Skip to Main Navigation
publication 20 ຕຸລາ 2020

ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020

Image

ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020

ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020: ບົດຄວາມຈາກ Catching Up and Falling Behind ສະແດງໃຫ້ເຫັນວ່າ ສປປ ລາວ ຖືວ່າມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ25 ປີຜ່ານມາ, ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ.

ຈັດພິມໂດຍ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ ເປັນພາສາລາວ ແລະ ອັງກິດ, ຂໍ້ມູນລວມກ່ຽວກັບຄວາມທຸກຍາກ ໄດ້ສະແດງໃຫ້ເຫັນຜົນການສຳຫຼວດລາຍຈ່າຍ ແລະ ການບໍລິໂພກ (LECS), ທີ່ໄດ້ດຳເນີນສຳລັບທົ່ວປະເທດ ປີ 2018-19.

ການປະເມີນຄວາມທຸກຍາກ ປີ: ບົດຄວາມຈາກ Catching Up and Falling Behind, ພິມອອກເປັນພາສາອັງກິດ, ໄດ້ວິເຄາະຂໍ້ມູນຜົນການສຳຫຼວດລາຍຈ່າຍ ແລະ ການບໍລິໂພກຢ່າງລະອຽດ ແລະ ຊອກຫາປັດໄຈທີ່ເປັນສາເຫດ ຂອງບັນຫາທີ່ປະກົດອອກມາ. ຂໍ້ມູນທົ່ວໄປກ່ຽວກັບການປະເມີນດັ່ງກ່າວແມ່ນມີອອກມາແລ້ວ.

ຜົນຂອງການສຶກສາທີ່ສຳຄັນ

ອັດຕາຄວາມທຸກຍາກ ໃນ ສປປ ລາວ ແມ່ນຍັງສືບຕໍ່ຫຼຸດລົງ. ອັດຕາຄວາມທຸກຍາກແມ່ນຫຼຸດລົງກວ່າເຄິ່ງໜຶ່ງໃນລະຫວ່າງປີ 1993 ແລະ 2019, ຫຼຸດລົງຈາກ 46 ເປີເຊັນ ເປັນ 18 ເປີເຊັນ– ສະທ້ອນໃຫ້ເຫັນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຈໍາປີໂດຍສະເລ່ຍແມ່ນ 7.3 ເປີເຊັນ ໃນໄລຍະດຽວກັນ.

ລາຍຮັບທີ່ເພີ່ມຂຶ້ນຈາກຂະແໜງກະສິກຳ ໄດ້ກາຍເປັນປັດໄຈຄັບເຄື່ອນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ. ນັບແຕ່ປີ 2013, ຄົວເຮືອນທີ່ມີອາຊີບກະສິກຳ ໄດ້ປ່ຽນຈາກການປູກເຂົ້າເພື່ອກຸ້ມຢູ່ກຸ້ມກິນ ໄປສູ່ການຜະລິດກາຍເປັນສິນຄ້າ.

ການຫຼຸດລົງໃນອາຊີບທີ່ບໍ່ແມ່ນກະສິກຳ ໄດ້ເຮັດໃຫ້ການຫຼຸດຜ່ອນຄວາມທຸກຍາກຊ້າລົງ. ນັບແຕ່ປີ 2013, ຂະແໜງອຸດສາຫະກຳໄດ້ສ້າງວຽກເຮັດງານທຳໄດ້ໃນລະດັບໜຶ່ງ, ໃນຂະນະທີ່ຂະແໜງການບໍລິການ ແມ່ນໄດ້ຂະຫຍາຍຕົວຢ່າງຊ້າໆ.

ການສົ່ງເງິນມາຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຟື້ນຟູບັນຫາການສູນເສຍລາຍຮັບຈາກອາຊີບທີ່ບໍ່ແມ່ນກະສິກຳ. ໃນລະຫວ່າງປີ 2013 ແລະ 2019, ເງິນທີ່ໄດ້ຈາກແຮງງານຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງລາຍຮັບສຳຄັນ ປະມານ 15 ເປີເຊັນຂອງລາຍຮັບໃນຄົວເຮືອນ, ທຽບໃສ່ອັດຕາຫຼຸດຜ່ອນຄວາມທຸກຍາກແມ່ນປະມານ 3.7 ເປີເຊັນ.

ການຂາດວຽກເຮັດງານທຳ ບວກກັບການເຕີບໂຕຢ່າງໄວວາຂອງເສດຖະກິດ ພັດບໍ່ສາມາດເຮັດໃຫ້ຫຼຸດຜ່ອນອັດຕາຄວາມທຸກຍາກລົງໄດ້ໃນລະດັບສູງເທົ່າທີ່ຄວນ. ນັບແຕ່ປີ 2013 ຫາ 2019, ການທີ່ເປີເຊັນຂອງ GDP ເພີ່ມຂຶ້ນ 1 ເປີເຊັນ ໄດ້ພາໃຫ້ອັດຕາຄວາມທຸກຍາກຫຼຸດລົງໄດ້ພຽງແຕ່ 0.67 ເປີເຊັນ.

