ບົດອອກຂ່າວ

ບົດລາຍງານເສດຖະກິດຂອງ ສປປ ລາວ: ມິຖຸນາ 2013

2 ກ.ລ. 2013



ໃນທ່າມກາງການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ
ທີ່ສືບຕໍ່ ປັບຕົວແລະຂະຫຍາຍຕົວໄດ້, ສປປ ລາວ ເອງກໍ່ຄາດວ່າຈະໄດ້ຮັບຜົນປະໂຫຍດຈາກ
ຄວາມຕ້ອງການຢ່າງຕໍ່ເນື່ອງຈາກບັນດາປະເທດຄູ່ຄ້າຕົ້ນຕໍ, ອີງຕາມບົດລາຍງານເສດຖະກິດຂອງ ສປປ ລາວ ໂດຍທະນາຄານໂລກປະຈຳ ສປປ ລາວ.

ນະຄອນຫຼວງວຽງຈັນ, ວັນທີ 2 ກໍລະກົດ 2013 - ການຂະຫຍາຍຕົວດ້ານເສດຖະກິດຂອງພາກພື້ນ
ທີ່ສາມາດປັບຕົວ ບວກກັບຄວາມຕ້ອງການພາຍໃນດ້ານການຊົມໃຊ້ ແລະ ການລົງທຶນທີ່ສືບຕໍ່
ເພີ່ມຂຶ້ນ ຄາດວ່າຈະມີສ່ວນສຳຄັນໃນການອຳນວຍຄວາມສະດວກໃຫ້ເສດຖະກິດໂດຍລວມຂອງ ສປປ
ລາວ ມີການຂະຫຍາຍຕົວດີໃນປີນີ້. ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດ້ວຍອັດຕາ
8 ສ່ວນຮ້ອຍໃນປີ 2013, ເຊິ່ງຈະຖືກຂັບເຄື່ອນໂດຍການຂະຫຍາຍຕົວຂອງຂະແໜງບໍລິການ,
ໄຟຟ້ານ້ຳຕົກ, ຂະແໜງ ກໍ່ສ້າງ, ແລະອຸດສາຫະກຳປຸງແຕ່ງ. ເຖິງຢ່າງໃດກໍ່ດີ, ຄວາມຕ້ອງການ
ພາຍໃນກໍ່ຍັງຄົງສືບຕໍ່ສ້າງຄວາມກົດດັນໃຫ້ແກ່ດຸນການຊຳລະກັບຕ່າງປະເທດ ແລະ ລະດັບຄັງ
ສຳຮອງເງິນຕາຕ່າງປະເທດ. ບົດລາຍງານເສດຖະກິດຂອງ ສປປ ລາວ ສະບັບນີ້ ມີເນື້ອໃນກວມ
ເອົາສະພາບການພັດທະນາທາງດ້ານເສດຖະກິດ, ງົບປະມານ ແລະ ຂະແໜງການໃນໄລຍະ
ຫຼ້າສຸດເຊັ່ນ: ການປັບປຸງປະສິດທິພາບ ແລະ ຄວາມໂປ່ງໃສຂອງການເກັບລາຍຮັບຈາກຂະແໜງ
ການບໍ່ແຮ່, ງົບປະມານລາຍຈ່າຍຂອງລັດຖະບານໃນວຽກງານສາທາລະນະສຸກ ແລະ ຜົນປະໂຫຍດ
ທາງດ້ານເສດຖະກິດຈາກການນຳໃຊ້ມາດຕະການທາງດ້ານສຸຂະອະນາໄມ ໃນ ສປປ ລາວ.

ບົດລາຍງານ ໄດ້ກ່າວເຖິງການເຂົ້າເປັນສະມາຊິກຂອງອົງການ ການຄ້າໂລກ ຂອງ ສປປ ລາວໃນ
ເດືອນກຸມພາ ປີ 2013 ເຊິ່ງມັນແມ່ນບາດກ້າວໜຶ່ງທີ່ສຳຄັນຕໍ່ການສ້າງລະບົບການຄຸ້ມຄອງ
ເສດຖະກິດທີ່ມີລະບຽບຫຼັກການ ແລະ ເປັນສ່ວນສຳຄັນຂອງຄວາມພະຍາຍາມໃນສົ່ງເສີມຂະແໜງ
ອື່ນໆ ນອກຈາກຂະແໜງຊັບພະຍາກອນທຳມະຊາດ.

