ບົດອອກຂ່າວ

ບົດລາຍງານເສດຖະກິດຂອງ ສ.ປ.ປ. ລາວ: ສະບັບ ມັງກອນ 2014 - ຄຸ້ມຄອງບໍລິຫານຄວາມສ່ຽງຕ່າງໆເພື່ອຮັກສາສະຖຽນລະພາບ
ຂອງເສດຖະກິດມະຫາພາກ

4 ມ.ນ. 2014


ນະຄອນຫຼວງວຽງຈັນ, ວັນ​ທີ 4 ມີນາ 2014 – ບົດລາຍງານເສດຖະກິດຂອງ ສ.ປ.ປ. ລາວ ສະບັບຫຼ້າສຸດ ຂອງທະນາຄານໂລກນີ້ ໄດ້ເນັ້ນໜັກໃສ່​ສິ່ງທ້າທາຍ ​ແລະ ຄວາມສ່ຽງຕ່າງໆ ທີ່ຕິດ​ພັນກັບນະໂຍບາຍ ເສດຖະກິດມະຫາພາກທີ່ມີ​ລັກ​ສະ​ນະເອື້ອອຳ​ນວຍຕໍ່​ການ​ພັດ​ທະ​ນາ ພ້ອມ​ດຽວ​ກັນ​ນັ້ນ ກໍ່​ຮັບຮູ້​ເຖິງ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ຂອງເສດຖະກິດໃນຊຸມປີທີ່ຜ່ານມາ. ເສດຖະກິດ​ຂອງ ສ.ປ.ປ. ລາວ ຄາດ​ວ່າ​ຈະ​ຂະຫຍາຍຕົວ​ດ້ວຍ​ອັດຕາ 7,2 ສ່ວນ​ຮ້ອຍ ​ໃນ​ປີ 2014 ເນື່ອງຈາກການຄາດຄະເນການຂະ​ຫ​ຍາຍ​ຕົວ​ຊ້າ​ລົງຂອງບາງຂະແໜງການ ເຊັ່ນ: ຂະແໜງບໍ່ແຮ່ ແລະ ກໍ່ສ້າງ. ພ້ອມກັນນັ້ນ, ບົດລາຍງານສະບັບນີ້ ຍັງປະກອບມີບົດ​ສະຫຼຸບຈາກບົດ​ສຶ​ກສາ​ຂອງ​ທະ​ນາ​ຄານ​ໂລກກ່ຽວ​ກັບ​ສະພາບຂອງການຄຸ້ມຄອງບໍລິຫານໂດຍໂຮງຮຽນ ໃນ ສ.ປ.ປ. ລາວ ໃນປັດຈຸບັນ.

 ການ​ຂະ​ຫ​ຍາຍ​ຕົວ​ຂອງເສດຖະກິດລາວ ຖືກຄາດວ່າ ຈະຊະລໍໃນ​ອັດ​ຕາ 7,2 ສ່ວນ​ຮ້ອຍ ໃນ​ປີ 2014 ທຽບໃສ່ປະ​ມານ 8,1 ສ່ວນ​ຮ້ອຍ​ໃນ​ປີກາຍນີ້. ການ​ຄາດ​ຄະ​ເນ​ດັ່ງ​ກ່າວຄາດ​ວ່າ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຍັງຈະ​ມີ​ລັກ​ສະ​ນະ​ເອື້ອ​ອຳ​ນວຍຢູ່. ສຳລັບເບື້ອງການຜະລິດນັ້ນ ຄາດວ່າການ​ປະ​ກອບ​ສ່ວນ​ໂດຍ​ກົງຈາກຂະ​ແໜງຊັບພະຍາກອນທຳ​ມະຊາດ ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດຈະຫຼຸດ​ລົງເລັກໜ້ອຍໃນປີ 2014 ສ່ວນໜຶ່ງກໍ່ຍ້ອນ​ວ່າ​ບັນດາໂຄງການຫຼັກໆສ່ວນຫຼາຍ ແມ່ນກຳລັງຢູ່ໃນຂັ້ນຕອນກໍ່ສ້າງ ແລະ ກໍ່ບໍ່ຄາດວ່າໂຄງການເຫຼົ່ານີ້ຈະໄດ້ເລີ່ມດຳເນີນການໃນປີນີ້. ນອກຈາກນັ້ນ ກໍ່ຍັງເປັນຍ້ອນການຄາດຄະເນ ຜົນຜະລິດລວມຂອງຄຳທີ່ອາດຕໍ່າກວ່າເກົ່າ ເຊິ່ງຄາດວ່າສ່ວນ​ໜຶ່ງຈະໄດ້ຮັບການຊົດເຊີຍຈາກຜົນໄດ້ຮັບຈາກການຜະລິດທອງແດງ ທີ່ມີທ່າ​ອ່ຽງວ່າຈະສູງຂຶ້ນໃນປີນີ້. ເຖິງຢ່າງໃດກໍ່ຕາມ, ຂະແໜງບໍ​ລິ​ການ, ປຸງແຕ່ງສະບຽງອາຫານ ແລະ ເຄື່ອງດື່ມ ແມ່ນຄາດວ່າ ຈະສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກແຮງ​ຜັກ​ດັນ​ຈາກຄວາມຕ້ອງການພາຍໃນ.

