ບົດອອກຂ່າວ

ນັກຮຽນ ນັກສຶກສາ ຮ່ວມກັນຕ້ານ ການປ່ຽນແປງດິນຟ້າອາກາດ ຜ່ານງານຈິດຕະກຳ

6 ພ.ພ. 2010



ວຽງຈັນ, ວັນທີ 6 ພຶດສະພາ, 2010 – ເພື່ອເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປະຈຳປີ 2010 (5 ມິຖຸນາ, 2010), ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ), ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສູນກາງ ຊປປ ລາວ) ແລະ ຫ້ອງການ ທະນາຄານໂລກປະຈຳ ສປປ ລາວ, ຈະໄດ້ຮ່ວມກັນຈັດ ການແຂ່ງຂັນແຕ້ມຮູບ ກ່ຽວກັບ ການ ປ່ຽນແປງ  ດິນຟ້າອາກາດ ສຳລັບນັກຮຽນ ນັກສຶກສາ ຂັ້ນປະຖົມ, ມັດທະຍົມ, ແລະ ວິທະຍາໄລ/ມະຫາວິທະຍາໄລ. ການແຂ່ງຂັນ ຄັ້ງນີ້ ແມ່ນເລັ່ງໃສ່ ສ້າງ ແລະ ປູກຈິດສຳນຶກ ດ້ານການປ່ຽນແປງດິນຟ້າອາກາດ ໃຫ້ແກ່ ເຍົາວະຊົນ-ຊາວໜຸ່ມ ກ່ຽວກັບບັນຫາການປ່ຽນ ແປງດິນຟ້າອາກາດ ແລະ ຜັກດັນໃຫ້ເຂົາເຈົ້າ ເລີ່ມຄິດ ວ່າຈະປະກອບສ່ວນ ແນວໃດ ເຂົ້າໃນການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດໄດ້. ພ້ອມດຽວກັນນັ້ນ, ເປົ້າໜາຍຂອງ ການແຂ່ງຂັນ ໃນຄັ້ງນີ້ ແມ່ນເພື່ອ ຊຸກຍູ້ສົ່ງເສີມໃຫ້ແກ່ ເຍົາວະຊົນ-ຊາວໜຸ່ມ ໄດ້ສະແດງແນວຄິດສ້າງສັນ ແລະ ການຄິດແບບ ກວ້າງຂວາງ.

ຄຳຖາມ ຂອງ ບົດແຕ້ມ ສຳລັບ ນັກຮຽນ ຂັ້ນ ປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນແມ່ນ “ເຈົ້າຈະຫຼຸດຜ່ອນ ແລະ ກຳຈັດຂີ້ເຫຍື້ອ/ສິ່ງເສດເຫຼືອ ໃນຄອບຄົວ, ໂຮງຮຽນ ແລະ ຊຸມຊົນ ຂອງເຈົ້າແນວໃດ?” ສຳລັບນັກຮຽນຂັ້ນ ມັດທະຍົມສຶກສາຕອນປາຍ ແລະ ນັກສຶກສາ ໃນລະດັບ ວິທະຍາໄລ/ມະຫາວິທະຍາໄລ ແມ່ນຈະໄດ້ແຕ້ມໂດຍຕອບຄຳຖາມ “ເຈົ້າຈະປະຫຍັດ ພະລັງງານ ໃນຄອບຄົວ, ໂຮງຮຽນ ແລະ ຊຸມຊົນ ຂອງເຈົ້າແນວໃດ?” 

ການແຂ່ງຂັນແມ່ນເລີ່ມເປີດຮັບບົດແຕ້ມ ຈາກ ນັກຮຽນນັກສຶກສາ ຢູ່ ໂຮງຮຽນພາກລັດ ແລະ ເອກະຊົນ ໂດຍ ວັນໜົດກຳນົດ ສົ່ງບົດ ແມ່ນ ວັນທີ 21 ພຶດສະພາ 2010. ຮູບແຕ້ມ ແມ່ນ ຈະຖືກຄັດເລືອກ ອີງຕາມ ເຕັກນິກ ໃນການແຕ້ມ, ເນື້ອໃນ, ແນວຄິດສ້າງສັນ ແລະ ຄວາມເປັນ ເອກະລັກຂອງບົດແຕ້ມ. ລາງວັນຂອງການແຂ່ງຂັນ ແມ່ນ ລວມມີທັງໜົດ 12 ລາງວັນ ສຳລັບແຕ່ລະໝວດລະດັບ ເຊິ່ງປະກອບດ້ວຍ ລະດັບໂຮງຮຽນປະຖົມສຶກສາ, ມັດທະຍົມສຶກສາ ຕອນຕົ້ນ, ມັດທະຍົມ ສຶກສາຕອນປາຍ ແລະ ວິທະຍາໄລ/ມະຫາວິທະຍາໄລ. ພ້ອມກັບລາງວັນອື່ນໆນັ້ນ, ລາງວັນທີ 1 ໃນແຕ່ ລະປະເພດ ຈະໄດ້ຮັບທຶນການສຶກສາ ຈຳນວນ 200 USD, ລາງວັນທີ 2 ແລະ ລາງວັນທີ 3 ຈຳນວນ 150 USD ແລະ 100 USD ຕາມລໍາດັບ. ໃຫ້ກຽດ ເປັນ ຄະນະກຳມະການຕັດສິນ ການແຂ່ງຂັນ ປະກອບດ້ວຍຜູ້ຕາງໜ້າ ຈາກ ອຊນສ, ສູນກາງ ຊປປ ລາວ, ກະຊວງສຶກສາທິການ, ກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທຳ ແລະ ທະນາຄານໂລກ.