ການຂາດດຸນງົບປະມານແມ່ນຄາດວ່າຈະເພີ່ມຂຶ້ນໃນສົກປີນີ້ ເຊິ່ງເປັນຜົນເນື່ອງມາຈາກການເພີ່ມຂຶ້ນ
ຂອງລາຍຈ່າຍເງິນເດືອນພາກລັດ ແລະ ລາຍຈ່າຍອຸດໜູນ ບວກກັບອັດຕາການຂະຫຍາຍຕົວທີ່
ຄາດວ່າຈະຊ້າລົງ ຂອງລາຍຮັບທັງໝົດຂອງລັດຖະບານ. ບົດລາຍງານນີ້ ຍັງໄດ້ເນັ້ນເຖິງຄວາມສຳຄັນ
ຂອງການເສີມສ້າງຖານລາຍຮັບທີ່ມາຈາກຂະແໜງອື່ນນອກຊັບພະຍາກອນທຳມະຊາດ ເພື່ອເປັນ
ການຫຼຸດຜ່ອນແລະແກ້ໄຂຜົນກະທົບຈາກຄວາມບໍ່ແນ່ນອນຕໍ່ລາຍຮັບ ອັນເນື່ອງມາຈາກການ
ເໜັງຕີງຂອງລາຄາແຮ່ທາດ ເຊິ່ງມັນໄດ້ມີຜົນກະທົບຕໍ່ລາຍຮັບທີ່ໄດ້ມາຈາກຊັບພະຍາກອນທຳມະຊາດ
ຂອງສປປ ລາວ.

ນອກຈາກນີ້ ບົດລາຍງານຍັງໄດ້ຊີ້ແຈງເຖິງຂໍ້ຄວນເອົາໃຈໃສ່ຕໍ່ບັນຫາຄັງສຳຮອງເງິນຕາຕ່າງປະເທດ ທີ່ຢູ່ມີສືບຕໍ່ມີທ່າອ່ຽງຫຼຸດລົງ ເຊິ່ງກໍ່ໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງຄວາມຕ້ອງການໂດຍລວມ ໂດຍການບໍລິຫານການຂະຫຍາຍຕົວຂອງລາຍຈ່າຍພາກລັດ ແລະ ສິນເຊື່ອ. ໃນຂະນະດຽວກັນ, ການຄຸ້ມຄອງອັດຕາແລກປ່ຽນກໍ່ຄວນຄຳນຶງເຖິງຄວາມກົດດັນຕໍ່ລະດັບຄັງສຳຮອງ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງຂະແໜງສົ່ງອອກ.

ໄປຄຽງຄູ່ກັນກັບເສດຖະກິດທີ່ມີການຂະຫຍາຍຕົວດີ, ບົດລາຍງານຍັງໄດ້ສະເໜີໃຫ້ເຫັນເຖິງຄວາມ
ຈຳເປັນໃນເພີ່ມລາຍຈ່າຍ ແລະ ການຍົກລະດັບປະສິດທິພາບຂອງລາຍຈ່າຍໃນຂະແໜງສັງຄົມ,
ໂດຍສະເພາະໃນຂະແໜງການບູລິມະສິດ ເຊັ່ນວຽກງານ ສາທາລະນະສຸກ ແລະ ການສຶກສາ ເພື່ອ
ສົ່ງເສີມການພັດທະນາທາງດ້ານຊັບພະຍາກອນມະນຸດ. ຍົກຕົວຢ່າງ: ລາຍຈ່າຍພາກລັດໃນວຽກງານ
ສາທາລະນະສຸກຍັງຢູ່ໃນລະດັບຕ່ຳຢູ່ ແລະບໍ່ສາມາດຕອບສະໜອງຢ່າງທົ່ວເຖິງ ເຊິ່ງເຮັດໃຫ້ພາກ
ເອກະຊົນຍັງຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວສູງ, ເຊິ່ງມັນເປັນອຸປະສັກໃນການເຂົ້າເຖິງ
ແລະຊົມໃຊ້ການບໍລິການສາທາລະນະສຸກຢ່າງເຕັມສ່ວນ.

ບົດລາຍງານດ້ານເສດຖະກິດຂອງ ສປປ ລາວ ແມ່ນເປັນ ບົດລາຍງານຂອງ ທະນາຄານໂລກ
ປະຈຳ ສປປ ລາວ ທີ່ໄດ້ເຜີຍແຜ່ 2 ເທື່ອຕໍ່ປີ ໂດຍໄດ້ນຳສະເໜີສະພາບການພັດທະນາທາງດ້ານ
ເສດຖະກິດມະຫາພາກຫຼ້າສຸດໃນ ສປປ ລາວ. ບົດລາຍງານນີ້ ແມ່ນໄດ້ເຜີຍແຜ່ທັງພາສາລາວ
ແລະ ອັງກິດ ໂດຍຫ້ອງການທະນາຄານໂລກປະຈຳ ສປປ ລາວ ທີ່ນະຄອນຫຼວງວຽງຈັນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ຕູ້ມຄຳ ຫຼວງລາດ
​ໂທລະ​ສັບ: +856 21 266269
tluanglath1@worldbank.org

ຊັບພະຍາກອນ 



Api
Api

Welcome