ບົດອອກຂ່າວ

ບັນດາບໍລິສັດ, ຜູ້ປະກອບການ ແລະ ຜູ້ອອກແຮງງານ ຢູ່ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການປັບປຸງສະພາບແວດລ້ອມດ້ານ ທຸລະກິດ

4 ທ.ວ. 2012




ການ​ສະໜອງ​ທຶນ​ ໃຫ້​ແກ່​ກອງ​ທຶນ​ຊ່ວຍ​ເຫຼືອລ້າ​ຫຼາຍຝ່າຍ​ເພື່ອ​ພັດທະນາ​ດ້ານການ​ຄ້າ ​ໄລຍະ​ທີ 2 (Second Trade Development Facility) ​​ຖືກ​ຮັບຮອງ​ ​ໂດຍ ​ສະພາ​ບໍລິຫານ​ສູງ​ສຸດຂອງ​ ທະນາຄານ​ໂລກ

ວໍຊິງຕັນ, 4 ທັນວາ 2012 – ມື້ນີ້, ສະພາ ບໍລິຫານສູງສຸດຂອງທະນາຄານໂລກ ໄດ້ຮັບຮອງເງິນຊ່ວຍເຫຼືອລ້າໃນມູນຄ່າ US$ 4 ລ້ານ ເພື່ອສະໜອງທຶນໃຫ້ແກ່ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະສອງ (Second Trade Development Facility ຫຼື TDF-2), ໂດຍຮ່ວມສະໜອງທຶນກັບກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍໃນວົງເງິນ US$ 10 ລ້ານ ເຊິ່ງເປັນທຶນທີ່ປະກອບສ່ວນໂດຍອົດສະຕາລີ, ສະຫະພາບເອີຣົບ, ເຢຍລະມັນ, ແລະ ໄອແລນ. ເງິນຊ່ວຍເຫຼືອລ້າດັ່ງກ່າວ ຈະສານຕໍ່ຈາກຄວາມຄືບໜ້າຂອງ ໂຄງການໄລຍະຕົ້ນໃນມູນຄ່າ US$ 7.6 ລ້ານ, ເຊິ່ງຖືກຮັບຮອງເອົາເມື່ອປີ 2008.

ທຶນຊ່ວຍເຫຼືອລ້າທີ່ຫາກໍໄດ້ຮັບຮອງຫຼ້າສຸດນີ້ ຈະເປັນການສານຕໍ່ບັນດາຜົນສໍຳເລັດທີ່ຍາດມາໄດ້ ພາຍໃຕ້ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າທີ່ຈັດຕັ້ງປະຕິບັດໃນໄລຍະຕົ້ນ,ໂດຍມີເປົ້າໝາຍແນໃສ່ຊ່ວຍເຫຼືອການຈັດຕັ້ງປະຕິບັດບັນດາບູລິມະສິດດ້ານການຄ້າ ແລະ ການເຊື່ອມໂຍງຂອງລັດຖະບານ ໂດຍສະເພາະເພື່ອປະກອບສ່ວນປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ການສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍໃນບັນດາຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ.

ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າ (TDF) ໃນໄລຍະທໍາອິດ ໄດ້ເນັ້ນໃສ່ການປັບປຸງປະຕິຮູບການອໍານວຍຄວາມສະດວກດ້ານການຄ້າໃຫ້ແກ່ບັນດາຂະແໜງການຕ່າງໆ ທີ່ບໍ່ແມ່ນພາສີ; ໃຫ້ການສະໜັບສະໜູນທີ່ສຸມໃສ່ການເຂົ້າເປັນພາຄີອົງການການຄ້າໂລກ (WTO) ໃນນັ້ນ ລວມທັງການສ້າງຄວາມສາມາດທາງດ້ານການເຈລະຈາ, ການປັບປຸງນິຕິກຳ ຕົ້ນຕໍແມ່ນການປັບປຸງບັນດາມາດຕະການ ດ້ານອະນາໄມພືດ ແລະ ສັດ, ແລະ ການປະເມີນຜົນກະທົບຂອງການເຂົ້າເປັນສາມະຊິກອົງການ ການຄ້າໂລກ; ການໃຫ້ການຊ່ວຍເຫຼືອໃນວົງກ້ວາງໃຫ້ແກ່ການຄົ້ນຄ້ວາວິໃຈທີ່ພົວພັນກັບຂະແໜງການຄ້າ, ແລະ ການລົງທຶນໃສ່ບັນດາຂະແໜງການ ທີ່ ສາມາດແຂ່ງຂັນລວມທັງຂະແໜງຕັດຫຍິບ.

