ບົດອອກຂ່າວ

ຜູ້ໃຫ້ທຶນສືບຕໍ່ໃຫ້ການຊ່ວຍເຫຼືອການຈັດຕັ້ງປະຕິບັດບັນດາບູລິມະສິດ ດ້ານການຄ້າ ແລະ ການເຊື່ອມໂຍງຂອງລັດຖະບານ ສປປ ລາວ ຜ່ານກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າ ໄລຍະສອງ

28 ມ.ນ. 2013



Image

ນະຄອນຫຼວງວຽງຈັນ, 28 ມີນາ 2013 – ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານນາງ  ເກໂກະ ມີວະ, ຜູ້ຕາງໜ້າຫ້ອງການ ທະນາຄານໂລກປະຈໍາ ສປປ ລາວ ໄດ້ເຊັນສັນຍາທຶນຊ່ວຍເຫຼືອລ້າສຳລັບໂຄງການ ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະສອງ (TDF-2). ໂຄງການດັ່ງກ່າວນີ້ແມ່ນມີເປົ້າໝາຍແນໃສ່ຊ່ວຍເຫຼືອການຈັດຕັ້ງປະຕິບັດບັນດາບູລິມະສິດດ້ານການຄ້າ ແລະ ການເຊື່ອມໂຍງຂອງລັດຖະບານ ໂດຍສະເພາະແມ່ນເພື່ອປະກອບສ່ວນປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ການສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍ ໂດຍແນໃສ່ບັນດາຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ.

ໂຄງການມູນຄ່າ US$ 14 ລ້ານນີ້ ແມ່ນໄດ້ຮັບການສະໜອງທຶນຈາກການຮ່ວມມືຫຼາຍຝ່າຍເຊິ່ງລວມມີເງິນຊ່ວຍເຫຼືອລ້າຈາກທະນາຄານໂລກມູນຄ່າ US$ 4 ລ້ານ, ທຶນຈາກກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍໃນວົງເງິນ US$ 10 ລ້ານ ເຊິ່ງ ປະກອບສ່ວນໂດຍອົງການອອສເອດ, ສະຫະພາບເອີຣົບ, ອົງການຮ່ວມມືເພື່ອການພັດທະນາເຢຍລະມັນ (GIZ), ແລະ ອົງການຊ່ວຍເຫຼືອໄອແລນ. ໃນພິທີເຊັນສັນຍາໃນມື້ນີ້ແມ່ນໄດ້ມີການມອບເງິນຊ່ວຍເຫຼືອລ້າຈຳນວນ US$ 7.5 ລ້ານ ແລະ ຈຳນວນທີ່ເຫຼືອ US$ 6.5 ລ້ານ ແມ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອໄປພ້ອມກັບການດຳເນີນໂຄງການ.

ໂຄງການກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າ ໄລຍະສອງນີ້ ແມ່ນເປັນການສານຕໍ່ ບັນດາຜົນສໍຳເລັດທີ່ຍາດມາໄດ້ພາຍໃຕ້ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະຕົ້ນ (TDF-1) ມູນຄ່າ US$ 7.6 ລ້ານ  ທີ່ຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກຳ ແລະ ການຄ້າໃນໄລຍະປີ 2008 ຫາ 2013 ເຊິ່ງ TDF-1 ແມ່ນໄດ້ເນັ້ນໃສ່ການປັບປຸງປະຕິຮູບການອໍານວຍຄວາມສະດວກດ້ານການຄ້າ, ການສະໜັບສະໜູນທີ່ສຸມໃສ່ການເຈລະຈາການເຂົ້າເປັນພາຄີອົງການການຄ້າໂລກ (WTO), ການຄົ້ນຄວ້າວິໃຈທີ່ພົວພັນກັບຂະແໜງການຄ້າ ແລະ ການວິເຄາະນະໂຍບາຍ; ແລະ ການລົງທຶນໃສ່ບັນດາຂະແໜງການທີ່ສາມາດແຂ່ງຂັນ. ໂຄງການກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະສອງນີ້ ແມ່ນຈະລົງເລິກເປັນພິເສດເພື່ອໃຫ້ໝັ້ນໃຈວ່າ ສປປ ລາວ ຈະສາມາດໄດ້ຮັບຜົນປະໂຫຍດຢ່າງເຕັມທີ່ ຈາກໂອກາດທີ່ໄດ້ມາຈາກການເຊື່ອມໂຍງສາກົນທີ່ເພີ່ມຂຶ້ນ, ແລະ ໃນຂະນະດຽວກັນກໍ່ມີການບໍລິຫານຄວາມສ່ຽງຕ່າງໆຢ່າງຮອບຄອບ.

