ວຽງຈັນ, ວັນທີ 25 ສິງຫາ 2014 - ລັດຖະບານແຫ່ງ ສປປ. ລາວ ແລະ ທະນາຄານໂລກ ໄດ້ເຊັນລົງນາມສັນຍາ ທຶນຊ່ວຍເຫຼືອລ້າ ມູນຄ່າ 3.6 ລ້ານ ໂດລາສະຫະລັດ ຈາກ ກອງທຶນຄູ່ຮ່ວມກາກບອນປ່າໄມ້ໂລກ FCPF (Forest Carbon Partnership Facility). ທຶນຊ່ວຍເຫຼືອລ້າດັ່ງກ່າວນີ້ ແມ່ນແນໃສ່ ສະໜັບສະໜູນລັດຖະບານລາວ ໃນການພັດທະນາຍຸດທະສາດແຫ່ງຊາດ ວ່າດ້ວຍການຫຼຸດຜ່ອນການທຳລາຍປ່າ ແລະ ການເສື່ອມໂຊມຂອງປ່າໄມ້.
ເນື່ອງຈາກວ່າ ປະມານ 12% ຂອງການປ່ອຍອາຍພິດເຮືອນແກ້ວ ແມ່ນມາຈາກ ການທຳລາຍປ່າ ແລະ ການເສື່ອມໂຊມຂອງປ່າໄມ້, ການພັດທະນາ ວິທີການຍຸດທະສາດໃນການປົກປັກຮັກສາປ່າໄມ້ ຈຶ່ງມີຄວາມຈຳເປັນຫຼາຍ ເພື່ອບັນເທົາການປ່ຽນແປງຂອງດິນຟ້າອາກາດ, ແລະ ສປປ. ລາວເອງ ກໍ່ໄດ້ຮັບຜົນກະທົບ ກໍ່ຄືຜົນເສຍຫາຍ ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ການສູນເສຍຂອງປ່າໄມ້. ສິ່ງເຫຼົ່ານີ້ແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະໃນຂົງເຂດພາກພື້ນອາຊີ ແລະ ປາຊີຟິກ ທີ່ມີປ່າໄມ້ກວມເອົາ 780 ລ້ານເຮັກຕາ, ແລະ ປະມານ 9.5 ລ້ານເຮັກຕາ ແມ່ນຢູ່ໃນ ສປປ. ລາວ. ທຶນຊ່ວຍເຫຼືອລ້າດັ່ງກ່າວ ຈະສະຫນັບສະຫນູນ ກົມປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອຮ່ວມກັນປັບປຸງ ວຽກງານຄຸ້ມຄອງຈັດສັນປ່າໄມ້ແບບຍືນຍົງ.
ນັບແຕ່ ຄະນະກຳມະການ ຂອງກອງທຶນຄູ່ຮ່ວມກາກບອນປ່າໄມ້ໂລກ ໄດ້ອະນຸມັດຂໍ້ສະເໜີຂອງ ສປປ. ລາວ ໃນການກະກຽມຄວາມພ້ອມ ໃນເດືອນ ພະຈິກ 2010, ລັດຖະບານໄດ້ເອົາໃຈໃສ່ ໃນວຽກງານ ທາງດ້ານໂຄງສ້າງຂອງສະຖາບັນ ເພື່ອຈັດຕັ້ງປະຕິບັດ ແລະ ທົດລອງບັນດາກິດຈະກຳຕ່າງໆຂອງ ແຜນງານ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ (ເຣດ ຫຼື REDD+). ທຶນຊ່ວຍເຫຼືອລ້ານີ້ ຈະສືບຕໍ່ສົ່ງເສີມວຽກງານດັ່ງກ່າວ ເພື່ອໃຫ້ສປປ. ລາວ ກ້າວໄປ ແລະ ມີສິດເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດ ຈາກບັນດາແຜນງານທີ່ຈະສະໜອງສິ່ງຈູງໃຈ ທາງດ້ານການເງິນໃຫ້ໃນອະນາຄົດ ເພື່ອແນໃສ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ໃນຂະແຫນງປ່າໄມ້.
ທຶນຊ່ວຍເຫຼືອລ້າດັ່ງກ່າວນີ້ ແມ່ນເປັນສ່ວນຫນຶ່ງຂອງແຜນງານ ການຊ່ວຍເຫຼືອຂອງທະນາຄານໂລກ ແກ່ສປປ. ລາວ ໃນການເສີມສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານຊັບພະຍາກອນທຳມະຊາດ ໂດຍຜ່ານ ໂຄງການຈັດສັນປ່າໄມ້ແບບຍືນນານ SUPSFM (Scaling-Up Participatory Sustainable Forest Management Project).