Skip to Main Navigation
ບົດອອກຂ່າວ 8 ມ.ສ. 2020

ສປປ ລາວ: ໂຄງການສະໜັບສະໜູນດ້ານງົບປະມານສຸກເສີນເພື່ອຕອບໂຕ້ກັບ ເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19

ນະຄອນຫຼວງວຽງຈັນ, 07 ເມສາ 2020 - ໃນມື້ນີ້ ຮອງປະທານທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ອະນຸມັດງົບປະມານມູນຄ່າ US$18 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍໃນການຕອບໂຕ້ ແລະ ຮັບມື ກັບການລະບາດໃຫ່ຍຂອງເຊື້ອຈຸລະໂລກສາຍພັນໃໝ່ ຫຼື ພະຍາດໂຄວິດ-19. ໂຄງການຕອບໂຕ້ເຊື້ອພະຍາດໂຄວິດ-19 ຂອງ ສປປ ລາວ ນີ້ ແມ່ນເພື່ອຊ່ວຍໃນການກຽມຄວາມພ້ອມຂອງບັນດາກິດຈະກໍາຕ່າງໆໃນການຮັບມືກັບເຫດສຸກເສີນ ກໍ່ຄື ການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ, ການກວດຫາກໍລະນີ ຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານແລະໃຫ້ຄວາມຮູ້ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ. ໂຄງການນີ້ ຍັງຈະຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ອີກດ້ວຍ.

ທ່ານນາງ ມາຣຽມ ເຊີຣ໌ແມນ, ອຳ​ນວຍ​ການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ ດ້ວຍມາດຕະການການສະກັດກັ້ນທີ່ຕື່ນຕົວ, ການສູນເສຍຊີວິດ ແລະ ຜົນກະທົບຕໍ່ເສດຖະກິດຈາກການລະບາດຂອງ ໂຄວິດ-19 ຈະເບົາບາງລົງ. ນີ້ເປັນຊ່ວງໄລຍະເວລາທີ່ສໍາຄັນທີ່ປະຊາຄົມສາກົນ ຈະຕ້ອງໄດ້ເຂົ້າມາຊ່ວຍ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ສາທາລະນະສຸກ ແລະ ເສີມສ້າງຄວາມອາດສາມາດໃນການຕອບໂຕ້.”

ໂຄງການນີ້ໄດ້ຖືກຮ່າງຂຶ້ນມາພາຍໃຕ້ກອບ ການຊ່ວຍເຫຼືອແບບຮີບດ່ວນຕໍ່ກັບການລະບາດຂອງພະຍາດໂຄວິດ 19 ຂອງທະນາຄານໂລກ ໃນທົ່ວໂລກ ຊຶ່ງຖືກອອກແບບມາເພື່ອຕອບສະໜອງຢ່າງຮີບດ່ວນຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫຼືອບັນດາປະເທດໃນການສ້າງ ລະບົບສາທາ ລະນະສຸກ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.

ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ, ກະຊວງການເງິນ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງ​ທັນ​ການຂອງທະນາຄານໂລກໃນຄັ້ງນີ້ ເຊິ່ງຈະຊ່ວຍປະກອບສ່ວນ ໃຫ້ ລະບົບສາທາລະນະສຸກ ພາຍໃນປະເທດມີຄວາມເຂັ້ມແຂງ ພ້ອມທັງເປັນອີກ ກຳລັງແຮງໜຶ່ງຊຸກຍູ້ ການຕອບໂຕ້ ແລະ ຄວບຄຸມການແຜ່ລະພາດຂອງ covid-19. ລັດ​ຖະ​ບານ ສ​ປ​ປ ລາວ ພວມວ​າງ​ມາດ​ຕະ​ການ​ ທີ່​ຈຳ​ເປັນ​ ເພື່ອ​ຮັບ​ມືກັບໂລກ​ລະ​ບາດນີ້”

ກຸ່ມທະນາຄານໂລກ ເພື່ອຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19

ກຸ່ມທະນາຄານໂລກໄດ້ອະນຸມັດໂຄງການຊ່ວຍເຫຼືອແບບຮີບດ່ວນ ທີ່ມີມູນຄ່າສູງເຖິງ $14 ຕື້ໂດລາສະຫະລັດ ໂດຍມີຈຸດປະສົງເພື່ອເສີມສ້າງ ຄວາມເຂັ້ມແຂງໃນການຕອບໂຕ້ກັບພະຍາດ ໂຄວິດ-19 ໃຫ້ແກ່ບັນດາປະເທດກໍາລັງພັດທະນາ ແລະ ຫລຸດຜ່ອນໄລຍະເວລາຂອງການຟື້ນໂຕ. ການຊ່ວຍເຫຼືອທັນທີ ລວມມີ ການສະໜອງທຶນ, ການໃຫ້ຄໍາແນະນໍາດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອຊ່ວຍບັນດາປະເທດ ຮັບມືກັບຜົນກະທົບທີ່ມີຕໍ່ລະບົບສາທາລະນະສຸກ ແລະ ເສດຖະກິດຈາກການລະບາດ ໃຫ່ຍຂອງພະຍາດ ໂຄວິດໃນຄັ້ງນີ້. ຫ້ອງການ IFC ໄດ້ສະໜອງທຶນ $8 ຕື້ໂດລາສະຫະລັດ ເພື່ອຊ່ວຍບັນດາທຸລະກິດເອກະຊົນທີ່ໄດ້ຮັບ ຜົນກະທົບຈາກ ການລະບາດໃຫ່ຍຂອງພະຍາດໂຄວິດ ແລະ ຮັກສາການຈ້າງງານ. IBRD and IDA ໄດ້ສະໜອງທຶນເບື້ອງຕົ້ນ $6 ຕື້ໂດລາສະຫະລັດ ສໍາລັບການຕອບໂຕ້ທາງດ້ານສາທາລະນະສຸກ. ເນື່ອງຈາກຫຼາຍປະເທດຕ້ອງການຄວາມຊ່ວຍເຫຼືອໃນວົງກວ້າງ, ກຸ່ມທະນາຄານໂລກ ຈະອະນຸມັດ ງົບປະມານສູງເຖິງ $160 ຕື້ໂດລາສະຫະລັດ ໃນໄລຍະ 15 ເດືອນຂ້າງໜ້ານີ້ ເຂົ້າໃນການປົກປ້ອງຄົນທຸກຈົນ ແລະ ຜູ້ດ້ອຍໂອກາດ, ສົ່ງເສີມພາກທຸລະກິດ ແລະ ໜູນການຟື້ນໂຕຂອງເສດຖະກິດ.


ລາຍ​ຊື່

ຢຸ່ ສປປ ລາວ
ທ່ານ ນາງ ວັນນາພອນ ສິລິດທິລາດ
+856 20 5555 9290
vsitthirath@worldbank.org
ຢູ່ ກຸງ ວໍຊິງຕັນ
Nick Keyes
+1 (202) 473-9135
nkeyes@worldbankgroup.org
Api
Api