Skip to Main Navigation
ບົດອອກຂ່າວ 18 ມ.ກ. 2019

ສະຖຽນລະພາບເສດຖະກິດມະຫາພາກຢູ່ ສປປ ລາວ ທ່າມກາງຄວາມບໍ່ແນ່ນອນ

ນະຄອນຫຼວງວຽງຈັນ, 18 ມັງກອນ 2019 — ອີງຕາມບົດລາຍງານການຕິດຕາມເສດຖະກິດຂອງ ສປປ ລາວ ສະບັບຫຼ້າສຸດຂອງທະນາ ຄານໂລກທີ່ເຜີຍແຜ່ໃນມື້ນີ້ ເຫັນວ່າ: ການຂະຫຍາຍຕົວຂອງເສດຖະກິດຢູ່ ສປປ ລາວ ຄາດວ່າຈະເຕີບໂຕຢູ່ ທີ່ 6,5 ສ່ວນຮ້ອຍ ໃນປີ 2018, ຫຼຸດລົງຈາກ 6,9 ສ່ວນຮ້ອຍໃນປີ 2017, ເຊິ່ງກໍ່ມາຈາກຫລາຍປັດໄຈພາຍໃນແລະພາຍນອກເຊັ່ນຜົນກະທົບທາງລົບທີ່ເກີດຈາກບັນຫາໄພ ນໍ້້າຖ້ວມທີ່ສ້າງຄວາມເສຍຫາຍຢ່າງກ້ວາງຂວາງໃນໄລຍະບໍ່ດົນມານີ້. ຂະແໜງກໍ່ສ້າງທີ່ຕິດພັນກັບການສ້າງພື້ນຖານໂຄງລ່າງ, ສົ່ງອອກໄຟຟ້າ ແລະ ຂະແໜງບໍລິການ ຍັງຄົງເປັນປັດໄຈຂັບເຄື່ອນສໍາຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໃນປີ 2018. ພາບລວມຂອງເສດ ຖະກິດໃນໄລຍະກາງ ຍັງຄົງມີລັກສະນະເອື້ອອໍານວຍ ແຕ່ກໍ່ອາດຈະຖືກກະທົບຈາກຄວາມສ່ຽງຫຼາຍຢ່າງ ໃນນັ້ນລວມມີ ແວດ ລ້ອມເສດຖະກິດໂລກທີ່ຍັງສັ່ນໄກວ.

ທ່ານ ນິໂຄລາ ພອນທາລາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ:ການຂະ ຫຍາຍຕົວຂອງເສດຖະກິດຢູ່ ສປປ ລາວ ຍັງເຂັ້ມແຂງ ເຊິ່ງລັດຖະບານ ໄດ້ຍາດໄດ້ຄວາມຄືບໜ້າສໍາຄັນຫຼາຍຢ່າງໃນຂົງເຂດ ການປະຕິຮູບ ໂດຍສະເພາະການເກັບລາຍຮັບ. ນະໂຍບາຍການຮັດກຸມດ້ານການເງິນງົບປະມານແມ່ນໄດ້ສືບຕໍ່ ເຖິງວ່າຈະຖືກກະ ທົບຈາກບັນຫາໄພພິບັດທໍາມະຊາດໃນຫວ່າງບໍ່ດົນມານີ້ກໍ່ຕາມ,” ພ້ອມນັ້ນ ທ່ານ ຍັງໄດ້ກ່າວຕື່ມອີກວ່າ:  “ເມື່ອເບິ່ງໄປຂ້າງ ໜ້າແລ້ວ, ສປປ ລາວ ຄວນລົງທຶນໃສ່ທຶນດ້ານມະນຸດເພື່ອເພີ່ມຜະລິດຕະພາບ ເຊິ່ງຖືເປັນຂໍກະແຈຕໍ່ການສະໜັບສະໜູນການຂະ ຫຍາຍຕົວຂອງເສດຖະກິດໃນໄລຍະຍາວ ແລະ ເຮັດໃຫ້ຄວາມທຸກຍາກຫຼຸດລົງຕື່ມອີກ.”

ອີງຕາມບົດລາຍງານດັ່ງກ່າວ, ການຂາດດຸນງົບປະມານ ເຫັນວ່າ: ຫຼຸດລົງມາຢູ່ທີ່ 4,7 ສ່ວນຮ້ອຍຂອງ GDP ໃນປີ 2018 ເຊິ່ງ ຫຼຸດຈາກ 5,3 ສ່ວນຮ້ອຍໃນປີ 2017. ລັດຖະບານ ກໍ່ໝາຍໝັ້ນໃນການຫລຸດລະດັບຫນີ້ສິນສາທາລະນະ ຊຶ່ງຢູ່ໃນລະດັບ 60 ສ່ວນຮ້ອຍ ຕໍ່ GDP ໂດຍການ ດຳເນີນນະໂຍບາຍການຮັດກຸມດ້ານການເງິນງົບປະມານ ໂດຍເນັ້ນໃສ່ການເພີ່ມການເກັບລາຍຮັບ, ຮັດແໜ້ນການຄວບຄຸມລາຍ ຈ່າຍພາກລັດ, ແລະ ປັບປຸງການຄຸ້ມຄອງໜີ້ສາທາລະນະໃຫ້ດີຂຶ້ນກ່ວາເກົ່າ. ອັດຕາເງິນເຟີ້ ຄາດວ່າ: ຢູ່ປະມານ 2,1 ສ່ວນຮ້ອຍໃນປີ 2018 ຈາກເງິນເຟີ້ສະເລ່ຍທີ່ 0,8 ສ່ວນ ຮ້ອຍໃນປີ  2017 ອັນເປັນຍ້ອນລາຄາສະເລ່ຍຂອງສະບຽງອາຫານແລະລາຄາຂາຍຍ່ອຍນໍ້າມັນ ທີ່ເພີ່ມສູງຂຶ້ນ ເຊິ່ງສ່ວນຫນຶ່ງມາຈາກການອ່ອນຄ່າຂອງເງິນກີບທຽບໃສ່ບັນດາສະກຸນເງິນຕາຕ່າງປະເທດທີ່ສໍາຄັນ.

