ບົດອອກຂ່າວ

ຮອງປະທານທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຄົນໃໝ່ຢ້ຽມຢາມ ສປປ ລາວ

7 ມິ.ຖ. 2013



Image

ນະຄອນຫຼວງວຽງຈັນ, ວັນທີ 7 ມີຖຸນາ 2013 - ຮອງປະທານທະນາຄານໂລກ ປະຈຳພາກພື້ນ
ອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານ. ແອັກເຊລ ວັນ ຕຼອດເຊັນເບີກ (Axel van
Trotsenburg
), ໄດ້ຍ້ອງຍໍ ສປປ ລາວ ຕໍ່ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງ ແລະ ຕໍ່
ຜົນສຳເລັດໃນວຽກງານຫຼຸດຜ່ອນຄວາມທຸກຍາກ ຫຼັງຈາກທີ່ໄດ້ສິ້ນສຸດການມາຢ້ຽມຢາມ ສປປ ລາວ
ຢ່າງເປັນທາງການ ເປັນເວລາ 3 ວັນ.

“ສປປ ລາວ ແລະ ທະນາຄານໂລກໄດ້ເຮັດວຽກຮ່ວມກັນມາເປັນເວລາຫຼາຍທົດສະວັດ ເຊິ່ງໝາກຜົນ
ຂອງສາຍພົວພັນອັນດີງາມນີ້ ແມ່ນເຫັນໄດ້ໃນການຫຼຸດຜ່ອນຄວາມທຸກຍາກຕໍ່ຫົວຄົນ ທີ່ໄດ້ຫຼຸດລົງ
ຢ່າງສະໝ່ຳສະເໝີ. ພາຍໃນໄລຍະເວລາບໍ່ເທົ່າໃດ, ອັດຕາຄວາມທຸກຍາກໃນ ສປປ ລາວແມ່ນໄດ້
ຫຼຸດລົງຈາກເຄິ່ງໜຶ່ງ ເຫຼືອພຽງໜຶ່ງສ່ວນສີ່ຂອງປະຊາກອນ,”
  ທ່ານ. ແອັກເຊລ ວັນ
ຕຼອດເຊັນເບີກ, ຮອງປະທານທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ
  ກ່າວ.
“ນີ້ແມ່ນພື້ນຖານອັນໝັ້ນຄົງໃນການສ້າງແຜນງານໃນອະນາຄົດຕໍ່ໜ້າທີ່ແນໃສ່ການຫຼຸດຜ່ອນ
ຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ”.

ທ່ານ. ແອັກເຊລ ວັນ ຕຼອດເຊັນເບີກ ໄດ້ເຂົ້າຢ້ຽມຄ່ຳນັບ ທ່ານ. ທອງສິງ ທຳມະວົງ,ນາຍົກ
ລັດຖະມົນຕີ ແຫ່ງ ສປປ ລາວ, ແລະ ລັດຖະມົນຕີອາວຸໂສອີກຫຼາຍທ່ານ. ທ່ານ. ແອັກເຊລ ໄດ້ກ່າວ
ເຖິງແຜນປະຕິຮູບຂອງລັດຖະບານ ທີ່ໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ຄັ້ງທີ 7 ເຊິ່ງແຜນດັ່ງກ່າວແມ່ນມີເປົ້າໝາຍເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍ
ພັດທະນາພາຍໃນປີ 2020. ທ່ານ. ແອັກເຊລ ຍັງໄດ້ແລກປ່ຽນຄວາມຄິດເຫັນກັບລັດຖະມົນຕີອາວຸໂສ ຕໍ່ຄວາມສຳຄັນໃນການສືບຕໍ່ວຽກງານການຄຸ້ມຄອງການປະຕິຮູບຢ່າງມີປະສິດຕິຜົນ
ທີ່ແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວປະເທດໃຫ້ດີຂຶ້ນ ໂດຍສະເພາະແມ່ນ
ປະຊາຊົນຜູ້ທີ່ທຸກຍາກທີ່ສຸດ.

ໃນການຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດນີ້, ທ່ານ. ແອັກເຊລ ວັນ ຕຼອດເຊັນເບີກ ຍັງໄດ້ໄປ
ຢ້ຽມຢາມໂຄງການຂະຫຍາຍຕາໜ່າງໄຟຟ້າຊົນນະບົດຢູ່ແຂວງບໍລິຄຳໄຊ ເຊິ່ງເປັນໂຄງການ
ທີ່ສະໜອງເງິນກູ້ຢືມແບບບໍ່ມີດອກເບ້ຍ ສຳລັບຄ່າຕິດຕັ້ງໄຟຟ້າ. ໂຄງການນີ້ແມ່ນມີຄວາມ
ສຳຄັນຫຼາຍຕໍ່ຄອບຄົວທີ່ອາໄສຢູ່ເຂດບ້ານທີ່ມີໄຟຟ້າເຂົ້າເຖິງແລ້ວ ແຕ່ຍັງບໍ່ມືທຶນພຽງພໍໃນການ
ຊຳລະຄ່າຕິດຕັ້ງໄຟຟ້າ. ນອກຈາກນັ້ນແລ້ວ ທ່ານ. ວັນ ຕຼອດເຊັນເບີກ ຍັງໄດ້ເດີນທາງໄປຢ້ຽມຢາມ
ໂຄງການເຂື່ອນໄຟຟ້ານ້ຳເທີນ 2 ເຊິ່ງການກໍ່ສ້າງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ
ຈາກກຸ່ມທະນາຄານໂລກ. ໃນການຢ້ຽມຢາມດັ່ງກ່າວ, ທ່ານ. ແອັກເຊລ ໄດ້ພົບປະກັບ
ອຳນາດການປົກຄອງທ້ອງຖິ່ນ ແລະ ໂອ້ລົມກັບປະຊາຊົນຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ.

ທ່ານ. ແອັກເຊລ ວັນ ຕຼອດເຊັນເບີກ ໄດ້ກ່າວວ່າ “ພວກເຮົາມີຄວາມຍິນດີຫຼາຍທີ່ໄດ້ມີສ່ວນຮ່ວມ
ໃນໂຄງການເຂື່ອນໄຟຟ້ານ້ຳເທີນ 2 ເຊິ່ງເປັນໂຄງການທີ່ສະແດງໃຫ້ເຫັນວ່າເຮົາສາມາດລົງມືປະຕິບັດ
ໂຄງການທີ່ມີຄວາມສະຫຼັບຊັບຊ້ອນໄດ້ໃນທາງທີ່ເປັນມິດຕໍ່ສັງຄົມ ແລະ ຮັກສາສິ່ງແວດລ້ອມແບບ
ຍືນຍົງ”. ທ່ານໄດ້ກ່າວຕື່ມອີກວ່າ “ໂຄງການນີ້ແມ່ນຕິດພັນກັບວຽກງານຫຼຸດຜ່ອນຄວາມທຸກຍາກ
ໂດຍກົງ ເນື່ອງຈາກວ່າ ລາຍຮັບທີ່ໄດ້ມາຈາກການຜະລິດກະແສໄຟຟ້າ ໄດ້ລົງທຶນເຂົ້າໃນການສ້າງ
ຖະໜົນຫົນທາງ, ການສຶກສາ ແລະ ວຽກງານສາທາລະນະສຸກ ເຊິ່ງປະຊາຊົນຜູ້ທີ່ທຸກຍາກຈະໄດ້ຮັບ
ຜົນປະໂຫຍດໂດຍກົງ”.

ຍຸດທະສາດຮ່ວມພັດທະນາປະເທດ 2012-2016 ລະຫວ່າງລັດຖະບານລາວ ແລະ ກຸ່ມທະນາຄານ
ໂລກ ແມ່ນພື້ນຖານອັນສຳຄັນໃນການຜັກດັນການພັດທະນາໃນ ສປປ ລາວ ໃຫ້ມີຄວາມທົ່ວເຖິງ
ແລະ ຍືນຍົງ. ຍຸດທະສາດຮ່ວມພັດທະນາປະເທດນີ້ ມີຈຸດປະສົງເພື່ອເສີມສ້າງຄວາມອາດສາມາດ
ໃນການແຂ່ງຂັນທາງດ້ານເສດຖະກິດ ແລະ ການເຊື່ອມໂຍງກັບພາກພື້ນ, ເສີມສ້າງຄວາມອາດສາມາດ
ໃນການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ, ສົ່ງເສີມການພັດທະນາແບບທົ່ວເຖິງ
ແລະ ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງພາກລັດ.

ກຸ່ມທະນາຄານໂລກ ແມ່ນຄູ່ຮ່ວມງານດ້ານການພັດທະນາກັບ ສປປ ລາວ ມາເປັນເວລາ ອັນ
ຍາວນານເພື່ອຕອບສະໜອງ ກັບຄວາມຕ້ອງການຂອງ ສປປ ລາວ ໂດຍໄດ້ມີການປະສົມປະສານ
ລະຫວ່າງການໃຫ້ຄຳແນະນຳທາງດ້ານວິຊາການທີ່ມີຄຸນນະພາບຈາກປະສົບການທີ່ໄດ້ຮັບຜົນສຳເລັດ
ໃນລະດັບໂລກ, ບວກກັບຄວາມເຂົ້າໃຈກ່ຽວກັບສະພາບການພາຍໃນປະເທດ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ມີຣຽມ ເກຣ
mgray@worldbank.org
ທີ່ ວໍຊິງຕັນ
ໄດອານາ ຊຸງ
Dchung1@worldbank.org
ສຳລັບ ໂທລະພາບ/ວິທະຍຸ
ນາຕາເລຍ ຊຽສລິກ
ncieslik@worldbank.org



Api
Api

Welcome