ບົດອອກຂ່າວ

ສປປ. ລາວ ໄດ້ຮັບທຶນຊ່ວຍເຫຼືອກວ່າ 50 ລ້ານໂດລາສະຫະລັດ ຈາກກຸ່ມທະນາຄານໂລກ ເພື່ອສົ່ງເສີມວຽກງານ ການສຶກສາເດັກກ່ອນໄວຮຽນ ແລະ ດ້ານສິ່ງແວດລ້ອມ

14 ພ.ພ. 2014


ນະຄອນຫຼວງວຽງຈັນ, ວັນທີ 14 ພຶດສະພາ 2014 - ມື້ນີ້, ລັດ​ຖະ​ບານແຫ່ງ ສປປ. ລາວ ຕາງໜ້າໂດຍ ພະນະທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ​, ແລະ ທະ​ນາ​ຄານ​ໂລກ ຕາງໜ້າໂດຍ ທ່ານ ອູຣິກ ຊັກຄາວ, ​ຜູ້ອຳນວຍການທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້​ເຊັນລົງນາມສັນຍາ ທຶນຊ່ວຍເຫຼືອທາງດ້ານການເງິນເຂົ້າໃນ ​ໂຄງການການສຶກສາເດັກກ່ອນໄວຮຽນ ແລະ ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ສັດປ່າ.

​ສັນຍາທຶນຊ່ວຍ​ເຫຼືອ​ທີ່ຫາກໍ່ໄດ້ຮັບການລົງນາມໃໝ່ນີ້ແມ່ນລວມມີ:

  • ທຶນຊ່ວຍເຫຼືອຈຳນວນ 28 ລ້ານໂດລາສະຫະລັດ ຈາກສະ​ມາ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ (IDA) ຂອງທະນາຄານໂລກ ສຳ​ລັບ​ໂຄງ​ການການສຶກສາເດັກກ່ອນໄວຮຽນ (ເງິນຊ່ວຍເຫຼືອລ້າ 14 ລ້ານໂດລາສະຫະລັດ ແລະ ເງິນກູ້ຢືມ 14 ລ້ານໂດລາສະຫະລັດ). ໂຄງ​ການ​ດັ່ງ​ກ່າວ​ຈະ​ເພີ່ມທະວີຂອບເຂດ ແລະ ປັບ​ປຸງ​ຄຸ​ນນະ​ພາບ​ຂອງ​ການ​ສຶກ​ສາ ສຳລັບເດັກກ່ອນໄວຮຽນ ໃນ​ບັນ​ດາຊຸມ​ຊົນ​​ທີ່​ດ້ອຍໂອກາດ.
  • ທຶນຊ່ວຍເຫຼືອຈຳນວນ 23.83 ລ້ານໂດລາສະຫະລັດ ສຳ​ລັບ​ໂຄງ​ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ສັດປ່າ, ເຊິ່ງ​ໃນ​ນັ້ນ​ປະ​ກອບ​ມີ ເງິນກູ້ຢືມ 12.5 ລ້ານໂດລາສະຫະລັດຈາກ IDA (ທະນາຄານໂລກ), ເງິນຊ່ວຍເຫຼືອລ້າ 4.5 ລ້ານໂດລາສະຫະລັດຈາກ IDA, ແລະ ເງິນ​ຊ່ວຍ​ເຫຼືອ​ລ້າ​ 6.83 ລ້ານໂດລາສະຫະລັດ ຈາກ ກອງທຶນສິ່ງແວດລ້ອມໂລກ (GEF). ໂຄງ​ການ​ດັ່ງ​ກ່າວ​ ແມ່ນແນ​ໃສ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະ​ບົບ​ການ​ຄຸ້ມ​ຄອງ​ເຂດປ່າສະຫງວນແຫ່ງຊາດ ແລະ ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ກ່ຽວກັບສັດ​ປ່າ ໃນ ສປປ. ລາວ.

ພະນະທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ​, ໄດ້​ກ່າວ​ວ່າ: ພິທີໃນມື້ນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານ ສປປ. ລາວ ແລະ ທະນາຄານໂລກ ເຊິ່ງໄດ້ເອົາໃຈໃສ່ສະໜັບສະໜູນບັນດາບູລິມະສິດຂອງລັດຖະບານ ທີ່ໄດ້ວາງອອກໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໂຄງການ ທັງ 2 ໂຄງການນີ້ ຈະປະກອບສ່ວນເຂົ້າໃນການພັດທະນາທາງດ້ານສິ່ງແວລ້ອມ ແລະ ສັງຄົມ ໂດຍການເພີ່ມທະວີຄຸນນະພາບການຄຸ້ມຄອງ ວຽກງານອະນຸລັກສິ່ງແວດລ້ອມ ແລະ ການສຶກສາຂອງເດັກກ່ອນໄວຮຽນ”​.

ໂຄງການການສຶກສາເດັກກ່ອນໄວຮຽນ ແລະ ໂຄງ​ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ສັດປ່າ ນີ້ ແມ່ນເປັນ​ສ່ວນ​ສຳ​ຄັນ​ ໃນ​ຍຸດ​ທະ​ສາດ​ຮ່ວມ​ພັດ​ທະ​ນາ​ປ​ະ​ເທດຂອງ​ກຸ່ມທະ​ນາ​ຄານ​ໂລກໃນ ສປປ. ລາວປະຈຳປີ 2012-2016, ເຊິ່ງຍຸດທະສາດດັ່ງກ່າວ ແມ່ນ​ແນ​ໃສ່​ການ​ເສີມສ້າງຄວາມເຂັ້ມແຂງໃນການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ, ການ​ພັດ​ທະ​ນາ​ແບບທົ່ວເຖິງ, ການ​ຄຸ້ມ​ຄອງພາກລັດ, ແລະ ຄວາມອາດສາມາດໃນການແຂ່ງຂັນ ແລະ ການເຊື່ອມຕໍ່ກັບພາກພື້ນ, ໂດຍ​ການ​ສະໜັບສະໜູນການປະຕິຮູບນະໂຍບາຍ ແລະ ການຄຸ້ມຄອງບໍລິຫານຕ່າງໆ.

ທ່ານ ອູຣິກ ຊັກຄາວ, ​ຜູ້ອຳນວຍການທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ກ່າວ​ວ່າ: ການປັບປຸງຄຸນນະພາບຂອງການສຶກສາ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງດ້ານສິ່ງແວດລ້ອມ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫຼາຍ ໃນການພັດທະນາແບບຍືນຍົງ ແລະ ທົ່ວເຖິງ ຂອງ ສປປ. ລາວ. ພວກເຮົາມີຄວາມມຸ່ງໝັ້ນເອົາໃຈໃສ່ສືບຕໍ່ສະໜັບສະໜູນແຜນງານຂອງລັດຖະບານ ສປປ. ລາວ ຢ່າງຕັ້ງໜ້າ ໃນການພັດທະນາການສຶກສາ ແລະ ການປົກປັກຮັກສາ ແລະ ອະນຸລັກສິ່ງແວດລ້ອມ ເຊິ່ງເປັນການລົງທຶນທີ່ສຳຄັນຫຼາຍ ຕໍ່ອະນາຄົດຂອງ ...ລາວ”.





ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ຕູ້ມຄຳ ຊິນເວຍ ຫຼວງລາດ
tluanglath1@worldbank.org
ທີ່ ວໍຊິງຕັນ
ໄດອານາ ຢາ-ວາຍ ຊຸງ
Dchung1@worldbank.org




Api
Api

Welcome