ບົດອອກຂ່າວ

ສິງກະໂປ ນໍາໜ້າໃນການກຳນົດມາດຕະຖານໂລກໃນການກໍານົດລະບຽບ ການຄຸ້ມຄອງທຸລະກິດ, ສປປ ລາວຍັງຕາມຫລັງ

20 ຕ.ລ. 2011




ວໍ​ຊິງ​ຕັນ​ດີ​ຊີ , 20 ຕຸລາ 2011—  ບົດ​ລາຍ​ງານສະບັບ​ໃໝ່​ຈາກ​ອົງການ IFC ​ແລະ ທະນາຄານ​ໂລກ ພົບ​ວ່າ: ​ໃນ​ທົ່ວ​ໂລກ, ສິງກະ​ໂປ ​ແລະ ​ເຂດ​ປົກຄອງ​ພິ​ເສດ​ຮົງ​ກົງ (ສປ ຈີນ) ​ເປັນ​ບ່ອນ​ທີ່​ສະໜອງ​​ແວດ​ລ້ອມ​ດ້ານ​ລະບຽບ​ການ​ທີ່​ເປັນ​ມິດ​ທີ່​ສຸດ​ສຳລັບ​ຜູ້​ປະກອບ​ການ​ທ້ອງ​ຖິ່ນ ຫຼື ພາຍ​ໃນ​ປະ​ເທດ. ສ່ວນ ສປປ ລາວ​ ເກືອບ​ວ່າ​ບໍ່ມີ​ການປຽນ​ແປງຫຍັງໃນ​ການຈັດ​ອັນ​ດັບຄວາມ​ສະດວກ​ໃນ​ການ​ດໍາ​ເນີນ​ທຸລະ​ກິດຢູ່​ທີ່ອັນ​ດັບ 165 ຈາກ​ທັງ​ໝົດ​ທັງ​ໝົດ 183 ປະ​ເທດ. ພາຍ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​-​ປາ​ຊີ​ຟິກ, ປະ​ເທດ​ຈີນ ຖືວ່າ​ກ້າວໜ້າ​ຫຼາຍສຸດ​ໃນ​ການ​ເຮັດ​ໃຫ້​ແວດ​ລ້ອມ​ດ້ານລະບຽບ​ການ​ຂອງ​ເຂົາ​ເຈົ້າ​ເປັນ​ມິດ​ກັບ​ທຸລະ​ກິດ​ຫຼາຍຂຶ້ນ​ໃນ​ຕະຫຼອດ​ໄລຍະຫົກ​ປີ​ຜ່ານ​ມາ.

ບົດ​ລາຍ​ງານການ​ດໍາ​ເນີນ​ທຸລະ​ກິດ ປະຈໍາປີ 2012 ຫຼື Doing Business 2012  ​​ທີ່ໄດ້​ຮັບ​ການ​ເຜີຍ​ແພ່ໃນ​ມື້​ນີ້​ພາຍ​ໃຕ້​ຫົວ​ຂໍ້ ການ​ເຮັດທຸລະ​ກິດ​ໃນ​ໂລກ​ທີ່​​ໂປ່​ງ​ໃສ​ຂຶ້ນກ່ວາ​​​​​ເກົ່າ ​ ​​ແມ່ນ​​ໄດ້​ປະ​ເມີນ​ເບິ່ງ​ບັນດາ​ລະບຽບ​ການ​ຕ່າງໆ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ບໍລິສັດ​ພາຍ​ໃນປະ​ເທດ​ຈາກ 183 ​ເສດຖະກິດ ຫຼື ປະ​ເທດ, ບົດ​ລາຍ​ງານ​ດັ່ງ​ກ່າວ ຍັງ​ຈັດ​ອັນ​ດັບ​ເສດຖະກິດ​ໃນ 10 ຂົງ​ເຂດ​ລະບຽບຄຸ້ມ​ຄອງ​ທຸລະ​ກິດ ​ເຊັ່ນ: ຂົງ​ເຂດການ​ເລີ່​ມຕົ້ນທຸລະ​ກິດ, ການ​ແກ້​ໄຂ​ບັນຫາ​ການ​ຂາດ​ສະພາບ​ຄ່ອງ, ​ແລະ ການ​ຄ້າ​ຂ້າມ​ແດນ.