ນອກນັ້ນ ຄວາມບໍ່ເທົ່າທຽມກັນກໍເພີ່ມຂຶ້ນ, ເຊິ່ງເກີດມາຈາກການບໍລິໂພກທີ່ເພີ່ມຂຶ້ນໃນຂັ້ນຕົ້ນຂອງການແຈກຢາຍ.

ຄວາມທຸກຍາກໄດ້ຫຼຸດຕໍ່າລົງຢ່າງໄວວາໃນເຂດຊົນນະບົດ ຫຼາຍກວ່າເຂດຕົວເມືອງ, ຂອບໃຈຕໍ່ການເພີ່ມຂຶ້ນຂອງລາຍຮັບຈາກກະສິກຳ ແລະ ການສົ່ງເງິນມາຈາກແຮງງານຢູ່ຕ່າງປະເທດ ໃນກຸ່ມບັນດາຄົວເຮືອນຊົນນະບົດ. ອັດຕາຄວາມທຸກຍາກຢູ່ເຂດຊົນນະບົດໄດ້ຫຼຸດລົງ 7.6 ເປີເຊັນ ມາຢູ່ໃນລະດັບ 23.8 ເປີເຊັນ ລະຫວ່າງປີ 2013 ແລະ 2019.

ບັນດາແຂວງພາກໃຕ້ ແລະ ພາກເໜືອ ໄດ້ມີຄວາມຄືບໜ້າທີ່ໜ້າປະທັບໃຈກ່ຽວກັບການຫຼຸດຜ່ອນອັດຕາຄວາມທຸກຍາກ. ລະຫວ່າງປີ 2013 ແລະ 2019, ອັດຕາຄວາມທຸກຍາກຫຼຸດລົງໃນທຸກແຂວງພາກໃຕ້ ຍົກເວັ້ນແຂວງອັດຕະປື. ໂດຍລວມແລ້ວ, ຄວາມທຸກຍາກໃນແຂວງພາກໃຕ້ຫຼຸດລົງຈາກ 29.9 ເປີເຊັນ ໃນປີ 2013 ມາເປັນ 17.7 ເປີເຊັນ ໃນປີ 2019, ເຊິ່ງເຮັດໃຫ້ພາໃຕ້ກາຍເປັນເຂດທີ່ມີອັດຕາຄວາມທຸກຍາກໜ້ອຍທີ່ສຸດ. ຄວາມທຸກຍາກໃນທຸກແຂວງພາກເໜືອກໍຫຼຸດລົງເຊັ່ນກັນ ຍົກເວັ້ນແຂວງ ໄຊຍະບູລີ, ແຂວງບໍ່ແກ້ວ ເປັນແຂວງທີ່ມີອັດຕາທີ່ຫຼຸດລົງຫຼາຍກວ່າໝູ່ໃນໄລຍະດັ່ງກ່າວ.

ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5 ເປັນ 21.5 ເປີເຊັນ, ເຮັດໃຫ້ເຂດດັ່ງກ່າວ¬¬—ເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີ—ກາຍເປັນມີຄວາມທຸກຍາກສູງທີ່ສຸດ.

ຄວາມທຸກຍາກຍັງຄົງມີອັດຕາທີ່ສູງໃນບັນດາກຸ່ມຊົນເຜົ່າສ່ວນນ້ອຍ ແລະ ສັງເກດເຫັນວ່າມີອັດຕາຫານຫຼຸດລົງທີ່ຊ້າໃນກຸ່ມຄົວເຮືອນທີ່ຂາດການສຶກສາ. ໃນປີ 2019, ອັດຕາຄວາມທຸກຍາກ 34.6 ເປີເຊັນ ແມ່ນສະແດງອອກໃນບັນດາຄົວເຮືອນທີ່ມີຫົວໜ້າຄອບຄົວ ທີ່ບໍ່ໄດ້ເຂົ້າຮັບການສຶກສາໃນລະບົບ. ເຊິ່ງແມ່ນສູງກວ່າຄົວເຮືອນທີ່ມີຫົວໜ້າຄອບຄົວທີ່ຈົບການສຶກສາຊັ້ນມັດທະບົມສຶກສາສິບເທົ່າ.

