ບົດອອກຂ່າວ

ສປປ. ລາວ ມີຄວາມຄືບໜ້າຂຶ້ນ ຢູ່ໃນການຈັດລຳດັບຄວາມສະດວກໃນການດໍາເນີນທຸລະກິດໃນທົ່ວໂລກ

29 ຕ.ລ. 2014


ນະຄອນຫຼວງວຽງຈັນ, 29 ຕຸລາ 2014 – ບົດລາຍງານສະບັບໃໝ່ຂອງກຸ່ມທະນາຄານໂລກ ໄດ້ຊີ້ໃຫ້ເຫັນວ່າ ສະພາບແວດລ້ອມໃນການດໍາເນີນທຸລະກິດໃນ ສປປ. ລາວ ໄດ້ຖືກປັບປຸງໃຫ້ດີຂຶ້ນ ໃນຊຸມປີທີ່ຜ່ານມາ, ໂດຍໄດ້ກ້າວຂື້ນມາ 7 ລຳດັບ ໃນການຈັດລຳດັບຄວາມສະດວກໃນການດໍາເນີນ ທຸລະກິດໃນທົ່ວໂລກ. ແຕ່ເຖິງວ່າຈະມີຄວາມຄືບໜ້າຂຶ້ນ, ບັນດາຜູ້ປະກອບການໃນ ສປປ. ລາວ ກໍ່ຍັງຄົງປະເຊີນໜ້າກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆທີ່ຮຸນແຮງຫຼາຍ ເມື່ອທຽບໃສ່ບັນດາປະເທດ ເພື່ອນບ້ານຢູ່ໃນພາກພື້ນ.

ບົດລາຍງານ ການດໍາເນີນທຸລະກິດໃນປີ 2015: ກ້າວໄກ​ເກີນກວ່າປະສິດທິພາບ ທີ່ຫາກໍ່ເປີດຕົວໃນມື້ນີ້ ໄດ້ສະແດງໃຫ້ເຫັນວ່າ ລຳດັບຄວາມສະດວກໃນການດຳເນີນທຸລະກິດ ຂອງ ສປປ. ລາວ ໄດ້ຫຍັບຂຶ້ນ ຈາກລຳດັບທີ 155 ໃນບັນດາ 189 ເສດຖະກິດໃນທົ່ວໂລກໃນບົດລາຍງານປີກາຍນີ້ ຂຶ້ນມາເປັນລຳດັບທີ 148 ໃນປີນີ້. ລຳດັບທີ່ສູງຂຶ້ນມານີ້ ແມ່ນສະທ້ອນເຖິງບັນດາມາດຕະການໃນການ ເສີມສ້າງຄວາມເຂັ້ມແຂງຂອງສິດທາງກົດໝາຍຂອງຜູ້ກູ້ຢືມ ແລະ ຜູ້ໃຫ້ກູ້ຢືມ ໂດຍການສ້າງຕັ້ງລະບົບ ການຂື້ນທະບຽນຫລັກ​ຊັບ​ຄ້ຳ​ປະ​ກັນ, ແລະ ເສີມສ້າງຄວາມເຂັ້ມແຂງ ໃນການປົກປ້ອງນັກລົງທຶນ ຜູ້ຖືຮຸ້ນ​ລາຍ​ຍ່ອຍ ໂດຍການປັບປຸງມາດຕະຖານການເຜີຍແຜ່ຂໍ້ມູນ ຂອງບັນດາຜູ້ອໍານວຍການ ຂອງບໍລິສັດຕ່າງໆ ທີ່ໄດ້ຖືກຈົດທະບຽນໄວ້ຢູ່ໃນຕະຫຼາດຫຼັກຊັບລາວ. ເຖິງຢ່າງໃດກໍ່ຕາມ, ຄວາມສະດວກ ໃນການດຳເນີນທຸລະກິດໃນ ສປປ. ລາວ ກໍ່ຍັງຄົງຫ່າງໄກຫຼາຍ ເມື່ອທຽບໃສ່ມາເລເຊຍ ທີ່ຢູ່ໃນລຳດັບ 18, ແລະ ໄທ ທີ່ຢູ່ໃນລຳດັບ 26.

