Skip to Main Navigation
ບົດອອກຂ່າວ2 ມ.ນ. 2023

ຂອບການເປັນຄູ່ຮ່ວມມືກັບປະເທດໃໝ່ຂອງ ກຸ່ມທະນາຄານໂລກ ສຳລັບ ສປປ ລາວ

ໃນ​ມື້​ນີ້, ກຸ່ມ​ທະ​ນາ​ຄານ​ໂລກ ໄດ້​ນຳ​ສະ​ເໜີ ຂອບ​ການ​ເປັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ໃໝ່ ສຳ​ລັບ​ປີ 2023-26 ເພື່ອ​ສະ​ໜັບ​ສະ​ໜູນ ຄວາມ​ພະ​ຍາ​ຍາມ​ຂອງ ສ​ປ​ປ ລາວ ໃນການ​ສ້າງເສດ​ຖະ​ກິດ​ໃຫ້​ມີ​ຄວາມ​ສະ​ເຖຍ​ລະ​ພາບ,  ​ການ​ແບ່ງ​ປັນຜົນ​ປະ​ໂຫຍດ​ຂອງ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ເທົ່າ​ທຽມ​ກັນ​ກວ່າ​ເກົ່າ ແລະ ການ​ຮັກ​ສາ​ຄວາມ​ຄືບ​ໜ້າ​ຂອງ​ການ​ພັດ​ທະ​ນາ​ໃຫ້​ຍືນ​ຍົງ. 

ໂດຍ​ສານ​ຕໍ່​ການ​ຮ່ວມ​ມືທີ່​ມີ​ມາຫຼາຍກວ່າ 60 ປີ​ລະ​ຫວ່າງ ສ​ປ​ປ ລາວ ແລະ ທະ​ນາ​ຄານ​ໂລກ, ຂອບ​ການ​ເປັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ນີ້ ໄດ້​ກຳ​ນົດ​ແຜນ​ງານ​ການ​ສະ​ໜອງ​ທຶນ​ໃຫ້​ແກ່​ໂຄງ​ການ ແລະ ການ​ໃຫ້​ຄຳ​ແນະນຳ​ໃນ​ຂົງ​ເຂດ​ວຽກ​ງານ​ຕ່າງໆ ລວມ​ທັງ ການ​ສະ​ໜັບ​ສະ​ໜູນ​ຄົວ​ເຮືອນ​ທີ່ບອບ​ບາງ-ດ້ອຍ​ໂອ​ກາດ ແລະ ຊີ​ວິດ​ການ​ເປັນ​ຢູ່​ທີ່​ໝັ້ນ​ຄົງ-ຍືນ​ຍົງ ກໍ​ຄື ການ​ສົ່ງ​ເສີມ ການ​ເຂົ້າ​ເຖິງ ໂພ​ຊະ​ນາ​ການ ແລະ ການ​ບໍ​ລິ​ການ​ສຸ​ຂະ​ພາບ ໂດຍ​ສະ​ເພາະ ສຳ​ລັບ​ແມ່​ຍິງ ແລະ ເດັກ​ນ້ອຍ.

ແຜນ​ງານ​ດັ່ງ​ກ່າວ​ນີ້​ແມ່ນ​ໄດ້​ກະ​ກຽມ​ໂດຍ​ການ​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ພາກ​ເອ​ກະ​ຊົນ ແລະ ຄູ່​ຮ່ວມ​ພັດ​ທະ​ນາ. ແຜນ​ງານ​ດັ່ງ​ກາວ​ນີ້​ຍັງ​ສອດ​ຄ່ອງ​ກັບ ຍຸດ​ທະ​ສາດ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ ໃນ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ຄັ້ງ​ທີ 9.

ທ່ານ​ນາງ ແມ​ຣຽມ ເຊີ​ແມນ (Mariam Sherman), ຫົວ​ໜ້າ​ທະ​ນາ​ຄາ​ນ​ໂລກ​ປະ​ຈຳ ມຽນ​ມາ, ກຳ​ປູ​ເຈຍ ແລະ  ສ​ປ​ປ ລາວ ໄດ້​ກ່າວ​ວ່າ: “ສ​ປ​ປ ລາວ ໄດ້​ຖືກ​ກະ​ທົບ​ຈາກ​ຄວາມ​ຫຍຸ້ງ​ຍາດ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ວິ​ກິດ​ການ​ໂລກ ທີ່ຈະ​ເປັນ​ໄພ​ເພີ່ມ​ຄວາມ​ທຸກ​ຍາກ​ໃຫ້​ສູງ​ຂຶ້ນ. ພາຍ​ໃຕ້ ຂອບ​ການ​ເປັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ນີ້, ກຸ່ມ​ທະ​ນາ​ຄານ​ໂລກ​ ຈະ​ສະ​ໜັບ​ສະ​ໜູນ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ສຶກ​ສາ ແລະ ທັກ​ສະ​ສີ​ມື​ແຮງ​ງານ, ສຸ​ຂະ​ພາບ ແລະ ການ​ປົກ​ປ້ອງ​ສັງ​ຄົມ ຄຽງ​ຄູ່​ກັບ​ການ​ຊ່ວຍ​ລັດ​ຖະ​ບານ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທັງ​ໝົດ​ເຫຼົ່າ​ນີ້ ແມ່ນ​ບູ​ລິ​ມະ​ສິດ​ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ລາວ​ໃຫ້​ຜ່ານ​ຜ່າ ສະ​ຖາ​ນະ​ການ​ຮ້າຍ​ແຮງ​ນີ້​ໄປ​ໄດ້.

