Skip to Main Navigation
ບົດອອກຂ່າວ 18 ພ.ຈ. 2021

ການຂັບຂີ່ດ້ວຍຄວາມໄວ ແລະ ໃນຂະນະມຶນເມົາແມ່ນບັນຫາຕົ້ນຕໍຢູ່ນະຄອນຫຼວງວຽງຈັນ, ອີງຕາມຜົນການສໍາຫຼວດດ້ານຄວາມປອດໄພທາງຫຼວງ

ທີ່ນະຄອນວຽງຈັນ ວັນທີ 19 ພະຈິກ 2021 -ອີງຕາມບົດສໍາຫຼວດກ່ຽວກັບບັນຫາການເພີ່ມຂຶ້ນຂອງອຸບັດຕິເຫດ ທາງຫຼວງພາຍໃນປະເທດ, ປະມານ 75% ຂອງຜູ້ຂັບຂີ່ໃນນະຄອນຫຼວງວຽງຈັນລະເມີດຄວາມໄວທີ່ກຳນົດຢ່າງເປັນປະຈໍາ ແລະ ໜຶ່ງສ່ວນສາມຂອງຜູ້ຂັບຂີ່ລົດຈັກ ຕອນກາງຄືນ ມີການດື່ມສິ່ງມຶນເມົາ,.

ອີງຕາມການສໍາຫຼວດຈາກກົມຂົນສົ່ງ ແລະ ກົມຕໍາຫຼວດຈາລະຈອນ  ເຊິ່ງໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ຈາກທະນາຄານໂລກ, ການນໍາໃຊ້ໝວກກັນກະທົບໃນເວລາຂັບຂີ່ຍັງມີຈຳນວນໜ້ອຍ ແລະ ເປັນພຶດຕິກຳສ່ຽງຂອງບັນດາຜູ້ຂັບຂີ່ທີ່ເຫັນໄດ້ໂດຍທົ່ວໄປ ເຊິ່ງເປັນສາເຫດທີ່ເຮັດໃຫ້ຈຳນວນອຸບັດຕິເຫດ ແລະ ອັດຕາການເສຍຊີວິດເພີ່ມຂຶ້ນທຸກໆປີ. ບົດສໍາຫຼວດດັ່ງກ່າວ ຍັງລວບລວມເອົາຂໍ້ມູນທີ່ໄດ້ຈາກການສຳພາດຜູ້ລອດຊີວິດຈາກອຸບັດຕິເຫດ. ເປົ້າໝາຍຂອງບົດສຳຫຼວດດັ່ງກ່າວ ແມ່ນແນໃສ່ເພື່ອຊ່ວຍໃຫ້ ຂໍ້ມູນແກ່ ລັດຖະບານໃນການຈັດຕັ້ງປະຕິບັດແຜນດຳເນີນງານດ້ານຄວາມປອດໄພທາງຫຼວງ, ທີ່ໄດ້ຖືກຮ່າງຂຶ້ນ ແລະ ຢູ່ໃນຂັ້ນຕອນການອະນູມັດ.

ທ່ານ ອາເລັກສ໌ ເຄຼມເມີ ຫົວຫນ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ "ຄວາມປອດໄພທາງຫຼວງ ແມ່ນບັນຫາຕົ້ນຕໍສຳລັບຂະແໜງສາທາລະນະສຸກ ເຊັ່ນດຽວກັບການລຶບລ້າງພະຍາດໄຂ້ເລືອດອອກ ຫຼື ມາລາເຣຍ". ''ຈາກຂໍ້ມູນອ້າງອີງທາງດ້ານພຶດຕິກຳຂອງຜູ້ຂັບຂີ່ີ່ ແລະ ຈຳນວນອຸບັດຕິເຫດໄດ້ຊີ້ໃຫ້ເຫັນເຖິງຄວາມຮ້າຍແຮງທີ່ຜູ້ຂັບຂີ່ກວ່າພັນຄົນໃນ ສປປ ລາວ ໄດ້ປະສົບພົບພໍ້ດ້ວຍໂຕເອງ, ແລະ ບັນຫາດັ່ງກ່າວແມ່ນຮຽກຮ້ອງໃຫ້ມີການຊີ້ນໍາ, ຄຳໝັ້ນສັນຍາ, ເວລາ ແລະ ຄວາມເອົາໃຈໃສ່ຈາກການນຳ ເພື່ອເຮັດໃຫ້ການຂັບຂີ່ຢູ່ທາງຫຼວງມີຄວາມປອດໄພ ແລະ ຍືນຍົງ".

