮັບໃຫ້ແກ່ເຂົາເຈົ້າໄດ້ ແລະ ໃນຂະນະດຽວກັນນັ້ນ ແຮງງານເອງ ກໍ່ຕ້ອງມີທີ່ມີສີມືພຽງພໍທີ່ຈະເຮັດວຽກດັ່ງກ່າວນີ້ໄດ້.
ການປັບປຸງວຽກງານດ້ານການສຶກສາ ໂດຍການສະໜອງການສຶກສາໃຫ້ແກ່ເດັກນ້ອຍກ່ອນໄວຮຽນ, ການເພີ່ມເວລາໃນຫ້ອງຮຽນເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດຝຶກຝົນທັກສະໃນການອ່ານ ແລະ ການຄໍານວນໃຫ້ຫຼາຍຂຶ້ນ, ແລະ ການເພີ່ມເວລາໃຫ້ເຂົາເຈົ້າໄດ້ຢູ່ໂຮງຮຽນຫຼາຍຂຶ້ນ ຈະເປັນວິທີທີ່ດີທີ່ສຸດໃນການຊ່ວຍເສີມສ້າງແຮງງານໃໝ່ ແລະ ແຮງງານໜຸ່ມນ້ອຍ ໃຫ້ມີຄວາມສາມາດກຽມພ້ອມຮັບມື ກັບວຽກງານໃນອະນາຄົດ ແລະ ມີໂອກາດໄດ້ຮັບວຽກເຮັດງານທຳທີ່ດີໃນອະນາຄົດ, ອີງຕາມບົດລາຍງານການພັດທະນາ ສປປ ລາວ.
ພະນະທ່ານ ດຣ. ພັນຄໍາ ວິພາວັນ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ກ່າວວ່າ: “ຄວາມສາມາດໃນການອ່ານຂັ້ນພື້ນຖານ ແມ່ນມີຄວາມສໍາຄັນຫຼາຍ ຕໍ່ການຮຽນຮູ້ບັນດາທັກສະໃນລະດັບທີ່ສູງຂຶ້ນໄປ. ດັ່ງນັ້ນ, ການຍົກລະດັບການຮູ້ໜັງສືຂັ້ນພື້ນຖານ ໂດຍການສຸມທຶນຮອນເຂົ້າໃນການສຶກສາໃຫ້ຫຼາຍຕື່ມ ແມ່ນມີຄວາມຈຳເປັນ ເພື່ອເປັນການສ້າງພື້ນຖານ ໃນການພັດທະນາສະມັດຕະພາບການຜະລິດ ຂອງສປປ ລາວ, ປັບປຸງການຈະເລີນເຕີບໂຕ ແລະ ເສີມສ້າງຄວາມອາດສາມາດໃນການແຂ່ງຂັນ ໃຫ້ນັບມື້ນັບດີຂຶ້ນ”.
ເນື່ອງຈາກວ່າກໍາລັງແຮງງານລາວຫຼາຍກວ່າ 70% ແມ່ນເຮັດວຽກຢູ່ໃນຂະແໜງກະສິກໍາ, ບົດລາຍງານການພັດທະນາ ສປປ ລາວ ຈຶ່ງຮຽກຮ້ອງໃຫ້ເອົາໃຈໃສ່ ຍົກລະດັບສະມັດຕະພາບການຜະລິດໃນຂະແໜງປູກຝັງລ້ຽງສັດ ໃຫ້ສູງຂຶ້ນ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວນາ, ແລະ ເຮັດໃຫ້ສະມາຊິກໃນຄົວເຮືອນຂອງພວກເຂົາ ໄດ້ມີເວລາວ່າງ ໄປເຮັດວຽກອື່ນທີ່ມີລາຍຮັບສູງກວ່າພາຍຫຼັງເຮັດປູກຝັງແລ້ວ.
ບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນ ໄດ້ກ່າວວ່າ, ເຖິງແມ່ນວ່າ ອັດຕາການເຕີບໂຕຂອງເສດຖະກິດລາວ ຈະສູງກວ່າໝູ່ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ໂດຍສະເລັ່ຍແມ່ນສູງເຖິງ 7% ໃນໄລຍະສອງທົດສະວັດທີ່ຜ່ານມາ, ແຕ່ວ່າ ສປປ ລາວ ຍັງຄົງພົບພໍ້ບັນຫາ ໃນການດຶງດູດເອົາການລົງທຶນເຂົ້າມາ ບໍ່ວ່າຈະເປັນຜູ້ລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດ.
ພະນະທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: “ໃນຊຸມປີຜ່ານມາ, ສປປ ລາວ ໄດ້ມີການປັບປຸງໃນຫຼາຍດ້ານ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຍັງຄົງມີຫຼາຍບັນຫາທີ່ຈໍາເປັນຈະຕ້ອງໄດ້ຮັບການແກ້ໄຂຂຶ້ນຕື່ມ ເພື່ອສ້າງຄວາມຫຼາຍຫຼາກທາງດ້ານເສດຖະກິດ ນອກເໜືອຈາກຂະແໜງຊັບພະຍາກອນທໍາມະຊາດ ໂດຍຜ່ານການດຶງດູດເອົາການລົງທຶນທີ່ມີຄຸນນະພາບ ແລະ ພ້ອມກັນນີ້ ກໍ່ເພື່ອສ້າງວຽກເຮັດງານທໍາໃຫ້ຫຼາຍຂຶ້ນກວ່າເກົ່າ”.
ອີງຕາມບົດລາຍງານການປະເມີນຜົນບັນຍາກາດດ້ານການລົງທຶນ, ກຸນແຈອັນສຳຄັນ ໃນການດຶງດູດເອົານັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການຂະຫຍາຍທຸລະກິດ ແມ່ນ ການປັບປຸງໃຫ້ຂັ້ນຕອນການດຳເນີນທຸລະກິດ ແລະ ຄ່າດໍາເນີນທຸລະກໍາຕ່າງໆ ມີຄວາມງ່າຍດາຍຂຶ້ນ; ປັບປຸງດ້ານຄວາມໂປ່ງໃສ ແລະ ຄວາມບໍ່ແນ່ນອນ ຂອງຄ່າທຳນຽມ ໃນການດຳເນີນທຸລະກິດ ແລະ ນະໂຍບາຍຕ່າງໆຂອງລັດຖະບານ; ພ້ອມທັງ ຮັບປະກັນທາງດ້ານຄວາມເປັນເອກະພາບ ໃນການປະຕິບັດນຳໃຊ້ກົດໝາຍ ແລະ ລະບຽບການຕ່າງໆ.