col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-8
col-lg-8
col-xs-12
col-sm-12
col-md-3
col-lg-3
col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-7
col-lg-7
  • add-style
  • font-medium
  • lp-body-content

ນະຄອນຫຼວງວຽງຈັນ, 21 ມັງກອນ 2021 – ອີງຕາມບົດລາຍງານຂອງທະນາຄານໂລກ ທີ່ເຜີຍແຜ່ ໃນມື້ນີ້ ໂດຍມີເນື້ອໃນສັງເຂບວ່າ: ເຖິງການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດໃນໃນໄລຍະສອງທົດສະວັດ ແຕ່ເສດ ຖະກິດລາວ ພ້ອມທີ່ຈະຟື້ນຕົວໃນປີ 2021 ແລະ ສືບຕໍ່ການຟື້ນຕົວໃນໄລຍະກາງ ຖ້າສາມາດຄວບຄຸມຜົນກະທົບຂອງພະຍາດລະບາດ ອັກເສບປອດສາຍພັນໃໝ່ (ໂຄວິດ-19) ໄດ້ ແລະ ການຄ້າ ກັບບັນດາປະເທດຄູ່ຄ້າກັບຄືນສູ່ສະພາບປົກກະຕິ.

ບົດລາຍງານເສດຖະກິດ ສປປ ລາວ ສະບັບຫຼ້າສຸດ ຫົວຂໍ້: ການສະໜັບສະໜູນການຟື້ນຕົວຂອງເສດຖະກິດ — ໄດ້ສະຫລຸບວ່າ: ພະຍາດລະບາດໂຄວິດ-19 ໄດ້ສ່ົງຜົນກະທົບທາງລົບອັນໃຫຍ່ຫຼວງຕໍ່ການຂະຫາຍຕົວຂອງເສດຖະກິດໃນທົ່ວປະ ເທດ ສົ່ງຜົນເຮັດໃຫ້ເສດຖະກິດຕົກໃນສະພາວະເສດຖະກິດຖົດຖອຍເປັນຄັ້ງທໍາອິດ ນັບແຕ່ເກີດວິກິດການເງິນອາຊີ ເມື່ອທ້າຍຊຸມປີ 90. ບົດລາຍງານດັ່ງກ່າວ ປະເມີນວ່າ: ເສດຖະກິດຂອງປະເທດ ຈະຫົດຕົວປະມານ 0,6 ສ່ວນຮ້ອຍໃນປີ 2020 ໂດຍຂະແໜງບໍລິການ ການທ່ອງທ່ຽວ, ຂະແໜງການຄ້າຂາຍສ່ົງແລະຂາຍຍ່ອຍ, ແລະ ຂະແໜງການຜະລິດ ໄດ້ຮັບຜົນກະທົບໜັກທີ່ສຸດ.

ກິດຈະກໍາເສດຖະກິດທີ່ຖົດຖອຍ ໄດ້ສ່ົງຜົນຕໍ່ຄວາມສາມາດຂອງລັດຖະບານໃນການເກັບລາຍຮັບ ເຊິ່ງເຮັດໃຫ້ສະພາບງົບປະມານ-ການເງິນແຫ່ງລັດຕົກໃນສະພາບຫຍຸ້ງຍາກຂຶ້ນໄປຕື່ມອີກ. ເງິນກີບ ຫຼຸດຄ່າທຽບໃສ່ສະກຸນເງິນຕາຕ່າງປະເທດ ແລະ ການອ່ອນຄ່າລົງ ດັ່ງກ່າວຂອງເງິນກີບ ບວກກັບ ລາຄາສະບຽງອາຫານທີ່ເພີ່ມສູງຂຶ້ນ ໄດ້ເປັນສາເຫດເຮັດໃຫ້ອັດຕາເງິນເຟີ້ທົ່ວໄປ ເພີ່ມສູງຂຶ້ນ.

ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ທ່ານ ນິໂຄລາ ພອນທາຣາ ກ່າວວ່າ: “ເຖິງວ່າ ສປປ ລາວ ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຜົນກະທົບທາງເສດຖະກິດທີ່ເກີດຈາກພະຍາດລະບາດດັ່ງກ່າວ ໄດ້ກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຫຼາຍລ້ານຄົນ ແລະ ບັ່ນທອນວຽກງານຫຼຸດຜ່ອນຄວາມທຸກຍາກ”, ພ້ອມນີ້ ທ່ານຫົວໜ້າຫ້ອງການທະນາຄານໂລກ ຍັງມີຄໍາເຫັນຕື່ມອີກວ່າ: “ຢ່າງໃດກໍ່ຕາມ, ຖ້າສາມາດສືບຕໍ່ຄວບຄຸມພະຍາດ ລະບາດໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະເທດຄູ່ຄ້າ ຄາດວ່າ: ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວໄດ້ໃນລະດັບໃດໜຶ່ງ ໃນປີ 2021”.

