ບົດອອກຂ່າວ

ສປປ ລາວໄດ້ຮັບທຶນຊ່ວຍເຫຼືອລ້າມູນຄ່າ US$ 6.5 ລ້ານ ຈາກທະນາຄານໂລກ

14 ມິ.ຖ. 2013



Image

ສັນຍາທຶນຊ່ວຍເຫຼືອລ້າທີ່ຫາກໍ່ໄດ້ຮັບການລົງນາມໃໝ່ນີ້ ຈະປະກອບສ່ວນເພີ່ມເຕີມເຂົ້າໃນວຽກງານການຊ່ວຍເຫຼືອຂອງທະນາຄານໂລກ ໃນການປັບປຸງປະສິດທິພາບ ແລະ ປະສິດຕິຜົນຂອງວຽກງານພາສີ, ພ້ອມທັງປັບປຸງລະບຽບການ ແລະຂັ້ນຕອນຕ່າງໆຂອງພາສີໃນ ສປປ ລາວ ໃຫ້ມີຄວາມສະດວກຂຶ້ນ

ນະຄອນຫຼວງວຽງຈັນ, 14 ມີຖຸນາ 2013 - ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານນາງ ເຄໂກະ ມິວະ, ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ເຊັນລົງນາມສັນຍາທຶນຊ່ວຍເຫຼືອລ້າໃນມູນຄ່າ US$ 6.5 ລ້ານ ເພື່ອເພີ່ມການຊ່ວຍເຫຼືອໃຫ້ແກ່ ໂຄງການອໍານວຍຄວາມສະດວກດ້ານພາສີ ແລະ ການຄ້າ ໃນ ສປປ ລາວ. ທຶນຊ່ວຍເຫຼືອລ້າດັ່ງກ່າວນີ້ ຈະສານຕໍ່ບັນດາຜົນສໍາເລັດທີ່ຍາດມາໄດ້ພາຍໃຕ້ໂຄງການເດີມ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກສະມາຄົມການພັດທະນາສາກົນ (IDA) ຂອງທະນາຄານໂລກ ມູນຄ່າ US$ 6 ລ້ານ ທີ່ໄດ້ຖືກຮັບຮອງໃນປີ 2008.

ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ  ໄດ້ກ່າວວ່າ: “ການສະໜອງທຶນຊ່ວຍເຫຼືອລ້າເພີ່ມເຕີມດັ່ງກ່າວ ຖືໄດ້ວ່າເປັນການຊ່ວຍເຫຼືອໃນເວລາອັນເໝາະສົມ. ທຶນດັ່ງກ່າວນີ້ ແມ່ນຈະນຳໄປປະກອບສ່ວນສືບຕໍ່ປັບປຸງວຽກງານພາສີ ແລະ ປັບປຸງປະສິດທິພາບຂອງຂັ້ນຕອນວຽກງານພາສີ ໃນ ສປປ ລາວ”. ພ້ອມນັ້ນ, ທ່ານ ສັນຕິພາບ ພົມວິຫານ ຍັງໄດ້ກ່າວຕື່ມອີກວ່າ: “ໂຄງການດັ່ງກ່າວນີ້ ຈະຊ່ວຍສະໜັບສະໜູນບັນດາເປົ້າໝາຍຂອງລັດຖະບານ ໃນການບັນລຸລະດັບການຂະຫຍາຍຕົວຂອງເສດຖະກິດທີ່ສູງ ເຊິ່ງຈະຊ່ວຍຂັບເຄື່ອນການຫຼຸດຜ່ອນຄວາມທຸກຍາກທີ່ທົ່ວເຖິງ, ຊ່ວຍປັບປຸງຄວາມໂປ່ງໃສໃຫ້ໜັກແໜ້ນ ແລະ ເປັນການຍົກສູງຄວາມຮັບຜິດຊອບ”.

