ບົດອອກຂ່າວ

ຮອງປະທານທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຢ້ຽມຢາມ ສປປ. ລາວ

23 ມິ.ຖ. 2014


ທະນາຄານໂລກຢືນຢັນການສະຫນັບສະຫນູນຢ່າງໜັກແໜ້ນໃນການພັດທະນາແບບທົ່ວເຖິງ ແລະ ຍືນຍົງ

ນະຄອນຫຼວງວຽງຈັນ, ວັນ​ທີ 23 ມີ​ຖຸນາ 2014 - ທ່ານ. ​​ແອັກ​ເຊ​ລ ວັນ ຕຼອດ​ເຊັນ​ເບີກ, ຮອງ​ປະທານ​ທະນາຄານ​ໂລກ ປະຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ, ​ໄດ້ຢືນຢັນຄວາມມຸ່ງໝັ້ນເອົາໃຈໃສ່ຂອງທະນາຄານໂລກ ໃນການສະໜັບສະໜູນລັດຖະບານ ສປປ. ລາວ ໃຫ້ກ້າວໄປສູ່ການພັດທະນາແບບທົ່ວເຖິງ ແລະ ຍືນຍົງ  ພາຍຫຼັງ​ທີ່​ໄດ້​ສິ້ນສຸດ​ການມາ​ຢ້ຽມຢາມ ສປປ. ລາວ ​ຢ່າງ​ເປັນ​ທາງ​ການ ​ເປັນ​ເວລາ 3 ວັນ.

ທ່ານ. ​ແອັກ​ເຊ​ລ ວັນ ຕຼອດ​ເຊັນ​ເບີ​ກ, ຮອງ​ປະທານ​ທະນາຄານ​ໂລກ ປະຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ​ໄດ້ກ່າວວ່າ: "ສປປ. ລາວ ເປັນໜຶ່ງໃນບັນດາເສດຖະກິດທີ່ຂະຫຍາຍຕົວໄວທີ່ສຸດໃນພາກພື້ນ ແລະ ຄວາມກ້າວໜ້າໃນການບັນລຸເປົ້າໝາຍວຽກງານຫຼຸດຜ່ອນຄວາມທຸກຍາກກໍ່ເຫັນໄດ້ວ່າພົ້ນເດັ່ນຫຼາຍ. ສປປ. ລາວ ໃນປັດຈຸບັນ ແມ່ນໄດ້ປະເຊີນໜ້າກັບສິ່ງທ້າທາຍຈາກການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງເສດຖະກິດທີ່ໄວວາ ແລະ ສິ່ງທ້າທາຍ ຈາກການຫຼຸດຜ່ອນຄວາມທຸກຍາກໃນໄລຍະຍາວ."

ທ່ານ ​ວັນ ຕຼອດ​ເຊັນ​ເບີ​ກ ​ໄດ້​ເຂົ້າຢ້ຽມຄ່ຳ​ນັບ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກ​ລັດຖະມົນຕີ​ ແຫ່ງ ສປປ. ລາວ, ພະນະທ່ານ ດຣ. ລຽນ ທິແກ້ວ, ລັດຖະມົນຕີວ່າການກະຊວງການເງິນ, ແລະ ພະນະທ່ານ ສົມພາວ ໄຟສິດ, ຜູ້ວ່າການທະນາຄານແຫ່ງ ສປປ. ລາວ, ເພື່ອປຶກສາຫາລືບັນດາທັດສະນະການຈະເລີນເຕີບໂຕ ລວມທັງ ການພັດທະນາ ໃນຂະແໜງການເງິນພາກລັດ ແລະ ພາກທະນາຄານການເງິນ. ທ່ານໄດ້ຮັບຮູ້ເຖິງມາດຕະການ ຂອງລັດຖະບານ ກ່ຽວກັບນະໂຍບາຍການຫຼຸດຜ່ອນລາຍຈ່າຍ ແຕ່ກໍ່ຍັງໄດ້ຢັ້ງຢືນເຖິງຄວາມສຳຄັນ ໃນການປົກປ້ອງບັນດາແຜນງານ ທີ່ແນໃສ່ຊ່ວຍເຫຼືອຜູ້ທຸກຍາກ.

