Skip to Main Navigation
ບົດອອກຂ່າວ 5 ສ.ຫ. 2021

ປົກປັກຮັກສາພູມີທັດປ່າໄມ້ເພື່ອຫຼຸດຜ່ອນຄວາມທຸກຍາກ

ທີ່ນະຄອນຫຼວງວຽງຈັນ, ວັນທີ 5 ສິງຫາ, 2021 - ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທະນາຄານໂລກໄດ້ເປີດໂຄງການ ພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ຂອງ ສປປ ລາວ. ໂຄງການນີ້ມີມູນຄ່າ 57 ລ້ານໂດລາສະຫະລັດ ໂດຍເນັ້ນໃສ່ການສ້າງອາຊີບ ແລະ ສ້າງລາຍໄດ້ໃຫ້ປະຊາຊົນຢູ່ຂັ້ນທ້ອງຖິ່ນ ດ້ວຍການປັບປູງ ການຄຸ້ມຄອງພູມີທັດປ່າໄມ້ ແລະ ປົກປັກຮັກສາແຫຼ່ງທຶນທາງທຳມະຊາດຂອງລາວ ແບບມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມໃຫ້ຢືນນານ. ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນດ້ານການເງິນຈາກທະນາຄານໂລກ, ກອງທຶນສິ່ງແວດລ້ອມໂລກ, ແລະ ກອງທຶນປ່າໄມ້ເພື່ອພະລັງງານສະອາດ ແລະ ດິນຟ້າອາກາດຂອງປະເທດການາດາ.

ລັດຖະບານ ລາວ ເລີ່ມໂຄງການໃນໄລຍະເວລາທີ່ປະເທດກຳລັງປະເຊີນກັບສະພາບເສດຖະກິດໄດ້ຮັບຜົນກະທົບຈາກການການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ລວມຍອດຜະລິດຕະພັນພາຍໃນຫຼຸດລົງ ແລະ ອັດຕາຄວາມທຸກຍາກເພີ່ມຈາກ 1,4-3,1 ເປີເຊັນໃນປີ 2020.

ທ່ານ ທອງພັດ ວົງມະນີ  ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ “ປ່າໄມ້ມີບົດບາດສໍາຄັນຫຼາຍຕໍ່ການຟື້ນຟູເສດຖະກິດທີ່ຖືກກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ຫຼຸດຜ່ອນຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດ. ທົ່ວປະເທດ, ປ່າໄມ້ກວມເອົາ 70 ເປີເຊັນຂອງພື້ນທີ່ດິນ ເຊິ່ງ ເປັນແຫຼ່ງທີ່ຢູ່ອາໄສຂອງປະຊາຊົນລາວບັນເຜົ່າເກືອບ 70 ເປີເຊັນ. ທີ່ດິນປ່າໄມ້ມີຊັບສິນທາງທຳມະຊາດອັນລໍ້າຄ່າ. ການຄຸ້ມຄອງປ່າໄມ້ໃຫ້ ມີຄວາມອຸດົມສົມບູນ ແລະ ມີຄວາມຍືນນານ ແມ່ນແນວທາງເຕີບໂຕດ້ານການພັດທະນາຕາມທິດສີຂຽວ.”

ເຂດຊົນນະບົດຂອງປະເທດລາວ ປະຊາຊົນຍັງທຸກຍາກ ແລະ ຍັງອາໄສປ່າໄມ້ເພື່ອການດໍາລົງຊີວິດປະຈໍາວັນ. ການປະເມີນຄວາມທຸກຍາກຂອງທະນາຄານໂລກປີ2020ໃຫ້ຮູ້ວ່າບັນດາແຂວງຢູ່ພາກກາງຂອງປະເທດຍັງມີບາງເຂດປະຊາຊົນ ຍັງທຸກຍາກ ແຕ່ເປັນເຂດທີ່ມີທ່າແຮງດ້ານການຜະລິດໄມ້ ແລະ ການທ່ອງທ່ຽວທຳມະຊາດ.