ອີງຕາມບົດລາຍງານດັ່ງກ່າວ, ການຂະຫຍາຍຕົວຂອງ GDP ຄາດວ່າ: ຈະຟື້ນຕົວມາເປັນ 4,9 ສ່ວນຮ້ອຍໃນປີ 2021 ສ່ວນການຂະ ຫຍາຍຕົວໃນໄລຍະກາງ ໜ້າຈະຄ່ອຍໆຟື້ນຕົວເທື່ອລະກ້າວ ອັນເປັນຜົນເນື່ອງມາຈາກການສືບຕໍ່ລົງທຶນໃສ່ການພັດທະນາໂຄງລ່າງພື້ນຖານ ແລະ ການກັບຄືນມາຟົດຟື້ນຂອງຂະແໜງບໍລິການ, ສົ່ງອອກ ແລະ ການຊົມໃຊ້ຂອງພາກເອກະຊົນ. ເຖິງຢ່າງໃດກໍ່ຕາມ, ຖ້າຫາກພະຍາດໂຄວິດ-19ມີການລະບາດອີກຮອບໃຫມ່, ການຟື້ນຕົວຂອງເສດຖະກິດ ອາດຈະພົບສິ່ງທ້າທາຍ ຍ້ອນຜົນກະທົບຈາກມາດຕະການກັກຕົວ ຫຼື ຂໍ້ຈໍາກັດດ້ານການຄ້າແລະການທ່ອງທ່ຽວ.

ບົດລາຍງານສະບັບນີ້ ຍັງເນັ້ນໜັກໃຫ້ເຫັນການເພີ່ມຂຶ້ນຂອງພາລະແບກຫາບດ້ານໜີ້ສິນຕ່າງປະເທດ. ໜີ້ສິນຕ່າງປະເທດທີ່ສູງ ແລະ ຄັງແຮສໍາຮອງເງິນຕາຕ່າງປະເທດທີ່ຢູ່ໃນລະດັບຕໍ່າ ໄດ້ຈໍາກັດຄວາມສາມາດຂອງລັດຖະບານໃນການນໍາໃຊ້ນະໂຍບາຍການເງິນເພື່ອກະຕຸ້ນເສດຖະກິດ. ເພື່ອແກ້ໄຂສິ່ງທ້າທາຍໃນຕໍ່ໜ້າ, ວຽກບູລິມະສິດ ຄວນລວມເອົາ: ຫລຸດຜ່ອນໜີ້ສິນຕ່າງປະເທດຢູ່ໃຫ້ກັບຄືນສູ່ລະດັບຍືນຍົງ, ປັບປຸງການເກັບລາຍຮັບເພື່ອສ້າງຄວາມຍືດຍຸ່ນທາງດ້ານງົບປະມານ-ການເງິນ ແລະ ສະໜອງການ ຊ່ວຍເຫລືອແກ່ບັນດາຄົວເຮືອນແລະວິສາຫະກິດ ທີ່ຖືກກະທົບໜັກຈາກການຖົດຖອຍຂອງເສດຖະກິດ.

ບົດລາຍງານຍັງໄດ້ສະເຫນີພາກທີສອງໃນຫົວຂໍ້ ຊີວິດການເປັນຢູ່ໃນໄລຍະເກີດພະຍາດລະບາດໂຄວິດ-19 ເຊິ່ງໄດ້ລະບຸກຸ່ມສ່ຽງທີ່ຖືກກະທົບຫຼາຍສຸດຈາກພະ ຍາດລະບາດດັ່ງກ່າວ ແລະ ຍັງແນະນໍາບັນດາທາງເລືອກດ້ານນະໂຍບາຍທີ່ຈະຊ່ວຍປົກປ້ອງຊີວິດການເປັນຢູ່ຂອງເຂົາເຈົ້າ. ໃນນັ້ນລວມມີ: ຂະຫຍາຍຈຳນວນຜູ້ທີ່ໄດ້ຮັບການຊ່ວຍເຫຼືອເປັນເງິນສົດ ແລະ ເປັນວັດຖຸສິ່ງຂອງ ແລະ ເປັນສະບຽງອາຫານ, ແລະ ສົ່ງ ເສີມການພັດທະນາສີມືແຮງງານ ໃຫ້ຜູ້ອອກແຮງງານທີ່ຕ້ອງສູນເສຍວຽກເຮັດງານທໍາ ແລະ ແຮງງານເຄື່ອນຍ້າຍ ທີ່ເດີນທາງກັບຄືນປະເທດ.

ທະນາຄານໂລກ ຈັດພິມເຜີຍແຜ່ບົດລາຍງານຜົນການຕິດຕາມເສດຖະກິດ ສປປ ລາວ ສອງຄັ້ງຕໍ່ປີ.

Contacts

Aiden Glendinning

External Affairs Officer
aglendinning@worldbankgroup.org
+8562057771301

About The World Bank

The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.

col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-3
col-lg-3
  • add-style

ຂໍ້ມູນທີ່ກ່ຽວຂ້ອງ

lp-heading-bottom-medium

OMBC

Online Media Briefing Center (OMBC) news for accredited journalists
Sign In
https://media.worldbank.org/
Register
https://media.worldbank.org/user/register
secondary
white-btn