ທ່ານ ​ວັນ ຕຼອດ​ເຊັນ​ເບີ​ກໄດ້ເດີນທາງໄປ ບ້ານຫາດງຳ, ເມືອງປາກແຊງ, ແຂວງຫລວງພະບາງ ເພື່ອຢ້ຽມຢາມປະຊາຊົນ ຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກໂຄງການຊ່ວຍເຫຼືອຂອງທະນາຄານໂລກ ກໍ່ຄືກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ/PRF) ເຊິ່ງເປັນຫນຶ່ງໃນບັນດາ ໂຄງການຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ ທີ່ກວມລວມຫຼາຍຂະແຫນງການ ທີ່ໃຫຍ່ທີ່ສຸດໃນ ສປປ. ລາວ.

ທ່ານ. ວັນ ຕຼອດ​ເຊັນ​ເບີ​ກ ກ່າວວ່າ "ກອງທຶນຫຼຸດຜ່ອນຄວາມທຸກຍາກນີ້ ແມ່ນໄດ້ໃຫ້ອໍານາດແກ່ຊຸມຊົນທ້ອງຖິ່ນ ໃນການເລືອກ ແລະ ຕັດສິນບັນດາບູລິມະສິດການພັດທະນາ ກໍ່ຄືການຄຸ້ມຄອງຊັບພະຍາກອນຂອງພວກເຂົາເອງ. ຢູ່ບ້ານຫາດງຳ, ປະຊາຊົນໄດ້ຕັດສິນໃຈເລືອກເອົາການປຸກສ້າງໂຮງຮຽນ ກ່ອນການສ້າງນ້ຳລິນ ເພື່ອຫຼຸດຜ່ອນເວລາໃນການເດີນທາງ ໃຫ້ລູກຫຼານບໍ່ຕ້ອງເດີນທາງໄກໄປເຂົ້າໂຮງຮຽນຢູ່ບ້ານອື່ນ ເຊິ່ງມັນໄດ້ສົ່ງຜົນໃຫ້ອັດຕາການເຂົ້າຮຽນເພີ່ມຂຶ້ນ. ຂ້າພະເຈົ້າຂໍຍ້ອງຍໍບ້ານຫາດງຳ ທີ່ຕັດສິນໃຈລົງທຶນເພື່ອອະນາຄົດຂອງລູກຫຼານຂອງເຂົາເຈົ້າ."

ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ, ຈຳນວນຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກນີ້ ແມ່ນລວມມີກວ່າ 1 ລ້ານຄົນ ເຊິ່ງໄດ້ຮັບຜົນປະໂຫຍດຈາກການກໍ່ສ້າງຖະຫນົນຫົນທາງ, ໂຮງຮຽນ, ຂົວ, ສຸກສາລາ, ຈຸດສະຫນອງນ້ໍາ, ແລະ ລະບົບຊົນລະປະທານ. ປັດຈຸບັນນີ້, ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະ 2 ແມ່ນຢູ່ໃນໄລຍະການຈັດຕັ້ງປະຕິບັດ ເຊິ່ງແນໃສ່ຊ່ວຍເຫຼືອ 1200 ບ້ານ ໃນ 38 ເມືອງ ໃນ 10 ແຂວງ.



ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ, ສປປ. ລາວ
ຕູ້ມຄຳ ຊິນເວຍ ຫຼວງລາດ
​ໂທລະ​ສັບ: +(856)21-266-269
tluanglath1@worldbank.org
ທີ່ ວໍຊິງຕັນ. ດີ.ຊີ
ຄາລ ແຮນລອນ
​ໂທລະ​ສັບ: +(202) 473-8087
chanlon@worldbank.org


Api
Api

Welcome