Skip to Main Navigation
ບົດອອກຂ່າວ 20 ຕຸລາ 2020

ສປປ ລາວ: ອັດຕາຄວາມທຸກຍາກຍັງສືບຕໍ່ຫຼຸດລົງ

Image

ນະຄອນຫຼວງວຽງຈັນ, ກັນຍາ 29, 2019 – ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46 ເປີເຊັນ ໃນປີ 1993 ມາເປັນ 18 ເປີເຊັນໃນປີ 2019. ຜົນການວິໄຈແມ່ນມາຈາກບົດລາຍງານສອງສະບັບທີ່ເຮັດຂຶ້ນໂດຍ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ. ແຕ່ຂ່າວດີ ກໍຍ່ອມມາພ້ອມກັບຄຳເຕືອນທີ່ວ່າ: ສິ່ງທີ່ໄດ້ຮັບບາງຢ່າງເພື່ອຕ້ານກັບຄວາມທຸກຍາກ ອາດຖືກລົບລ້າງໂດຍຜົນກະທົບຕໍ່ເສດຖະກິດລາວທີ່ມາຈາກການແພ່ລະບາດຂອງພະຍາດ ໂຄວິດ-19.

ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-19. ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020: ບົດຄວາມ Catching Up and Falling Behind, ເຊິ່ງເປັນບົດທີ່ວິເຄາະຂໍ້ມູນການສຳຫຼວດຢ່າງລະອຽດ ແລະ ສຳຫຼວດເບິ່ງປັດໄຈຕ່າງໆ ທີ່ຢູ່ເບື້ອງຫຼັງບັນຫາທີ່ເກີດຂື້ນດັ່ງກ່າວ. ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກແຫ່ງຊາດລາວ ທີ່ຫຼຸດລົງ 6.3 ເປີເຊັນ ໃຊ້ເວລາຫຼາຍກວ່າ ຫົກປີ, ນັບຈາກປີ 24.6 ເປີເຊັນ ໃນປີ 2013 ເປັນ 18.3 ເປີເຊັນໃນປີ 2019. ໝາຍຄວາມວ່າ, ເຖິງແນວໃດກໍ່ຕາມ, ເກືອບຫ້າສ່ວນຂອງປະຊາຊົນລາວແມ່ນຍັງອາໄສຢູ່ໃນລະດັບລາຍຮັບຕໍ່າກວ່າລະດັບອັດຕາຄວາມທຸກຍາກແຫ່ງຊາດ 9,364 ກີບ (US$1) ຕໍ່ມື້.

“ການເພີ່ມຂຶ້ນຂອງລາຍຮັບຈາກກະສິກຳ ແລະ ການສົ່ງເງິນຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຊ່ວຍໃຫ້ປະຊາຊົນຢູ່ເຂດຕ່າງໆ ຂອງປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ”, ທ່ານ ນ. ພອນສາລີ ສຸກສະຫວັດກ່າວ. “ເຂດຊົນນະບົດ ໄດ້ຫຼຸດຜ່ອນຊ່ອງຫວ່າງກັບເຂດຕົວເມືອງ, ເຊິ່ງລະດັບຄວາມທຸກຍາກໄດ້ຫຼຸດລົງບໍ່ໄວປານໃດ. ລະດັບຄວາມທຸກຍາກໄດ້ຫຼຸດລົງຢ່າງເຫັນໄດ້ຊັດເຈນໃນເຂດພາກໃຕ້, ຂອບໃຈຕໍ່ການຜະລິດພືດພັນຜົນລະປູກ ແລະ ໃນເຂດພາກເໜືອ ເຊິ່ງເປັນເຂດທີ່ມີໂອກາດໃນການຈ້າງງານຫຼາຍຂຶ້ນ”.

ໃນຂະນະດຽວກັນ, ມີຫຼາຍປັດໄຈທີ່ເຮັດໃຫ້ການຫຼຸດຜ່ອນຄວາມທຸກຍາກຊ້າລົງໃນເຂດຕ່າງໆ, ພ້ອມກັບມີຄວາມຂາດແຄນດ້ານອາຊີບທີ່ບໍ່ແມ່ນຂະແໜງກະສິກຳ ເຊິ່ງເປັນສິ່ງທີ່ພາໃຫ້ເກີດຄວາມບໍ່ເທົ່າທຽມເພີ່ມຂຶ້ນ. ລະດັບເງິນເດືອນແແມ່ນໄດ້ເພີ່ມຂຶ້ນປະມານ 60 ເປີເຊັນ ສຳລັບຜູ້ທີ່ມີວຽກເຮັດ, ແຕ່ຍັງມີຫຼາຍຄົນທີ່ຍັງບໍ່ສາມາດມີໂອກາດເຂົ້າເຖິງການຈ້າງງານ. ເຊິ່ງມັນກໍເປັນຄວາມຈິງໃນແຂວງທີ່ຢູ່ເຂດພາກກາງ, ເຊິ່ງບັນຫາການຫຼຸດຜ່ອນຄວາມທຸກຍາກມີຄວາມຢຸດສະຫງັກ.  