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 7 ຂອງ ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດບັນດາເປົ້າໝາຍສະເພາະສໍາລັບການການເຊື່ອມໂຍງສາກົນ ແລະ ພາກພື້ນທີ່ກວ້າງຂວາງ  ເພື່ອບັນລຸບັນດາເປົ້າໝາຍພັດທະນາດ້ານເສດຖະກິດ ແລະ ສັງຄົມ. ການເຂົ້າເປັນພາຄີຂອງອົງການ WTO ແລະ ການເຊື່ອມໂຍງກັບ ASEAN ຫຼາຍຂື້ນ ຍັງຈະມີສິ່ງທ້າທາຍຫຼາຍປະການ ສໍາລັບລັດຖະບານ ໃນນັ້ນລວມເອົາຄວາມຈໍາເປັນທີ່ລັດຖະບານຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດບັນດາການປັບປຸງກົດໝາຍຕ່າງໆທີ່ໄດ້ປະກາດໃຊ້ໃນຊຸມປີທີ່ຜ່ານມາ.

ທ່ານ ຣີຊ໋າດ ເຣັກຄ໋ອດ - Richard Record, ຊ່ຽວຊານດ້ານການຄ້າຂອງ ທະນາຄານໂລກ ແລະ ຫົວໜ້າທີມງານ ຮັບຜິດຊອບໂຄງການດັ່ງກ່າວນີ້ ໄດ້ກ່າວວ່າ: “ການສະໜອງເງິນຊ່ວຍເຫຼືອລ້າດັ່ງກ່າວ ຖືເປັນການປະກອບສ່ວນໃນເວລາທີ່ເໝາະສົມຍິ່ງໃນການຊ່ວຍເຫຼືອ ໂຄງການພັດທະນາດ້ານການຄ້າ ແລະ ການເຊື່ອມໂຍງຂອງ ສປປ ລາວ. ບູລິມະສິດຕົ້ນຕໍຂອງ TDF-2 ແມ່ນ ການສະໜັບສະໜູນບັນດາໜ້າວຽກ  ຫຼັງເຂົ້າເປັນສະມາຊິກອົງການ WTO ທີ່ຕໍ່ເນື່ອງຈາກບັນດາໜ້າວຽກກ່ອນການເຂົ້າເປັນ ສະມາຊິກ ໂດຍສຸມໃສ່ການຈັດຕັ້ງປະຕິບັດນິຕິກຳຕ່າງໆ ແລະ ການສືບຕໍ່ຈັດຕັ້ງປະຕິບັດບັນດາພັນທະພາຄີຂອງຕົນ ເພື່ອສ້າງຜົນປະໂຫຍດໂດຍກົງໃຫ້ແກ່ພາກທຸລະກິດ”. 

