ບົດອອກຂ່າວ

ທ່ານ ນາງ Pamela Cox ໄດ້ຖືກແຕ່ງຕັ້ງໃຫ້ເປັນ ຮອງປະທານທະນາຄານໂລກປະຈໍາພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ຄົນໃໝ່

4 ມ.ກ. 2012




ວໍຊິງຕັນ ດີຊີ, ວັນທີ 3, 2012 – ທ່ານ ນາງ Pamela Cox, ມີປະສົບການເຮັດວຽກ ດ້ານການພັດທະນາ ຫຼາຍກວ່າ 30 ປີ, ໄດ້ຖືກແຕ່ງຕັ້ງໃຫ້ເປັນ ຮອງປະທານທະນາຄານໂລກ ປະຈໍາພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ຄົນໃໝ່ ເລີ່ມຕັ້ງແຕ່ ອາທິດນີ້ເປັນຕົ້ນໄປ.

ຈາກການແຕ່ງຕັ້ງ ໂດຍ ທ່ານ Robert B. Zoellick ປະທານທະນາຄານໂລກ, ທ່ານ ນາງ Pamela Cox ຈະເປັນ ຜູ້ຊີ້ນໍາວຽກງານຂອງທະນາຄານໂລກ ດ້ານການໃຫ້ຄໍາປຶກສາ ແລະ ດ້ານເງິນກູ້ຍືມ ຂອງທະນາຄານໂລກ ໃນພາກພື້ນດັ່ງກ່າວ ແລະ ທ່ານຍັງຈະຊີ້ນໍາວຽກງານການຮ່ວມມືແບບຍຸດທະສາດ ກັບປະເທດທີ່ມີລາຍຮັບປານກາງ.

ທ່ານ ນາງ Cox ເຄີຍດໍາລົງຕໍາແໜ່ງເປັນ ຮອງປະທານທະນາຄານໂລກ ປະຈໍາພາກພື້ນ ອາເມລິກາລາຕິນ ແລະ ຄາຮິບຽນ ເຊິ່ງ ທ່ານມີບົດບາດອັນສໍາຄັນ ໃນການສະໜັບສະໜູນ ວຽກງານສົ່ງເສີມການເຕີບໂຕ ແບບມີສ່ວນຮ່ວມ ໃນບັນດາປະເທດເສດຖະກິດເກີດໃໝ່ ແລະ ຍັງໄດ້ສະໜັບໜູນການໃຫ້ບໍລິການ ທາງດ້ານການເງິນ ແລະ ຄວາມຮູ້ ແບບສ້າງສັນ ແລະ ເປັນຮູບປະທໍາ ເພື່ອໃຫ້ສອດຄອງກັບສະພາບຄວາມຮຽກຮ້ອງຕອ້ງການຂອງ ປະເທດທີ່ກໍາລັງພັດທະນາ. ທີ່ຜ່ານ ທ່ານຍັງໄດ້ດໍາລົງຕໍາແໜ່ງເປັນ ຫົວໜ້າຝ່າຍດໍາເນີນງານ ປະຈໍາປະເທດ ຫວຽດນາມ, ສປປ ລາວ, ກໍາປູເຈ້ຍ, ພະມ້າ, ຟີລິປິນ, ມາເລເຊຍ, ໄທ ແລະ ເກົາຫຼີໃຕ້.

ທ່ານ ນາງ Pamela Cox ໄດ້ກ່າວ ວ່າ “ຂ້າພະເຈົ້າມີຄວາມຮູ້ສຶກດີໃຈຫຼາຍ ທີ່ຈະໄດ້ກັບມາເຮັດວຽກຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ອີກຄັ້ງໜຶ່ງ,”. ທ່ານໄດ້ກ່າວຕື່ມອີກວ່າ “ຫຼັງຈາກພາກພື້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການເຕີບໂຕ ທາງດ້ານ ເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ ໄດ້ມີຄວາມກ້າວໜ້າຢ່າງໄວວ່າ ຖ້າທຽບໃສ່ບັນດາປະເທດອື່ນໆ ໃນທົ່ວໂລກ ໃນໄລຍະ 15 ປີ ທີ່ຜ່ານມາ, ພາກພື້ນດັ່ງກ່າວ ໄດ້ກາຍເປັນກໍາລັງແຮງອັນສໍາຄັນ ແລະ ມີອິທິຜົນສູ່ງ ຕໍ່ເສດຖະກິດໂລກ. ພວກເຮົາ ຈະແນໃສ່ການໃຫ້ການສະໜັບສະໜູນຕໍ່ປະເທດ ໃນພາກພື້ນ ເພື່ອໃຫ້ສາມາດບັນລຸເປົ້າໝາຍ ເພື່ອກາຍເປັນປະເທດທີ່ມີລາຍຮັບສູງ, ສົ່ງເສີມການເຕີບໂຕ ແລະ ສ້າງໂອກາດ ໃຫ້ແກ່ບັນດາປະເທດທີ່ຕ້ອງການໂອກາດຫຼາຍທີ່ສຸດ.” 