ບົດລາຍງານສະບັບນີ້ ຍັງໄດ້ສຶກສາແຜນງົບປະມານປະຈຳປີ 2013/14 ແລະ ຄາດ​ວ່າ ການຂາດດຸນງົບປະມານແມ່ນອາດຕໍ່າກວ່າເກົ່າສົກ​ປີ 2012/13. ເຖິງຢ່າງໃດກໍ່ຕາມ, ເຖິງ​ຈະ​ມີ​ການໂຈະ ໃຫ້​ເງິນ​ອຸດ​ໜູ​ນ​ໃໝ່​ແກ່​ບັນ​ດາ​ພະ​ນັກ​ງານລັດໃນ​ປີນີ້ ແຕ່ລາຍ​ຈ່າຍ​​ກໍ່​ບໍ່​ໄດ້ຫຼຸດ​ລົງຫຼາຍຢ່າງ​ໄວ​ວາ ​ຍ້ອນຍັງ​ມີ​ການ​ບັນ​ຈຸ​ພະ​ນັກ​ງານ​​ເຂົ້າໃໝ່ ​ແລະ​ ການ​ເພີ່ມເງິນເດືອນພາກ​ລັດທີ່​ສືບ​ຕໍ່ເປັນເວລາ 2 ປີຕິດຕໍ່ກັນແລ້ວ. ດັ່ງ​ນັ້ນ, ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ຈະ​ທົບ​ທວນ​ຄືນ​​ແຜນ​ການ​ເພີ່ມ​ຂື້ນ​ຂອງ​ລາຍ​ຈ່າຍ​ພາ​ກ​ເງິນ​ເດືອນ​ໃນອະ​ນາ​ຄົດ. ເພື່ອຊ່ວຍ​ດຸ່ນ​ດ່ຽງ​ລາຍ​ຈ່າຍ, ລັດຖະບານໄດ້ມີການປຶກສາຫາລື ກ່ຽວກັບມາດຕະການດ້ານ​ລາຍ​ຮັບ​ເຊັ່ນ ການສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການຄຸ້ມ​ຄອງການ​ເກັບລາຍຮັບ. ນອກຈາກການ​ນຳ​ໃຊ້ມາດຕະການ ດ້ານລາຍຮັບແລ້ວ, ກໍ່​ຄວນ​ມີ​ການວາງກອບແຜນງົບປະມານລາຍຈ່າຍໄລຍະກາງ ທີ່ຮອບຄອບກວ່າເກົ່າ ແລະ ມີການປະຕິບັດທີ່​ສອດ​ຄ່ອງ​ກັບ​ກອບ​ດັ່ງ​ກ່າວ​ຕາມ​ແຕ່​ລະ​ໄລ​ຍະ.