ໂຄງການແນໃສ່ອະນຸລັກປ່າໄມ້, ພັດທະນາການທ່ອງທ່ຽວທໍາມະຊາດ, ຜະລິດເຄື່ອງປ່າຂອງດົງ ສະໜອງໃຫ້ແກ່ການເຕີບໂຕດ້ານເສດຖະກິດ, ການສ້າງອາຊີບ ແລະ ການປັບປຸງຊີວິດ ຂອງປະຊາຊົນ ຈໍານວນ 600 ບ້ານ ໃນ 8​ ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວແຫ່ງຊາດປີ 2030.

ທ່ານ ອາເລັກຊານເດີ ເຄຼມເມີ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ກ່າວວ່າ “ປ່າໄມ້ຂອງລາວມີຄວາມຫຼາກຫຼາຍ ແລະ ເປັນແຫຼ່ງທີ່ຢູ່ອາໄສຂອງຊີວະນາໆພັນອັນສໍາຄັນຂອງໂລກ ທີ່ສາມາດດຶງດູດການທ່ອງທ່ຽວ, ສ້າງອາຊີບ ແລະ ປັບປຸງຄຸນນະພາບຊີວິດ. ນອກຈາກນີ້, ປະຊາຊົນປະມານ 300.000 ຄົນສາມາດມີວຽກເຮັດງານທໍາຈາກການລົງທືນຂອງພາກເອກະຊົນໃນການປູກໄມ້ຢູ່ໃນເຂດປ່າຜະລິດ ແບບມີຄວາມຮັບຜິດຊອບຕໍ່ ສັງຄົມ ແລະ ສິ່ງແວດລ້ອມ ເພື່ອຕອບສະໜອງຄວາມຕ້ອງການ ‘ໄມ້ທີ່ຖືກຕ້ອງ’ ຈາກສາກົນທີ່ກໍາລັງເພີ່ມຂຶ້ນ”.

ໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຈະເພີ່ມຄວາມເຂັ້ມແຂງດ້ານ ນະໂຍບາຍ ແລະ ຍຸດທະສາດ ຂອງພາກລັດໃຫ້ໄດ້ຕາມມາດຕະຖານ ກໍ່ຄື ຄຳໝັ້ນສັນຍາຕໍ່ສາກົນ ແລະ ຈະສະໜັບສະໜູນທາງດ້ານການປະສານງານລະຫ່ວາງ ອົງການຈັດຕັ້ງພາກລັດ, ຄູ່ຮ່ວມພັດທະນາ, ບ້ານ ແລະ ພາກເອກະຊົນ ເພື່ອການຕັດສິນໃຈດ້ານວຽກງານທີ່ກ່ຽວຂ້ອງ. ຈຸດປະສົງແມ່ນເພື່ອເພີ່ມ ຫຼື ຮັກສາເນື້ອທີ່ປົກຫຸ້ມປ່າໄມ້ ທີ່ມີຢູ່ໃນ 5 ເຂດພື້ນທີ່ພູມີທັດປ່າໄມ້ຕາມ         ເປົ້າໝາຍຂອງໂຄງການ ໃນນີ້ ປະຊາຊົນຈະມີສ່ວນຮ່ວມເຂົ້າໃນກິດຈະກຳຂອງໂຄງການ ແລະ ປັບປຸງຊີວິດການເປັນຢູ່ຂອງແຕ່ລະຄອບຄົວໃຫ້ດີຂຶ້ນ ໂດຍສະເພາະເພດຍິງຈະໄດ້ມີວຽກເຮັດງານທໍາເທົ່າທຽມກັບເພດຊາຍ.

 

ຂໍ້ມູນຕິດຕໍ່:

ວຽງຈັນ: ໄອເດັນ ເກລັນດິນນີງ +856 20 57771301, aglendinning@worldbankgroup.org


Api
Api