ສໍາລັບ ສປປ ລາວ​ ແມ່ນ​ມີ​ຄວາມ​ຄືບ​ໜ້າ​ສົມຄວນໃນ​ການ​ປັບປຸງ​ວຽກງານ​ດ້ານ​ນິຕິ​ກໍາ​ສໍາລັບ​ການ​ດໍາ​ເນີນ​ທຸລະ​ກິດ​ໃນ​ປີ

2010/2011, ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມຍັງບໍ່ທັນ​ມີ​​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ນິຕິ​ກໍາ​ໃໝ່​ດັ່ງກ່າວ ​ແລະຈຶ່ງຍັງ​ບໍ່ທັນ​​ມີ​ຜົນ​ຕໍ່ຕົວ​ຊີ້​ວັດຂອງບົດ​ລາຍ​ງານການ​ດໍາ​ເນີນ​ທຸລະ​ກິດ. ​ອັນ​ດັບ​ຂອງ​ປີ​ທີ່​ຜ່ານມາ ​ໄດ້​ມີ​ການ​ຄິດ​ໄລ​ຄືນ​ໃໝ່ ເນື່ອງ​ຈາກ​ໃນ​ປີ​ນີ້ ​ໄດ້​ມີ​ການ​ເພີ່ມ​ຕົວ​ຊີ້​ວັດ​ໃໝ່​ເຂົ້າ​ມາ​​ເຊັ່ນ ‘ການ​ເຂົ້າ​ເຖິງ​ການ​ນໍາ​ໃຊ້​ໄຟຟ້າ’, ມີການ​ກວດ​ແກ້​ຂໍ້​ມູນ, ​ແລະ​ປ່ຽນ​ແປງ​ວິທີ​ການ​ຄິດ​ໄລ​ຂອງ​ບັນດາ​ຕົວ​ຊີ້​ວັດ​​ເກົ່າ​ເພື່ອ​ເຮັດ​ໃຫ້ການ​ປ່ຽບທຽບກັບ​ອັນ​ດັບ​ຂອງ​ປີ​ນີ້​ມີ​ຄວາມໝາຍ. ອັນ​ດັບ​ຂອງ ສປປ ລາວ​ໃນ​ປີ​ນີ້​ເກືອບ​ວ່າ​ຍັງ​ບໍ່ມີ​ການ​ປ່ຽນ​ແປງຢູ່​ທີ່ອັນ​ດັບທີ່ 165 ຫລັງ​ຈາກ​ໄດ້​ມີ​ການ​ຄິດ​ໄລ​ຄືນ​ຈາກ​ອັນ​ດັບ​ທີ 163 ຂອງ​ປີ​ທີ່​ຜ່ານ​ມາ.

“ສປປ ລາວ ​ໄດ້​ດໍາ​ເນີນວຽກງານ​ການປັບປຸງ​ນິຕິ​ກໍາ​ທີ່​ກ່ຽວຂ້ອງ​ກັບ​ການ​ເລີ່​ມຕົ້ນ​ທຸລະ​ກິດ ​ແລະ​ການ​ດໍາ​ເນີນ​ທຸລະ​ກິດ,”​ ທ່ານ Aimilios Chatzinikolaou, ຫົວໜ້າ​ຫ້ອງ​ການ ອົງການ IFC ປະ​ຈໍານະຄອນຫຼວງ​ວຽງຈັນ​ໄດ້​ກ່າວ. “​ໃນ​ປະຈຸ​ບັນ ຄວນ​ເອົາ​​ໃຈໃສ​ເພີ່ມ​ເຕີມຕໍ່ການຈັດ​ຕັ້ງ​ປະຕິບັດ​ເພື່ອ​ສ້າງ​ໃຫ້​ໄດ້​ໝາກຜົນທີ່​​ຄາດໝາຍ​ໄວ້ສໍາລັບ​ພາກ​ທຸລະ​ກິດ ​ແລະ ​ເສດຖະກິດ​ໂດຍ​ລວມ.”

