ບົດອອກຂ່າວ

ທະນາຄານໂລກ ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ວຽກງານ ປັບປຸງເສັ້ນທາງຫຼວງ ແຫ່ງຊາດ ແລະ ເສັ້ນທາງແຂວງ ສໍາລັບປະຊາຊົນລາວ ຜູ້ຊົມໃຊ້ເສັ້ນທາງ 309,400 ຄົນ

26 ກ.ລ. 2012




ທຶນຊ່ວຍເຫຼືອລ້າເພີ່ມເຕີມ ສໍາລັບ ໂຄງການພັດທະນາຂະແໜງຂົວທາງ ຢູ່ ສປປ ລາວ ຖືກຮັບຮອງໂດຍ ສະພາບໍລິຫານສູງສຸດຂອງ ທະນາຄານໂລກ

ວໍ​ຊິງ​ຕັນດີຊີ, 26 ກໍລະກົດ 2012 – ມື້​ນີ້ສະພາ​ບໍລິຫານ​ສູງ​ສຸດ​ຂອງ​ທະນາຄານ​ໂລກ ​ໄດ້​ຮັບຮອງ ​ທຶນຊ່ວຍ​ເຫຼືອລ້າ​ເພີ່ມ​ເຕີມ​ໃນ​ມູນ​ຄ່າ US$21 ລ້ານ ​ເພື່ອ​ ​ຊ່ວຍ​ເຫຼືອ​​ເຂົ້າ​ໃນ​​ ໂຄງການພັດທະນາ​ຂະ​ແໜງ​ຂົວ​ທາງ​ຢູ່​ ສປປ ລາວ. ​ທຶນຊ່ວຍ​ເຫຼືອລ້າ​ດັ່ງກ່າວ ຖື​ວ່າ​ເປັນ​ການ​ສານ​ຕໍ່​ຈາກ​ຜົນຄວາ​ມຄື​ບໜ້າ​ ​ທີ່​ຍາດ​ມາ​ໄດ້​ຈາກ​ການ​ນໍາ​ໃຊ້​ເງິນຊ່ວຍ​ເຫຼືອ​ເບື້ອງ​ຕົ້ນ​ໃນ​ມູນ​ຄ່າ US$27.8 ລ້ານ ທີ່​ຖືກ​ຮັບ​ຮອງ​ເມື່ອ​ປີ 2010.

ທຶນຊ່ວຍ​ເຫຼືອລ້າທີ່​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ຫຼ້າສຸດ​ນີ້ ຖື​ເປັນ​ການ​ເພີ່ມ​ການ​ຊ່ວຍ​ເຫຼືອຂອງ ​ທະນາຄານ​ໂລກ ​ເຂົ້າ​ໃນ​ແຜນ​ງານ​ທີ່​ມີ​ເປົ້າໝາຍ​ເລັງ​ໃສ່​ປັບປຸງ​ການບໍລິການ ​ເສັ້ນທາງ​ໃນສອງ​ແລວ​ທາງ​ຫຼວງແຫ່ງ​ຊາດ ​ແລະ ​ຕະໜ່າງ​ເສັ້ນທາງ​​​ແຂວງ. ​ພ້ອມ​ນັ້ນ, ໂຄງການ​ພັດທະນາຂະ​ແໜງ​ຂົວ​ທາງ​ຢູ່ ສປປ ​ລາວ ຍັງ​ຊ່ວຍ​ໃນ​ການ​ຟື້ນ​ຟູ​ເສັ້ນທາງ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ພະຍຸ​ ​ເກ​ດສະໜາ ​ແລະ ຊ່ວຍ​ໃນ​ການ​ສ້າງ​ກອງ​ທຶນ​​ສຸກ​ເສີນ​ ເພື່ອ​ນໍາ​ໃຊ້​ໃນ​ການ​ຮັບ​ມື​ກັບ​ໄພພິບັດ​ທີ່​ມີ​ຕໍ່​ຂະ​ແໜງ​ຂົວທາງ ຢູ່ ສປປ ລາວ ​ໃຫ້​ໄດ້​​ຢ່າງ​ວ່ອງ​ໄວ​.