ຜູ້ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: “ຮ່ວມການຕ້ານການປ່ຽນແປງດິນຟ້າອາກາດ ແມ່ນພັນທະຂອງຊາວໜຸ່ມ-ເຍົາວະຊົນໃນໄລຍະໃໝ່. ຊາວໜຸ່ມ-ເຍົາວະຊົນລາວທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນ ແລະ ເປັນເຈົ້າການປົກປັກຮັກສາສິ່ງແວດລ້ອມ ເພາະ ສິ່ງແວດລ້ອມ ແມ່ນສະພາບນອກຕົວທີ່ກະທົບໂດຍກົງຕໍ່ການດຳລົງຊີວິດ ແລະ ການພັດທະນາຂອງມວນມະນຸດ. ດັ່ງນັ້ນ, ຮັກສິ່ງ ແວດລ້ອມ ແມ່ນ ຮັກຊີວິດຂອງຕົນເອງ, ປົກປັກຮັກສາສິ່ງແວດລ້ອມຕ້ອງສະແດງອອກຢູ່ໃນແນວຄິດ ແລະ ການ ກະທຳຕົວຈິງ”.

ຜູ້ຕາງໜ້າຈາກອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: “ສາຍເຫດ ທີ່ພາໃຫ້ມີການປ່ຽນແປງດິນຟ້າອາກາດ ແມ່ນຍ້ອນ ມີທາດ ອາຍພິດເຮືອນແກ້ວ ຫຼື GHG (Green House Gas) ນັບມື້ນັບຫຼາຍຂຶ້ນ ແລະ ໜາແໜ້ນຂຶ້ນຢູ່ຊັ້ນບັນຍາກາດ. ແຫຼ່ງກໍານີດຂອງ GHG ແມ່ນມາຈາກ ການເຜົາໃໝ້ນ້ຳ ມັນເຊື້ອໄຟ ຂອງ ອຸດສະຫະກຳ, ອຸດສະຫະກຳພະລັງງານ, ການຂົນສົ່ງ, ການປ່ຽນແປງນຳໃຊ້ທີ່ດິນ, ການຕັດໄມ້ທຳລາຍປ່າ, ການປູກຝັງ ແລະ ລ້ຽງສັດ, ສິ່ງເສດເຫຼືອ ແລະ ປະກົດການຈາກທຳມະຊາດ ຈຳນວນໜຶ່ງ. GHG ມີຢູ່ 6 ທາດ ເຊັ່ນ: C02, Ch4, N2O, HFCs, PFCs, ແລະ SF4  ເປັນຕົວເກັບກັກພະລັງງານຄວາມຮ້ອນຈາກພະອາທິດໄວ້ ແລະ ເປັນ ສາຍເຫດພາໃຫ້ໜ້າໂລກອົບເອົ້າ. ການປ່ຽນແປັງດິນຟ້າອາກາດ ມີຜົນກະທົບ ຕໍ່ລະບົບນິເວດ, ການກະສິກຳ, ປ່າໄມ້, ນ້ຳ ແລະ ຊັບພະຍາກອນແຫຼ່ງນ້ຳ ແລະ ອື່ນໆ”. 

ທ່ານ ພັດຈະມູຕູ ອີລັງໂກວານ, ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວຕື່ມວ່າ:  “‘ປະຕິບັດການທັນທີ, ປະຕິບັດການຮ່ວມກັນ, ປະຕິບັດການທີ່ແຕກຕ່າງຈາກເດີມ ເປັນຂໍ້ຄວາມຫຼັກ ຢູ່ໃນ ບົດລາຍງານ ການພັດທະນາໂລກ ປະຈຳປິນີ້ ທີ່ເວົ້າກ່ຽວກັບ ການປ່ຽນແປງດິນຟ້າອາກາດ. ຄຳຂັວນນີ້ ສ່ອງແສງ ໃຫ້ເຫັນວ່າ ພວກເຮົາ ຕ້ອງໄດ້ດຶງເອົາ ຊາວໜຸ່ມ ທີ່ກວມອັດຕາ 60% ຂອງຈຳນວນປະຊາກອນ ຂອງພວກເຮົາ ເຂົ້າມາມີ ສ່ວນຮ່ວມ ໃນຂະບວນ ການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ. ການແຕ້ມຮູບ ກໍ ແມ່ນວິທີທາງ ອັນໃໝ່ ແລະ ສ້າງສັນ ໃນການສົ່ງເສີມ ຄວາມຮູ້ ແລະ ການປູກຈິດສຳນຶກ ໃນຫົວຂໍ້ທີ່ສຳຄັນ ຄື ການປ່ຽນແປງດິນຟ້າອາກາດ.”

ເບິ່ງ ໃບໂຄສະນາ ເປັນ ພາສາ ລາວ ຫຼື ອັງກິດ 

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

ອົງການຊັບພະຍກອນນ້ຳ ແລະ ສິ່ງແວດລ້ອມ
ໂທ/ແຟກ: +856-21-265 017
ອີເມລ: btv_vanxay9@hotmail.com

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ
ທ່ານບັນລິດ ປານທອງຈັນ
ໂທ: +856-21-417 110
ແຟກ: +856-21-416 727
ອີເມລ: bpanthongchan@yahoo.com

ທະນາຄານໂລກ
ທ່ານ ນາງ ສຸຣິດາຮັກ ສາກົນນິຍົມ
ໂທ: +856-21- 450 010
ແຟກ: +856-21- 414 210
ອີເມລ: ssakonhninhom@worldbank.org


Api
Api

Welcome