​ເມື່ອ​ປີ​ກາຍ, ມີສິບ​ສີ່​ຈາກ​ຈຳນວນ 24 ​ເສດຖະກິດ ​ທີ່ໄດ້​ປັບປຸງ​ບັນດາ​ລະບຽບ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ຂອງ​ປະ​ເທດ​ຕົນ. ໝູ່​ເກາະ​ໂຊ​ໂລມ໋ອນ, ທ໋ອງກາ, ວາ​ນົວຕູ, ​ແລະ ມະ​ເລ​ເຊຍ ​ໄດ້​ປັບປຸງ​ຢ່າງ​ໜ້ອຍ​ສາມ​ຂົງ​ເຂດ​ທີ່​ຖືກວັດ​ແທກ​ໃນ​ການ​ສຶກສາ​ ການ​ດໍາ​ເນີນ​ທຸລະ​ກິດທຸລະ​ກິດ. ມະ​ເລ​ເຊຍ ປີນ​ຂຶ້ນມາ​ຫ້າ​ອັນ​ດັບ​ໃນ​ການຈັດ​ອັນ​ດັບ​​ໂລກ​ມາ​ຢູ່​ທີ່​ອັນ​ດັບ​ທີ 18 ດ້ວຍ​ການຈັດຕັ້ງປະຕິບັດ​ບັນດາ​ການ​ປັບປຸງ​ປະຕິ​ຮູບ​ລະບຽບ​ການ​ຕ່າງໆ ​ເຊິ່ງ​ໃນ​ນັນລວມມີບໍລິການຜ່ານ​ປະຕູ​ດຽວ​ສຳລັບ​ການ​ເລີ່​ມຕົ້ນທຸລະ​ກິດ, ການ​ຫັນ​ລະບົບ​ການ​ຄ້າ​​ເຂົ້າ​ໃນ​ລະບົບ​ຄອມ​ພິວ​ເຕີ, ​ແລະ ປັບປຸງ​ການ​ດຳ​ເນີນ​ຄະດີ​ທີ່​ກ່ຽວ​ກັບ​ບັນຫາ​ຂາດ​ສະພາບ​ຄ່ອງ. ອັນ​ດັບ​ຂອງ​ປະ​ເທດ​ບຣູ​ໄນ ຖືກ​ປັບ​ຂຶ້ນມາ​ທີ່ອັນ​ດັບ 83 ສ່ວນ​ໜຶ່ງແມ່ນ​ເປັນ​ຍ້ອນ​​ເຂົາ​ເຈົ້າ​ເຮັດ​ໃຫ້​ມີ​ຄວາມ​ສະດວກ​ຂຶ້ນກ່ວາ​ເກົ່າ​ສຳລັບ​ພາກ​ທຸລະ​ກິດ​​ໃນ​ການ​ເຂົ້າ​ເຖິງການ​ນຳ​ໃຊ້​ໄຟຟ້າ.

​ໃນ​ໄລຍະ​ຫົກ​ປີຜ່ານມາ, ມີມາດ​ຕະການ​ໃໝ່​ອັນ​ໜຶ່ງ ​ສະ​ແດງ​ໃຫ້​ເຫັນ​ວ່າ: 22 ​ເສດຖະກິດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ-ປາຊີຟິກ ​ໄດ້​ເຮັດ​ໃຫ້​ແວດ​ລ້ອມ​ດ້ານ​ລະບຽບ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ຂອງ​ປະ​ເທດ​ເຂົາ​ເຈົ້າມີ​ລັກສະນະ​ເປັນ​ມິດ​ກັບ​ພາກ​ທຸລະ​ກິດ​ຫຼາຍຂຶ້ນ ກ່ວາ​ເກົ່າ. ອໍ​ກຸດສ໌​ໂຕ ​ໂລ​ເປດສ໌ ຄລາ​ຣ໋ອດສ໌ (Augusto Lopez-Claros) ຫົວໜ້າ​ຂະ​ແໜງ​ຕົວ​ຊີ້​ວັດ​ລະດັບ​ໂລກ​ແລະ​ການ​ວິ​ເຄາະ​ຈາກ​ກຸ່ມ​ທະນາຄານ​ໂລກ ​ໄດ້​ກ່າວ​ວ່າ:   “ການ​ເຮັດ​ໃຫ້​ລະບຽບ​ການຄຸ້ມ​ຄອງທຸລະ​ກິດ​ມີ​ຄວາ​ມ​ໂປ່​ງ​ໃສ​ຂຶ້ນ​ແລະ​ມີ​ປະສິດທິ ພາບ​ຂຶ້ນ ຖື​ເປັນ​ການ​ເພີ່ມ​ໂອກາດ​ໃຫ້​ແກ່​ການ​ຂະຫຍາຍຕົວ​ ຫຼື ການ​ເຕີບ​ໂຕຂອງ​ເສດຖະກິດ”. “ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນອອກ-ປາຊີ​ຟິກ, ບັນ ດາ​ທຸລະ​ກິດ​ຕ່າງ​ໆ ພາກັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ປັບປຸງ​ປະຕິ​ຮູບ​ລະບຽບການ​ໃນ​ວົງ​ກ້ວາງ​ແລະ​ຍືນ​ຍົງ​ທີ່​ມີ​ຂຶ້ນ​ໃນ​ພາກ​ພື້ນ​ດັ່ງກ່າວ.”

