ບົດອອກຂ່າວ

ບົດລາຍງານການຕິດຕາມເສດຖະກິດຂອງ ສປປ ລາວ: ເດືອນ ເມສາ 2015 – ເພື່ອສ້າງການເຕີບໂຕທີ່ມີຜົນປະໂຫຍດທົ່ວເຖິງແລະມີ
ສະຖຽນລະພາບ

28 ມ.ສ. 2015


ວຽງຈັນ, ວັນທີ ​28 ເມສາ 2015 - ອີງຕາມບົດລາຍງານການຕິດຕາມເສດຖະກິດຂອງ ສປປ ລາວ ສະ​ບັບຫຼ້​າ​ສຸດໂດຍ ທະນາຄານໂລກ ເຫັນວ່າ ເສດຖະກິດຂອງ ສປປ ລາວ ໄດ້ສືບຕໍ່ຂະຫຍາຍຕົວຢ່າງໄວວາ ໃນອັດຕາ 7,5% ໃນປີ 2014 ໂດຍການປະກອບສ່ວນຈາກກິດຈະກໍາທີ່ມີການຂະຫຍາຍຕົວຢ່າງເຂັ້ມແຂງເພື່ອຕອບສະໜອງຄວາມຕ້ອງການພາຍໃນປະເທດ ເປັນຕົ້ນແມ່ນກິດຈະກໍາທີ່ກ່ຽວກັບຂະແໜງກໍ່​ສ້າງ, ປ່າ​ໄມ້​ແລະ​ການ​ບໍ​ລິ​ການ. ນອກ​ຈາກນີ້,  ບົດລາຍງານດັ່ງກ່າວຍັງໄດ້ກ່າວ​ເຖິງນະໂຍບາຍແລະ​ການ​ປະ​ຕິ​ຮູບ​ຕ່າງໆສຳ​ລັບ ສປປ ລາວ ​ເພື່ອໃຫ້ສາ​ມາດໄດ້​ຮັບຜົນປະໂຫຍດ ຈາກການເຊື່ອມໂຍງໃນພາກພື້ນ ກໍ່ຄືການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC). ບົດ​ລາຍ​ງານ​ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມສຳ​ຄັນໃນການສ້າງວຽກເຮັດງານທໍາທີ່ມີຜະ​ລິດຕະພາບເພື່ອເຮັດໃຫ້ມີການເຕີບໂຕທີ່​ມີຜົນ​ປະ​ໂຫຍດ​ທົ່ວ​ເຖິງ.

ບົດລາຍງານດັ່ງກ່າວຍັງໄດ້ຊີ້ໃຫ້ເຫັນຕື່ມອີກວ່າ ເສດຖະກິດລາວຈະຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ ໃນລະດັບມະຫາພາກ ແຕ່ເສດຖະກິດຈະຍັງຄົງບອບບາງ. ໃນຂະນະທີ່ຄາດຄະເນວ່າ ການລົງທຶນໃນຂະແໜງພະລັງງານຈະຍັງສືບຕໍ່ເຂັ້ມແຂງຢູ່, ແຕ່ການເຕີບໂຕຂອງເສດຖະກິດໂດຍລວມ ຄາດວ່າຈະຊ້າລົງໃນອັດຕາ 6,4% ໃນປີ 2015 ເນື່ອ​ງຈາກວ່າຜົນ​ຜະ​ລິດ​ແຮ່​ທາດ​ໂດຍ​ລວມຄາດ​ວ່າ​ຈະ​ຢູ່​ໃນ​ລະ​ດັບ​ເກົ່າ, ຄວາມ​ພະ​ຍາ​ຍາມ​ໃນ​ການຫຼຸດ​ຜ່ອນ ການຂາດດຸນງົບ​ປະ​ມານ ແລະ ອັດຕາການເຕີບໂຕຂອງສິນເຊື່ອທີ່ຈະຫຼຸດລົງ.

ໃນ​ທ່າມ​ກາງຄວາມສ່ຽງຕໍ່ເສດຖະກິດມະຫາພາກຄືປະ​ຈຸ​ບັນ, ອັດຕາການເຕີບໂຕຂອງເສດຖະກິດທີ່ຫຼຸດ​ລົງ​ເລັກ​ນ້ອຍຊົ່ວ​ຄາວ​ທີ່ຕິດ​ພັນ​ກັບການປະ​ຕິ​ບັດນະ​ໂຍ​ບາຍ​ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໃນ​ດ້ານ​ງົບ​ປະ​ມານ​ແລະ​ຂະ​ແໜງ​ການ​ເງິນ​ແມ່ນມີ​ຄວາມ​ຈໍາເປັນ.

