ໃນມື້ນີ້, ກຸ່ມທະນາຄານໂລກ ໄດ້ນຳສະເໜີ ຂອບການເປັນຄູ່ຮ່ວມມືກັບປະເທດໃໝ່ ສຳລັບປີ 2023-26 ເພື່ອສະໜັບສະໜູນ ຄວາມພະຍາຍາມຂອງ ສປປ ລາວ ໃນການສ້າງເສດຖະກິດໃຫ້ມີຄວາມສະເຖຍລະພາບ, ການແບ່ງປັນຜົນປະໂຫຍດຂອງການເຕີບໂຕທາງດ້ານເສດຖະກິດຢ່າງເທົ່າທຽມກັນກວ່າເກົ່າ ແລະ ການຮັກສາຄວາມຄືບໜ້າຂອງການພັດທະນາໃຫ້ຍືນຍົງ.
ໂດຍສານຕໍ່ການຮ່ວມມືທີ່ມີມາຫຼາຍກວ່າ 60 ປີລະຫວ່າງ ສປປ ລາວ ແລະ ທະນາຄານໂລກ, ຂອບການເປັນຄູ່ຮ່ວມມືກັບປະເທດນີ້ ໄດ້ກຳນົດແຜນງານການສະໜອງທຶນໃຫ້ແກ່ໂຄງການ ແລະ ການໃຫ້ຄຳແນະນຳໃນຂົງເຂດວຽກງານຕ່າງໆ ລວມທັງ ການສະໜັບສະໜູນຄົວເຮືອນທີ່ບອບບາງ-ດ້ອຍໂອກາດ ແລະ ຊີວິດການເປັນຢູ່ທີ່ໝັ້ນຄົງ-ຍືນຍົງ ກໍຄື ການສົ່ງເສີມ ການເຂົ້າເຖິງ ໂພຊະນາການ ແລະ ການບໍລິການສຸຂະພາບ ໂດຍສະເພາະ ສຳລັບແມ່ຍິງ ແລະ ເດັກນ້ອຍ.
ແຜນງານດັ່ງກ່າວນີ້ແມ່ນໄດ້ກະກຽມໂດຍການປຶກສາຫາລືກັບລັດຖະບານ, ອົງການຈັດຕັ້ງສັງຄົມ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ. ແຜນງານດັ່ງກາວນີ້ຍັງສອດຄ່ອງກັບ ຍຸດທະສາດການຫລຸດຜ່ອນຄວາມທຸກຍາກ ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.
ທ່ານນາງ ແມຣຽມ ເຊີແມນ (Mariam Sherman), ຫົວໜ້າທະນາຄານໂລກປະຈຳ ມຽນມາ, ກຳປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ: “ສປປ ລາວ ໄດ້ຖືກກະທົບຈາກຄວາມຫຍຸ້ງຍາດທາງດ້ານເສດຖະກິດ ແລະ ວິກິດການໂລກ ທີ່ຈະເປັນໄພເພີ່ມຄວາມທຸກຍາກໃຫ້ສູງຂຶ້ນ. ພາຍໃຕ້ ຂອບການເປັນຄູ່ຮ່ວມມືກັບປະເທດນີ້, ກຸ່ມທະນາຄານໂລກ ຈະສະໜັບສະໜູນການສ້າງວຽກເຮັດງານທຳ, ການສຶກສາ ແລະ ທັກສະສີມືແຮງງານ, ສຸຂະພາບ ແລະ ການປົກປ້ອງສັງຄົມ ຄຽງຄູ່ກັບການຊ່ວຍລັດຖະບານໃນການປົກປັກຮັກສາສິ່ງແວດລ້ອມ. ທັງໝົດເຫຼົ່ານີ້ ແມ່ນບູລິມະສິດເພື່ອຊ່ວຍປະຊາຊົນລາວໃຫ້ຜ່ານຜ່າ ສະຖານະການຮ້າຍແຮງນີ້ໄປໄດ້.”
ຂອບການເປັນຄູ່ຮ່ວມມືກັບປະເທດນີ້ ຮັບຮູ້ວ່າ ສປປ ລາວ ປະເຊີນກັບຄວາມທ້າທາຍມະຫາສານທາງດ້ານເສດຖະກິດ ແລະ ໜີ້ສິນຂອງລັດ ແລະ ການມີຂະແໜງການເອກະຊົນທີ່ ຫຼາກຫຼາຍ ແລະ ການແຂ່ງຂັນກັນກວ່ານັ້ນ ຈະມີຄວາມສຳຄັນຕໍ່ການສ້າງວຽກເຮັດງານທຳເພີ່ມຂຶ້ນ.
ທ່ານ ຄິມ-ຊີ ລິມ (Kim-See Lim) ຫົວໜ້າອົງການການເງິນສາກົນປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ຍ້ອນລະດັບໜີ້ສິນຂອງລັດທີ່ສູງ, ສປປ ລາວ ຈຶ່ງຈຳເປັນຕ້ອງປັບປຸງສະພາບແວດລ້ອມການລົງທຶນເພື່ອສ້າງເງື່ອນໄຂ ແລະ ນະໂຍບາຍທີ່ຖືກຕ້ອງເໝາະສົມເພື່ອໃຫ້ ຂະແໜງການເອກະຊົນຂະຫຍາຍຕົວ, ສ້າງວຽກເຮັດງານທຳ, ປະກອບສ່ວນຕໍ່ລາຍຮັບຂອງລັດຖະບານ, ແລະ ມີບົດບາດສູງຂຶ້ນໃນການຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດທີ່ຍືນຍົງ.”
ຂອບການເປັນຄູ່ຮ່ວມມືກັບປະເທດໃໝ່ນີ້ ລວມມີແຜນງານໃຫ້ຄຳແນະນຳດ້ານວິຊາການທີ່ຮັດກຸມກ່ຽວກັບ ນະໂຍບາຍເສດຖະກິດມະຫາພາກ ແລະ ທີ່ກ່ຽວກັບໜີ້ສິນ ເພື່ອໃຫ້ມີຊັບພະຍາກອນ-ແຫຼ່ງທຶນພຽງພໍສຳລັບຂະແໜງສາທາລະນະສຸກ, ການສຶກສາ ແລະ ການປົກປ້ອງສັງຄົມ. ນອກຈາກນັ້ນ, ຂອບດັ່ງກ່າວຍັງເລັ່ງໃສ່ ສະໜັບສະໜູນການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ດີກວ່າເກົ່າ ເຊິ່ງ ມີຄວາມສຳຄັນສຳລັບຊີວິດການເປັນຢູ່ທີ່ດີຂອງ ປະຊາຊົນລາວກວ່າ 80%.
ມາຮອດວັນທີ 30 ມິຖຸນາ 2022, ການສະໜອງທຶນຂອງ ທະນາຄານໂລກຕໍ່ ສປປ ລາວ ລວມມີ 24 ໂຄງການ-ແຜນງານ ເປັນມູນຄ່າ $903 ລ້ານ. ແຜນງານ-ໂຄງການຂອງ ອົງການການເງິນສາກົນ (IFC) ລວມທັງໝົດເທົ່າກັບ $34,6 ລ້ານ ໃນຂະແໜງການໂຄງລ່າງພື້ນຖານ, ການຜະລິດ-ປຸງແຕ່ງ ແລະ ການທະນາຄານ. ຕັ້ງແຕ່ການລົງທຶນທຳອິດໃນປີ 1998, IFC ໄດ້ລົງທຶນຫຼາຍກວ່າ $108 ລ້ານ ຢູ່ໃນ ສປປ ລາວ.