Skip to Main Navigation
ບົດອອກຂ່າວ 12 ມ.ກ. 2021

ເສດຖະກິດລາວ ຄາດວ່າຈະຟື້ນຕົວ ຖ້າສາມາດຄວບຄຸມການລະບາດໄດ້

ນະຄອນຫຼວງວຽງຈັນ, 21 ມັງກອນ 2021 – ອີງຕາມບົດລາຍງານຂອງທະນາຄານໂລກ ທີ່ເຜີຍແຜ່ ໃນມື້ນີ້ ໂດຍມີເນື້ອໃນສັງເຂບວ່າ:  ເຖິງການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດໃນໃນໄລຍະສອງທົດສະວັດ ແຕ່ເສດ ຖະກິດລາວ ພ້ອມທີ່ຈະຟື້ນຕົວໃນປີ 2021 ແລະ ສືບຕໍ່ການຟື້ນຕົວໃນໄລຍະກາງ ຖ້າສາມາດຄວບຄຸມຜົນກະທົບຂອງພະຍາດລະບາດ ອັກເສບປອດສາຍພັນໃໝ່ (ໂຄວິດ-19) ໄດ້ ແລະ ການຄ້າ ກັບບັນດາປະເທດຄູ່ຄ້າກັບຄືນສູ່ສະພາບປົກກະຕິ.

ບົດລາຍງານເສດຖະກິດ ສປປ ລາວ ສະບັບຫຼ້າສຸດ ຫົວຂໍ້: ການສະໜັບສະໜູນການຟື້ນຕົວຂອງເສດຖະກິດ — ໄດ້ສະຫລຸບວ່າ: ພະຍາດລະບາດໂຄວິດ-19 ໄດ້ສ່ົງຜົນກະທົບທາງລົບອັນໃຫຍ່ຫຼວງຕໍ່ການຂະຫາຍຕົວຂອງເສດຖະກິດໃນທົ່ວປະ ເທດ ສົ່ງຜົນເຮັດໃຫ້ເສດຖະກິດຕົກໃນສະພາວະເສດຖະກິດຖົດຖອຍເປັນຄັ້ງທໍາອິດ ນັບແຕ່ເກີດວິກິດການເງິນອາຊີ ເມື່ອທ້າຍຊຸມປີ 90. ບົດລາຍງານດັ່ງກ່າວ ປະເມີນວ່າ: ເສດຖະກິດຂອງປະເທດ ຈະຫົດຕົວປະມານ 0,6 ສ່ວນຮ້ອຍໃນປີ 2020 ໂດຍຂະແໜງບໍລິການ ການທ່ອງທ່ຽວ, ຂະແໜງການຄ້າຂາຍສ່ົງແລະຂາຍຍ່ອຍ, ແລະ ຂະແໜງການຜະລິດ ໄດ້ຮັບຜົນກະທົບໜັກທີ່ສຸດ.

ກິດຈະກໍາເສດຖະກິດທີ່ຖົດຖອຍ ໄດ້ສ່ົງຜົນຕໍ່ຄວາມສາມາດຂອງລັດຖະບານໃນການເກັບລາຍຮັບ ເຊິ່ງເຮັດໃຫ້ສະພາບງົບປະມານ-ການເງິນແຫ່ງລັດຕົກໃນສະພາບຫຍຸ້ງຍາກຂຶ້ນໄປຕື່ມອີກ. ເງິນກີບ ຫຼຸດຄ່າທຽບໃສ່ສະກຸນເງິນຕາຕ່າງປະເທດ ແລະ ການອ່ອນຄ່າລົງ ດັ່ງກ່າວຂອງເງິນກີບ ບວກກັບ ລາຄາສະບຽງອາຫານທີ່ເພີ່ມສູງຂຶ້ນ ໄດ້ເປັນສາເຫດເຮັດໃຫ້ອັດຕາເງິນເຟີ້ທົ່ວໄປ ເພີ່ມສູງຂຶ້ນ.

ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ທ່ານ ນິໂຄລາ ພອນທາຣາ ກ່າວວ່າ: “ເຖິງວ່າ ສປປ ລາວ ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຜົນກະທົບທາງເສດຖະກິດທີ່ເກີດຈາກພະຍາດລະບາດດັ່ງກ່າວ ໄດ້ກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຫຼາຍລ້ານຄົນ ແລະ ບັ່ນທອນວຽກງານຫຼຸດຜ່ອນຄວາມທຸກຍາກ”, ພ້ອມນີ້ ທ່ານຫົວໜ້າຫ້ອງການທະນາຄານໂລກ ຍັງມີຄໍາເຫັນຕື່ມອີກວ່າ: “ຢ່າງໃດກໍ່ຕາມ, ຖ້າສາມາດສືບຕໍ່ຄວບຄຸມພະຍາດ ລະບາດໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະເທດຄູ່ຄ້າ ຄາດວ່າ: ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວໄດ້ໃນລະດັບໃດໜຶ່ງ ໃນປີ 2021”.