ທ່ານ ນາງ ແຊລລີ ເບີນນິງແຮມ, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ. ລາວ ໄດ້ກ່າວວ່າ:  “ພວກເຮົາມີຄວາມຍິນດີທີ່ເຫັນ ສປປ. ລາວ ຄືບໜ້າຂຶ້ນ ໃນລຳດັບຄວາມສະດວກໃນການດຳເນີນ ທຸລະກິດ”. ນອກນັ້ນ ເພິ່ນຍັງໄດ້ກ່າວຕື່ມວ່າ: “ເຖິງຢ່າງໃດກໍ່ຕາມ, ບັນດາຜູ້ປະກອບການໃນ ສປປ. ລາວຍັງຄົງໄດ້ຮັບຜົນກະທົບ ຈາກມູນຄ່າການດຳເນີນທຸລະກິດທີ່ມີລາຄາສູງ, ເຊັ່ນຄ່າໃຊ້ຈ່າຍໃນການ ຈັດການກັບບັນດາລະບຽບການ ແລະ ຂໍ້ກຳນົດໃນການອອກໃບອະນຸຍາດ ທີ່ຫຍຸ້ງຍາກ—ພ້ອມທັງໄດ້ຮັບ ຜົນກະທົບຈາກບັນຫາຄວາມບໍ່​ແນ່ນອນ ເນື່ອງຈາກວ່າຍັງຄົງມີບາງລະບຽບການ ທີ່ຍັງບໍ່ໄດ້ຖືກປະຕິບັດຢ່າງເຂັ້ມງວດ ແລະ ​ບໍ່​ສະ​ເຫມີ​ພາກ​ກັນ. ກຸ່ມທະນາຄານໂລກ ຈະຕັ້ງໜ້າສືບຕໍ່ສະໜັບສະໜູນ ບັນດາການປະຕິຮູບໃນຂົງເຂດທີ່ສຳຄັນ ໃນການເຮັດໃຫ້ການ​ບໍ​ລິ​ການວຽກງານອາ​ກອນ​ໃຫ້​ມີ​ຄວາມງ່າຍດາຍຂຶ້ນ, ເຮັດໃຫ້ຂະບວນການ ການເລີ່ມຕົ້ນ ທຸລະກິດມີຄວາມຄ່ອງຕົວຂຶ້ນ, ແລະ ເຮັດໃຫ້ບັນດາຂັ້ນຕອນການນຳເຂົ້າ ແລະ ການສົ່ງອອກ ມີປະສິດທິພາບກວ່າເກົ່າ.

ໂດຍລວມແລ້ວ, ບົດລາຍງານດັ່ງກ່າວ ໄດ້ຈັດລຳດັບໃຫ້ ປະເທດສິງກະໂປ ຢູ່ໃນລໍາດັບສູງສຸດ ຂອງ ການຈັດລຳດັບຄວາມສະດວກໃນການດໍາເນີນທຸລະກິດໃນທົ່ວໂລກ. ສຳລັບ 10 ລຳດັບທຳອິດ ຂອງບັນດາເສດຖະກິດຂອງປະເທດ ທີ່ມີສະພາບແວດລ້ອມທີ່ເປັນມິດ ແລະ ເອື້ອອຳນວຍແກ່ການ ດຳເນີນທຸລະກິດຫຼາຍທີ່ສຸດ ແມ່ນໄດ້ແກ່: ປະເທດນິວຊີແລນ, ເຂດ​ບໍ​ລິ​ຫານ​ຕົນ​ເອງ ຮົງກົງ ຂອງ ສ​.ປ ຈີນ, ເດັນມາກ, ສາທາລະນະລັດ ເກົາຫຼີ, ນໍເວ, ສະຫະລັດອາເມລິກາ, ອັງກິດ, ຟິນແລນ, ແລະ ປະເທດອົດສະຕາລີ.

