Skip to Main Navigation
ບົດອອກຂ່າວ 11 ກ.ພ. 2020

ສປປ ລາວ: ທະນາຄານໂລກ ສະໜອງທຶນເພີ່ມ ເພື່ອການຄຸ້ມຄອງປ່າໄມ້ແບບຍືນນານ

ນະ​ຄອນຫຼວງວໍຊິງຕັນ, ໃນວັນທີ 11 ກຸມພາ 2020 – ສະພາບໍລິຫານຂອງທະນາຄານໂລກ (WB) ໄດ້ອະນຸມັດທຶນ ຈຳນວນ 5 ລ້ານ ໂດລາສະຫະລັດ ໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ເພື່ອສືບ​ຕໍ່ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານ ແບບມີສ່ວນຮ່ວມ (Scaling-Up Participatory Sustainable Forest Management Project) ເປັນ​ການປັບປຸງ ການຄຸ້ມຄອງປ່າໄມ້ໃຫ້ຍືນນານ, ປັບ​ປຸງການດຳລົງຊີວິດຂອງຊຸມຊົນໃຫ້ດີຂຶ້ນ ແລະ ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ.

ທ່ານ ນິໂຄລາ ປອນຕາຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ການສະໜອງທຶນ ເພີ່ມນີ້ຈະຊ່ວຍ ສປປ ລາວ ຄຸ້ມຄອງປ່າຜະລິດ ເຊິ່ງ​ສຳ​ຄັນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ໃຫ້​ເຕີບໂຕ ທາງດ້ານເສດຖະກິດຕາມທິດສີຂຽວ, ມີສົມດູນ ແລະ ຍືນນານ ແລະ ສອດຄ່ອງກັບຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ແຫ່ງ ສປປ ລາວ ທີ່​ມີບູລິມະສິດພັດທະນາປະ​ຊາ​ຊົນ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກຍາກ” .

ນັບແຕ່ປີ 2013 ເປັນຕົ້ນມາ, ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານແບບມີສ່ວນຮ່ວມ ໄດ້ບັນລຸໝາກຜົນທີ່ສຳຄັນເຊັ່ນ: ໄດ້ຍົກລະດັບ ສະ​ຖາ​ນະ​ການດຳລົງຊີວິດຂອງປະ​ຊາ​ຊົນບັນ​ດາ​ເຜົ່າ​ ທີ່​ຕິດ​ພັນ​ກັບປ່າໄມ້ ຫຼາຍ​ກ່​ວາ 650 ບ້ານ ພາຍ​ໃນ 13 ແຂວງ, ໄດ້ປັບປຸງການ ວາງ​ແຜນ ແລະ ຄຸ້ມຄອງເຂດປ່າຜະລິດ ຈຳນວນ 41 ແຫ່ງ ຂອງເຂດປ່າຜະລິດທັງໝົດ 51 ແຫ່ງທົ່ວປະເທດ, ກວມ​ເອົາເນື້ອທີ່ 2​.3 ລ້ານເຮັກຕາ. ຜົນໄດ້ຮັບ​​ນີ້ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ຕໍ່ການຫລຸດຜ່ອນການທຳລາຍປ່າໄມ້ ແລະ ການປ່ອຍ​ອອກ​ ອາຍເຮືອນ​ແກ້ວຈາກ​ການທຳລາຍປ່າໄມ້.

ນັບແຕ່ເລີ່ມຕົ້ນ, ໂຄງການ ໄດ້ສ້າງໂອກາດອັນໃໝ່ໃຫ້​ປະ​ຊາ​ຊົນ ແລະ ພາກເອກະຊົນ ເພື່ອ​ພັດ​ທ​ະ​ນາດ້ານເສດຖະກິດ ທີ່​ຕິດ​ພັນ​ກັບ ກ​ານຄຸ້ມຄອງປ່າໄມ້ໃຫ້ຍືນນານ. ເພື່ອ​ເຮັດ​ໃຫ້​ໂອ​ກາດ​ດັ່ງ​ທີ່​ກ່າວ​ມານີ້ປະກົດເປັນຈິງ ແມ່ນ​ຈຳ​ເປັນ​ຕ້ອງ​ ມີທຶນ ແລະ ​ມີການ ຊ່ວຍເຫຼືອທາງດ້ານວິຊາການເພີ່ມຕື່ມ ໂດຍສະເພາະ ແມ່​ນ​ກ່ຽວ​ຂ້ອງ​ກັບການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄຸ້ມຄອງ-ບໍລິຫານ.

ທ່ານ ສະຕີເຟັນ ເດນີໂອ (Stephen Danyo), ຫົວໜ້າຊ່ຽວຊານສະເພາະດ້ານສິ່ງແວດລ້ອມ ຂອງທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ການສະໜອງທຶນເພີ່ມ ໃຫ້ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານ ແບບມີສ່ວນຮ່ວມ ຈະເພີ່ມຄວາມເຂັ້ມແຂງ ດ້ານການຄຸ້ມຄອງ-ບໍລິຫານ ຊັບພະຍາກອນທຳມະຊາດໃຫ້ດີ​ຂື້ນ ທັງ ເປັນ​ການສ້າງໂອກາດ ດ້ານການລົງທຶນ ຂອງພາກເອກະຊົນ” .

ຈຳ​ນວນທຶນເພີ່ມ​ນີ້ ແມ່ນໄດ້ມາ​ຈາກ ສະ​ມາ​ຄົ​ມ​ເພື່ອ​ການພັດທະນາສາກົນ (IDA) ຂອງທະນາຄານໂລກ ທີ່ສ້າງຕັ້ງຂຶ້ນ​ໃນປີ 1960 ເພື່ອຊ່ວຍເຫຼືອບັນດາປະເທດທຸກຍາກທີ່ສຸດໃນໂລກ ດ້ວຍການສະໜອງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່​ມີດອກເບ້ຍ ໃຫ້ແກ່ບັນດາໂຄງການ ແລະ ແຜນງານທີ່ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່.


ເລກທີ ບົດອອກຂ່າວ: 2020/112/EAP

ລາຍ​ຊື່

ຢູ່ ນະຄອນຫຼວງວຽງຈັນ:
ວັນນະພອນ ສິດທິລາດ
External Affairs Consultant
+856 20 5555 9290
vsitthirath@worldbank.org
ຢູ່ ນະຄອນຫຼວງວໍຊິງຕັນ
Nick Keyes
Senior External Affairs Officer
+1 (202) 473-9135
nkeyes@worldbankgroup.org
Api
Api