Skip to Main Navigation
ບົດອອກຂ່າວ 13 ມ.ນ. 2020

ສປປ ລາວ: ການສະໜັບສະໜູນທຶນໄລຍະໃໝ່ ເພື່ອປັບປຸງການເຂົ້າເຖິງການບໍລິການສຸຂະພາບ ແລະໂພຊະນາການ

ວໍຊິງຕັນ, 12 ມີນາ 2020 – ໃນມື້ນີ້, ສະພາບໍລິຫານ ຂອງທະນາຄານໂລກ ໄດ້ອະນຸມັດເງິນຈໍານວນ 23 ລ້ານ ໂດລາ ໃຫ້ແກ່ ສປປ ລາວ ເພື່ອດໍາເນີນ ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະໂພຊະນາການ (HANSA). ໂຄງການດັ່ງກ່າວ ແມ່ນແນໃສ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບ ສາທາລະນະສຸກ ຂອງ ສປປ ລາວ ແລະ ປັບປຸງຄຸນນະພາບ ແລະການປົກຄຸມ ຂອງບໍລິການສາທາລະນະສຸກ ໂດຍການສະໜອງທຶນ ໃຫ້ແກ່ ສຸກສາລາ,ພະແນກສາທາແຕ່ລະຂັ້ນ ແລະ ກົມວິຊາການຕ່າງໆໃນກະຊວງສາທາ, ຊຶ່ງການສະໜອງທຶນແມ່ນ ອີງໃສ່ຜົນງານການຈັດຕັ້ງປະຕິບັດ ທີ່ຜ່ານການກວດກາສົມທຽບໃສ່ມາດຕະຖານທີ່ກະຊວງສາທາວາງອອກ.ໂຄງການນີ້ຈະເພີ່ມຄວາມຍືນຍົງບັນດາແຜນງານສາທາລະນະສຸກ, ເຊິ່ງລວມທັງ ວຽກງານ ສຸຂະພາບແມ່ ແລະ ເດັກ, ການຊັກຢາກັນພະຍາດ, ວັນນະໂລກ ແລະ ການປ້ອງກັນເຊື້ອເອສໄອວີ, ໂດຍສະເພາະແມ່ນ ແນໃສ່ການຫຼຸດຜ່ອນການຂາດສານອາຫານ ຢູ່ໃນບັນດາແຂວງພາກເໜືອ ຂອງ ສປ ປລາວ.

ໃນບັນດາຕົວຊີ້ບອກດ້ານການຈັດຕັ້ງປະຕິບັດຕ່າງໆ ຂອງໂຄງການ HANSA ແມ່ນກ່ຽວກັບການໃຫ້ມີຢາ ແລະ ເຄື່ອງໃຊ້ພື້່ນຖານພຽງພໍ  ແລະການບັນຈຸພະນັກງານແພດຢູ່ບັນດາສຸກສາລາ, ພ້ອມທັງ ແມ່ ແລະ ເດັກນ້ອຍ ຈຳ​ນວນ​ລາຍ ໃຫ້ໄດ້ຮັບການບໍລິການຮັກສາສຸຂະພາບ ທີ່ມີຄຸນນະພາບ ໃນສະຖານທີ່ໃຫ້ບໍລິການສາທາລະນະສຸກຂອງລັດ.

ອັດຕາການຕາຍ ຂອງແມ່ ແລະ ເດັກ ແລະການຂາດສານອາຫານຊໍາເຮື້ອ ຂອງ ສປປ ລາວ ຍັງຢູ່ໃນລະດັບສູງສູດ ໃນບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ແລະປາຊີຟິກ. ໂດຍຜ່ານໂຄງການນີ້, ທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາ ຈະເຮັດວຽກຮ່ວມກັນເພື່ອປັບປຸງ ສາທາລະນະສຸກຂັ້ນພື້ນຖານ ສໍາລັບແມ່ຍິງ ແລະເດັກ, ຊຶ່ງຈະເປັນການຊ່ວຍຍົກລະດັບມາດຕະຖານການດຳລົງຊີວິດ ແລະຕັດວົງຈອນ ຄວາມທຸກຍາກ ”, ຄໍາກ່າວ ຂອງ ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.