ບົດລາຍງານດັ່ງກ່າວ ຍັງລວມເອົາຂໍ້ທີ່ສົນທະນາກ່ຽວກັບທຶນມະນຸດ ເຊິ່ງໄດ້ເນັ້ນໜັກໃຫ້ເຫັນຄວາມສໍາຄັນຂອງການລົງທຶນໃສ່ ການສ້າງຄົນ. ເດັກທີ່ເກີດຢູ່ ສປປ ລາວ ໃນປະຈຸບັນມີພຽງ 45 ສ່ວນຮ້ອຍຂອງທ່າແຮງເຕັມສ່ວນ ທີ່ເຂົາສາມາດປະກອບສ່ວນຜະລິດຕະພາບໃຫ້ສັງຄົມໄດ້ ຫາກຜູ້ກ່ຽວໄດ້ຮັບບໍລິການສຶກສາແລະສຸຂະພາບຢ່າງຄົບຖ້ວນ. ອີງຕາມບົດລາຍງານດ່ັງກ່າວ, ເມື່ອທຽບໃສ່ບັນດາປະເທດທີ່ມີ ລະດັບລາຍຮັບໃກ້ຄຽງກັບ ສປປ ລາວ ເຫັນວ່າ: ບັນຫາເດັກເຕ້ຍຢູ່ ສປປ ລາວ ຍັງມີລະດັບຕົວເລກທີ່ສູງລື່ນເຂົາເຈົ້າ ພ້ອມນັ້ນ ອັດຕາລອດຊີວິດຂອງເດັກຮອດອາຍຸ 5 ປີ ກໍ່ຍັງເຫັນວ່າຕໍ່າກ່ວາເຂົາເຈົ້າ. ນອກຈາກນີ້, ເມື່ອດັດປັບໃສ່ຄຸນນະພາບຂອງການ ຮຽນຮູ້ ຍັງເຫັນວ່າ: ເດັກນ້ອຍລາວ ສືບຕໍ່ຮຽນໃນໂຮງຮຽນໂດຍສະເລ່ຍພຽງແຕ່ 6,4 ປີ ເຖິງວ່າ: ມີຈໍານວນປີສະເລ່ຍສະສົມ ຂອງການຮຽນໃນໂຮງຮຽນຈົນກ່ວາເດັກຈະຮອດອາຍຸ 18 ປີ ຈະຢູ່ທີ່ 10,8 ປີ ກໍ່ຕາມ.

ບົດລາຍງານໄດ້ສະຫລຸບວ່າ ການປັບປຸງຜົນໄດ້ຮັບດ້ານການພັດທະນາມະນຸດໃນວຽກງານສຶກສາ ແລະ ສາທາລະນະສຸກໃນ ສປປ ລາວ ຕ້ອງປະສົມປະສານບັນດາກິດຈະກໍາແກ້ໄຂສະເພາະຂະແໜງການ ແລະ ການປະຕິຮູບລະບົບລວມ. ຕົວຢ່າງ ການລົງທຶນເພີ່ມຂຶ້ນແລະມີປະສິດທິພາບກ່ວາເກົ່າ ໃສ່ສຸຂະພາບຂອງແມ່ແລະເດັກ ກໍ່ຄື ໃສ່ຄຸນນະພາບການສຶກສານັບແຕ່ການສຶກສາກ່ອນໄວຮຽນ ສາມາດ ຊ່ວຍເພີ່ມທ່າແຮງໃຫ້ຄົນຮຸ້ນໃໝ່ໃຫຍ່ລຸນ ໃຫ້ມີການເຕີບໂຕທີ່ມີສຸຂະພາບແຂງແຮງແລະມີຜະລິດຕະພາບສູງ. ນະໂຍບາຍດັ່ງກ່າວ ຄຽງຄູ່ກັບການປະຕິຮູບດ້ານສະຖາບັນເພື່ອປັບປຸງການໃຫ້ບໍລິການສຶກສາ ແລະ ສາທາລະນະສຸກ ຈະຊ່ວຍຊຸກຍູ້ ເສດຖະກິດຂອງປະເທດໃນໄລຍະຍາວ.   

ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ຈັດພິມບົດລາຍງານການຕິດຕາມເສດຖະກິດລາວ ສອງຄັ້ງຕໍ່ປີ.


ລາຍ​ຊື່

ຢູ່ ສປປ ລາວ
Hannah McDonald-Moniz
+856 20 2222 1330
hmcdonaldmoniz@worldbank.org
ຢູ່ວໍຊິງຕັນ
Marcela Sanchez-Bender
+1 202 473 5863
msanchezbender@worldbank.org
Api
Api