ໃນແຕ່ລະປີ ຈໍານວນຜູ້ເສຍຊີວິດຕາມທາງຫຼວງ ຂອງ ສປປ ລາວ ແມ່ນຫຼາຍກ່ວາພັນຄົນ, ພ້ອມນີ້ ການບາດເຈັບທາງຮ່າງກາຍ ແລະ ຈິດໃຈພາຍຫລັງ ເກີດອຸບັດຕິເຫດກໍ່ຍັງມີຈຳນວນຫຼາຍ. ຈໍານວນ ແລະ ຄວາມຮຸນແຮງຂອງອຸບັດຕິເຫດມີການເພີ່ມຂຶ້ນ. ຈໍານວນອຸບັດຕິເຫດທີ່ເກີດຂຶ້ນຕໍ່ປີເພີ່ມຂື້້ນເຖິງ 35% ໃນລະຫວ່າງປີ 2010 ຫາ 2020, ໃນຂະນະດຽວກັນຈໍານວນຜູ້ເສຍຊີວິດເພີ່ມຂື້້ນເຖິງ 67%. ອີງຕາມຂໍ້ມູນຈາກກົມຕໍາຫຼວດຈາລະຈອນເຫັນວ່າ ຈຳນວນ ແລະ ອັດຕາການເສຍຊີວິດຈາກອຸບັດຕິເຫດຕາມທາງຫຼວງຍັງສືບຕໍ່ເພີ່ມທະວີໃນໄລຍະຫລາຍເດືອນທີ່ຜ່ານມາ ເຖິງແມ່ນວ່າ ຫລາຍໆແຂວງຈະຢູ່ໃນຊ່ວງ ລ໋ອກດາວ ເພື່ອປ້ອງກັນການແຜ່ລະບາດຂອງ ພະຍາດ COVID-19.

ຈໍານວນຜູ້ລອດຊີວິດຈາກອຸບັດຕິເຫດທີ່ເກັບກໍາໂດຍ ກົມຂົນສົ່ງ ແລະ ທີມງານຂອງທະນາຄານໂລກ ສະແດງໃຫ້ເຫັນເຖິງຜົນກະທົບທີ່ຮ້າຍແຮງ ຕໍ່ຊີວິດ ແລະ ຊັບສິນຂອງຄອບຄົວຜູ້ກ່ຽວ. ຜູ້ລອດຊີວິດຈາກອຸບັດຕິເຫດສະເໜີໃຫ້ມີການສຸມໃສ່ວຽກງານຄວາມປອດໄພທາງຫຼວງ ແລະ ມີການບັງ ຄັບໃຊ້ກົດລະບຽບຈາລະຈອນຢ່າງເຄັ່ງຄັດເຊັ່ນ: ການຄວບຄຸມຄວາມໄວ, ຄວບຄຸມການຂັບຂີ່ໃນຂະນະມຶນເມົາ ແລະ ການສວມໃສ່ໝວກກັນ ກະທົບ.

