Skip to Main Navigation
ບົດອອກຂ່າວ 9 ພ.ພ. 2019

ປັບປຸງ ລະບົບການຄຸ້ມຄອງການເງິນແຫ່ງລັດ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ໃນ ສປປ ລາວ

ນະ​ຄອນຫຼວງວຽງ​ຈັນ, 9 ພຶດ​ສະ​ພາ 2019 – ສ​ປ​ປ ລາວ ຈະໄດ້ຮັບຜົນປະໂຫຍດຈາກ ການປະ​ຕິ​ຮູບການຄຸ້ມຄອງການເງິນແຫ່ງລັດ ​​ເພື່ອ​ປັບ​ປຸງການລາຍງານດ້ານການເງິນ ​ແລະ ຄວາມອາດສາມາດໃນການຈັດ​ຕັ້ງ​ປະ​ຕິ​ບັດ​ການ​ເກັບ​ລາຍ​ຮັບ, ການ​ຈັດ​ຊື້-ຈັດ​ຈ້າງ​ດ້ວຍ​ທຶນ​ຂອງ​ລັດ ແລະ ການ​ຈັດຕັ້ງປະ​ຕິ​ບັດ​ງົບ​ປະ​ມານແຫ່ງ​ລັດ ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ ທະ​ນາ​ຄານ​ໂລກ.

ພິ​ທີ​ເຊັນສັນ​ຍາກູ້​ຢືມເງິນ ຈຳ​ນວນ 20 ລ້ານໂດລາສະຫະລັດ ຈາກ ສະ​ມາ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົ​ນ (IDA) ​ເພື່ອ​ປະ​ຕິ​ບັດ ໂຄງ​ການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດ ເປັນທັນສະໄໝ (E-FITS) ໄດ້​ຈັດ​ຂຶ້ນ ໂດຍ​ມີ ທ່ານ ນາງ ທິບ​ພະ​ກອນ ຈັນ​ທະ​ວົງ​ສາ, ຮອງລັດຖະມົນຕີ ກະ​ຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານ ໂລກ ປະຈຳ ສປປ ລາວ ເປັນ​ຜູ້​ຮ່ວມ​ລົງ​ນາມ​ເຊັນ​ສັນ​ຍາ​.  ໂຄງການດັ່ງກ່າວ ຈະ​​ສ້າງ ລະບົບຄຸ້ມຄອງຂໍ້ມູນຂ່າວ​ສານການເງິນ ແລະ ການຝຶກອົບຮົມຄວາມຮູ້ກ່ຽວ ກັບການຄຸ້ມ ຄອງການເງິນແຫ່ງລັດ ແບບໃໝ່ ໃຫ້ແກ່ ກະຊວງການເງິນ. ລະບົບໃໝ່ນີ້ ຈະຊ່ວຍປັບປຸງໃຫ້ແກ່ການສະໜອງຂໍ້ມູນການເງິນ ແລະ ການລາຍງານການຈັດຕັ້ງປະຕິບັດແຜນງົບປະມານ ໄວຂຶ້ນ, ລວມທັງ ການເຜີຍແຜ່ຂໍ້ມູນທີ່​ຈະ​ແຈ້ງທາງອອນລາຍຫຼາຍ​ຂຶ້ນ.

"ພິ​ທີ​ເຊັນ​ສັນ​ຍາໃນ​ມື້ນີ້ ຢັ້ງ​ຢືນເຖິງການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນການສະໜັບສະໜູນ ການ​ຈັດ​ຕັ້ງ​ປະ​ຕິ​ບັດບູ​ລິ​ມະ​ສິດ ຂອງລັດຖະບານ ທີ່ນອນ​ຢູ່ໃນ ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ. ໂຄງການດັ່ງກ່າວ ແມ່ນປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້​ແກ່ການຄຸ້ມຄອງການເງິນແຫ່ງ​ລັດ, ຊິ່ງຈະຊ່ວຍ​ໃຫ້​ມີການຂະຫຍາຍຕົວທາງດ້ານເສດຖະກິດແບບຍືນຍົງ ແລະ ໝັ້ນຄົງ,” ກ່າວ​ໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ ກະຊວງການເງິນ.