ຕາມຂໍ້ມູນໄດສະແດງໃຫ້ເຫັນວ່າ ຄອບຄົວສ່ວນຫຼາຍທີ່ມີລະດັບຄວາມທຸກຍາກຢູ່ລຸ່ມເສັ້ນຂີດຄວາມທຸກຍາກ ແມ່ນມີລັກສະນະທີ່ຄ້າຍຄືກັນ ໜຶ່ງ ຫຼື ສອງລັກສະນະຄື: ຫົວໜ້າຄອບຄົວແມ່ນມາຈາກກຸ່ມຊົນເຜົ່າສ່ວນໜ້ອຍ, ມີລະດັບການສຶກສາຕໍ່າ, ຫຼື ບໍ່ມີໂອກາດໃນການເຂົ້າເຖິງການຈ້າງງານ,” ທ່ານ ນິໂຄລາ ພອນທາຣາ, ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວໄວ້. “ນະໂຍບາຍຕ່າງໆ ຂອງລັດຖະບານ ໄດ້ຊ່ວຍຫຼຸດຜ່ອນຊ່ອງຫວ່າງດ້ານລາຍຮັບທີ່ກ່ຽວຂ້ອງກັບພູມີສາດ. ເຖິງແນວໃດກໍ່ຕາມ, ຍັງບໍ່ມີອາຊີບທີ່ພຽງພໍ ທີ່ຈະຊ່ວຍກະຈາຍຜົນປະໂຫຍດຈາກການຈະເລີນເຕີບໂຕທາງເສດຖະກິດຢ່າງເທົ່າທຽມກັນ”.

ໂດຍອີງຕາມຂໍ້ມູນຈາກທັງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ, ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນສິ່ງທ້າທາຍທີ່ໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກຢູ່ ສປປ ລາວ. ການແພ່ລະບາດຂອງພະຍາດ ໄດ້ນຳມາເຊິ່ງປະກົດການຕໍ່ການຈ້າງງານທີ່ບໍ່ເພິງປະສົງ, ສ້າງຄວາມກົດດັນໃຫ້ແກ່ຕະຫຼາດແຮງງານທີ່ອ່ອນແອຢູ່ແລ້ວ. ໃນຂະນະດຽວກັນ, ແຮງງານທີ່ກັບມາຈາກຕ່າງປະເທດ, ໂດຍສະເພາະຈາກ ປະເທດໄທ, ໄດ້ພາໃຫ້ການສົ່ງເງິນມາຈາກຕ່າງປະເທດຫຼຸດລົງ. ບົດລາຍງານການປະເມີນຄວາມທຸກຍາກ ໄດ້ມີການປະເມີນໃຫ້ຮູ້ວ່າ ຄວາມທຸກຍາກຈະເພີ່ມຂຶ້ນ 1.4 ຫາ 3.1 ເປີເຊັນໃນປີ 2020, ເມື່ອທບກັບ 0.6 ເປີເຊັນ ທີ່ຄາດວ່າຫຼຸດລົງໃຫ້ໄດ້ ຖ້າບໍ່ມີໂຄວິດ-19.

ດ້ວຍຄວາມທ້າທາຍດັ່ງກ່າວ, ໄດ້ມີການສ້າງມາດຕະການຕ່າງໆ ໂດຍເລັ່ງໃສ່ກຸ່ມເປົ້າໝາຍຕ່າງໆ ສຳລັບຜູ້ທຸກຍາກ, ເຊິ່ງຈຳເປນັຕ້ອງເຮັດເພື່ອຟື້ນຟູສະພາບການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ. 


ລາຍ​ຊື່

ຢຸ່ ສປປ ລາວ
Aiden Glendinning
+856 21 266278
aglendinning@worldbankgroup.org
Api
Api