ອີງຕາມບົດລາຍງານດັ່ງກ່າວ, ການຂະຫຍາຍຕົວຂອງ GDP ຄາດວ່າ: ຈະຟື້ນຕົວມາເປັນ 4,9 ສ່ວນຮ້ອຍໃນປີ 2021 ສ່ວນການຂະ ຫຍາຍຕົວໃນໄລຍະກາງ ໜ້າຈະຄ່ອຍໆຟື້ນຕົວເທື່ອລະກ້າວ ອັນເປັນຜົນເນື່ອງມາຈາກການສືບຕໍ່ລົງທຶນໃສ່ການພັດທະນາໂຄງລ່າງພື້ນຖານ ແລະ ການກັບຄືນມາຟົດຟື້ນຂອງຂະແໜງບໍລິການ, ສົ່ງອອກ ແລະ ການຊົມໃຊ້ຂອງພາກເອກະຊົນ. ເຖິງຢ່າງໃດກໍ່ຕາມ, ຖ້າຫາກພະຍາດໂຄວິດ-19ມີການລະບາດອີກຮອບໃຫມ່, ການຟື້ນຕົວຂອງເສດຖະກິດ ອາດຈະພົບສິ່ງທ້າທາຍ ຍ້ອນຜົນກະທົບຈາກມາດຕະການກັກຕົວ ຫຼື ຂໍ້ຈໍາກັດດ້ານການຄ້າແລະການທ່ອງທ່ຽວ.

ບົດລາຍງານສະບັບນີ້ ຍັງເນັ້ນໜັກໃຫ້ເຫັນການເພີ່ມຂຶ້ນຂອງພາລະແບກຫາບດ້ານໜີ້ສິນຕ່າງປະເທດ. ໜີ້ສິນຕ່າງປະເທດທີ່ສູງ ແລະ ຄັງແຮສໍາຮອງເງິນຕາຕ່າງປະເທດທີ່ຢູ່ໃນລະດັບຕໍ່າ ໄດ້ຈໍາກັດຄວາມສາມາດຂອງລັດຖະບານໃນການນໍາໃຊ້ນະໂຍບາຍການເງິນເພື່ອກະຕຸ້ນເສດຖະກິດ. ເພື່ອແກ້ໄຂສິ່ງທ້າທາຍໃນຕໍ່ໜ້າ, ວຽກບູລິມະສິດ ຄວນລວມເອົາ: ຫລຸດຜ່ອນໜີ້ສິນຕ່າງປະເທດຢູ່ໃຫ້ກັບຄືນສູ່ລະດັບຍືນຍົງ, ປັບປຸງການເກັບລາຍຮັບເພື່ອສ້າງຄວາມຍືດຍຸ່ນທາງດ້ານງົບປະມານ-ການເງິນ ແລະ ສະໜອງການ ຊ່ວຍເຫລືອແກ່ບັນດາຄົວເຮືອນແລະວິສາຫະກິດ ທີ່ຖືກກະທົບໜັກຈາກການຖົດຖອຍຂອງເສດຖະກິດ.

ບົດລາຍງານຍັງໄດ້ສະເຫນີພາກທີສອງ ໃນຫົວຂໍ້ ຊີວິດການເປັນຢູ່ໃນໄລຍະເກີດພະຍາດລະບາດໂຄວິດ-19 ເຊິ່ງໄດ້ລະບຸກຸ່ມສ່ຽງທີ່ຖືກກະທົບຫຼາຍສຸດຈາກພະ ຍາດລະບາດດັ່ງກ່າວ ແລະ ຍັງແນະນໍາບັນດາທາງເລືອກດ້ານນະໂຍບາຍທີ່ຈະຊ່ວຍປົກປ້ອງຊີວິດການເປັນຢູ່ຂອງເຂົາເຈົ້າ. ໃນນັ້ນ ລວມມີ: ຂະຫຍາຍຈຳນວນຜູ້ທີ່ໄດ້ຮັບການຊ່ວຍເຫຼືອເປັນເງິນສົດ ແລະ ເປັນວັດຖຸສິ່ງຂອງ ແລະ ເປັນສະບຽງອາຫານ, ແລະ ສົ່ງ ເສີມການພັດທະນາສີມືແຮງງານ ໃຫ້ຜູ້ອອກແຮງງານທີ່ຕ້ອງສູນເສຍວຽກເຮັດງານທໍາ ແລະ ແຮງງານເຄື່ອນຍ້າຍ ທີ່ເດີນທາງກັບຄືນປະເທດ.

ທະນາຄານໂລກ ຈັດພິມເຜີຍແຜ່ບົດລາຍງານຜົນການຕິດຕາມເສດຖະກິດ ສປປ ລາວ ສອງຄັ້ງຕໍ່ປີ.


ລາຍ​ຊື່

Aiden Glendinning
External Affairs Officer
+8562057771301
aglendinning@worldbankgroup.org
Api
Api