ຜົນຈາກການສໍາຫຼວດໃນບາງຈຸດຕາມທາງຫຼວງພົບວ່າ 73% ຂອງຍານພາຫະນະໃນນະຄອນຫຼວງວຽງຈັນ ແມ່ນມີການຂັບຂີ່ເກີນຄວາມໄວທີ່ກຳ ນົດໄວ້ ເຊິ່ງສ່ວນໃຫຍ່ແມ່ນຜູ້ຂັບຂີ່ທີ່ເປັນໄວໜຸ່ມ. ປະມານໜຶ່ງສ່ວນສາມຂອງຜູ້ຂັບຂີ່ທີ່ຖືກກວດພົບວ່າ ມີການດື່ມສິ່ງມຶນເມົາ ເຊິ່ງສ່ວນໃຫຍ່ ແມ່ນມີລະດັບທາດເຫຼົ້າສູງເກີນປະລິມານທີ່ກົດໝາຍອະນຸຍາດເຖິງສອງເທົ່າ. ຈາກການລົງຕິດຕາມກວດກາຕາມເສັ້ນທາງພາຍໃນໄລຍະເວລາ 6 ຊົ່ວໂມງເຫັນໄດ້ວ່າ ມີຜູ້ຂັບຂີ່ລົດຈັກເກືອບ 600 ຄົນ ແລະ ຜູ້ຂັບຂີ່ລົດໃຫຍ່ 500 ຄົນ ທີ່ໄດ້ກວດພົບທາດເຫຼົ້າສູງເກີນກວ່າກົດໝາຍກໍານົດໄວ້. ເມື່ອທຽບໃສ່ຂໍ້ມູນການຂັບຂີ່ໃນປີ 2020 ໃນຂອບເຂດທົ່ວປະເທດເຫັນໄດ້ວ່າ ມີພຽງແຕ່ 1,564 ກໍລະນີ ທີ່ໄດ້ມີການລົງບັນທຶກໂດຍເຈົ້າໜ້າທີ່ຕໍາຫຼວດຈາລະຈອນກ່ຽວກັບການຂັບຂີ່ໃນຂະນະມຶນເມົາ.

ການສໍາຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ມີພຽງ 64% ຂອງຜູ້ຂັບຂີ່ລົດຈັກທີ່ໄດ້ສວມໃສ່ໝວກກັນກະທົບ ແລະ ສ່ວນໃຫຍ່ແມ່ນເພດຍິງ. ໃນນັ້ນ ຜູ້ໂດຍສານທີ່ເປັນເດັກນ້ອຍທີ່ສວມໃສ່ໝວກກັນກະທົບມີພຽງແຕ່ 10% ເທົ່ານັ້ນ, ເຊິ່ງເປັນໂຕເລກທີ່ຫນ້າເປັນຫ່ວງ. ນອກຈາກນັ້ນ, ຍັງເຫັນວ່າຜູ້ຂັບຂີ່ທີ່ໃສ່ໝວກກັນກະທົບໃນແຕ່ລະມື້ມີຈຳນວນຫຼຸດລົງ ແລະ ຜູ້ຂັບຂີ່ລົດຈັກໃນເວລາກາງຄືນສ່ວນໃຫຍ່ແມ່ນຍັງຂາດການສວມໃສ່ອຸບປະ ກອນປ້ອງກັນຢ່າງຄົບຖ້ວນ. ການລ້ຽວລົດໂດຍບໍ່ເປີດໄຟສັນຍານຍັງພົບເຫັນເປັນເລື່ອງປົກກະຕິ ເຊັ່ນດຽວກັນກັບການລ່ວງໄຟແດງ ໂດຍສະເພາະ ໃນເວລາກາງຄືນ.

ການດຳເນີນການສໍາຫຼວດແມ່ນໄດ້ຮັບການສະນັບສະໜູນຈາກອົງການ UK Aid ໂດຍຜ່ານອົງການຈັດຕັ້ງດ້ານການຄຸ້ມຄອງຄວາມປອດໄພທາງຫຼວງສາກົນ ຂອງທະນາຄານໂລກ (Global Road Safety Facility) ເຊິ່ງເປັນຄຳໝັ້ນສັນຍາອັນຫນຶ່ງຂອງທະນາຄານໂລກໃນການຊ່ວຍເຫຼືອ ສ.ປ.ປ.ລາວ ໃນການຊຸກຍູ້ສົ່ງເສີມວຽກງານດ້ານຄວາມປອດໄພທາງຫຼວງ. ນອກຈາກນີ້, ຍັງມີວຽກງານອື່ນໆທີ່ສະໜັບສະໜູນໂດຍທະນາຄານໂລກເຊັ່ນ ການໂຄສະນາເຜີຍແຜ່ການຂັບຂີ່ປອດໄພໃຫ້ແກ່ ນັກຮຽນ ແລະ ຊຸມຊົນທີ່ອາໃສລຽບຕາມເສັ້ນທາງໂຄງການ, ການສະໜັບສະໜູນເຈົ້າ ໜ້າທີ່ຕໍາຫຼວດຈາລະຈອນໃນການບັງຄັບໃຊ້ກົດໝາຍ, ເສີມສ້າງຂີດຄວາມສາມາດໃນດ້ານການກວດສອບ ແລະ ການປະເມີນໂຄງລ່າງພື້້ນຖານທາງດ້ານຄວາມປອດໄພທາງຫຼວງ ພ້ອມທັງສ້າງຖານຂໍ້ມູນແບບອອນລາຍເພື່ອບັນທຶກອຸບັດຕິເຫດຕາມທາງຫຼວງໃນຂອບເຂດທົ່ວປະເທດ.

