col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-8
col-lg-8
col-xs-12
col-sm-12
col-md-3
col-lg-3
col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-7
col-lg-7
  • add-style
  • font-medium
  • lp-body-content

ນະ​ຄອນຫຼວງວໍຊິງຕັນ, ໃນວັນທີ 11 ກຸມພາ 2020 – ສະພາບໍລິຫານຂອງທະນາຄານໂລກ (WB) ໄດ້ອະນຸມັດທຶນ ຈຳນວນ 5 ລ້ານ ໂດລາສະຫະລັດ ໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ເພື່ອສືບ​ຕໍ່ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານ ແບບມີສ່ວນຮ່ວມ(Scaling-Up Participatory Sustainable Forest Management Project) ເປັນ​ການປັບປຸງ ການຄຸ້ມຄອງປ່າໄມ້ໃຫ້ຍືນນານ, ປັບ​ປຸງການດຳລົງຊີວິດຂອງຊຸມຊົນໃຫ້ດີຂຶ້ນແລະຫລຸດຜ່ອນການປ່ຽນແປງດິນຟ້າອາກາດ.

ທ່ານ ນິໂຄລາ ປອນຕາຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ການສະໜອງທຶນ ເພີ່ມນີ້ຈະ​ຊ່ວຍ ສປປ ລາວ ຄຸ້ມຄອງປ່າຜະລິດ ເຊິ່ງ​ສຳ​ຄັນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ໃຫ້​ເຕີບໂຕ ທາງດ້ານເສດຖະກິດຕາມທິດສີຂຽວ, ​ມີສົມດູນ ແລະ ຍືນນານ ແລະ ສອດຄ່ອງກັບຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ແຫ່ງ ສປປ ລາວ ທີ່​ມີບູລິມະສິດພັດທະນາປະ​ຊາ​ຊົນ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກຍາກ” .

ນັບແຕ່ປີ 2013 ເປັນຕົ້ນມາ, ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານແບບມີສ່ວນຮ່ວມໄດ້ບັນລຸໝາກຜົນທີ່ສຳຄັນເຊັ່ນ: ໄດ້ຍົກລະດັບ ສະ​ຖາ​ນະ​ການດຳລົງຊີວິດຂອງປະ​ຊາ​ຊົນບັນ​ດາ​ເຜົ່າ​ ທີ່​ຕິດ​ພັນ​ກັບປ່າໄມ້ ຫຼາຍ​ກ່​ວາ 650 ບ້ານ ພາຍ​ໃນ 13 ແຂວງ, ໄດ້ປັບປຸງການ ວາງ​ແຜນ ແລະ ຄຸ້ມຄອງເຂດປ່າຜະລິດ ຈຳນວນ 41 ແຫ່ງ ຂອງເຂດປ່າຜະລິດທັງໝົດ 51 ແຫ່ງທົ່ວປະເທດ, ກວມ​ເອົາເນື້ອທີ່ 2​.3 ລ້ານເຮັກຕາ. ຜົນໄດ້ຮັບ​​ນີ້ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ຕໍ່ການຫລຸດຜ່ອນການທຳລາຍປ່າໄມ້ ແລະ ການປ່ອຍ​ອອກ​ ອາຍເຮືອນ​ແກ້ວຈາກ​ການທຳລາຍປ່າໄມ້.

ນັບແຕ່ເລີ່ມຕົ້ນ, ໂຄງການ ໄດ້ສ້າງໂອກາດອັນໃໝ່ໃຫ້​ປະ​ຊາ​ຊົນ ແລະ ພາກເອກະຊົນ ເພື່ອ​ພັດ​ທ​ະ​ນາດ້ານເສດຖະກິດ ທີ່​ຕິດ​ພັນ​ກັບ ກ​ານຄຸ້ມຄອງປ່າໄມ້ໃຫ້ຍືນນານ. ເພື່ອ​ເຮັດ​ໃຫ້​ໂອ​ກາດ​ດັ່ງ​ທີ່​ກ່າວ​ມານີ້ປະກົດເປັນຈິງ ແມ່ນ​ຈຳ​ເປັນ​ຕ້ອງ​ ມີທຶນ ແລະ ​ມີການ ຊ່ວຍເຫຼືອທາງດ້ານວິຊາການເພີ່ມຕື່ມ ໂດຍສະເພາະ ແມ່​ນ​ກ່ຽວ​ຂ້ອງ​ກັບການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄຸ້ມຄອງ-ບໍລິຫານ.

ທ່ານ ສະຕີເຟັນ ເດນີໂອ (Stephen Danyo), ຫົວໜ້າຊ່ຽວຊານສະເພາະດ້ານສິ່ງແວດລ້ອມ ຂອງທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ການສະໜອງທຶນເພີ່ມ ໃຫ້ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານ ແບບມີສ່ວນຮ່ວມຈະເພີ່ມຄວາມເຂັ້ມແຂງ ດ້ານການຄຸ້ມຄອງ-ບໍລິຫານ ຊັບພະຍາກອນທຳມະຊາດໃຫ້ດີ​ຂື້ນ ທັງ ເປັນ​ການສ້າງໂອກາດ ດ້ານການລົງທຶນ ຂອງພາກເອກະຊົນ” .

ຈຳ​ນວນທຶນເພີ່ມ​ນີ້ ແມ່ນໄດ້ມາ​ຈາກ ສະ​ມາ​ຄົ​ມ​ເພື່ອ​ການພັດທະນາສາກົນ (IDA) ຂອງທະນາຄານໂລກ ທີ່ສ້າງຕັ້ງຂຶ້ນ​ໃນປີ 1960 ເພື່ອຊ່ວຍເຫຼືອບັນດາປະເທດທຸກຍາກທີ່ສຸດໃນໂລກ ດ້ວຍການສະໜອງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່​ມີດອກເບ້ຍ ໃຫ້ແກ່ບັນດາໂຄງການ ແລະ ແຜນງານທີ່ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່.

Contacts

ວັນນະພອນ ສິດທິລາດ

External Affairs Consultant
vsitthirath@worldbank.org
+856 20 5555 9290
ຢູ່ ນະຄອນຫຼວງວຽງຈັນ:

Nick Keyes

Senior External Affairs Officer
nkeyes@worldbankgroup.org
+1 (202) 473-9135
ຢູ່ ນະຄອນຫຼວງວໍຊິງຕັນ

About The World Bank

The World Bank Group has a bold vision: to create a world free of poverty on a livable planet. In more than 100 countries, the World Bank Group provides financing, advice, and innovative solutions that improve lives by creating jobs, strengthening economic growth, and confronting the most urgent global challenges. For more information, please visit www.worldbank.org, www.miga.org, and www.ifc.org.

col-xs-12
col-sm-12
col-md-1
col-lg-1
col-xs-12
col-sm-12
col-md-3
col-lg-3
  • add-style

OMBC

Online Media Briefing Center (OMBC) news for accredited journalists
Sign In
https://media.worldbank.org/
Register
https://media.worldbank.org/user/register
secondary
white-btn