Skip to Main Navigation
ບົດອອກຂ່າວ 14 ມ.ນ. 2019

ຄະນະກໍາມະການສະພາບໍລິຫານຂອງທະນາຄານໂລກ ອະນຸມັດການຊ່ວຍເຫຼືອ ວຽກງານໂພຊະນາການ ແລະ ການຄຸ້ມຄອງການເງິນແຫ່ງລັດ ຢູ່ ສປປ ລາວ

ວໍ​ຊິງ​ຕັນ, 14 ມີ​ນາ 2019 – ສປປ ລາວ ຈະໄດ້ຜົນປະໂຫຍດຈາກການສະໜອງເງິນທຶນໃໝ່ ຈຳນວນ 72 ລ້ານໂດລາສະຫະລັດ, ພາຍໃຕ້ສາມໂຄງການທີ່ໄດ້ຮັບການອະນຸມັດໃນມື້ນີ້ ໂດຍຄະນະ ກໍາມະການສະພາບໍລິຫານຂອງທະນາຄານໂລກ ຊຶ່ງສຸມໃສ່ການຫຼຸດຜ່ອນ ການຂາດໂພຊະນາການໃນເດັກ ແລະ ປັບປຸງການນຳ​ໃຊ້​ຊັບ​ພະ​ຍາ​ກອນ ແລະ ການໃຫ້ການບໍລິການຈາກ​ພາກ​ລັດ.

ທ່ານ ນາງ ອີ​ເລນ ໂກນ​ສ​ຕິນ (Ellen Goldstein), ຜູ້ອໍານວຍການທະນາຄານໂລກປະຈຳ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ກ່າວວ່າ “ເດັກນ້ອຍລາວ ຫນຶ່ງໃນສາມຄົນ ຍັງມີບັນຫາການຂາດສານອາຫານຊໍາເຮື້ອ. ບັນຫາການຂາດໂພຊະນາໃນແມ່່ຍິງ ແລະ ເດັກນ້ອຍ ຕີເປັນມູນຄ່າປະມານ 2,4 ສ່ວນຮ້ອຍ ຂອງລາຍຮັບແຫ່ງຊາດຕໍ່ປີ. ພວກເຮົາຕ້ອງການ ທີ່ຈະສະໜັບສະ​ໜູນ  ສປປ ລາວ ໃນການພັດທະນາທຶນມະນຸດອັນລໍ້າຄ່າຂອງລາວ ດ້ວຍການແກ້ໄຂປັນຫາການຂາດໂພຊະນາການ”. “ພວກເຮົາໄດ້ນໍາໃຊ້ວິທີການເຮັດວຽກຮ່ວມກັນຫລາຍຂະແຫນງການ ແລະ ການເຮັດວຽກໂພຊະນາການແບບຫນຶ່ງດຽວໃນໄລຍະຍາວ ຊຶ່ງມີຫລາຍໂຄງການຂອງຂະແໜງການສໍາຄັນຫລັກໆຂອງທະນາຄານໂລກ ຮ່ວມກັນສຸມໃສ່ແກ້ໄຂບັນຫາໂພຊະນາການໃນກຸ່ມຄົວເຮືອນດຽວກັນ ໃນພື້ນທີ່ພູມສັນຖານອັນດຽວກັນ. ພວກເຮົາຄາດຫວັງວ່າການເຮັດວຽກຮ່ວມກັນແບບນີ້ຈະເຮັດໃຫ້ສາມາດລຶບລ້າງການຂາດສານອາຫານຊໍາເຮື້ອ (ເຕັ້ຍ) ຢ່າງມີປະສິດທິຜົນ.”

ບັນ​ດາຄົວເຮືອນໃນສີ່ແຂວງພາກເຫນືອ ທີ່ມີລະດັບການຂາດສານອາຫານສູງ ຈະໄດ້ຮັບຜົນປະໂຫຍດ ຈາກໂຄງການສະໜອງນ້ໍາປະ​ປາ-ນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ທີ່ມີມູນຄ່າ 25 ລ້ານໂດລາສະຫະລັດ, ເຊິ່ງຈະຊ່ວຍໃຫ້ສາ​ມາດ​ເຂົ້າ​ເຖິງການບໍລິການສະໜອງນ້ໍາ​, ສຸຂາພິບານ ແລະ ສຸຂະອະນາໄມທີ່​ດີ​ຂຶ້ນ. ບັນ​ດາ​ຄອບຄົວເຫຼົ່ານີ້ ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນເປົ້າ​ໝາຍຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ​ການຂາດໂພ​ຊະ​ນາ​ການໃນ​ຊົນ​ນະ​ບົດ ສປປ ລາວ ຈຳ​ນວນ 27 ລ້ານໂດລາສະຫະລັດ, ເຊິ່ງສະໜັບສະໜູນໃຫ້​ແກ່ ລັດຖະບານ ສປປ ລາວ ເພື່ອເສີມສ້າງຄວາມ​ເຂັ້ມ​ແຂງ​ທີ່ເປັນພື້ນ​ຖານ​ຂອງ​ລະ​ບົບການປົກປ້ອງສັງຄົມແຫ່ງຊາດ ແລະ ຈັດ​ຕັ້ງປະຕິບັດໂຄງການໂອນເງິນ ສົດ​ແບບມີເງື່ອນໄຂ ໃຫ້ກຸ່ມເປົ້າໝາຍ ແນ​ໃສ່​ເຮັດ​ໃຫ້​ວຽກ​ງານໂພຊະນາ​ການໄດ້​ມີການປັບປຸງ​ນັ​ບມື້​ນັບດີ​ຂຶ້ນກວ່າ​ເກົ່າ.