ປີ​ນີ້, ການຈັດ​ອັນ​ດັບ​ຄວາມ​ສະດວກ​ໃນ​ການ​ເຮັດ​ທຸລະ​ກິດ ​ແມ່ນ​ໄດ້​ຂະຫຍາຍ​ກ້ວາງ​ອອກ​ຕື່ມ​ໂດຍ​ລວມ​ເອົາ​ບັນດາ​ຕົວ​ຊີ້​ວັດ​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ການ​ນຳ​ໃຊ້​​ໄຟຟ້າ. ບົດ​ລາຍ​ງານ​ສະບັບ​ນີ້ ​ໄດ້ຄົ້ນພົບ​ວ່າ: ການ​ເຂົ້າ​ເຖິງ​ການ​ນຳ​ໃຊ້​ໄຟຟ້າທີ່​ມີ​ປະສິດທິພາບ​ສູງ​ສຸດ ​ແມ່ນ​ຢູ່​ປະ​ເທດໄອສ໌​ແລນ, ​ເຍຍ​ລະ​ມັນ, ​ໃຕ້​ຫວັນ (ສປ ຈີນ) ຮົງ​ກົງ (ສປ ຈີນ) ​ແລະ ສິງກະ​ໂປ.

ຂໍ້​ມູນກ່ຽວ​ກັບ​ຊຸດ​ບົດ​ລາຍ​ງານ​ການ​ດໍາ​ເນີນທຸລະ​ກິດ

ບົດ​ລາຍ​ງານ ການ​ດໍາ​ເນີນທຸລະ​ກິດ ດຳ​ເນີນ​ການວິ​ເຄາະ​ບັນດາ​ລະບຽບ​ການ​ຕ່າງໆ​ທີ່​ນຳ​ໃຊ້​ກັບ​ພາກ​ທຸລະ​ກິດ​ຂອງ​​ເສດຖະກິດ​ໃດ​ໜຶ່ງ​ໃນ​​ໄລຍະ​ຮອບ​ວຽນ​ຊີວິດ​ຂອງ​ທຸລະ​ກິດ ​ເຊິ່ງ​ໃນ​ນັ້ນລວມທັງ​ໄລຍະ​ເລີ່​ມຕົ້ນ​ເຮັດ​ທຸລະ​ກິດ​ແລະໄລຍະ​ດຳ​ເນີນ​ທຸລະ​ກິດ, ວິ​ເຄາະ​ລະບຽບການທີ່​ນຳ​ໃຊ້​ກັບ​ການ​ຄ້າ​ຂ້າມ​ແດນ, ການ​ຊຳລະ​ອາກອນ, ​ແລະ ການ​ແກ້​ໄຂ​ບັນຫາ​ການ​ຂາດ​ສະພາບ​ຄ່ອງ. ການຈັດ​ອັນ​ດັບລວມສໍາລັບ​ຄວາມ​ສະດວກ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ ​ແມ່ນ​ອີງ​ໃສ່ 10 ຕົວ​ຊີ້​ວັດ​ ແລະ ​ກວມ​ເອົາ 183 ​ເສດຖະກິດ. ການຈັດ​ອັນ​ດັບ​ຂອງ​ປີ​ທີ່​ຜ່ານ​ມາ ​ໄດ້​ມີ​ການ​ຄິດ​ໄລ​ຄືນ​ໃໝ່ເນື່ອງ​ຈາກ​ໃນ​ປີ​ນີ້ ​ໄດ້​ມີ​ການ​ເພີ່ມ​ຕົວ​ຊີ້​ວັດ​ໃໝ່​ເຂົ້າ​ມາ​, ມີການ​ກວດ​ແກ້​ຂໍ້​ມູນ, ​ແລະ​ປ່ຽນ​ແປງ​ວິທີ​ການ​ຄິດ​ໄລ​ຂອງ​ບັນດາ​ຕົວ​ຊີ້​ວັດ​​ເກົ່າ​ເພື່ອ​ເຮັດ​ໃຫ້ການ​ປ່ຽບທຽບກັບ​ອັນ​ດັບ​ໃໝ່​ມີ​ຄວາມໝາຍ. ບົດ​ລາຍ​ງານ​ການ​ດໍາ​ເນີນທຸລະ​ກິດ ບໍ່​ໄດ້​ວັດ​ແທກ​ທຸກ​ດ້ານຂອງ​ແວດ​ລ້ອມການ​ດໍາ​ເນີນທຸລະ​ກິດ​ທີ່​ມີ​ຄວາມ​ສຳຄັນ​ຕໍ່​ບໍລິສັດ​ ແລະ​ ນັກ​ລົງທຶນ. ຕົວຢ່າງ, ບໍ່​ໄດ້​ວັດ​ແທກ​ດ້ານຄວາມ​ໝັ້ນຄົງ, ສະ​ເຖຍລະ​ພາບ​ທາງ​ເສດຖະກິດ​ມະຫາ​ພາກ, ບັນຫາ​ກາ​ນສໍ້​ລາດ​ບັງ​ຫຼວງ, ລະດັບ​ທັກ​ສະສີ​ມື​ແຮງ​ງານ, ຫຼື ຄວາມ​ເຂັ້ມ​ແຂງ​ຂອງ​ລະບົບ​ການ​ເງິນ. ບັນດາ​ສິ່ງຄົ້ນພົບ​ໃນ​ບົດ​ລາຍ​ງານ​ດັ່ງ​ກ່າວ ​ໄດ້​ກະ​ຕຸກຊຸກຍູ້​ໃຫ້​ມີການ​ສົນທະ ນາ​ຄົ້ນຄ້ວາ​ດ້ານ​ນະ​ໂຍບາຍ​ຢູ່ຫຼາຍກ່ວາ 80 ​ເສດຖະກິດ ​ແລະ ​ໄດ້​ເຮັດ​ໃຫ້​ມີ​ການ​​​ເພີ່ມ​ຂຶ້ນຂອງອົງ ການທີ່​ດຳ​ເນີນ​ການຄົ້ນຄ້ວາ​ວິ​ໄຈ​ກ່ຽວ​ກັບ​ວິທີ​ທີ່​ລະບຽບ​ການ​ລະດັບ​ບໍລິສັດ ພົວພັນ​ກັບ​ຜົນ​ດຳ​ເນີນ​ງາ​ນທາງ​ເສດຖະກິດ​ໃນ​ບັນດາ​ປະ​ເທດ​ເຫຼົ່ານັ້ນ. ສົນ​ໃຈ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຊຸດ​ບົດ​ລາຍ​ງານ​ການ​ດໍາ​ເນີນທຸລະ​ກິດ, ສາມາ​ດ​ເຂົ້າ​ເບິ່ງ​ໄດ້​ທີ່

 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ສປປ ລາວ
ວົງ​ລັດດາ​ ໂອ​ມະນີ
​ໂທລະ​ສັບ: 856 21 450 017
vomany@ifc.org
ສຸລະ​ດາ​ຮັກ ສະກົນນິຍົມ
​ໂທລະ​ສັບ: +856 450010-13
ssakonhninhom@worldbank.org
ທີ່ ພາກ​ພື້ນ​ອາຊີ​ປາຊິ​ຝິກ
Hannfried von Hindenburg
​ໂທລະ​ສັບ: +852 2509-8115
hvonhindenburg@ifc.org



Api
Api

Welcome