ຂອບ​ການ​ເປັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ນີ້ ຮັບ​ຮູ້​ວ່າ ສ​ປ​ປ ລາວ ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ມະ​ຫາ​ສານ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ໜີ້​ສິນ​ຂອງ​ລັດ ແລະ ການ​ມີ​ຂະ​ແໜງ​ການ​ເອ​ກະ​ຊົນ​ທີ່ ຫຼາກຫຼາຍ ແລະ ​ການແຂ່ງ​ຂັນ​ກັນ​ກວ່າ​ນັ້ນ ຈະ​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ສ້າງວຽກ​​ເຮັດ​ງານທຳ​ເພີ່ມ​ຂຶ້ນ.

ທ່ານ ຄິມ-ຊີ ລິມ (Kim-See Lim) ຫົວ​ໜ້າອົງ​ການ​ການ​ເງິນ​ສາ​ກົນ​ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: ຍ້ອນ​ລະ​ດັບ​ໜີ້​ສິນ​ຂອງ​ລັດ​ທີ່​ສູງ, ສ​ປ​ປ ລາວ ຈຶ່ງ​ຈຳ​ເປັນ​ຕ້ອງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ເພື່ອ​ສ້າງ​ເງື່ອນ​ໄຂ ແລະ ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ​ເໝາະ​ສົມ​ເພື່ອ​ໃຫ້ ຂະ​ແໜງ​ການ​ເອ​ກະ​ຊົນ​ຂະ​ຫຍາຍ​ຕົວ​, ສ້າງວ​ຽກ​ເຮັດ​ງານ​ທຳ, ປະ​ກອບ​ສ່ວນ​ຕໍ່​ລາຍ​ຮັບ​ຂອງ​ລັດ​ຖະ​ບານ, ແລະ ມີ​ບົດ​ບາດ​ສູງ​ຂຶ້ນ​ໃນ​ການ​ຂັບ​ເຄື່ອນ​ການ​ເຕີບ​ໂຕທາງ​ດ້ານ​ເສດ​ຖະ​ກິດ​ທີ່​ຍືນ​ຍົງ.”

ຂອບ​ການ​ເປັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດໃໝ່​ນີ້ ລວມ​ມີ​ແຜນ​ງານ​ໃຫ້​ຄຳ​ແນະ​ນຳ​ດ້ານ​ວິ​ຊາ​ການ​ທີ່​ຮັດ​ກຸມ​ກ່ຽວ​ກັບ ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ທີ່​ກ່ຽວ​ກັບ​ໜີ້​ສິນ ເພື່ອ​ໃຫ້​ມີ​ຊັບ​ພະ​ຍາ​ກອນ-ແຫຼ່ງ​ທຶນ​ພຽງ​ພໍ​ສຳ​ລັບ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ການ​ປົກ​ປ້ອງ​ສັງ​ຄົມ. ນອກ​ຈາກ​ນັ້ນ, ຂອບ​ດັ່ງ​ກ່າວ​ຍັງ​ເລັ່ງ​ໃສ່ ສະ​ໜັບ​ສະ​ໜູນ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ດີກວ່າ​ເກົ່າ ເຊິ່ງ ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ ປະ​ຊາ​ຊົນ​ລາວກວ່າ 80%.

ມາ​ຮອດ​ວັນ​ທີ 30 ມິ​ຖຸ​ນາ 2022, ການ​ສະ​ໜອງ​ທຶນ​ຂອງ ທະ​ນາ​ຄານ​ໂລກ​​ຕໍ່ ສ​ປ​ປ ລາວ ລວມ​ມີ 24 ໂຄງ​ການ-ແຜນ​ງານ ເປັນ​ມູນ​ຄ່າ $903 ລ້ານ. ແຜນ​ງານ-ໂຄງ​ການ​ຂອງ ອົງ​ການ​ການ​ເງິນ​ສາ​ກົນ (IFC) ລວມ​ທັງ​ໝົດເທົ່າ​ກັບ $34,6 ລ້ານ ໃນ​ຂະ​ແໜງ​ການ​ໂຄງ​ລ່າງ​ພື້ນ​ຖານ, ການ​ຜະ​ລິດ-ປຸງ​ແຕ່ງ ແລະ ການ​ທະ​ນາ​ຄານ. ຕັ້ງ​ແຕ່​ການ​ລົງ​ທຶນ​ທຳ​ອິດ​ໃນ​ປີ 1998, IFC ໄດ້​ລົງ​ທຶນຫຼາຍກວ່າ $108 ລ້ານ ຢູ່​ໃນ ສ​ປ​ປ ລາວ.

ເລກທີ ບົດອອກຂ່າວ: 2023/045/EAP

ລາຍ​ຊື່

In Vientiane
Aiden Glendinning
+856 21 266278

Blogs

    loader image

WHAT'S NEW

    loader image