ຈຸດປະສົງຂອງໂຄງການອໍານວຍຄວາມສະດວກດ້ານພາສີ ແລະ ການຄ້າ ແມ່ນເພື່ອສະໜອງການຊ່ວຍເຫຼືອໃຫ້ແກ່ບັນດາໜ້າວຽກທີ່ສຳຄັນ ທີ່ໄດ້ຮັບການອອກແບບມາເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍພາສີສະບັບປັບປຸງໃໝ່ ໃຫ້ໄດ້ຮັບປະສິດຕິຜົນ ແລະ ຜັນຂະຫຍາຍສ້າງເປັນລະບຽບການ ແລະ ຫັນເປັນລະບົບພາສີທີ່ທັນສະໄໝ ເອື້ອອຳນວຍໃຫ້ແກ່ພາກທຸລະກິດ. ນອກຈາກນັ້ນ ຍັງຈະໄດ້ສະໜັບສະໜູນການສ້່າງຂໍໍ້ກຳນົດ ກົດລະບຽບ ແລະ ລະບຽບການໃໝ່ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ນຳໃຊ້ແບບແຜນວິທີເຮັດວຽກທີ່ດີທີ່ຖຶກຮັບຮອງມາແລ້ວ. ທຶນດັ່ງກ່າວຍັງຈະໄດ້ສະໜັບສະໜູນ ການຂະຫຍາຍຕິດຕັ້ງລະບົບການແຈ້ງພາສີທັນສະໄໝແບບອັດຕະໂນມັດ ອາຊີກູດາ ໃນດ່ານພາສີຂະໜາດນ້ອຍທີ່ຍັງເຫຼືອໃນຂອບເຂດທົ່ວປະເທດ, ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກົມພາສີລາວ ເພື່ອໃຫ້ມີຄວາມສາມາດໃນການບູລະນະ ແລະ ບຳລຸງຮັກສາ ບັນດາພື້ນຖານໂຄງລ່າງ ແລະ ລະບົບເຕັກໂນໂລຢີຂໍ້ມູນສື່ສານຕ່າງໆຂອງຕົນ ຢ່າງມີປະສິດຕິຜົນ.

ທ່ານນາງ ເຄໂກະ ມິວະ, ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ການປັບປຸງວຽກງານທາງດ້ານພາສີ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ແມ່ນມີຄວາມສຳຄັນຫຼາຍສຳລັບ ສປປ ລາວ ໃນການເຊື່ອມຕໍ່ກັບຕະຫຼາດພາກພື້ນ ແລະ ຕະຫຼາດໂລກ ໄດ້ຢ່າງເຕັມຮູບແບບ. ພວກເຮົາຫວັງວ່າ ໂຄງການດັ່ງກ່າວ ຈະໃຫ້ການຊ່ວຍເຫຼືອແກ່ກົມພາສີລາວ ໃຫ້ມີບົດບາດອັນສໍາຄັນ ໃນການສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານຂອງລັດຖະບານເພື່ອປັບປຸງການອຳນວຍຄວາມສະດວກທາງດ້ານການຄ້າຢ່າງຮອບດ້ານ ແລະ ການເພີ່ມທະວີຄວາມສາມາດໃນການແຂ່ງຂັນກັບສາກົນ”.

ໂຄງການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ເປັນໂຄງການໜຶ່ງທີ່ນອນໃນແຜນງານຊ່ວຍເຫຼືອທາງດ້ານການຄ້າໃນ ສປປ ລາວ ທີ່ສະໜັບສະໜູນໂດຍ ທະນາຄານໂລກ ຮ່ວມມືກັບ ອົດສະຕາລີ, ສະຫະພາບເອີຣົບ, ເຢຍລະມັນ ແລະ ໄອແລນ. ແຜນງານດັ່ງກ່າວແມ່ນລວມເອົາໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ IDA ແລະ ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍ, ເຊິ່ງລວມມີ ໂຄງການກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະສອງ (TDF-2) ແລະ ໂຄງການຊ່ວຍເຫຼືອທາງວິຊາການເພື່ອກະກຽມພັດທະນາລະບົບບໍລິການປະຕູດຽວທາງດ້ານພາສີແຫ່ງຊາດ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ຫຼວງວຽງຈັນ
ມີຣຽມ ເກຣ
mgray@worldbank.org
ສຳລັບ ໂທລະພາບ/ວິທະຍຸ
Natalia Cieslik
ncieslik@worldbank.org



Api
Api

Welcome