ບົດອອກຂ່າວ

ງານ ສັບປະດາ ຫໍສະໝຸດ ເພື່ອສົ່ງເສີມການແບ່ງປັນຄວາມຮູ້ ແລະ ການເຂົ້າ ເຖິງຂໍ້ມູນ




ມະຫາວິທະຍາໄລແຫ່ງຊາດ ແລະ ທະນາຄານໂລກ ຮ່ວມກັນຈັດງານເຜີຍແຜ່ຂໍ້ມູນຂ່າວສານ ປະຈຳປີ 2012

ວຽງຈັນ, ວັນທີ 27 ມີນາ 2012 – “ເປັນຜູ້ອ່ານໃນວັນນີ້. ເປັນຜູ້ນໍາໃນວັນໜ້າ”- ແມ່ນຫົວຂໍ້ງານສັບປະດາ ຫໍສະໝຸດ ປະຈຳປີນີ້ ຊຶ່ງຈັດຂຶ້ນຮ່ວມກັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ທະນາຄານໂລກ. ໜຶ່ງໃນເປົ້າໝາຍ ຂອງ ງານສັບປະດາ ຫໍສະໝຸດປະຈໍາປີ 2012 ແມ່ນເພື່ອຍົກໃຫ້ເຫັນ ຄວາມສຳຄັນຂອງ ການເຂົ້າເຖິງຂໍ້ມູນ  ແລະ ການນໍາໃຊ້ຂໍ້ມູນຂ່າວສານທີ່ມີໃຫ້ໄດ້ຜົນສູງສຸດ  ໃນການຮໍ່າຮຽນ, ຄົ້ນຄ້ວາ ແລະ ການຕັດສິນໃຈສໍາລັບທຸກຄົນຄື: ນັກຮຽນ, ຄູ່ອາຈານ, ນັກຄົ້ນຄວ້າ, ນັກຂ່າວ, ແລະ ມວນຊົນ.

ປີນີ້ ງານສັບປະດາ ຫໍສະໝຸດ ແມ່ນຍົກເອົາ ແຜນງານການເປີດກວ້າງຂໍ້ມູນຂອງ ທະນາຄານໂລກ ຊຶ່ງເປັນສູນລວມຂໍ້ມູນ ທີ່ສາມາດເຂົ້າຫາໄດ້ໂດຍບໍ່ເສຍຄ່າໃດໆ ແລະ ເປັນໜຶ່ງໃນຖານຂໍ້ມູນທີ່ຫັດກຸມທີ່ສຸດໃນໂລກ ຊຶ່ງ ບັນຈຸຂໍ້ມູນກ່ຽວກັບເສດຖະກິດຂອງປະເທດກໍາລັງພັດທະນາ.  ພຽງແຕ່ເຂົ້າໄປທີ່ເວັບໄຊ໌ https://data.worldbank.org ກໍສາມາດ ເຂົ້າຫາ ແລະ ຄົ້ນຫາຢ່າງງ່າຍດາຍ ຫຼາຍກວ່າ 2000 ຕົວຊີ້ບອກ ຢູ່ໃນຖານຂໍ້ມູນ ຂອງ ທະນາຄານໂລກ.

ກິດຈະກຳຂອງງານປີນີ້ ແມ່ນສຸມໃສ່ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມ ນໍາໃຊ້ໃຫ້ເປັນຜົນທີ່ສຸດ ຂໍ້ມູນທີ່ມີຢ່າງຫຼາກຫຼາຍ ທີ່ ເປີດກ້ວາງ, ເຂົ້າຫາໄດ້ງ່າຍ, ແລະ ຄົ້ນຫາໄດ້ງ່າຍ.  “ນັບຕັ້ງແຕ່ ເວັບໄຊ໌ເປີດກວ້າງຂໍ້ມູນ ຂອງ ທະນາຄານໂລກໄດ້ເປີດໃຫ້ນໍາໃຊ້, ເຫັນວ່າໄດ້ວ່າທົ່ວໂລກ ມີຄົນທົ່ເຂົ້າເບິ່ງເວັບໄຊ໌ດັ່ງກ່າວ 1.6 ລ້ານຄົນ  ແລະ ດາວໂຫຼດຂໍ້ມູນ 80,000 ຄັ້ງ. “ພວກເຮົາຫວັງວ່າ ງານສັບປະດາຫໍສະໝຸດຄັ້ງນີ້ ຈະເຮັດໃຫ້ຄົນລາວຫຼາຍຄົນນັບມື້ສາມາດເຂົ້າເຖິງຂໍ້ມູນ ແລະ ນໍາໃຊ້ຂໍ້ມູນຂອງ ທະນາຄານໂລກ ທີ່ມີຢ່າງກວ້າງຂວາງ. ພວກເຮົາຫວັງວ່າ ນັກຮຽນ ແລະ ຄູອາຈານຈະໃຊ້ໂອກາດນີ້ ເພື່ອນໍາໃຊ້ຂໍ້ມູນ ແລະ ເຄື່ອງມືຕ່າງໆ ທີ່ນໍາສະເໜີໃນງານຄັ້ງນີ້ ເພື່ອເປັນປະໂຫຍດ ໃຫ້ແກ່ການຮຽນ-ການສອນ. ການມີຂໍ້ມູນພຽງຢ່າງດຽວຈະ ມີຜົນປະໂຫຍດພຽງເລັກໜ້ອຍ ຫຼື ບໍ່ມີປະໂຫຍດໃດໆ; ຄຸນຄ່າຂອງຂໍ້ມູນ ຈະທະວີເພີ່ມຂຶ້ນ ເມື່ອມີການແລກປ່ຽນ, ວິເຄາະ, ແລະ ນໍາໃຊ້ ຂໍ້ມູນດັ່ງກ່າວ. ຈິດໃຈນີ້ ແມ່ນເປົ້າໝາຍຫຼັກຂອງງານໃນຄັ້ງນີ້” ກ່າວໂດຍ ທ່ານ ນາງ ເກໂກະ ມິວະ, ຫົວໜ້າທະນາຄານໂລກ ປະຈຳ ສປປ ລາວ.