ບົດລາຍງານນີ້ຍັງໄດ້ລະບຸວ່າລະ​ດັບຄັງສຳຮອງເງິນຕາຕ່າງປະເທດໃນປີ 2013 ແມ່ນໄດ້ຫຼຸດ​ລົງໄປຢູ່ໃນລະດັບ ທີ່ຕໍ່າທີ່ສຸດໃນຮອບທົດ​ສະ​ວັດທີ່ຜ່ານມາ ທຽບ​ໃສ່ການກຸ້ມການນຳເຂົ້າ ທີ່ມີພຽງ 1,3 ເດືອນ ໃນການນຳເຂົ້າສິນຄ້າ ແລະ ການບໍລິການ. ສະພາບດັ່ງກ່າວ ແມ່ນ​ເກີດ​ຈາກ ການເພີ່ມຂຶ້ນຂອງ ການຂາດດຸນບັນຊີຊຳ​ລະ​ປົກ​ກະ​ຕິ​ກັບ​ຕ່າງ​ປະ​ເທດ ທີ່​ສ່ວນ​ໜຶ່ງກໍ່​ແມ່ນ​ຍ້ອນ​ການ​ເພີ່ມ​ຂຶ້ນ​​ໄວຂອງ​ມູນ​ຄ່າ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ຕິດ​ພັນ​ກັບການລົງທຶນໃນຂະ​ແໜງຊັບພະຍາກອນທຳມະຊາດ ທຽບ​ກັບ​ການ​ຂະ​ຫ​ຍາຍ​ຕົວຂອງ​ການ​ສົ່ງ​ອອກ ກໍ່ຄືຄວາມຕ້ອງການພາຍໃນ ແລະ ນະໂຍບາຍການເງິນ ແລະ ງົບປະມານທີ່ມີ​ລັກ​ສະ​ນະ​ເອື້ອເຟື້ອ. ດ້ວຍເຫດນີ້ ມັນຈຶ່ງຮຽກຮ້ອງໃຫ້ມີ​ ການ​ສະ​ສົມ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ ເພື່ອໃຫ້ເສດ​ຖະ​ກິດປະເທດມີຄວາມພ້ອມໃນການຮັບມືກັບ ວິກິດການດ້ານເສດຖະກິດ ຖ້າວ່າເກີດຂຶ້ນອີກໃນອະນາຄົດ.

ທ່ານ ນາງ ເຄໂກະ ມີວະ, ຜູ້ຕາງໜ້າຫ້ອງການທະນາຄານໂລກປະຈຳ ... ລາວ ໄດ້ກ່າວວ່າ: ພວກ​ເຮົາ​ສະ​ໜັບ​ສະ​ໜຸນ​ໃຫ້​ລັດ​ຖະ​ບານ​ສືບ​ຕໍ່​ຄວາມ​ພະ​ຍາ​ຍາມ​ໃນ​ການນຳ​ໃຊ້​ນະ​ໂຍ​ບາຍ​ການ​ເງິນ​ ແລະ ງົບ​ປະ​ມານ​ທີ່​ມີ​ລັກ​ສະ​ນະ​ຮັດ​ກຸມ​ຂຶ້ນ ເພີ່ອ​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ທີ່​ດີຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດໃນ​ໄລ​ຍະ​ຜ່ານ​ມາ”.

ບົດ​ລາຍ​ງານດ້ານ​ເສດຖະກິດ​ຂອງ ສ.ປ.ປ. ລາວ ​ແມ່ນ​ບົດ​ລາຍ​ງານ​ຂອງທະນາຄານ​ໂລກປະຈຳ ສ.ປ.ປ. ລາວ ທີ່​ໄດ້​ເຜີຍແຜ່ 2 ​ເທື່ອ​ຕໍ່ປີ ​ໂດຍ​ໄດ້​ນຳ​ສະ​ເໜີສະພາບການ​ພັດທະນາ​ທາງ​ດ້ານ​ເສດຖະກິດ​ມະຫາ​ພາກຫຼ້າສຸດ​ໃນ ສ.ປ.ປ. ລາວ. ບົດ​ລາຍ​ງານ​ນີ້ ​ແມ່ນໄດ້​ເຜີຍ​ແຜ່​ທັງ​ພາສາ​ລາວ ​ແລະ ອັງກິດ ໂດຍ​ຫ້ອງການ​ທະນາຄານ​ໂລກປະຈຳ ສ.ປ.ປ. ລາວ ທີ່ນະຄອນຫຼວງວຽງຈັນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ໄດອານາ ຢາ-ວາຍ ຊຸງ
dchung1@worldbank.org
ທີ່ ວຽງຈັນ
ມີຣຽມ ເກຣ
mgray@worldbank.org
ສຳລັບ ຄຳຮ້ອງໃນການເຜີຍແຜ່ຂ່າວ
ນາຕາເລຍ ຊີລິກ
ncieslik@worldbank.org




Api
Api

Welcome