ທ່ານ ນ. ແຊລີ ເບີນິງແຮມ, ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຜ່ານມາລັດຖະບານໄດ້ມີບາດກ້າວໃນການຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ແຕ່ສິ່ງສໍາຄັນແມ່ນຈະຕ້ອງມີການສືບຕໍ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ”. “ໃນໄລຍະຍາວ, ການສ້າງແວດລ້ອມທຸລະກິດໃຫ້ມີຄວາມດຶງດູດ ແລະ ​ການສ້າງວຽກເຮັດງານທໍາທີ່ມີຜະ​ລິດຕະພາບສູງກວ່າ​ເກົ່າ ຈະຊ່ວຍສ້າງໂອກາດໃຫ້ປະເທດຊາດໄດ້​ຮັບຜົນ​ປະ​ໂຫຍດຈາກການເຊື່ອມໂຍງເຂົ້າພາກພື້ນ ກໍ່ຄືການສ້າງຄວາມຜາສຸກ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນຢ່າງທົ່ວເຖິງ”.

ບົດລາຍງານດັ່ງກ່າວຍັງໄດ້ຄາດຄະເນອັດຕາການຂາດດຸນ​ງົບ​ປະ​ມານ ວ່າຈະຫຼຸດລົງເລັກນ້ອຍໃນສົກປີ 2014-15 ມາເປັນ 4,2%, ເນື່ອງຈາກວ່າ ການ​ປັບ​ປຸງ​ການ​ເກັບ​ລາຍ​ຮັບຈະຊ່ວຍຊົດເຊີຍໃຫ້ແກ່ລາຍຮັບຈາກຂະແໜງຊັບພະຍາກອນທໍາມະຊາດທີ່ຈະຫຼຸດລົງ ແລະ ມີການຮັດກຸມທາງດ້ານການໃຊ້ຈ່າຍຫຼາຍຂຶ້ນ. ດ້ານໜີ້ສິນຂອງລັດ ຄາດວ່າຈະຢູ່ໃນອັດຕາ 60% ຂອງ GDP ໃນທ້າຍປີ 2014. ເຖິງ​ແມ່ນ​ວ່າການຂະ​ຫ​ຍາຍ​ຕົວ​ຂອງສິນເຊື່ອຈະຊ້າລົງກວ່າເກົ່າ ແຕ່ກໍ່ຍັງຄົງຈໍາເປັນຈະຕ້ອງມີການຕິດຕາມຂະແໜງການເງິນຢ່າງຕໍ່ເນື່ອງ ເພື່ອຮັກສາສະຖຽນລະພາບ.

ກ່ຽວກັບການກ້າວໄປສູ່ AEC, ບົດລາຍງານນີ້ ໄດ້ແນະນໍາໃຫ້ສ້າງແວດລ້ອມທຸລະກິດໃຫ້ມີຄວາມດຶງດູດ ແລະ ຮັບປະກັນໃຫ້ມີການຈັດ​ຕັ້ງ​ປະ​ຕິ​ບັດນະ​ໂຍ​ບາຍປະຕິຮູບຢ່າງປະມີສິດທິພາບ ເພື່ອ​ຈະ​ຊ່ວຍ​ໃຫ້ສປປ ລາວ ສາ​ມາດໄດ້ຮັບປະໂຫຍດຈາກການເພີ່ມທະວີການເຊື່ອມໂຍງໃນພາກພື້ນ. ໃນການເປັນສະມາຊິກ AEC, ປະເທດລາວ ຄາດວ່າຈະໄດ້ຮັບໂອກາດໃໝ່ໆ ທັງໃນດ້ານການລົງທຶນຈາກຕ່າງປະເທດ, ຕົ້ນ​ທຶນ​ການນໍາເຂົ້າທີ່ອາດຈະຫຼຸດລົງ ແລະ ການເຄື່ອນ​ຍ້າຍ​ແຮງ​ງານໃນບາງອາຊີບທີ່ ສ​ປ​ປ ລາວ ຍັງຂາດແຄນຢູ່. ພ້ອມນີ້ ບົດລາຍງານດັ່ງກ່າວ ຍັງໄດ້ມີ​ຂໍ້ແນະນໍາອີກວ່າ ເພື່ອສາມາດສ້າງວຽກເຮັດງານທໍາໃຫ້ຫຼາຍຂຶ້ນໄດ້ແມ່ນ​ຄວນ​ມີ ການສົ່ງເສີມການລົງທຶນຂອງພາກເອກະຊົນ ໃຫ້ມີຄວາມຫຼາກຫຼາຍ ເປັນຕົ້ນຂະແໜງກະສິກໍາ, ຂະແໜງປຸງແຕ່ງ ແລະ ບໍລິການ. ການສ້າງທັກສະທາງດ້ານວິຊາການທີ່ພົວພັນກັບສາຂາອາຊີບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາສໍາລັບເດັກນ້ອຍກ່ອນໄວຮຽນ ຈະຊ່ວຍຮັບປະກັນໃຫ້ກໍາລັງແຮງງານມີທັກສະທີ່ສອດຄ່ອງກັບຄວາມຕ້ອງການ ຊຶ່ງຈະຊ່ວຍສະໜອງກໍາລັງແຮງງານເຂົ້າໃນສາຂາອາຊີບທີ່ຍັງຕ້ອງການກໍາລັງແຮງງານຢູ່.



ນັກຂ່າວ ກະລຸນາຕິດຕໍ່
Tom Morgan
​ໂທລະ​ສັບ: 020 2221 7607
tmorgan2@worldbank.org

ຊັບພະຍາກອນ 



Api
Api

Welcome