ພາຍໃຕ້ຫົວຂໍ້ “ເປັນຜູ້ອ່ານໃນວັນນີ້. ເປັນຜູ້ນໍາໃນວັນໜ້າ”, ງານສັບປະດາຫໍສະໝຸດປີນີ້ ມີການເຂົ້າຮ່ວມ ຂອງ ບັນດາຫໍສະໝຸດຂອງ ມະຫາວິທະຍາໄລແຫ່ງຊາດ, ຄູ່ຮ່ວມພັດທະນາຕ່າງໆ, ແລະ ກຸ່ມຊາວໜຸ່ມ. ມີການນໍາສະເໜີຕ່າງໆເພື່ອຍົກສູງ ການແລກປ່ຽນຄວາມຮູ້ ໂດຍອົງການຄູ່ຮ່ວມງານ ໃນໄລຍະ 3 ວັນ ພ້ອມທັງການ ວາງສະແດງຂໍ້ມູນ, ການຖາມຕອບ ແລະ ການເຜີຍແຜ່ສິ່ງພິມຕ່າງໆ ຕໍ່ສາທາລະນະຊົນ.

ໃຫ້ກຽດເຂົ້າຮ່ວມພິທີເປີດງານໃນຄັ້ງນີ້ ແມ່ນ ທ່ານ ຮສຈ. ດຣ. ເພັດສະໝອນ ຂຸນສະວັດ, ຮອງອະທິການ ບໍດີ, ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ເກໂກະ ມິວະ, ຫົວໜ້າ ທະນາຄານໂລກ ປະຈຳ ສປປ ລາວ, ບັນດາຄູອາຈານ, ນັກຮຽນນັກສຶກສາ, ອົງການຈັດຕັ້ງສາກົນ, ກະຊວງກົມກອງ, ອົງການຈັດຕັ້ງມະຫາຊົນ ແລະ ກຸ່ມຊາວໜຸ່ມ. ງານຈະຈັດຂຶ້ນ ແຕ່ ວັນທີ່ 27-29 ມີນາ 2012 ທີ່ຫໍສະໝຸດກາງ, ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.  ງານສັບປະດາຫໍສະມຸດ  ແມ່ນເປີດກວ້າງໃຫ້ແກ່ ນັກສຶກສາ, ຄູອາຈານ ແລະ ບຸກຄົນທົ່ວໄປ ເພື່ອ ສົ່ງເສີມການແລກປ່ຽນຄວາມຮູ້ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ, ໂດຍສະເພາະແມ່ນ ເພື່ອຊ່ວຍໃນການຄົ້ນຄວ້າ ແລະ ການສຶກສາ.

ທ່ານ ຮສຈ ດຣ. ເພັດສະໝອນ ຂຸນສະວັດໄດ້ກ່າວວ່າ: “ພວກເຮົາມີຄວາມຍິນດີ ກັບການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ທະນາຄານໂລກ. ການຮ່ວມມືດັ່ງກ່າວໄດ້ຊ່ວຍ ສະໜອງ ຊັບພະຍາກອນການຮຽນ ການສອນທີ່ມູຄຸນນະພາບ, ການບໍລິການຂອງຫໍສະໝຸດທີ່ເປັນມືອາຊີບ ແລະ ນັບມື້ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງ ນັກຮຽນ ແລະ ຄູອາຈານ.”

ງານສັບປະດາຫໍສະມຸດ ແມ່ນກິດຈະກໍາໜຶ່ງ ພາຍໄຕ້ການຮ່ວມມື ລະຫວ່າງ ທະນາຄານໂລກ ແລະ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບການແລກປ່ຽນຄວາມຮູ້ ແລະ ກິດຈະກຳໄວໜຸ່ມ, ຊຶ່ງໄດ້ລິເລີ່ມຕັ້ງແຕ່ປີ 2007 ເປັນຕົ້ນມາ. ກິດຈະກຳອື່ນໆທີ່ໄດ້ປະຕິບັດຜ່ານມາ ລວມມີ ການສ້າງມຸມຂໍ້ມູນ ຂ່າວສານ ທີ່ຫໍສະໝຸດກາງ, ການຈັດການສຳມະນາ ໃນຫົວຂໍ້ກ່ຽວກັບການພັດທະນາຕ່າງໆ, ການໄປຢ້ຽມຢາມໂຄງການທີໄດ້ຮັບການສະໜັບສະໜູນໂດຍ ທະນາຄານໂລກ, ແລະ ໂຄງການລົງຝຶກງານເພື່ອສົ່ງເສີມການແລກປ່ຽນຄວາມຮູ້ ແລະ ເພີ່ມການມີສ່ວນຮ່ວມ ຂອງອາຈານ ແລະ ນັກສຶກສາ ໃນວຽກງານການພັດທະນາ.

 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ທະນາຄານໂລກ ໜ່ວຍງານຂໍ້ມູນຂ່າວສານ
​ໂທລະ​ສັບ: +856 21 450 010 ແຟກສ໌: +856 21 414 210
ທີ່ ມະຫາວິທະຍາໄລແຫ່ງຊາດ ຫໍສະໝຸດກາງ
​ໂທລະ​ສັບ: +856 21 770 937


Api
Api

Welcome