ທ່ານ ນາງ ເຄໂກະ ມີວະ, ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ການປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ການເຊື່ອມຕໍ່ກັບພາກພື້ນ ແມ່ນມີຄວາມສຳຄັນຫຼາຍໃນການຂະຫຍາຍຕົວແບບມີສ່ວນຮ່ວມ ແລະ ຍືນຍົງ, ແລະ ການຄ້າແມ່ນມີບົດບາດສຳຄັນຫຼາຍຕໍ່ການຂະຫຍາຍຕົວນີ້. ນີ້ແມ່ນໜຶ່ງໃນເປົ້າໝາຍຫຼັກຂອງ ຍຸດທະສາດຮ່ວມພັດທະນາປະເທດ ຂອງ ທະນາຄານໂລກ ໃນ ສປປ ລາວ ພາກປີ 2012-2016. ໂຄງການກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະສອງນີ້ ແມ່ນເປັນການສານຕໍ່ບັນດາຜົນສໍຳເລັດທີ່ຍາດມາໄດ້ພາຍໃຕ້ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະຕົ້ນ (TDF-1), ແລະ ພວກເຮົາມີຄວາມມຸ່ງໝັ້ນເອົາໃຈໃສ່ໃນການສະໜັບສະໜູນແຜນງານຂອງລັດຖະ ບານ ສປປ ລາວ ທາງດ້ານການຄ້າ ແລະ ການເຊື່ອມຕໍ່ກັບພາກພື້ນ. ພວກເຮົາເຫັນຄ່າຄວາມສຳຄັນຂອງບັນດາຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການຮ່ວມມືຢ່າງຕັ້ງໜ້າ ໃນກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າໄລຍະສອງນີ້”.

ຜູ້ທີ່ຈະໄດ້ຮັບຜົນປະໂຫຍດສູງສຸດຈາກໂຄງການ TDF-2 ນີ້ແມ່ນໄດ້ແກ່ບັນດາບໍລິສັດ, ຜູ້ປະກອບການ, ພະນັກງານ ແລະ ຜູ້ບໍລິໂພກ ເຊິ່ງຈະໄດ້ປະໂຫຍດຈາກສະພາບແວດລ້ອມດ້ານທຸລະກິດທີ່ດີຂຶ້ນ ແລະ ມີການແຂ່ງຂັນກັນສູງຂຶ້ນ. ໂຄງການດັ່ງກ່າວຈະແນໃສ່ແກ້ໄຂບັນດາອຸປະສັກທີ່ກີດຂວາງການເຊື່ອມໂຍງທີ່ເພີ່ມຂຶ້ນຂອງ ສປປ ລາວ ກັບ ລະບົບການຄ້າພາກພື້ນ ແລະ ຫຼາຍຝ່າຍ ໂດຍຈະສະໜັບສະໜູນການອໍານວຍຄວາມສະດວກດ້ານການຄ້າ ແລະ ໜ້າວຽກດ້ານນະໂຍບາຍ ທີ່ຈະຊ່ວຍປັບປຸງຄວາມໂປ່ງໃສ, ຄວາມສາມາດໃນການຄາດເດົາ, ແລະ ຄ່າໃຊ້ຈ່າຍທີ່ຕໍ່າລົງໃຫ້ແກ່ນັກທຸລະກິດ. ໃນຂະນະດຽວກັນ, ໂຄງການດັ່ງກ່າວ ຍັງຈະເນັ້ນໃສ່ການສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍ  ແລະ ໃຫ້ມີຄວາມສາມາດໃນການແຂ່ງຂັນ ໂດຍສະໜັບສະໜູນຄວາມອາດສາມາດຂອງພາກທຸລະກິດ ໃຫ້ສາມາດແຂ່ງຂັນຢ່າງມີປະສິດຕິພາບໃນຕະຫຼາດສາກົນ. ນອກຈາກນັ້ນ, ໂຄງການຍັງຈະເສີມສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການພັດທະນາການຄ້າ ແລະ ພາກທຸລະກິດ ຢູ່ພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຊ່ວຍເຫຼືອການຈັດຕັ້ງປະຕິບັດໂຄງການທາງດ້ານການຄ້າໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນ ເຊິ່ງນີ້ກໍ່ເປັນສ່ວນໜື່ງໃນຄວາມພະຍາຍາມຫັນເປັນລະບົບແຜນງານດຽວ ສຳລັບການພັດທະນາດ້ານການຄ້າ ແລະ ພາກທຸລະກິດ.

