ບົດອອກຂ່າວ

ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຍ້ຽມຍາມ ສປປ ລາວ

27 ມິ.ຖ. 2012




ທ່ານ​ນາງ Pamela Cox ​ຍອ້ງຍໍ​ຊົມ​ເຊີຍ ປະຊາຊົນ​ລາວ ຕໍ່​ຜົນ​ສໍາ​ເລັດ​​ດ້ານ​ການ​ພັດທະນາ​ທີ່​ຍາດ​ມາ​ໄດ້

ນະຄອນຫຼວງວຽງ​ຈັນ, ວັນ​ທີ 27, 2012 - ທ່ານ​ນາງ Pamela Cox, ຮອງ​ປະທານ​ທະນາຄານ​ໂລກ ປະ​ຈໍາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ​​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ ສປປ ລາວ ຕໍ່ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດທີ່​ເຂັ້ມ​ແຂງ ​ແລະ ຕໍ່​ຜົນ​ສໍາ​ເລັດ ​ໃນ​ວຽກ​ງງານຫຼຸດຜ່ອນ​ຄວາມທຸກ​ຍາກ​. ທ່ານ​ນາງ Cox, ມີ​ປະສົບ​ການ​ດ້ານ​ການ​ພັດທະນາ​​ ໃນ​ລະດັບ​​ໂລກ​ ມາຫຼາຍກວ່າ 30 ປີ, ​ໄດ້​ເຂົ້າຍ້ຽມຂໍາ​ນັບ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ​ເຂົ້າ​ພົບ​ປະ​ກັບລັດຖະມົນຕີ​ອາວຸ​ໂສ, ຄູ່​ຮ່ວມພັດທະນາ, ພາກສ່ວນ​ເອກະ​ຊົນ,​ ອົງການ​ຈັດ​ຕັ້ງ​ສັງຄົມ ​ແລະ ຊື່​ມວນ​ຊົນ.

ທ່ານ​ນາງ Cox ​ ​ໄດ້​ກ່າວ​ຄວາມ​ຂອບ​ໃຈ​ມາ​ຍັງ ທ່ານ​ ນາຍົກ​ລັດຖະມົນຕີ ທອງ​ສິງ​ ທໍາ​ມະ​ວົງ ຕໍ່ສາຍພົວພັນອັນແໜ້ນ​ແຝ້ນ ​ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຜົນ​ສໍາ​ເລັດ​ອັນ​​ໃຫຍ່​ຫຼວງທີ່​ຍາດ​ມາ​ໄດ້​.

ທ່ານ​ນາງ Pamela Cox ​ໄດ້​ກ່າວ​ວ່າ “ການ​ພັດທະນາ​ຢູ່​ ສປປ ລາວ ຖື​ໄດ້​ວ່າ ​ເປັນ​​​ການ​ພັດທະນາ​ທີ່​​ປະສົບ​ຜົນ​ສໍາ​ເລັດ ​​ເຊິ່ງຄຽງ​ຄູ​ໄປ​ກັບ​ການ​ເຕີບ​​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ ການຫຼຸດຜ່ອນ​ຄວາມ​ທຸກ​ຍາກ ​​ແບບ​ຍືນ​ຍົງ ​ໃນ​ໄລຍະ​ ທົດ​ສະ​ວັດ​ທີ່​ຜ່ານ​ມາ. ນັ້ນ​ກໍ​ເປັນ​ຜົນ​ອັນ​ເນື່ອງ​ມາ​ຈາກ ການ​ເຕີ​ບ​ໂຕ​ຂອງ​ຂະ​ແໜງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ​ໃນ​ບາດ​ກ້າວ​ຕໍ່​ໄປ, ການ​ສືບ​ຕໍ່​ຄຸ້ມ​ຄອງ​ຊັບພະຍາກອນ​ດັ່ງກ່າວ ​ແລະ ການ​​ແບ່ງປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແມ່ນ​ວຽກ​ງານ​ທີ່​ສໍາຄັນ​ທີ່​ສຸດ​”. ທ່ານ​ໄດ້​ກ່າວ​ຕື່ມ​ອີ​ກວ່າ, “ທະນາຄານ​ໂລກ ​ໄດ້ພັດທະນາ​ສາຍພົວພັນ​ອັນ​ດີງາມ ກັບ​ລັດຖະບານ ​ແຫ່ງ ສປປ ລາວ ​ໃນ​ໄລຍະ 50 ປີ​ທີ່​ຜ່ານ​ມາ ​ແລະ ພວກ​​ເຮົາ​ກໍ​ມີ​ຄວາມ​ຕັ້ງໜ້າ ທີ່​ຈະ​​ສືບ​ຕໍ່ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ອົງ​ກອນ​ລັດ ​ເພື່ອ​ການ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ທົ່ວ​ເຖິງ.”