ຕະຫຼາດແຮງງານຂອງລາວ ແມ່ນປະກອບດ້ວຍຊາວແຮງງານທີ່ເຮັດວຽກກະສິກຳ ທີ່ຕ້ອງປະເຊີນກັບ ຄວາມປ່ຽນແປງຂອງລະດູການ ໃນຂະນະທີ່ຕະຫຼາດແຮງງານກໍມີຄວາມຕ້ອງການ, ການເຮັດວຽກໃນຂະແໜງການທີ່ບໍ່ເປັນທາງການມີອັດຕາສູງຂຶ້ນ ແລະ ອັດຕາຕົວເລກອາຊີບໃນພາກລັດ ກໍເພີ່ມຂຶ້ນ. ໃນປີຜ່ານມາ, ສະພາບຕະຫຼາດແຮງງານຍັງບໍ່ທັນສະໜັບສະໜູນໄປໃນລວງດຽວກັບການຈະເລີນເຕີບໂຕແບບມີສ່ວນຮ່ວມ. ທຸກຂະແໜງການ, ຍົກເວັ້ນພາກສາທາລະນະ ແລະ ການບໍລິການ, ແມ່ນມີການລັກສະນະການຈ້າງງານທີ່ຫຼຸດລົງໃນ ໄລຍະ 6 ປີ ຫຼັງຈາກປີ 2013

ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ນຳມາເຊິ່ງບັນຫາການຈ້າງງານແບບບໍ່ຄາດຄິດ, ເຮັດໃຫ້ເກີດຄວາມກົດດັນໃນຕະຫຼາດແຮງງານທີ່ມີຄວາມອ່ອນແອຢູ່ແລ້ວ. ການຫຼຸດລົງໃນຂະແໜງການທ່ອງທ່ຽວໄດ້ພາໃຫ້ເກີດການສູນເສຍໃນອາຊີບຄ້າຂາຍຍ່ອຍ, ການຂົນສົ່ງ ແລະ ການບໍລິການ, ເຊິ່ງທັງໝົດນັ້ນ ເທົ່າກັບ 11 ເປີເຊັນຂອງການຈ້າງງານທັງໝົດ. ການຫຼຸດລົງໃນຂະແໜງການທ່ອງທ່ຽວ ແລະ ການເດີນທາງ ຄາດວ່າຈະກັບມາດີຂຶ້ນພາຍໃນປີ 2021, ນຳໄປສູ່ການສູນເສຍລາຍຮັບ ຫຼື ສູນເສຍອາຊີບຖາວອນ ຖ້າຫາກວິກິດການດັ່ງກ່າວຍັງສືບຕໍ່.

ການສົ່ງເງິນມາຈາກຕ່າງປະເທດ ມີແນວໂນ້ມວ່າຈະຫຼຸດລົງຢ່າງໄວວາ ຍ້ອນການແພ່ລະບາດດັ່ງກ່າວ, ເຊິ່ງມັນເປັນສິ່ງທ້າທາຍສຳລັບຜູ້ທີ່ອາໄສເງິນດັ່ງກ່າວເພື່ອການຢູ່ລອດ. ປະມານ 70 ເປີເຊັນຂອງເງິນທີ່ສົງມາລາວແມ່ນມາຈາກແຮງງານທີ່ຢູ່ຕ່າງປະເທດ. ແຕ່ວ່າການແພ່ລະບາດຂອງພະຍາດ ໄດ້ສົ່ງຜົນໃຫ້ເກີດການຂາດອາຊີບສຳລັບກຸ່ມແຮງງານ, ແລະ ຫຼາຍຄົນແມ່ນໄດ້ກັບເມືອບ້ານເກີດ.

ການແພ່ລະບາດຂອງ ໂຄວິດ-19 ຄາດວ່າຈະເຮັດໃຫ້ເກີດຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນລະຫວ່າງປີ 2013–19. ເຮັດໃຫ້ຂະແໜງການທີ່ບໍ່ແມ່ນກະສິກຳມີການເຕີບໂຕຊ້າລົງ, ບວກກັບການຫຼຸດລົງຂອງກະແສເງິນທີ່ສົ່ງມາຈາກຕ່າງປະເທດ ກໍຄາດວ່າຈະໄດ້ັຮັບຜົນກະທົບໃນທາງລົບຕໍ່ກັບບັນຫາຄວາມທຸກຍາກເຊັ່ນດຽວກັນ.