ການປັບປຸງວຽກງານດ້ານຄວາມປອດໄພທາງຫຼວງ ແມ່ນໜ້າວຽກອັນສໍາຄັນອັນຫນຶ່ງເພື່ອບັນລຸ 2 ເປົ້າໝາຍຂອງກຸ່ມທະນາຄານໂລກຄື: ຢຸດຕິຄວາມທຸກຍາກ ແລະ ສົ່ງເສີມຄວາມອຸດົມຮັ່ງມີຢ່າງທົ່ວເຖິງ. ປະເທດທີ່ມີລາຍຮັບຕໍ່າ-ກາງ ໃນທົ່ວໂລກໄດ້ປະເຊີນໜ້າກັບການເສຍຊິວິດຈາກອຸບັດຕິເຫດຕາມທ້ອງຖະໜົນເຖິງ 90% ແລະ ໄດ້ຮັບບາດເຈັບສູງເຖິງ 50 ລ້ານຄົນຕໍ່ປີ. ອັດຕາການເສຍຊີວິດ ແລະ ບາດເຈັບເຫຼົ່ານີ້ໄດ້ນໍາໄປສູ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຄວາມທຸກຍາກ. ການເສຍຊີວິດ ແລະ ບາດເຈັບຈາກ ອຸບັດຕິເຫດ ໄດ້ເຮັດໃຫ້ຈຳນວນບຸກຄະລາກອນຫຼຸດລົງ ແລະ ພ້ອມກັນນັ້ນຍັງມີການຈຳກັດທາງດ້ານການເຕີບໂຕຂອງເສດຖະກິດ. ຢູ່ ສ ປປ ລາວ, ການເກີດອຸບັດຕິເຫດຕາມທາງຫຼວງຖືວ່າເປັນສາເຫດອັນດັບໜຶ່ງຂອງການເສຍຊີວິດໃນເດັກນ້ອຍອາຍຸລະຫວ່າງ 5-14ປີ, ອັນດັບສອງຂອງຜູ້ທີ່ມີອາ ຍຸລະຫວ່າງ 15-49 ປີ ແລະ ຍັງເປັນສາເຫດຫຼັກ (ອັນດັບໜຶ່ງ) ຂອງການເສຍອົງຄະ (ຫຼື ພິການ) ຂອງປະຊາກອນທັງໝົດ. 

ອີງຕາມຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030, ລັດຖະບານແຫ່ງ ສ.ປ.ປ.ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການແກ້ໄຂບັນຫາດ້ານຄວາມປອດໄພທາງຫຼວງ ແລະ ມີວິໄສທັດໃນການລຶບລ້າງການເສຍຊີວິດ ແລະ ບາດເຈັບສາຫັດທີ່ເກີດຈາກອຸບັດ ຕິເຫດຕາມທາງຫຼວງ. ເຊິ່ງເປົ້າໝາຍສຳລັບປີ 2030 ແມ່ນໄດ້ກຳນົດໄວ້ໃຫ້ຈຳນວນການເສຍຊີວິດ ແລະ ບາດເຈັບສາຫັດ ຫຼຸດລົງ 50%.


ເລກທີ ບົດອອກຂ່າວ: 2022/030/EAP

ລາຍ​ຊື່

Aiden Glendinning
External Affairs Officer
+856 20 57771301
aglendinning@worldbankgroup.org
Api
Api