ບົດອອກຂ່າວ

ກຸ່ມທະນາຄານໂລກເລີ່ມການກໍ່ສ້າງຫ້ອງການໃໝ່ໃນ ສ.ປ.ປ. ລາວ

23 ມິ.ຖ. 2014


ນະຄອນຫຼວງວຽງ​ຈັນ, ວັນ​ທີ 23 ມິ​ຖຸ​ນາ 2014—​ ພິ​ທີ​ເລີ່ມການກໍ່ສ້າງ​ຫ້ອງ​ການ​ໃໝ່​ຂອງ ກຸ່ມ​ທະ​ນາ​ຄານ​ໂລກ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ມື້ນີ້ ເຊິ່ງໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ພະນະທ່ານ​ນາງ ທິບ​ພະ​ກອນ ຈັນ​ທະ​ວົງ​ສາ, ​ລັດ​ຖະ​ມົນ​ຕີ​ຊ່ວຍວ່າການ ກະ​ຊວງ​ການ​ເງິນ, ແລະ ທ່ານ ແອັກເຊລ ວັນ ຕຼອດເຊັນເບີກ, ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ​ປະ​ຈຳ​ພາກ​ພື້ນອາ​ຊີຕາເວັນອອກ ແລະ ປາ​ຊີ​ຟິກ. ຫ້ອງ​ການ​ດັ່ງ​ກ່າວ​ແມ່ນຈະສ້າງຕັ້ງຂຶ້ນ​ຢູ່ທີ່ ບ້ານ​ຊຽງ​ຍືນ, ເມືອງ​ຈັນ​ທະ​ບູ​ລີ, ນະ​ຄອນຫຼວງວຽງ​ຈັນ,  ແລະ ຈະ​ສາ​ມາດ​ບັນ​ຈຸ​ພະ​ນັກ​ງານ​ທະ​ນາ​ຄານ​ໂລກ​ໄດ້ປະ​ມານ 100 ຄົນ. ອາ​ຄານ​ 3 ຊັ້ນ​ນີ້ ແມ່ນຈະມີຮູບແບບ​ຄວາມ​ເປັນ​ລາວ ແລະ ຈະ​ສະ​ທ້ອນ​ແນວ​ຄວາມ​ຄິດ​ຂຽວສະອາດ ໂດຍ​ການ​ນຳ​ໃຊ້​ລະ​ບົບ​ພະ​ລັງ​ງານ​ຈາກ​ແສງ​ຕາ​ເວັນ, ລະ​ບົບ​ເກັບ​ກັກ​ນໍ້​າ, ລະ​ບົບ​ນຳ​ໃຊ້​ແສງ​ທຳ​ມະ​ຊາດ, ລະ​ບົບ​ຮ່ອງ​ບຳ​ບັດ​ນ້ຳ​ເສຍ ແລະ ການ​ນຳ​ໃຊ້​ວັດ​ສະ​ດຸ ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ອາ​ຄານ​ດັ່ງ​ກ່າວ​ ຍັງຈະໄດ້ອະນຸລັກຮັກ​ສາວັດຖຸບູຮານທີ່ຖືກຄົ້ນພົບ ໃຫ້ສາທາລະນະໄດ້ເຂົ້າຊົມ. ການ​ກໍ່​ສ້າງນີ້​ ຄາດ​ວ່າ​ຈະ​ສຳ​ເລັດ​ໃນຕົ້ນ​ປີ 2016 ແລະ ຈະ​ລວບ​ລວມເອົາ​ບັນ​ດາ​ອົງ​ການ​ຕ່າງໆ​ທີ່​ຂຶ້ນ​ກັບ​ກຸ່ມ​ທະ​ນາ​ຄານ​ໂລກ ທີ່​ດຳ​ເນີນ​ງານ​ໃນ ສປປ. ລາວ, ລວມ​ທັງ​ອົງ​ການ​ ການ​ເງິນ​ສາ​ກົນ IFC, ໃຫ້​ມາ​ຢູ່​ໃນ​ອາ​ຄານ​ດຽວ​ກັນ. ໂຄງ​ການ​ກໍ່​ສ້າງ​ອາ​ຄານ​ທີ່​ສຳ​ຄັນຫຼັງ​ໃໝ່​ ໃນ​ນະຄອນຫຼວງວຽງ​ຈັນ​ນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນເອົາໃຈໃສ່ ຂອງທະນາຄານໂລກ ໃນການຮ່ວມມືພັດທະນາຢ່າງແໜ້ນແຟ້ນກັບລັດຖະບານແຫ່ງສປປ. ລາວ ໃນໄລຍະຍາວ ແລະ ຄວາມຍຶດໝັ້ນເອົາໃຈໃສ່ຊ່ວຍເຫຼືອປະຊາຊົນລາວ.

ສປປ. ລາວ ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ທະ​ນາ​ຄານ​ໂລກ ເມື່ອ 50 ປີ​ກ່ອນ ແລະ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ ​ການ​ເງິນ​ສາ​ກົນ ໃນ​ປີ 1998. ທະ​ນາ​ຄານ​ໂລກ ໄດ້​​ເປີດຫ້ອງ​ການ​ທຳ​ອິດ​ ຢູ່ໃກ້​ປະ​ຕູ​ໄຊ ໃນ​ປີ 1999. ສາຍພົວພັນລະ​ຫວ່າງ ລັດ​ຖະ​ບານແຫ່ງ ສປປ. ລາວ ແລະ ທະ​ນາ​ຄານ​ໂລກ ແມ່ນນັບມື້ນັບເຂັ້ມ​ແຂງ​ຂຶ້ນ ໃນໄລຍະຫຼາຍ​ທົດ​ສະ​ວັດທີ່ຜ່ານ​ມາ. ​ພາ​ລະ​ກິດຂອງທະນາຄານໂລກແມ່ນການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ສົ່ງ​ເສີມການແບ່ງປັນຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ທະ​ນາ​ຄານ​ໂລກ​ໄດ້​ສະ​ໜອງການ​ຊ່ວຍ​ເຫຼືອທາງ​ດ້ານ​ການ​ເງິນໃຫ້ແກ່ ສປປ. ລາວ ເປັນຈຳນວນຫຼາຍກວ່າ 1.4 ຕື້ໂດ​ລາສະ​ຫະ​ລັດ ​ລວມ​ມີທຶນ​​ຊ່ວຍ​ເຫຼືອ​ລ້າ ແລະ ​ທຶນກູ້ຢືມແບບບໍ່​ມີ​ດອກ​ເບ້ຍ. ​ພ້ອມນັ້ນ ​ທະ​ນາ​ຄານ​ໂລກ​ຍັງ​ຊ່ວຍ​ເຫຼືອ ວຽກ​ງານ​ການ​ວິ​ເຄາະ ແລະ ​ໃຫ້ຄຳ​ແນະ​ນຳ​ດ້ານ​ນະ​ໂຍ​ບາຍ ຕໍ່​ບັນ​ຫາຫຼັກໆ ​ໃນ​ການ​ພັດ​ທະ​ນາ ໃນ ສປປ. ລາວ.                                                                                                                                                                                                                                                                                                                                                                                                                                                                                                                                



ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ, ສປປ. ລາວ
ຕູ້ມຄຳ ຊິນເວຍ ຫຼວງລາດ
tluanglath1@worldbank.org
ທີ່ ວໍຊິງຕັນ. ດີ.ຊີ
ໄດອານາ ຢາ-ໄວ ຊຸງ
Dchung1@worldbank.org


Api
Api

Welcome