ກຸ່ມຜູ້ທຸກຍາກແມ່ນປະກອບມີ ສາມ ກຸ່ມແຕກຕ່າງກັນ ທີ່ຕ້ອງການມາດຕະການຕອບໂຕ້ທີ່ແຕກຕ່າງກັນດັ່ງນີ້:

  • ກຸ່ມທຳອິດ (41 ເປີເຊັນຂອງຜູ້ທຸກ) ປະກອບມີ ຜູ້ທີ່ຢູ່ຫ່າງໄກສອກຫຼີກ, ການສຶກສາຕໍ່າ, ຄົວເຮືອນຊາວກະສິກອນ ເຊິ່ງສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າສ່ວນນ້ອຍ.
  • ກຸ່ມທີສອງ (45 ເປີເຊັນ) ປະກອບມີກຸ່ມຄົນທີ່ສາມາດເຂົ້າເຖິງສິ່ງອຳນວຍຄວາມສະດວກໄດ້ດີກວ່າ ແຕ່ແມ່ນຄົວເຮືອນທີ່ເປັນຊາວກະສິກຳ ທີ່ມີການສຶກສາບໍ່ສູງ.
  • ກຸ່ມທີສາມ (14 ເປີເຊັນ)ປະກອບມີຄົວເຮືອນ ທີ່ຍຶດຖືອາຊີບຫຼັກແມ່ນວຽກທີ່ບໍ່ແມ່ນກະສິກຳແຕ່ເປັນວຽກທີ່ມີຜົນຜະລິດຕໍ່າ, ມີລະດັບການສຶກສາຕໍ່າ ແລະ ສູງກວ່າສອງກຸ່ມຜ່ານມາ. ກຸ່ມນີ້ ເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການແຜ່ລະບາດຂອງພະຍາດ.

ຂໍ້ສະເໜີແນະ

ມາດຕະການລວມດັ່ງກ່າວ ແມ່ນລ້ວນແລ້ວແຕ່ເລັງໃສ່ກຸ່ມເປົ້າໝາຍຕ່າງໆ ຂອງກຸ່ມຄົນຜູ້ທຸກຍາກ ເຊິ່ງເປັນມາດຕະການທີ່ຈະຕ້ອງຮັກສາຄວາມຄົງທີ່ຂອງລະດັບການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ. ການສຶກສາຕໍ່າ ແລະ ການເພີ່ມຂຶ້ນຂອງການບໍ່ມີວຽກເຮັດງານທຳໄດ້ເປັນການຈຳກັດໂອກາດໃນການເຮັດວຽກອື່ນທີ່ບໍ່ແມ່ນກະສິກຳສຳລັບຜູ້ທຸກຍາກ, ຈຶ່ງເຮັດໃຫ້ການເອື່ອຍອີງຕໍ່ກະສິກຳເພີ່ມຂຶ້ນ. ມາດຕະການຫຼຸດຜ່ອນຄວາມທຸກຍາກແມ່ນຕ້ອງສຸມໃສ່ 5 ຂົງເຂດດັ່ງນີ້:

  • ປິດຊ່ອງຫວ່າງການພຫເທະນາດ້ານພື້ນຖານໂຄງລ່າງ ແລະ ປັບປຸງການເຂົ້າເຖິງການບໍລິການສາທາລະນະໃນເຂດຫ່າງໄກສອກຫຼີກ ເຊິ່ງເປັນບ່ອນທີ່ມີຊຸນເຜົ່າສ່ວນນ້ອຍຈຳນວນຫຼາຍ;
  • ເປັນການພັກດັນໃຫ້ຜົນຜະລິດກະສິກຳເພີ່ມຂຶ້ນ ໂດຍຜ່ານການສົ່ງເສີມໃຫ້ມີຄວາມຫຼາກຫຼາຍໃນການປູກພືດພັນ ແລະ ການເຮັດໃຫ້ກາຍເປັນສິນຄ້າ;
  • ສົ່ງເສິມໃຫ້ມີການສ້າງອາຊີບທີ່ມີທັກສະຕໍ່າ ໂດຍການເພີ່ມຄວາມສະດວກດ້ານລະບຽບການ ແລະ ການນຳສະເໜີໂຄງການສົ່ງເສີມການຈ້າງງານ;
  • ຮັບຮອງເອົາມາດຕະການຕອບສະໜອງ ແລະ ຄວາມຕ້ອງການ ເພື່ອສົ່ງເສີມການລົງທຶນໃນການສຶກສາ ແລະ ການພັດທະນາທັກສະສີມື ທີ່ຈະຊ່ວຍປັບປຸງການເຂົ້າເຖິງໂອກາດດ້ານອາຊີບ ໃຫ້ແກ່ຄົນລຸ້ນຕໍ່ໄປ;
  • ຂະຫຍາຍເຄືອຄ່າຍຄວາມໝັ້ນຄົງ ເພື່ອສະໜອງຄວາມໝັ້ນຄົງດ້ານລາຍຮັບສຳລັບຄົວເຮືອນທີ່ມີຂີດຈຳກັດໃນທາງເລືອກຂອງການດຳລົງຊີວິດ.

ບົດອອກຂ່າວ                                  (ພາສາອັງກິດ)