Skip to Main Navigation
ບົດອອກຂ່າວ 27 ກ.ຍ. 2018

ປັບປຸງສະພາບເເວດລ້ອມໃນການດຳເນີນທຸລະກິດເພື່ອສົ່ງເສີມການເຕີບໂຕເເບບຢືນຍົງໃນ ສປປ ລາວ

ວໍຊິງຕັນ, ວັນທີ່ 27 ເດືອນກັນຍາ ປີ 2018 - ບໍລິສັດ ແລະ ຄົວເຮືອນໃນລາວຈະໄດ້ຮັບຜົນປະໂຫຍດ ຈາກໂຄງການຊ່ວຍເຫຼືອໃໝ່ຈຳນວນ 13 ລ້ານໂດລາສະຫະລັດ, ເຊິ່ງໄດ້ຮັບການອະນຸມັດຈາກສະພາ ບໍລິຫານຂອງທະນາຄານໂລກໃນມື້ນີ້. ໂຄງການນີ້ຈະສົ່ງເສີມການປະຕິຮູບສະພາບເເວດລ້ອມໃນການດຳເນີນທຸລະກິດ, ເຊັ່ນ: ການຫຼຸດຈຳນວນມື້ໃນການຂໍອານຸຍາດສ້າງຕັ້ງທຸລະກິດ.

ໂຄງການປັບປຸງຄວາມສາມາດໃນການເເຂ່ງຂັນ ເເລະ ການຄ້າຂອງ ສປປລາວ ຈະສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນການຫຼຸດຂັ້ນຕອນການຄຸ້ມຄອງທຸລະກິດ, ອຳນວຍຄວາມສະດວກດ້ານການຄ້າ, ແລະ ປັບປຸງຄວາມສາມາດໃນການເເຂ່ງຂັນ. ບໍລິສັດລາວທີ່ກຳລັງດຳເນີນທຸລະກິດຢູ່ ແລະ ທີ່ສ້າງຕັ້ງໃໝ່ ຈະໄດ້ຮັບປະໂຫຍດຈາກການຫຼຸດຜ່ອນຕົ້ນທຶນໃນການດຳເນີນທຸລະກິດ, ມີຂັ້ນຕອນ ທີ່ສະດວກກວ່າເກົ່າ ແລະ ເຂົ້າເຖິງເເຫຼ່ງທຶນເພື່ອປັບປຸງທຸລະກິດຂອງຕົນ. ການປະຕິຮູບເຫຼົ່ານີ້ຍັງຈະມີຜົນປະໂຫຍດໃຫ້ແກ່ປະຊາຊົນລາວທົ່ວໄປ ເນື່ອງຈາກວ່າການປະຕິຮູບເຫລົ່ານັ້ນຈະຊຸກຍູ້ໃຫ້ມີການສ້າງວຽກເຮັດງານທຳເພີ່ມຂຶ້ນ, ແລະ ນຳໄປສູ່ການເເຂ່ງຂັນຫຼາຍຂື້ນ, ມີລາຄາສິນຄ້າຫຼຸດລົງ ແລະ ເພີ່ມທາງເລືອກຂອງຜູ້ບໍລິໂພກ.

“ວິໄສທັດຂອງພວກເຮົາຄືການພັດທະນາພາກທຸລະກິດໃນ ສປປລາວ ໃຫ້ມີຄວາມເຂັ້ມເເຂງ, ໂດຍປັບ ປຸງສະພາບເເວດລ້ອມໃນການດຳເນີນທຸລະກິດ, ສົ່ງເສີມຄວາມສາມາດໃນການເເຂ່ງຂັນຂອງບໍລິສັດພາຍໃນ ແລະ ຮັດເເໜ້ນການເຊື່ອມໂຍງດ້ານເສດຖະກິດໂດຍຜ່ານ ອົງການການຄ້າໂລກ ແລະ ອາຊຽນ”, ກ່າວໂດຍ ທ່ານ ເຂັມມະນີ ໂພນເສນາ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ. ທ່ານຍັງກ່າວຕື່ມວ່າ“ໂຄງການນີ້ຈະປະກອບສ່ວນໂດຍກົງຕໍ່ເປົ້າໝາຍຂອງພວກເຮົາໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໂດຍການສະໜັບສະໜູນໃຫ້ມີການປັບໂຄງສ້າງເສດຖະກິດໃຫ້ເສດຖະກິດຂອງພວກເຮົາຄວາມຫຼາກຫຼາຍ”

ເຖິງເເມ່ນວ່າ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ມີການເຕີບໂຕດ້ານເສດຖະກິດໄວທີ່ສຸດ ໃນຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກໃນສອງທົດສະວັດຜ່ານມາກໍ່ຕາມ, ເເຕ່ ສປປ ລາວ ຍັງບໍ່ສາມາດດຸ່ນດຽງຜົນຕອບແທນທາງເສດຖະກິດເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ກະຈາຍຄວາມລ້ຳລວຍທີ່ທົ່ວເຖິງເທົ່າທີ່ຄວນ. ການເຕີບໂຕດ້ານເສດຖະກິດສ່ວນໃຫຍ່ເເມ່ນຂັບເຄືອນໂດຍ ຂະເເໜງການຊັບພະຍາກອນທຳມະຊາດ, ແຕ່ສະພາບເເວດລ້ອມໃນການດຳເນີນທຸລະກິດຍັງອ່ອນແອ, ໃນນັ້ນ ສປປລາວ ຍັງຖືກຈັດຢູ່ໃນອັນດັບທີ່ 141 ໃນ 190 ປະເທດຂອງດັດສະນີຄວາມສະດວກດ້ານການດຳເນີນທຸລະກິດ ເຊິງລັດຖະບານກໍ່ໄດ້ປະກາດໃຫ້ການປັບປຸງສະພາບເເວດລ້ອມໃນການດຳເນີນທຸລະກິດເປັນບູລິມະສິດທີ່ສຳຄັນ.