ຍຸດ​ທະ​ສາດ​ຮ່ວມ​ພັດທະນາ​ປະ​ເທດ 2012-2016 ສະບັບ​​ໃໝ່ ລະຫວ່າງ ລັດຖະບານ​ລາວ ​ແລະ ກຸ່ມທະນາຄານ​ໂລກ ​​​ຈະ​ເປັນ​ພື້ນຖານ​ອັນ​ສໍາຄັນ ​ໃນການ​ຜັກ​ດັນ ການ​ພັດທະນາ​ ໃຫ້​ມີຄວາມ​ທົ່ວ​ເຖິງ ​ແລະ ຍືນ​ຍົງ. ຍຸດ​ທະ​ສາ​ດດັ່ງກ່າວ ​​​ແມ່ນ​ແນ​​ໃສ່​ການ​ສະໜັບສະໜູນ ການຈັດ​ຕັ້ງ​ປະຕິບັດ​ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ່ 7 ຂອງ​ລັດຖະບານ.

ຍຸດ​ທະ​ສາດ​ຮ່ວມ​ພັດທະນາ​ປະ​ເທດ ມີ​ຈຸດປະສົງ​​ເພື່ອ​​ເສີມ​ສ້າງ ຄວາມ​ອາດ​ສາມາດ​ໃນ​ການ​ແຂງ​ຂັນ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ, ​ເສີມສ້າງ​ຄວາມ​ອາດ​ສາມາດ​ໃນການ​ຄຸ້ມ​ຄອງ​ຊັບພະຍາກອນ​ທໍາ​ມະ​ຊາດ​ແບບ​ຍືນ​ຍົງ, ສົ່ງ​ເສີມການ​ພັດທະນາ​​ແບບ​ທົ່ວ​ເຖິງ, ​​ໂດຍ​ກວມ​ເອົາວຽກ​ງາ​ນທີ່​ກວມລວມ​ເອົາຫຼາຍຂະ​ແໜງ​ການ ​ເພື່ອສ້າງຄວາມ​ອາດ​ສາມາດ​ຂອງ​ພາກ​ລັດ​ໃນ​ການ​ຄຸ້ມ​ຄອງ.

​ໃນ​ລະຫວ່າງ​ການ​ມາ​ຍ້ຽມຍາມ​ ຂອງ​ທ່ານ​ໃນ​ຄັ້ງ​ນີ້, ທ່ານ​ນາງ Cox ໄດ້​​ໄປ​ຍ້ຽມຍາມ​ໂຄງການ​ນໍ້າ​ຕົກໄຟຟ້າ​ນໍ້າ​ເທີນ 2 (NT2) ທີ່​ ​ເມືອງ​ນາ​ກາຍ, ​ແຂວງ​ຄໍາ​ມ່ວນ, ​ເຊິ່ງ​ການກໍ່ສ້າງ​ ໂຄງການ​ດັ່ງກ່າວ​​ແມ່ນໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ກຸ່ມ​ທະນາຄານ​ໂລກ. ​ໃນ​ການ​ໄປ​ຍ້ຽມຍາມ​ໂຄງການ​ນໍ້າ​ເທີນ 2 ​ໃນ​ຄັ້ງ​ນີ້, ທ່ານ​ຍັງ​ໄດ້​ພົບ​ປະ​ກັບອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ.