ປະສິດທິພາບໃນການຄຸ້ມຄອງລາຍຈ່າຍພາກລັດ ຍັງຖືເປັນ​ບັນ​ຫາ ຍ້ອນ​ຂັ້ນ​ຕອນ ແລະ ລະບົບເກັບ​ກຳຂໍ້ມູນບໍ່​ທັນ​ກັບ​ເວ​ລາ. ລະບົບການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານການເງິນແບບໃໝ່ ຈະ​ຊ່ວຍໃຫ້ລັດ​ຖະ​ບານສະ​ໜອງ​ຂໍ້​ມູນຄັງ​ເງິນ​ສົດດີຂຶ້ນ, ສະໜອງຂໍ້ມູນບັນ​ດາ​ແຫຼ່ງ​ເງິນ​ຕ່າງໆ​ທີ່​ມີ​ໄດ້ທັນ​ເວ​ລາ, ການລາຍງານທັນກັບ​ສະ​ພາບຕົວ​ຈິງ ແລະ ການ​ຈັດ​ຕັ້ງປະຕິບັດງົບປະມານໄວຂຶ້ນ. ລະ​ບົບ​ດັ່ງ​ກ່າວ ​ຍັງ​ຊ່ວຍ​ໃຫ້​ການ​ຕິດ​ຕາມ​ໜີ້​ຄ້າງ​ຈ່າຍ, ຊັບພະຍາກອນທາງດ້ານການເງິນ ແລະ ການຂາດດຸນງົບປະມານ ຢ່າງ​ໃກ້​ສິດ​ຂຶ້ນຕື່ມ​ອີກ.

“ສປປ ລາວ ສະແດງໃຫ້​ເຫັນ​ເຖິງຄວາມມຸ່ງໝັ້ນ​ຕໍ່ວຽກ​ການປະຕິຮູບໃນຊຸມປີຜ່ານມາ. ປັດຈຸບັນ ຖືວ່າບັນ​ດາວຽກພື້ນຖານໄດ້ຖືກວາງ ໄວ້ແລ້ວ, ຂັ້ນຕອນຕໍ່ໄປ ແມ່ນປັບປຸງປະສິດທິພາບ ແລະ ຄວາມໂປ່ງໃສຂອງ ລະບົບການຄຸ້ມຄອງການເງິນແຫ່ງ​ລັດ ໃຫ້​ດີ​ຂຶ້ນ," ກ່າວ​ໂດຍ ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານ ໂລກ ປະຈຳ ສປປ ລາວ. “ພວກເຮົາມີຄວາມຍິນດີ ທີ່ຈະສະໜັບສະໜູນບັນ​ດາເປົ້າໝາຍ​ການພັດທະນາລະ​ດັບ​ສູງຂອງລັດຖະບານ ເພື່ອສ້າງຄວາມເຂັ້ມແຂງດ້ານການເງິນແຫ່ງ​ລັດ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດທີ່ໝັ້ນຄົງ.”

ໂຄງການ E-FITS ຈະໄດ້ຖືກຈັດຕັ້ງປະຕິບັດໄປພ້ອມກັນກັບ ໂຄງ​ການປະຕິຮູບລະ​ບົບຄຸ້ມຄອງການເງິນພາກລັດ ທີ່ມີທຶນຊ່ວຍເຫຼືອ ຈາກ ສະຫະພາບເອີຣົບ ຈຳ​ນວນ 1.5 ລ້ານ​ຢູ​ໂຣ. ໂຄງການນີ້ ຈະສ້າງຂີດຄວາມສາມາດໃຫ້​ກັບ​ກະ​ຊວງ​ການ​ເງິນ​​ດ້ານສ່ວຍ​ສາ​ອາ​ກອນ ແລະ ​ການເກັບ​ລາຍ​ໄດ້, ການ​ສ້າງ​ແຜນ​ງົບ​ປະ​ມານ ແລະ ຂະ​ບວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ງົບ​ປະ​ມານ ພ້ອມ​ທັງ​ຊ່ວຍ​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດ ກົດ​ໝາຍໃໝ່ ວ່າ​ດ້ວຍ​ການ​ຈັດ​ຊື້-ຈັດ​ຈ້າງດ້ວຍ​ທຶນ​ຂອງ​ລັດ. ໂຄງ​ການ​ດັ່ງ​ກ່າວ ດຳ​ເນີນ​ຕໍ່​ຈາກ ແຜນ​ງານຄຸ້ມຄອງການເງິນພາກລັດເປັນ​ທັນ​ສະ​ໄໝ ທີ່​ສິ້ນ​ສຸດ​ໃນ ເດືອນ ສິງ​ຫາ 2018 ທີ່​ຜ່ານ​ມາ.


ລາຍ​ຊື່

ສປປ ລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
Api
Api