Skip to Main Navigation
ບົດອອກຂ່າວ 18 ພ.ພ. 2018

ການປັບປຸງເສັ້ນທາງສຳຄັນຈະຊ່ວຍເສີມຂະຫຍາຍການເຂົ້າເຖິງຕະຫຼາດ, ວຽກງານ ແລະ ການບໍລິການ ໃຫ້ແກ່ ສປປ ລາວ

ໃນວັນທີ 18 ພຶດສະພາ 2018 ຢູ່ທີ່ ວໍຊິງຕັນ ດີຊີ - ຄະນະຜູ້ອໍານວຍການທະນາຄານໂລກໄດ້ອະນຸມັດ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 13. ປະຊາກອນຫຼາຍກວ່າ 500,000 ຄົນທີ່ອາໃສຢູ່ໃກ້ເສັ້ນທາງເລກທີ 13 ແມ່ນຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

ໂຄງການນີ້ຈະຊ່ວຍປັບປຸງສະພາບເສັ້ນທາງ, ຄວາມປອດໄພ, ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດຂອງຊ່ວງທາງສຳຄັນຂອງເສັ້ນທາງເລກທີ 13 ເຊິ່ງເປັນເສັ້ນທາງທີ່ສຳຄັນທີ່ສຸດໃນການເຊື່ອມຕໍ່ທັງພາຍໃນ ແລະ ພາກພື້ນ. ມີຫຼາຍຊ່ວງຂອງເສັ້ນທາງແມ່ນບໍ່ໄດ້ຮັບການບູລະນະຕັ້ງແຕ່ສຳເລັດການກໍ່ສ້າງຊ່ວງທາງຫຼັກໃນປີ 1997. ສະນັ້ນຈິ່ງມີຄວາມຈຳເປັນໃນການປັບປຸງເສັ້ນທາງເຫຼົ່ານີ້ເພື່ອໃຫ້ຕອບສະໜອງຕໍ່ກັບຄວາມຕ້ອງການໃນການນຳໃຊ້ທີ່ເພີ່ມຂຶ້ນໃນຍຸກປະຈຸບັນ. ການເພີ່ມຂຶ້ນຢ່າງໄວວາຂອງການສັນຈອນ ຈະເຮັດໃຫ້ບາງຊ່ວງຂອງເສັ້ນທາງ ໂດຍສະເພາະຊ່ວງທາງທີ່ຢູ່ໃກ້ນະຄອນຫຼວງວຽງຈັນ ມີຄວາມແອອັດ ພາຍໃນ 5 ປີຂ້າງໜ້າ.

ທ່ານ ປອ. ບຸນຈັນ ສິນທະວົງ, ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: “ເສັ້ນທາງເລກທີ 13 ແມ່ນມີຄວາມສຳຄັນທີ່ສຸດຕໍ່ເສດຖະກິດຂອງລາວເຮົາ. ການຍົກລະດັບ, ສ້ອມແປງ ແລະ ບູລະນະຮັກສາຈະຊ່ວຍເສີມຂະຫຍາຍການເຂົ້າເຖິງຕະຫຼາດ, ວຽກງານ ແລະ ການບໍລິການ ພ້ອມດຽວກັນນັ້ນ ກໍເຮັດໃຫ້ການເດີນທາງປອດໄພຂຶ້ນ. ການປັບປຸງເສັ້ນທາງເລກທີ 13 ຈະຊ່ວຍໃຫ້ປະເທດລາວເຂົ້າໃກ້ເປົ້າໝາຍຂອງການເຕີບໂຕຢ່າງທົ່ວເຖິງ“.

ນອກຈາກການຂະຫຍາຍ ແລະ ປັບປຸງເສັ້ນທາງ, ໂຄງການນີ້ຈະຊ່ວຍເສີມສ້າງເສັ້ນທາງໃຫ້ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ມີອາຍຸການໃຊ້ງານຍາວນານຂຶ້ນ. ມາດຕະການຄວາມປອດໄພທາງຖະໜົນ ແລະ ການປັບປຸງທາງຍ່າງ ຈະເຮັດໃຫ້ການນຳໃຊ້ເສັ້ນທາງປອດໄພຍິ່ງຂຶ້ນ ໂດຍສະເພາະແມ່ນຕໍ່ກັບແມ່ຍິງ ແລະ ເດັກນ້ອຍທີ່ໃຊ້ຫົນທາງໄປຕະຫຼາດ ແລະ ໂຮງຮຽນ. ມາດຕະການຈຳກັດລົດບັນທຸກເກີນຂະໜາດຈະຊ່ວຍເພີ່ມປະສິດທິພາບໃນການນຳໃຊ້ທຶນສຳຫຼັບການບູລະນະຮັກສາທາງຫຼວງ.