ທ່ານ ນາງ  Cox ຈະນໍາເອົາປະສົບການ ແລະ ຄວາມຊໍານານອັນຫຼວງຫຼາຍ ຂອງທ່ານ ໃນການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ເຊິ່ງ ພາກພື້ນ ອາເມລິກາລາຕິນ ແລະ ຄາຮິບຽນ ໄດ້ຮັບຜົນສໍາເລັດເປັນຢ່າງສູງໃນການຈັດຕັ້ງປະຕິບັດ, ແລະ ປະສົບການເຫຼົ່ານີ້ ກໍຍັງສອດຄອງຕໍ່ຄວາມຕ້ອງການ ຂອງພາກພື້ນອາຊີຕາເວັນອອກ ຍອ້ນວ່າ ພາກພື້ນດັ່ງກ່າວ ກໍາລັງປະສົບກັບຄວາມສ່ຽງ ຈາກໄພພິບັດທາງທໍາມະຊາດ ເປັນຢ່າງສູງ.

ທ່ານ ໄດ້ກ່າວອີກວ່າ “ການເຕີບໂຕ ແລະ ການຂະຫຍາຍຕົວຢ່າງໄວວາ ຂອງ ຕົວເມືອງ ໃນເຂດທີ່ມີຄວາມສ່ຽງສູງນັ້ນ ໄດ້ຮຽກຮອ້ງໃຫ້ ປະເທດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຕ້ອງໄດ້ສ້າງຕົວເມືອງຂອງຕົນ ແບບສ້າງສັນ ເພື່ອໃຫ້ສາມາດຕ້ານທານກັບໄພພິບັດທາງທໍາມະຊາດ ແລະ ເພື່ອຮັບປະກັນຄວາມຍືນຍົງທາງດ້ານ ສິ່ງແວດລ້ອມ, ເພື່ອໃຫ້ສາມາດ ປັບໂຕກັບສະພາບດິນຟ້າອາກາດທີ່ມີການປ່ຽນແປງ. ການລົງທຶນເຂົ້າໃນວຽກງານຄຸ້ມຄອງຄວາມສ່ຽງຈາກໄພພິບັດ ສາມາດຊ່ວຍຊີວິດປະຊາຊົນ ແຕ່ການລົງທຶນດັ່ງກ່າວ ຈະຕ້ອງເປັນການລົງທຶນທີ່ເໝາະສົມທາງດ້ານເສດຖະກິດ.”

ໃນການດໍາລົງຕໍາແໜ່ງໃໝ່ຂອງທ່ານນັ້ນ, ທ່ານ ນາງ Cox ຈະສືບຕໍ່ສະໜອງການໃຫ້ການຊ່ວຍເຫຼືອຈາກ ທະນາຄານໂລກ ໃຫ້ແກ່ປະເທດ ໝູ່ເກາະປາຊີຟິກ ເຊິ່ງເປັນບັນດາປະເທດ ທີ່ປະເຊີນໜ້າ ກັບສິ່ງທ້າທາຍຢ່າງຮ້າຍແຮງ ຈາກໄພພິບັດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ທ່ານ ນາງ Pamela Cox ຈະຄຸ້ມຄອງພະນັກງານທີ່ປະຕິບັດວຽກງານ ໃນ 22  ປະເທດ ໃນພາກພື້ນດັ່ງກ່າວ ແລະ ບໍລິຫານການລົງທຶນ ເປັນຈໍານວນ 29,7 ຕື້ ໂດລາສະຫະລັດ. ຄາດວ່າ ຈໍານວນເງິນກູ້ຍືມ ຈາກ ທະນາຄານເພື່ອການກໍ່ສ້າງ ແລະ ພັດທະນ (IBRD - International Bank for Reconstruction) ແລະ ສະມາຄົມເພື່ອການພັດທະນາສາກົນ (IDA - International Development Association) ຂອງພາກພື້ນດັ່ງກ່າວ ໃນປີ 2012 ຈະມີຢູ້ 6.7 ຕື້ ໂດລາສະຫະລັດ. ທ່ານ ນາງ Cox ມາຮັບແໜງດັ່ງກ່າວແທນ ທ່ານ James W. Adams, ອາດີດ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ, ເຊິ່ງທ່ານ ໄດ້ອອກກິນເບ້ຍບໍານານ ຫຼັງຈາກທີ່ທ່ານໄດ້ເຮັດວຽກກັບທະນາຄານໂລກ ຢ່າງຕັ້ງໜ້າ ແລະ ມີຜົນງານອັນຫຼວງຫຼາຍ ມາເປັນເວລາ ຫຼາຍກວ່າ 3 ທົດສະຫວັດ. 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ ດີຊີ
Mohamad Al-Arief
​ໂທລະ​ສັບ: (202) 458-5964
malarief@worldbank.org
Natalia Cieslik
​ໂທລະ​ສັບ: (202) 458-9369
ncieslik@worldbank.org
ທີ່ ນະຄອນຫຼວງວຽງຈັນ
ວຽງສະໃໝ ສຣິດທິຣາດ
​ໂທລະ​ສັບ: (856-20) 22229888
vsrithirath@worldbank.org

ເລກທີ ບົດອອກຂ່າວ:
2012/233/EAP

Api
Api

Welcome