ດ້ວຍເງິນຊ່ວຍເຫຼືອລ້າດັ່ງກ່າວນີ້, ທະນາຄານໂລກ ຫວັງຈະແກ້ໄຂບັນດາອຸປະສັກທີ່ກີດຂວາງການເຊື່ອມໂຍງທີ່ເພີ່ມຂຶ້ນ ຂອງ ສປປ ລາວ ກັບ ລະບົບການຄ້າພາກພື້ນ ແລະ ຫຼາຍຝ່າຍ ໂດຍສະໜັບສະໜູນການອໍານວຍຄວາມສະດວກດ້ານການຄ້າ ແລະ ໜ້າວຽກດ້ານນະໂຍບາຍທີ່ຈະຊ່ວຍປັບປຸງຄວາມໂປ່ງໃສ, ການຄາດເດົາໄດ້ງ່າຍ ແລະ ຄ່າໃຊ້ຈ່າຍທີ່ຕໍ່າລົງໃຫ້ແກ່ນັກທຸລະກິດ. ໃນເວລາດຽວກັນ, ໂຄງການດັ່ງກ່າວ ຍັງຈະເນັ້ນໃສ່ການສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍ  ແລະ ຄວາມສາມາດໃນການແຂ່ງຂັນ ໂດຍສະໜັບສະໜູນຄວາມສາມາດຂອງພາກທຸລະກິດ ເພື່ອປັບປຸງຜະລິດຕະພາບໃຫ້ສາມາດແຂ່ງຂັນຢ່າງມີປະສິດທິພາບໃນຕະຫຼາດສາກົນ. ນອກຈາກນັ້ນ, ໂຄງການ ຍັງຈະເສີມສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການພັດທະນາການຄ້າ ແລະ ພາກທຸລະກິດ ພາຍໃນກະຊວງອຸດສາ ຫະກໍາ ແລະ ການຄ້າ ຊື່ງເປັນສ່ວນໜື່ງໃນຄວາມພະຍາຍາມຫັນເປັນ ລະບົບແຜນງານດຽວ ສຳລັບການພັດທະນາດ້ານການຄ້າ ແລະ ພາກທຸລະກິດ.

ໂຄງການດ່ັງກ່າວນີ້ ຍັງເປັນການສືບຕໍ່ພະຍາຍາມປັບປຸງປະສິດທິຜົນຂອງການຊ່ວຍເຫຼືອດ້ານການພັດທະນາ ດ້ວຍການເຕົ້າໂຮມຊັບພະຍາກອນຕ່າງໆຈາກ ທະນາຄານໂລກ, ອົດສະຕາລີ, ສະຫະພາບເອີຣົບ, ເຢຍລະມັນ ແລະ ໄອແລນ ເຂົ້າໃນແຜນງານດຽວ. ໝາຍຄວາມວ່າ ວິທິີດັ່ງກ່າວແມ່ນ ຊ່ວຍເພີ່ມປະສິດທິຜົນຂອງການຈັດຕັ້ງປະຕິບັດໂຄງການ, ຫລຸດຜ່ອນຄ່າໃຊ້ຈ່າຍດ້ານການບໍລິຫານຈັດການ ແລະ ມີໝາກຜົນຫຼາຍຍິ່ງຂຶ້ນ.

ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າ ໄລຍະສອງ ເປັນພາກສ່ວນໜຶ່ງທີ່ສໍາຄັນຂອງ ຍຸດທະສາດ ການຮ່ວມພັດທະນາ ຂອງ ທະນາຄານໂລກ ໃນ ສປປ ລາວ ທີ່ສະພາ ບໍລິຫານສູງສຸດ ຂອງ ທະນາຄານໂລກ ໄດ້ຮັບຮອງເອົາໃນເດືອນ ມີນາ 2012 ທີ່ຜ່ານມາ ໂດຍມີເປົ້າໝາຍເພື່ອປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ການເຊື່ອມຕໍ່ກັບພາກພື້ນ, ເວົ້າສະເພາະເພື່ອປັບປຸງຄວາມສາມາດຂອງລັດຖະບານໃນການສ້າງເສດຖະກິດໃຫ້ມີການເຕີບໂຕຢ່າງຫຼາກຫຼາຍ ແລະ ມີຄວາມສາມາດໃນການແຂ່ງຂັນສູງ.

 

ນັກຂ່າວ ກະລຸນາຕິດຕໍ່
ທີ່ Washington
Chisako Fukuda
​ໂທລະ​ສັບ: (202) 473-9424
cfukuda@worldbank.org
ທີ່ Vientiane
Souridahak Sakonhninhom
​ໂທລະ​ສັບ: (856-21) 266-200
ssakonhninhom@worldbank.org


ເລກທີ ບົດອອກຂ່າວ:
2013/180/EAP

Api
Api

Welcome