ທ່ານ ຣີຊ໋າດ ເຣັກຄ໋ອດ - Richard Record, ຜູ້ຊ່ຽວຊານອາວຸໂສທາງດ້ານເສດຖະສາດການຄ້າ ຂອງທະນາຄານໂລກ ແລະ ຫົວໜ້າທີມງານຮັບຜິດຊອບໂຄງການດັ່ງກ່າວນີ້ ໄດ້ກ່າວວ່າ: “ການສະໜອງເງິນຊ່ວຍເຫຼືອລ້າດັ່ງກ່າວ ຖືເປັນການປະກອບສ່ວນຫຼັກທີ່ສຳຄັນ ໃນການຊ່ວຍເຫຼືອໂຄງການພັດທະນາດ້ານການຄ້າ ແລະ ການເຊື່ອມໂຍງຂອງ ສປປ ລາວ. ບູລິມະສິດຕົ້ນຕໍຂອງ TDF-2 ແມ່ນ ການສະໜັບສະໜູນບັນດາໜ້າວຽກ  ຫຼັງເຂົ້າເປັນສະມາຊິກອົງການ WTO ທີ່ຕໍ່ເນື່ອງຈາກບັນດາໜ້າວຽກກ່ອນການເຂົ້າເປັນ ສະມາຊິກ ໂດຍສຸມໃສ່ການຈັດຕັ້ງປະຕິບັດນິຕິກຳຕ່າງໆ ແລະ ການສືບຕໍ່ຈັດຕັ້ງປະຕິບັດບັນດາພັນທະພາຄີຂອງຕົນ ເພື່ອໃຫ້ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ພາກທຸລະກິດ”. 

ໂຄງການດ່ັງກ່າວນີ້ ຍັງເປັນສ່ວນສຳຄັນໃນການສືບຕໍ່ພະຍາຍາມປັບປຸງປະສິດທິຜົນຂອງການຊ່ວຍເຫຼືອດ້ານການພັດທະນາ ດ້ວຍການເຕົ້າໂຮມຊັບພະຍາກອນຕ່າງໆຈາກ ທະນາຄານໂລກ, ອົດສະຕາລີ, ສະຫະພາບເອີຣົບ, ເຢຍລະມັນ ແລະ ໄອແລນ ເຂົ້າໃນແຜນງານດຽວ ເຊິ່ງວິທີດັ່ງກ່າວແມ່ນຈະຊ່ວຍເພີ່ມປະສິດທິຜົນຂອງການຈັດຕັ້ງປະຕິບັດໂຄງການໃຫ້ດີຂຶ້ນ, ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການດຳເນີນການ ແລະ ເຮັດໃຫ້ຜົນໄດ້ຮັບຕົວຈິງມີໝາກຜົນຫຼາຍຍິ່ງຂຶ້ນ.

ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າ ໄລຍະສອງ ເປັນພາກສ່ວນໜຶ່ງທີ່ສໍາຄັນຂອງ ຍຸດທະສາດຮ່ວມພັດທະນາປະເທດ ຂອງ ທະນາຄານໂລກ ໃນ ສປປ ລາວ ພາກປີ 2012-2016 ເຊິ່ງຍຸດທະສາດນີ້ແມ່ນມີຄວາມສອດຄ່ອງກັນຢ່າງແທດເໝາະກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 7 ຂອງ ລັດຖະບານແຫ່ງ ສປປ ລາວ. ຍຸດທະສາດການຮ່ວມພັດທະນາປະເທດຂອງທະນາຄານໂລກ ແມ່ນແນໃສ່ການປັບປຸງຄວາມສາມາດໃນການແຂ່ງຂັນ ແລະ ການເຊື່ອມຕໍ່ກັບພາກພື້ນ, ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ, ແລະ ການພັດທະນາແບບທົ່ວເຖິງ ດ້ວຍການປັງປຸງການຄຸ້ມຄອງພາກລັດໃຫ້ເຂັ້ມແຂງ, ແລະ ໃນຂະນະດຽວກັນກໍ່ສອດຄ່ອງກັນກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 7 ຂອງລັດຖະບານລາວ ທີ່ໄດ້ກໍານົດບັນດາເປົ້າໝາຍສະເພາະສໍາລັບການເສີມຂະຫຍາຍການເຊື່ອມໂຍງສາກົນ ແລະ ການເຊື່ອມໂຍງພາກພື້ນ ເພື່ອເປັນການນຳໄປສູ່ການບັນລຸບັນດາເປົ້າໝາຍການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ.

 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ
ຕູ້ມຄຳ ຫຼວງລາດ
​ໂທລະ​ສັບ: +856 21 266269
tluanglath1@worldbank.org

ຊັບພະຍາກອນ 


ເລກທີ ບົດອອກຂ່າວ:
130328/LA

Api
Api

Welcome