ທ່ານ ​ສົມບັດ ສຸ​ທິວົງ, ຫົວໜ້າ​ທີ​ມງານ​ໂຄງການ​ພັດທະນາຂະ​ແໜງ​ຂົວ​ທາງ​ຢູ່​ ສປປ ລາວ ປະ​ຈໍາ ທະນາຄານ​ໂລກ  ກ່າວ​ວ່າ ການ​ເພີ່ມ​ທຶນ​ຊ່ວ​ຍ​ເຫຼືອລ້າ​ດັ່ງກ່າວມີ​ຂຶ້ນ​ໃນ​ເວລາ​ທີ່​ເໝາະ​ສົມ. ​ເງິນ​ດັ່ງກ່າວ ຈະ​ຊ່ວຍ​ໃນ​ການ​ຂະຫຍາຍ​ແຜນ​ງານ​ເພື່ອ​ພັດທະນາ ການບໍລິການ​ ການຂົນສົ່ງທາງບົກໃຫ້ທັນ​ສະ​ໄໝ​ ຢູ່​ ລາວ ​ແລະ ສຸມ​​ໃສ່​ວຽກ​ຕ່າງໆທີ່​ ​ສຳຄັນ ຊຶ່ງກວມເອົາ ການ​ຟື້ນ​ຟູບູລະນະ​ເສັ້ນທາງ​ ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍຈາກ​ໄພພິບັດ​ທໍາ​ມະ​ຊາດຕ່າງໆ​ ທີ່​ເກີດ​ຂຶ້ນ.

​ໂຄງການ​ພັດທະນາຂະ​ແໜງ​ຂົວ​ທາງ​ຢູ່ ສປປ ລາວ ​ໃນ​ເບື້ອງ​ຕົ້ນໄດ້​ປະກອບສ່ວນ​​​​ ເຂົ້າໃນ​ບັນດາ​ຜົນສຳ​ເລັດ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ປັບປຸງ​ບັນດາ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ, ການ​ບໍາລຸງ​ຮັກສາ​​ຕະໜ່າງ​​ເສັ້ນທາງ​ຫຼວງແຂວງ​, ​ແລະ ການ​ປັບປຸງ​ຄວາມ​ປອດ​ໄພ​ໃນ​ການ​ສັນຈອນ​ຕາມ​ຖະໜົນ​ຫົນທາງ ຢູ່ ສປປ ລາວ. ປະຈຸ​ບັນ​ນີ້, ​ຕະໜ່າງ​ເສັ້ນທາງ​ແຂວງ 1,011 ກມ ​ໄດ້​ຮັບ​ການ​ບໍາລຸງ​ຮັກສາ ​ເຊິ່ງ​ລື່ນ​ເປົ້າໝາຍ​ເບື້ອງ​ຕົ້ນທີ່​ຕັ້ງ​ເອົາ​ໄວ້​ 800 ກມ. ​ເປົ້າໝາຍ​ໃນ​ການ​ສ້ອມ​ແປງ​ ແລະ ​ປັບປຸງ 60% ຂອງ​ບັນດາ​ເສັ້ນທາງ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍຈາກ​ພະຍຸ​​ ເກດສະໜາ ​ແມ່ນ​ໄດ້​ດຳ​ເນີນ​ສໍາ​ເລັດ​ໄປ​ແລ້ວ 55% ​ເຊິ່ງ​ໃນ​ນັ້ນ​ມີ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 286.4 ກມ ​ແລະ ​ເສັ້ນທາງ​ແຂວງ 728.5 ກມ. ລັດຖະບານ​ແຫ່ງ ສປປ ລາວ ​ແລະ ​ພາກສ່ວນອື່ນໆທີ່​ໃຫ້​ທຶນ​ ​ໄດ້​ສົມທົບ​ທຶນ​ໃນ​ການ​ປົວ​ແປງ​ສ່ວນທີ່​ເຫຼືອອີກ 45%.

