Skip to Main Navigation
Statement 24 ກ.ລ. 2018

ບົດຖະແຫຼງການ ຂອງ ກຸ່ມທະນາຄານໂລກ ຕໍ່ເຫດການນ້ຳຖ້ວມ ຢູ່ແຂວງອັດຕະປື, ສປປ ລາວ

ວໍຊິງຕັນ ດີຊີ, ວັນທີ 24 ກໍລະກົດ 2018 — ກຸ່ມທະນາຄານໂລກ ໄດ້ອອກຖະແຫຼງການໃນມື້ນີ້ກ່ຽວກັບເຫດການນ້ຳຖ້ວມ ຢູ່ແຂວງອັດຕະປື, ສປປ ລາວ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:

“ກຸ່ມທະນາຄານໂລກ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາ​ຍັງປວງຊົນລາວ ຕໍ່​ໄພ​ພິ​ບັດ​ທີ່​ເກີດ​ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ​ເຊິ່ງ​ເຮັດໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ ຊັບສິນຢ່າງມະຫາສານ.

ພວກເຮົາພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາອື່່ນໆ ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກໄພພິບັດໃນຄັ້ງນີ້.

ປະຈຸບັນ ທະນາຄານໂລກ ​ໄດ້ໃຫ້ການສະໜັບສະໜູນ ວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ ໃນ ສປປ ລາວ ແລະ ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃນໄລຍະວິກິດການດັ່ງ​ກ່າວນີ້  ​ໃຫ້​ແກ່ ລັດຖະບານ ແຫ່ງ ສປປ ລາວ ຢ່າງ​ສຸດ​ຄວາມ​ສາ​ມາດ.”


ລາຍ​ຊື່

ວໍຊິງຕັນ ດີຊີ
Marcela Sanchez-Bender
+1 (202) 473-5863
msanchezbender@worldbank.org
ສປປ ລາວ
Hannah McDonald-Moniz
+856 21-266278
hmcdonaldmoniz@worldbank.org
Api
Api