Skip to Main Navigation
ບົດອອກຂ່າວ 12 ສ.ຫ. 2019

ຮັກສາສະຖຽນລະພາບທາງດ້ານເສດຖະກິດໃນ ສປປ ລາວ

ນະຄອນຫຼວງ, 12 ສິງຫາ 2019 — ອີງຕາມບົດລາຍງານສະພາບເສດຖະກິດໃນ ສປປ ລາວ ຊຶ່ງໄດ້ເຜີຍແຜ່ໃນມື້ນີ້, ການເຕີບໂຕຂອງເສດຖະກິດໃນ ສປປ ລາວ ຄາດວ່າຈະກັບຟື້ນຕົວຄືນຢູ່ໃນອັດຕາ 6,5% ໃນປີ 2019, ເພີ່ມຈາກ 6,3% ໃນປີ 2018. ການເຕີບໂຕຄາດວ່າຈະຖືກຂັບເຄື່ອນໂດຍ ຂະແໜງກໍ່ສ້າງ ຈາກການລົງທຶນໃສ່ໂຄງການກໍ່ສ້າງໂຄງລ່າງຂະໜາດໃຫຍ່ ແລະ ຂະແໜງການບໍລິການທີ່ຍັງຈະສືບຕໍ່ຂະຫຍາຍຕົວ ເປັນຕົ້ນແມ່ນການຄ້າຂາຍຍົກ ແລະ ຂາຍຍ່ອຍ. ຕໍ່ກັບສະພາບການຫຍຸ້ງຍາກທັງພາຍໃນ ແລະ ຕ່າງປະເທດ, ລັດຖະບານແຫ່ງ ສປປ ລາວ ຍັງຄົງສືບຕໍ່ດໍາເນີນນະໂຍບາຍຄຸມເຂັ້ມທາງດ້ານການເງິນງົບປະມານດ້ວຍການຮັດກຸມທາງດ້ານລາຍຈ່າຍ ແລະ ປັບປຸງທາງດ້ານການບໍລິຫານຈັດເກັບລາຍຮັບ.

ນະໂຍບາຍຄຸມເຂັ້ມທາງດ້ານການເງິນຄາດວ່າຈະສົ່ງຜົນໃຫ້ການຂາດດຸນງົບປະມານຫຼຸດລົງຢູ່ໃນລະດັບ 4,3% ຂອງ GDP ໃນປີ 2019, ຫຼຸດຈາກ 4,4% ໃນປີ 2018 ເນື່ອງຈາກມີການຄວບຄຸມລາຍຈ່າຍທາງດ້ານເງິນເດືອນ ແລະ ລາຍຈ່າຍດ້ານການລົງທຶນຢ່າງຮັດກຸມຂຶ້ນກວ່າເກົ່າ. ສິ່ງດັ່ງກ່າວຄາດວ່າຈະເຮັດໃຫ້ລາຍຈ່າຍພາກລັດຢູ່ໃນລະດັບຄົງທີ່ປະມານ 20% ຂອງ GDP ໃນປີ 2019. ລາຍຮັບຕໍ່ GDP ຄາດວ່າຈະດີຂຶ້ນກວ່າເກົ່າເລັກນ້ອຍໃນປີ 2019 ເນື່ອງຈາກຜົນຂອງຄວາມພະຍາຍາມໃນການຍົກລະດັບການບໍລິຫານດ້ານການຈັດເກັບລາຍຮັບ ແລະ ກອບນິຕິກໍາທີ່ເຂັ້ມແຂງກວ່າເກົ່າ. ໃນຕໍ່ໜ້າ, ໜີ້ສິນສາທາລະນະຄາດວ່າຈະຫຼຸດລົງຈາກ 57,2% ຂອງ GDP ໃນປີ 2018 ມາເປັນ 55,5% ຂອງ GDP ໃນປີ 2021. ແຕ່ການຄາດຄະເນຮອດປີ 2021 ນີ້ ກໍ່ອາດຕ້ອງໄດ້ຮັບຜົນກະທົບຈາກຄວາມສ່ຽງທີ່ເພີ່ມຂຶ້ນໃນອະນາຄົດ.

ທ່ານ ນິໂຄລາ ພອນທາຣາ, ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: “ການເພີ່ມຄວາມເຂັ້ມແຂງໃນວຽກງານຈັດເກັບລາຍຮັບເປັນສິ່ງທີ່ຈໍາເປັນເພື່ອສ້າງຄວາມຄ່ອງຕົວດ້ານນະໂຍບາຍການເງິນງົບປະມານ ແລະ ຫຼຸດຜ່ອນບັນຫາທາງດ້ານໜີ້ສິນ ສາທາລະນະ”. “ໃນຕໍ່ໜ້າ, ສິ່ງສໍາຄັນແມ່ນການປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດເພື່ອສົ່ງເສີມການພັດທະນາຂອງພາກເອກະຊົນ ລວມທັງການຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ມາດຕະການເຫຼົ່ານີ້ສາມາດປະກອບສ່ວນເຂົ້າໃນການຮັກສາສະພາບເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສົ່ງເສີ່ມການສ້າງວຽກເຮັດງານທໍາ ແລະ ຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບລົງໄດ້.”

ບົດລາຍງານນີ້ ຍັງປະກອບມີພາກທີສອງ ທີ່ໄດ້ສະຫຼຸບຄວາມຄິດເຫັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ກ່ຽວກັບສະພາບແວດລ້ອມທາງດ້ານທຸລະກິດ ທີ່ອີງຕາມຂໍ້ມູນຈາກການສໍາຫຼວດວິສາຫະກິດຂອງທະນາຄານໂລກ. ຂໍ້ຫຍຸ້ງຍາກຕົ້້ນຕໍ ທີ່ທາງວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ລາຍງານໃຫ້ຮູ້ລວມມີ ການເຂົ້າເຖິງແຫຼ່ງທຶນ, ການແຂ່ງຂັນກັບທຸລະກິດທີ່ບໍ່ເປັນທາງການ - ເຊັ່ນ ບັນດາບໍລິສັດທີ່ບໍ່ໄດ້ຈົດທະບຽນ ແລະ ບໍ່ສອດຄ່ອງກັບລະບຽບການ - ແລະ ໄຟຟ້າທີ່ບໍ່ມາປົກກະຕິ. ພ້ອມນັ້ນ, ບົດລາຍງານນີ້ຍັງໄດ້ເນັ້ນໜັກອີກວ່າ ການສ້າງຄວາມເຂັ້ມແຂງໃຫ້ແກ່ການດໍາເນີນທຸລະກິດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດປັບປຸງຄຸນນະພາບຂອງວຽກ, ສ້າງລາຍຮັບ ແລະ ປະກອບສ່ວນເຂົ້າໃນການເຮັດໃຫ້ປະຊາຊົນລາວ ຢູ່ດີກິນດີຂຶ້ນ.

Lao Economic Monitor ບົດລາຍງານດ້ານເສດຖະກິດໃນ ສປປ ລາວ ໄດ້ເຜີຍແຜ່ສອງຄັ້ງຕໍ່ປີໂດຍ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.


ລາຍ​ຊື່

ໃນ ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ໃນວໍຊິງຕັນ
Nick Keyes
+1 202 473-9135
nkeyes@worldbank.org
Api
Api