ວິທີການປັບປຸງໂພຊະນາການແບບຫຼາຍຮູບຫຼາຍສີທີ່ີມີສ່ວນຮ່ວມຂອງຫຼາຍ​ພາກ​ສ່ວນ ຫຼື ເອີ້ນວ່າໂພຊະນາການແບບໜຶ່ງດຽວຫຼາຍຂະແໜງການ ຢູ່ແຂວງ ຊຽງຂວາງ, ຫົວພັນ, ຜົ້ງສາລີ ແລະ ອຸດົມໄຊ. ໃນບັນດາແຂວງເຫຼົ່ານີ້, ການຂາດສານອາຫານແບບຊໍາເຮື້ອ ໄດ້ສົ່ງຜົນກະທົບຕໍ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຫຼາຍກວ່າ 40 ເປີເຊັນ, ໂດຍມີຜົນກະທົບທາງລົບໄລຍະຍາວຕໍ່ຄວາມສູງ, ການພັດທະນາດ້ານ​ມັນສະ​ໝອງ ແລະ ຄວາມສາມາດໃນການປະສົບຜົນສໍາເລັດໃນຊີວິດ. ທັງສອງໂຄງການນີ້ ຍັງ​ໄດ້ເອື້ອ​ອຳ​ນວຍໃຫ້ອີກສາມໂຄງ​ການອື່ນ ທີ່ໄດ້ຮັບການສະໜັບສະໜູນ​ຈາກ ທະນາຄານໂລກ ທາງດ້ານສຸຂະພາບ, ການສຶກສາ ແລະ ການຜະລິດອາຫານທີ່ຫຼາກຫຼາຍ..

ໂຄງການສົ່ງເສີມ ຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂທຣນິກ ໂຄງການນີ້ຈະໃຊ້ງົບປະມານ ຈຳ​ນວນ 20 ລ້ານໂດລາສະຫະລັດ ເປັນ​ໂຄງ​ການ​ທີ່ຊ່ວຍການປະຕິຮູບການ​ເງິນ​ແຫ່ງ​ລັດ ທີ່​ກຳ​ລັງຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່ ເພື່ອວາງກອບການຄຸ້ມຄອງ-ບໍ​ລິ​ຫານດ້ານການເງິນຂັ້ນພື້ນຖານ.

“ໂຄງການນີ້ ສະໜັບສະໜູນ ລະບົບຂໍ້ມູນຂ່າວສານການຄຸ້ມຄອງການເງິນແບບ​ໃໝ່ ​ຊຶ່ງ ຈະຊ່ວຍປັບປຸງການຄອບ​ຄຸມ, ​ກົງ​ຕໍ່ເວລາ ແລະ ໂປ່ງໃສໃນການລາຍງານການເງິນໃນ ສປປ ລາວ. ນອກ​ຈາກນັ້ນ ໂຄງ​ການຍັງສະໜັບສະໜູນ ​ແຜນ​ງານສົ່ງເສີມຄວາມອາດສາມາດໃນ​ການຄຸ້ມ​ຄອງການເງິນ ອີກ​ດ້ວຍ, ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ, ຫົວ​ໜ້າ​ຫ້ອງ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ ສ​ປ​ປ ລາວ, ກ່າວ​ຕື່ມ”. ການຄຸ້ມຄອງການເງິນທີ່ມີປະສິດທິພາບ ແລະ ໂປ່ງໃສຂຶ້ນກວ່າ​ເກົ່າ ​ເປັນ​ປະ​ໂຫຍດ​ຕໍ່ປະຊາຊົນທັງໝົດໃນໄລຍະຍາວ ໂດຍການປັບປຸງການໃຫ້ ການບໍລິການ​​ຈາກ​ພາກ​ລັດ ແລະ ນໍາໃຊ້ທຶນຂອງລັດໃຫ້ດີຂືີ້ນ. ການກະກຽມ ແລະ ການຈັດຕັ້ງປະຕິບັດ ໂຄງການນີ້ ໄດ້ຮັບການສະໜັບສະໜູນ ຈາກແຜ​ນ​ງານປະ​ຕິ​ຮູບການຄຸ້ມຄອງການເງິນແຫ່ງ​ລັດ ທີ່​ມີ​​ທຶນ​ຊ່ວຍ​ເຫຼືອ​ທາງດ້ານເຕັກນິກວິ​ຊາ​ການ ແລະ ສ້າງຂີດຄວາມສາມາດ ຈາກ ສະຫະພາບເອີຣົບ.


ເລກທີ ບົດອອກຂ່າວ: 2019/137/EAP

ລາຍ​ຊື່

ສປປ ລາວ
ທ່ານ ນາງ ຮັນນາ ແມກໂດນານ-ໂມນີສ
+856 21 266 278
hmcdonaldmoniz@worldbank.org
ວໍຊິງຕັນ ດີຊີ
ທ່ານ ນາງ ມາຊີລາ ຊານເຊ-ເບນເດີ
+1 202 473-5863
msanchezbender@worldbank.org
Api
Api