ຂໍ້ມູນກ່ຽວກັບບົດລາຍງານ ການດໍາເນີນທຸລະກິດ

ບົດລາຍງານສຳ​ຄັນປະຈຳປີກ່ຽວກັບ ການດໍາເນີນທຸລະກິດ ຂອງກຸ່ມທະນາຄານໂລກແມ່ນວິເຄາະບັນດາລະບຽບການຕ່າງໆ ທີ່ຖືກນໍາໃຊ້ເຂົ້າໃນການດຳເນີນທຸລະກິດໃນເສດຖະກິດໃດໜຶ່ງ ໃນຕະຫຼອດໄລຍະວົງຈອນການດໍາເນີນງານ, ເຊິ່ງລວມມີ ໄລຍະການເລີ່ມຕົ້ນທຸລະກິດ ແລະ ການດໍາເນີນງານ, ການຄ້າຂາຍຂ້າມຊາຍແດນ, ການຊໍາລະຄ່າອາກອນ ແລະ ການແກ້ໄຂກໍ​ລະ​ນີ​ລົ້ມ​ລະ​ລາຍ.  ການຈັດລໍາດັບຄວາມສະດວກໃນການດໍາເນີນທຸລະກິດ ແມ່ນອີງຕາມ 10 ຕົວຊີິ້ວັດ ໂດຍກວມເອົາເສດຖະກິດຂອງ 189 ປະເທດ. ບົດລາຍງານ ການດໍາເນີນທຸລະກິດ ແມ່ນບໍ່ໄດ້ວັດແທກ ທຸກໆແງ່ມຸມທັງໝົດ ຂອງສະພາບແວດລ້ອມໃນການດຳເນີນທຸລະກິດ ທີ່ມີຄວາມສໍາຄັນຕໍ່ບັນດາບໍລິສັດ ແລະ ຜູ້ລົງທຶນຕ່າງໆ. ຍົກຕົວຢ່າງ: ບົດລາຍງານ ບໍ່ໄດ້ວັດແທກເບິ່ງຄຸນະພາບຂອງການບໍລິຫານຄຸ້ມຄອງທາງດ້ານການເງິນ, ແງ່ມຸມຕ່າງໆກ່ຽວກັບສະຖຽນລະພາບດ້ານເສດຖະກິດມະຫາພາກ, ລະດັບສີມືແຮງງານຂອງຕະຫຼາດແຮງງານ, ຫຼື ການຟື້ນຟູ ຂອງລະບົບການເງິນ. ຜົນໄດ້ຮັບຂອງບົດລາຍງານນີ້ ໄດ້ຜັກດັນໃຫ້ມີການປຶກ​ສາ​ຫາ​ຫລືກັນດ້ານ ນະໂຍບາຍຢ່າງແຜ່ຫຼາຍ ໃນທົ່ວໂລກ ແລະ ກໍ່ໃຫ້ເກີດມີການສຶກສາຄົ້ນຄວ້າຕື່ມ  ກ່ຽວກັບສາຍພົວພັນລະຫວ່າງລະບຽບການພາຍໃນບໍລິສັດ ແລະ ໝາກຜົນທາງດ້ານເສດຖະກິດ ໃນບັນດາເສດຖະກິດຕ່າງໆໃນທົ່ວໂລກ. ໃນແຕ່ລະປີ ທີມງານທີ່ຮັບຜິດຊອບໃນການສ້າງບົດລາຍງານ ໄດ້ດໍາເນີນການ ເພື່ອປັບປຸງວິທີການວິເຄາະ, ແລະ ປັບປຸງການເກັບຂໍ້ມູນ, ການວິເຄາະ ແລະ ຜົນໄດ້ຮັບ. ໂຄງການນີ້ ໄດ້ຮັບຜົນປະໂຫຍດ ຈາກການປະກອບຄຳຄິດຄຳເຫັນຈາກຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ໃນໄລຍະເວລາຫຼາຍປີທີ່ຜ່ານມາ. ເປົ້າໝາຍຫຼັກຂອງບົດລາຍງານ ແມ່ນການສະໜອງ ບ່ອນ​ອ້າງ​ອີງພື້ນຖານ​ທີ່​ພາ​ວະ​ວິ​ໄສ ເພື່ອສ້າງຄວາມເຂົ້າໃຈ ແລະ ປັບປຸງສະພາບແວດລ້ອມດ້ານລະບຽບການໃນທ້ອງຖິ່ນ ສໍາລັບບັນດາທຸລະກິດໃນທົ່ວໂລກ,  ໂຄງການດັ່ງກ່າວ ຍັງໄດ້ດໍາເນີນການຜ່ານຂັ້ນຕອນການທົບທວນຄືນຢ່າງເຂັ້ມງວດ ເພື່ອໃຫ້ແນ່ໃຈວ່າຜົນໄດ້ຮັບມີຄຸນນະພາບ ແລະ ມີປະສິດທິພາບ. ບົດລາຍງານຂອງປີນີ້ ແມ່ນຖືກຈັດພິມເປັນສະບັບທີ 12 ໃນບັນດາບົດລາຍງານດ້ານການດຳເນີນທຸລະກິດລະດັບໂລກ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ບົດລາຍງານການດໍາເນີນທຸລະກິດ ສະບັບດັ່ງກ່າວ, ທ່ານສາມາດເຂົ້າໄປເບິ່ງໄດ້ທີ່ doingbusiness.org ແລະ ເຂົ້າໄປທີ່ doingbusiness.org/Facebook.



ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ທິບຟານີ ເຄແຮກເກີ ໂນສເກ
​ໂທລະ​ສັບ: +856 21 266 306
tnoeske@ifc.org
ຕູ້ມຄໍາ ຊິນເວຍ ຫຼວງລາດ
​ໂທລະ​ສັບ: +856 21 266 269
tluanglath1@worldbank.org
ທີ່ ອາຊີຕາເວັນອອກ ແລະ ປາຊີຟິກ
ຮານຟຣິດ ວອນ ຮິນເດັນເບີກ
​ໂທລະ​ສັບ: +852 2509 8115
hvonhindenburg@ifc.org



Api
Api

Welcome