“ສປປ ລາວ ມີເສດຖະກິດທີ່ເຕີບໂຕໄວໃນໄລຍະທີ່ຜ່ານມາ ແຕ່ເຖິງຢ່າງໃດກໍ່ຕາມ ສປປ ລາວ ຈຳຕ້ອງໄດ້ປັບປຸງສະພາບເເວດລ້ອມໃນການດຳເນີນທຸລະກິດເພື່ອເປີດທາງໃຫ້ມີການນຳໃຊ້ທ່າແຮງຂອງເສດຖະກິດຢ່າງເຕັມສ່ວນ ໂດຍຍົກສູງຄຸນນະພາບການລົງທຶນຂອງພາກເອກະຊົນ”, ກ່າວໂດຍທ່ານ Ellen Goldstein, ຫົວໜ້າທະນາຄານໂລກສຳລັບປະເທດມຽນມາ, ກຳປູເຈຍ ແລະ ສປປລາວ. ທ່ານກ່າວອີດວ່າ “ການປັບໂຄງສ້າງໃຫ້ເສດຖະກິດມີຄວາມຫຼາກຫຼາຍ ມີການເຕີບໂຕດຸນດ່ຽງລະຫວ່າງ ຂະເເໜງຊັບພະຍາກອນທຳມະຊາດ ແລະ ຂະເເໜງການອຶ່ນໆຢ່າງກວ້າງຂວາງ ຈະຊ່ວຍລົດຄວາມບອບບາງຂອງເສດຖະກິດ ແລະ ເພີ່ມຄວາມຮັ່ງມີໃຫ້ແກ່ປະຊາຊົນຈຳນວນຫຼາຍ.”

ນອກຈາກການສຸມໃສ່ການປັບປຸງຄວາມໂປ່ງໃສ ແລະ ປະສິດທິພາບຂອງລະບຽບການດ້ານທຸລະກິດເເລ້ວ, ໂຄງການນີ້ ມີຈຸດປະສົງຊ່ວຍໃຫ້ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ລວມທັງບັນດາທຸລະກິດທີ່ນຳພາໂດຍເເມ່ຍິງອີກດ້ວຍ ໄດ້ຮັບຜົນປະໂຫຍດຈາກການປະຕິຮູບດັ່ງກ່າວ. ການປະຕິຮູບຈະກວມເອົາການຫຼຸດຂັ້ນຕອນການອອກໃບອະນຸຍາດດຳເນີນທຸລະກິດ ເເລະ ການຈົດທະບຽນທຸລະກິດງ່າຍຂື້ນ ແນ່ໃສ່ຫຼຸດຈຳນວນມື້ທີ່ໃຊ້ຈົດທະບຽນທຸລະກິດ ເເລະ ການກະກຽມເອກະສານເພື່ອສົ່ງອອກ ແລະ ນຳເຂົ້າ ໃຫ້ຫລຸດລົງເຄິ່ງໜຶ່ງ. ໂຄງການຍັງມີກອງທຶນຊ່ວຍເຫຼືອທຸລະກິດ ເພື່ອຊ່ວຍປັບປຸງຄວາມສາມາດໃນການເເຂ່ງຂັນຂອງບໍລິສັດ ເຊິ່ງຈະຊ່ວຍວິສາຫະກິດສ່ວນບຸກຄົນເຂົ້າເຖິງການບໍລິການດ້ານການພັດທະນາທຸລະກິດ, ເເນໃສປັບປຸງການບໍລິຫານພາຍໃນບໍລິສັດ ແລະ ຮັບນະວັດຕະກຳໃໝ່ໆ. ນີ້ເເມ່ນການສືບຕໍ່ຈາກບົດຮຽນຂອງກອງທຶນຊ່ວຍເຫຼືອທຸລະກິດ ພາຍໃຕ້ໂຄງການພັດທະນາດ້ານການຄ້າໄລຍະທີ່ສອງ ທີ່ສະໜັບສະໜູນໂດຍທະນາຄານໂລກນັບຕັ້ງເເຕ່ປີ 2013 ເປັນຕົ້ນມາ, ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານກ່ຽວກັບການຄ້າ ເເລະ ການເຊື່ອມໂຍງ.

ໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການແມ່ນເລີ່ມເເຕ່ປີ 2018 ຫາປີ 2022 ໂດຍໂຄງການໄດ້ຮັບທຶນຈໍານວນ 10 ລ້ານໂດລາສະຫະລັດ ຈາກສະມາຄົມພັດທະນາສາກົນ (ພາຍໃຕ້ທະນາຄານໂລກ) ເເລະ ທຶນສົມທົບຈາກຫຼາຍຜູ້ໃຫ້ທຶນຕ່າງໆອີກຈຳນວນ 3 ລ້ານໂດລາສະຫະລັດ.


ເລກທີ ບົດອອກຂ່າວ: 042/EAP/2019

ລາຍ​ຊື່

ສປປລາວ
Hannah McDonald-Moniz
+856 21 266 278
hmcdonaldmoniz@worldbank.org
ວໍຊິງຕັນ ດີຊີ
Marcela Sanchez-Bender
+1 202 473-5863
msanchezbender@worldbank.org
Api
Api