ດ້ວຍທຶນ​ຊ່ວຍ​ເຫຼືອລ້າ​​ດັ່ງກ່າວ​ນີ້, ທະນາ​ຄານໂລກ ຈະສະໜອງ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ການ​ເງິນ​​ເຂົ້າໃນ​ການ​ປັບປຸງ​ຄວາມ​ສາມາດ​ຕ້ານທານ​ໄພພິບັດ​ທໍາ​ມະ​ຊາດ​ ໃຫ້​ແກ່​ສອງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ, ຕະໜ່າງເສັ້ນທາງ​ແຂວງ ທີ່​ເປັນ​ບູລິ​ມະ​ສິດຈໍານວນໜຶ່ງ ແລະ ສືບ​ຕໍ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ ກະຊວງ​ໂຍທາທິການ-ຂົນ​ສ່ົງ​ຂອງ ສປປ ລາວ ໃນການຄຸ້ມຄອງ ແລະ ວາງແຜນຕະໜ່າງ ເສັ້ນທາງ. ​ເວົ້າສະ​ເພາະ, ​ການ​ເພີ່ມ​ທຶນ​ຊ່ວຍ​ເຫຼືອດັ່ງກ່າວ ຍັງ​ຈະ​ຊ່ວຍ​ເພີ່ມ​ທຶນ​ໃຫ້​ແກ່​ກອງ​ທຶນ ​ສຸກ​ເສີນ​ຂອງ​ຂະ​ແໜງ​ຂົວທາງ ທີ່​ໄດ້ຖືກນໍາໃຊ້ໄປແລ້ວ ເພື່ອ​ປົວ​ແປງ​ເສັ້ນທາງ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ ​ຈາກ​ພະຍຸ​​ໄຮ​ມາ​ ແລະ ​ນົກ​ເຕັນ. ພ້ອມ​ນັ້ນ ທຶນ​ຊ່ວຍ​ເຫຼືອລ້າ​ນີ້ ຍັງ​ເພີ່ມ​ເງິນ​ໃຫ້​ແກ່​ບັນດາ​ໜ້າວຽກ​ຕ່າງໆ​ ຂອງໂຄງການ ທີ່​ໄດ້​ມີ​ການດັດສົມງົບປະມານ ມາເຂົ້າໄສ່ວຽກປົວ​ແປງ​ທາງ​ ທີ່ເສຍຫາຍ ເນື່ອງຈາກ​ພະຍຸ​ໄຮມາ ແລະ ນົກເຕັນ. ນອກຈາກ​ນັ້ນ, ການ​ຊ່ວຍ​ເຫຼືອທາງ​ດ້ານການ​ເງິນ​ດັ່ງກ່າວ ຍັງ​ຈະ​ຊ່ວຍ​ ເສີມ​ຂະຫຍາຍ​ບັນດາ​ວຽກ​ງານກ່ຽວກັບ ການສ້າງຄວາມເຂັ້ມແຂງຂອງກົງຈັກ ຂອງຂະແໜງຂົວທາງ​ຂັ້ນສູນກາງ ແລະ ຂັ້ນແຂວງ ​ໃນ​ການ​ຄຸ້ມ​ຄອງ​ດ້ານ​ການ​ປົກ​ປ້ອງທາງ​ສິ່ງ​ແວດ​ລ້ອມ ​ແລະ​ ສັງຄົມ, ຄວາມ​ປອດ​ໄພ​​ໃນ​ການ​ສັນຈອນ, ການ​ຄຸ້ມ​ຄອງ​ຂະ​ແໜງ​ຂົວທາງ ​ແລະ ​ເສີມ​ສ້າງ​ຄວາມ​​ເຂັ້ມ​ແຂງ​ ໃຫ້​ແກ່ການ​ຄຸ້ມ​ຄອງການລົງທຶນຮ່ວມ​ກັນ​ລະຫວ່າງ​ພາກ​ລັດ ​ແລະ ພາກເອກະຊົນໃນການ​ພັດທະນາ ຂະແໜງຂົວທາງ.

​ໂຄງການ​ພັດທະນາຂະ​ແໜງ​ຂົວ​ທາງ​ຢູ່​ ສປປ ລາວ  ຖື​ເປັນ​ສ່ວນ​ສຳຄັນ​ຂອງ​ ຍຸດ​ທະ​ສາດຮ່ວມ​ພັດທະນາ​ ສປປ ລາວ​ (Country Partnership Strategy), ທີ່​ທາງສະພາ​ບໍລິຫານ​ຂອງ ທະນາຄານ​ໂລກ​ ໄດ້​ຮັບຮອງ​ເອົາ​​ເມື່ອ​ເດືອນ​ມິນາ 2012 ທີ່​ຜ່ານ​ມາ ​ໂດຍ​ມີ​ເປົ້າໝາຍ​ແນ​ໃສ່ ປັບປຸງ​ຄວາມ​ສາມາດ​ເຊື່ອມໂຍງຂອງ​ ສປປ ລາວ ​ດ້ວຍ​ແຜນ​ງານ​ການ​ປັບປຸງ​ຕະໜ່າງເສັ້ນທາງ​ ທີ່​ມີ​ປະສິດທິ​ພົນ​ ດ້ວຍ​ການ​ເພີ່ມ​ການ​ລົງທຶນ​​ໃໝ່ໆ​ໃສ່​ພື້ນຖານ​ໂຄງ​ລ່າງ​ໃນຂັ້ນ​ແຂວງ.

 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Mohamed Al-Arief
​ໂທລະ​ສັບ: 202-458-5964
malarief@worldbank.org
ທີ່ ວຽງຈັນ
ມິຣຽມ ເກຣ
​ໂທລະ​ສັບ: 856-21-450 010
mgray@worldbank.org

ເລກທີ ບົດອອກຂ່າວ:
2012/029/EAP

Api
Api

Welcome