ທ່ານນາງ Ellen Goldstein, ຜູ້ອໍານວຍການປະຈໍາປະເທດມ້ຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ: “ເສັ້ນທາງຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ. ເສັ້ນທາງທີ່ປອດໄພ ແລະ ນຳໃຊ້ໄດ້ຕະຫຼອດປີ ຈະຊ່ວຍປະຢັດເວລາໃນການຂົນສົ່ງ ແລະ ເດີນທາງ, ຊຶ່ງມັນຈະອຳນວຍຄວາມສະດວກໃນການເຮັດທຸລະກິດໃນ ສປປ ລາວໃຫ້​ດີ​ຂຶ້ນ, ຊ່ວຍເສີມສ້າງການເຊື່ອມຕໍ່ລະຫວ່າງ ຕະຫຼາດຕົວເມືອງ ແລະ ຊົນນະບົດ ແລະ ຍັງສ້າງວຽກງານອີກນຳ. ໂຄງການນີ້ຈະຊ່ວຍປັບປຸງປະສິດທິພາບໃນການຄຸ້ມຄອງເສັ້ນທາງ ແລະ ສ້າງຮູບແບບໃຫ້ແກ່ການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນ, ໂຄງການນີ້ອາດຈະຊ່ວຍດຶງດູດເອົາພາກເອກະຊົນ ເຂົ້າມາລົງທຶນໃນຂະແໜງຂົວທາງໃນອະນາຄົດ.“

ໂຄງການນີ້ຈະແນໃສ່ການປັບປຸງຊ່ວງເສັ້ນທາງທີ່ມີປະລິມານການສັນຈອນໃນລະດັບສູງ ທີ່ຢູ່ນອກນະຄອນຫຼວງວຽກຈັນ ແຕ່ສີເກີດ-ໂພນໂຮງ (ກິໂລແມັດທີ 12-70) ເຊີ່ງເປັນເສັ້ນທາງທີ່ມີການສັນຈອນແໜ້ນໜາທີ່ສຸດຂອງປະເທດ ແລະ ຍັງມີຄວາມສ່ຽງຖືກໄພນ້ຳຖ້ວມ.

ໂຄງການນີ້ຈະຖືກຈັດຕັ້ງປະຕິບັດແຕ່ປີ 2018 ຫາ 2023 ແລະ ຈະໄດ້ຮັບທຶນຈຳນວນ 40 ລ້ານໂດລາສະຫະລັດ ຈາກສະມາຄົມພັດທະນາສາກົນ, ກຸ່ມ​ທະ​ນາ​ຄານ​ໂລກ (International Development Association, the World Bank Group) , 40 ລ້ານໂດລາສະຫະລັດຈາກ ທະນາຄານເພື່ອການລົງທຶນດ້ານໂຄງລ່າງພື້ນຖານອາຊີ (Asian Infrastructure Investment Bank), 38.5 ລ້ານໂດລາສະຫະລັດຈາກລັດຖະບານ ແລະ 9.5 ລ້ານໂດລາສະຫະລັດຈາກກອງທຶນພັດທະນານໍໍຣດິກ (Nordic Development Fund). ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເປັນຜູ້ຈັດຕັ້ງປະຕິບັດໂຄງການ ແລະ ຈະນຳໃຊ້ສັນຍາແບບມອບເໝົາ (Output and Performance-Based Road contract) ເພື່ອໃຫ້ການນຳໃຊ້ທຶນໄດ້ປະສິດທິພາບຍິ່ງຂຶ້ນ.


ລາຍ​ຊື່

Vientiane
Hannah McDonald-Moniz
+856 20 2222 1330
hmcdonaldmoniz@worldbank.org
Singapore
Dini Djalal
+1 202 468-4442
ddjalal@worldbank.org
Api
Api