“ໂຄງກາ​ນນໍ້າ​ເທີນ 2 ​ໄດ້​ກາຍ​ເປັນ​ໂຄງການ​ທີ່​​ປ່ຽນ​​ແປງ ສປປ ລາວ. ​ໂຄງ​ການ​ດັ່ງກ່າວ ​ໄດ້ຊ່ວຍ​ເຫຼືອ​ໃນ​ການຫຼຸດຜ່ອນ​ຄວາມທຸກຍາກ ​ແລະ ຍັງ​ໄດ້​ຊ່ວຍ​ໃນ​ການ​ນໍາ​ເອົາຜົນ​ປະ​ໂຫຍ​ດຕ່າງໆ ມາສູ່​ປະຊາຊົນ ​ລວມ​ເຖິງ​ ການ​ສຶກສາ​, ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ​ແລະ ສິ່ງ​​ແວດ​ລ້ອມ ທີ່​ດີກວ່າ.” ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: “ສປປ ລາວ ​ແລະ ຄູ່​ຮ່ວມ​ງພັດທະນາ ​ໄດ້ສະ​ແດງ​ໃຫ້​ເຫັນ​​ເຖິງ ການ​ພັດທະນາ​​ໄຟຟ້າ​ນໍ້າຕົກ ທີ່​ມີ​ຄວາມ​ຍືນ​ຍົງ​ທາງ​ດ້ານ​ເສດຖະກິດ, ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ເຊິ່ງ​ໄດ້ນໍາ​ເອົາຜົນ​ປະ​ໂຫຍ​ດ​ມາໃຫ້​ແກ່​ປະຊາຊົນ.”

ທ່ານ​ນາງ Cox ​​ເຄີຍ​ເປັນ​ອະ​ດີດ​ຮອງ​ປະທານ​ທະນາຄານ​ໂລກ ປະ​ຈໍາພາກ​ພື້ນ​ອາ​​ເມ​ລິ​ກາ ລາ​ຕິນ ​ແລະ ກາ​ຣິບຽນ ​ເຊິ່ງທ່ານ​ໄດ້​ເປັນຜູ້​ນໍາ​​ ​ໃນ​ການ​ສົ່ງ​ເສີມ​ການ​ເຕີບ​ໂຕ​ແບບ​ທົ່ວ​ເຖິງ ​​ໃນ​ປະ​ເທດ​​ເສດຖະກິດ​ເກີດ​ໃໝ່, ສະໜັບສະໜູນ​ການ​ໃຫ້​ບໍລິການ ທາງ​ດ້ານ​ການ​​ເງິນ ​ແລະ ຄວາມ​ຮູ້ ທີ່​ມີ​ຄວາມ​ສ້າງ​ສັນ ​ແລະ ສາມາດຈັດ​ຕັ້ງ​​ປະຕິ​ບັດ​​ໄດ້ ​ເພື່ອ​ໃຫ້​ສາມາດບັນລຸ​ຕາມ​ຄວາມ​ຕ້ອງການ​ດ້ານ​ການ​ພັດທະນາ​ຂອງ​ປະ​ເທດ.

​ໃນ​ຖານະ​ທີ່​ທ່ານ​​ເປັນ​ຮອງປະທານທະນາຄານ​ໂລກ, ທ່ານ​ນາງ Cox ​ຍັງ​ເປັນ​ຜູ້ບໍລິຫານຄຸ້ມ​ຄອງ ພະນັກງານ​ຫຼາຍກວ່າ 1,000 ຄົນ ທີ່​ປະຕິບັດ​ວຽກງານ​ໃນ​ 22 ປະ​ເທດ ​ແລະ ​ຢູ່​ທີ່ ວໍ​ຊິງ​ຕັນ ດີ​ຊີ ​ແລະ ທ່ານ​ຍັງ​​ເປັນ​ຜູ້​ບໍລິຫານ ​ໂຄງການ​ລົງທຶນຕ່າງໆ ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 30 ຕື້​ໂດ​ລາ ສະຫະລັດ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ນະຄອນຫຼວງວຽງຈັນ
ວຽງສະໃໝ ສຣິດທິຣາດ
​ໂທລະ​ສັບ: +856 (021) 412 369
vsrithirath@worldbank.org
ທີ່ ວໍຊິງຕັນ ດີຊີ
Chisako Fukuda
​ໂທລະ​ສັບ: +1 (202) 473-9424
cfukuda@worldbank.org


ເລກທີ ບົດອອກຂ່າວ:
2012/0627/LA

Api
Api

Welcome