ປະມານ 33 ເປີເຊັນ ຂອງເດັກທີມີອາຍຸຕໍ່າກວ່າ 5 ປີ ຢູ່ ສປປ ລາວ ແມ່ນຂາດສາອາຫານຊໍາເຮື້ອ. ການຂາດສານອາຫານໃນລະດັບສູງ ທີ່ມີຢູ່ ໃນໄວເດັກ ໝາຍເຖິງ ການສູນເສຍຄວາມອາດສາມາດບົ່ມຊ້ອນຂອງປະຊົນ ແລະເສດຖະກິດ ສໍາລັບປະເທດ. ໂຄງການດັ່ງກ່າວ ສະໜັບສຸໜູນ ວິທີການ ເຮັດວຽກແບບເປັນໜຶ່ງດຽວຂອງຫຼາຍຂະແໜງການດ້ານໂພຊະນາການ, ຊຶ່ງເລີ່ມຂຶ້ນຢ່າງເປັນທາງການ ໃນ ເດືອນ ພະຈິກ 2019 ໂດຍ ລັດຖະບານແຫ່ງ ສປປ ລາວ ເພື່ອຫຼຸດຜ່ອນສະພາບການຂາດສານອາຫານ ໃນສີ່ແຂວງພາກເໜືອ - ອຸດົມໄຊ, ຜົ້ງສາລີ,​ ຫົວພັນ ແລະ ຊຽງຂວາງ. ໂຄງການໃໝ່ນີ້ ຍັງຈະປັບປຸງການກວດພົບ ແລະ ປິ່ນປົວວັນນະໂລກ ແລະ ເພີ່ມການປົກຄຸມ ຂອງການກວດຫາ ເຊື້ອເອສໄອວີ ໃນບັນດາປະຊາກອນ ແລະ ກຸ່​ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ ໂດຍຜ່ານການໃຫ້ບໍລິການສຸຂະພາບແບບເຊື່ອມສານຫຼາຍກວ່າເກົ່າ.

 “ການສະໜອງທຶນດັ່ງກ່າວ ບໍ່ພຽງແຕ່ ເປັນການປະກອບສ່ວນເຂົ້າໃນການລົງທຶນໃສ່ການສ້າງທຶນມະນຸດ ຂອງ ສປປ ລາວ ແຕ່ມັນຍັງເປັນຮັກສາຊີວິດ ໂດຍການໃຫ້ການປິ່ນປົວ ແລະຮັກສາສຸຂະພາບພື້ນຖານ ໃຫ້ບາງຊຸມຊົນ ທີ່ດ້ອຍໂອກາດທີ່ສຸດໃນປະເທດ”, ຄໍາກ່າວ ຂອງ ທ່ານ ໂຊມີລ ນາກປານ, ຊ່ວຍຊານສາທາລະນະສຸກ ອາວຸໂສ ແລະ ຫົວໜ້າທີມ ຂອງໂຄງການດັ່ງກ່າວນີ້.

ໂຄງການດັ່ງກ່າວ ນອກຈາກຈະໄດ້ຮັບການສະໜອງທຶນ ຈໍານວນ 23 ລ້ານ ໂດລາ ຈາກສະມາຄົມເພື່ອການພັດທະນາສາກົນ (IDA)ແລ້ວ. ຍັງຄາດວ່າ ຈະໄດ້ຮັບການສະໜອງທຶນຊ່ວຍເຫຼືອລ້າເສີມຕື່ມ ຈໍານວນ 10 ລ້ານ ໂດລາ ແລະ 3 ລ້ານ ໂດລາ ຈາກກອງທຶນໂລກ ແລະ ກອງທຶນຮ່ວມ ກັນຂອງບັນດາຜູ້ໃຫ້ທຶນຫຼາຍພາກສ່ວນ (IDFHP) ເພື່ອກ້າວໄປຫາການປົກຄຸມສຸຂະພາບທຸກຖ້ວນໜ້າ ຕາມລໍາດັບ, ໂດຍການອານຸມັດ ແມ່ນຂຶ້ນກັບລະບຽບການພາຍໃນຂອງທັງສອງກອງທຶນ. ລັດຖະບານ ຂອງປະເທດອົດສະຕາລີ ແມ່ນຜູ້ໃຫ້ທຶນໃຫ່ຍສຸດ ໃນກອງທຶນຮ່ວມ IDFHP ແລະ ຮ່ວມກັບ ຄູ່ຮ່ວມງານ ທີ່ແມ່ນມູນນິທິ ທ່ານ ບິລ ແລະ ທ່ານ ນາງ ເມລິດາ ເກສ (Bill and Melinda Gates) ແລະ ກາວີ ອາລາຍອັນ (Gavi Alliance). ອົງການ IDA ຂອງທະນາຄານໂລກ ຖືກສ້າງຕັ້ງຂຶ້ນ ໃນປີ 1960 ແມ່ນ ຊ່ວຍເຫຼືອປະເທດ ທີ່ທຸກຍາກທີ່ສຸດ ໃນໂລກ ໂດຍການສະໜອງທຶນຊ່ວຍເຫຼືອລ້າ ແລະເງິນກູ້ໃນອັດຕາດອກເບ້ຍຕໍ່າ ແລະ ດອກເບ້ຍສູນເປີເຊັນ ສໍາລັບໂຄງການ ແລະ ແຜນງານຕ່າງໆ ທີ່ກະຕຸ້ນ ການເຕີບໂຕທາງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.


ເລກທີ ບົດອອກຂ່າວ: 2020/136/EAP

ລາຍ​ຊື່

ຢຸ່ ສປປ ລາວ
ທ່ານ ນາງ ວັນນາພອນ ສິລິດທິລາດ
+856 20 5555 9290
vsitthirath@worldbank.org
ຢູ່ ກຸງ ວໍຊິງຕັນ
Nick Keyes
+1 (202) 473-9135
nkeyes@worldbankgroup.org
Api
Api