ບົດອອກຂ່າວ

ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 50 ປີ ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ

8 ພ.ຈ. 2011




ຮອງ​ປະທານ​ຂອງ​ທະນາຄານ​ໂລກ, ທ່ານ ​​ເຈ​ມສ໌ ອາ​ດາມສ໌ ມາຢ້ຽມຢາມ ສປປ ລາວ ​ເພື່ອ​ຊົມເຊີຍ ການຮ່ວມ​ມື ​ອັນ​ຍາວ​ນານ ​ແລະ ມີ​ຄວາມ​ໝາຍ ທີ່​ມີ​ມາ​ ເຄິ່ງສະຕະ​ວັດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ​ແລະ ທະນາຄານ​ໂລກ

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 8 ພະຈິກ 2011 – ປີ 2011 ແມ່ນປີ ທີ່ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກ ໄດ້ບັນຈົບຄົບຮອບ 50 ປີ ພໍດີ. ການຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນ ສໍາຄັນ ຕໍ່ແນວທາງການຂະຫຍາຍໂຕດ້ານເສດຖະກິດທີ່ເຂັ້ມແຂງ ແລະ ໜ້າປະທັບໃຈ ກໍຄື ຄວາມຄືບໜ້າຕ່າງໆໃນການຫລຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ.

ທ່ານ ອາດາມສ໌  ໄດ້ກ່າວວ່າ: “ໃນມື້ນີ້ ພວກເຮົາສາມາດສະແດງຄວາມພາກພູມໃຈ ຕໍ່ຜົນສໍາເລັດທີ່ຍາດມາໄດ້ ຈາກການເປັນຄູ່ຮ່ວມງານກັນ. ສປປ ລາວ ປະສົບຜົນສໍາເລັດອັນໃຫຍ່ຫຼວງ ໃນການຊ່ວຍເຫຼືອປະຊາຊົນລາວ ຫຼາຍລ້ານຄົນ ໃຫ້ຫລຸດພົ້ນອອກຈາກຄຍາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ ໃຫ້ດີຂຶ້ນກວ່າເກົ່າ. ພຽງແຕ່ໄລຍະເຄິ່ງສະຕະວັດ, ອັດຕາຄວາມທຸກຍາກ ຢູ່ ສປປ ລາວ ໄດ້ ຫລຸດລົງຈາກ 50% ຍັງເຫຼືອພຽງແຕ່ປະມານ 25%”. ທ່ານ ອາດາມສ໌ ກ່າວຕື່ມອີກວ່າ: “ຄວາມຕັດສິນໃຈສູງຂອງ ສປປ ລາວ ໄດ້ສະແດງອອກ ໃນການຂະຫຍາຍໄຟຟ້າໄປສູ່ຄົວເຮືອນ, ການສຶກສາໃຫ້ແກ່ເດັກນ້ອຍ, ແລະ ການກໍ່ສ້າງທາງໃຫ້ແກ່ຫຼາຍໆບ້ານທີ່ບໍ່ສາມາດ ເຂົ້າເຖິງໄດ້ໃນເມື່ອກ່ອນ”.

ທ່ານ ອາດາມສ໌ ໄດ້ໃຫ້ຄວາມຄິດເຫັນ ສາມວັນ ພາຍຫຼັງການມາຢ້ຽມຢາມ ສປປ ລາວ ໂດຍຮ່ວມກັບ ລັດຖະບານແຫ່ງ ສປປ ລາວ ເພື່ອ ສະເຫຼີມສະຫຼອງ ເຄິ່ງສະຕະວັດແຫ່ງການຮ່ວມມື ແລະ ການບັນລຸຜົນທີ່ພົ້ນເດັ່ນ ໃນການຫລຸດຜ່ອນຄວາມທຸກຍາກ ກໍຄື ການຂະຫຍາຍຕົວທາງດ້ານເສດຖະກິດ. ໃນການມາຢ້ຽມຢາມຄັ້ງນີ້, ທ່ານ ເຈມສ໌ ອາດາມສ໌ ໄດ້ເຂົ້າຮ່ວມງານວາງສະແດງ ກ່ຽວກັບ ການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ທີ່ ນັບມື້ມີຄວາມຄືບໜ້າ ໃນຫຼາຍປີຜ່ານມາ. ນອກຈານັ້ນ, ທ່ານກໍ່ຍັງໄດ້ເຂົ້າພົບກັບ ການນໍາຂັ້ນສູງ ຂອງ ສປປ ລາວ ເພື່ອສະແດງຄວາມໝາຍໝັ້ນ ຂອງທະນາຄານໂລກ ໃນການຂະຫຍາຍຂອບເຂດການຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ.

ໃນໄລຍະ 50 ປີ ທີ່ຜ່ານມານີ້, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ໄດ້ພັດທະນາໄປຄຽງຄູ່ກັບການປ່ຽນແປງຂອງສະພາບການໂລກ ແລະ ຄວາມກ້າວໜ້າຂອງບົດຮຽນ ກໍຄືຄວາມຮູ້ຕ່າງໆ ດ້ານການພັດທະນາ. ໃນຊຸມປີ 1970, ທະນາຄານໂລກ ໄດ້ ໃຫ້ການຊ່ວຍເຫຼືອໃນຫຼາຍຂົງເຂດ ເຊັ່ນ ການຟື້ນຟູ່ກໍ່ສ້າງຕ່າງໆ ແລະ ການຮັບປະກັນດ້ານສະບຽງອາຫານ. ພາຍຫຼັງທີ່ວຽກງານໄດ້ມີການຂະຫຍາຍໂຕ, ການຊ່ວຍເຫຼືອກໍໄດ້ເນັ້ນໜັກໄສ່ ການຂະຫຍາຍການບໍລິການທາງສັງຄົມ ແລະ ພື້ນຖານໂຄງລ່າງ, ແລະ ແນ່ໄສ່ ການພັດທະນາ ສະຖາບັນຕ່າງໆ ແລະ ຂອບນະໂຍບາຍທີ່ຈຳເປັນ ສຳລັບການຄຸ້ມຄອງບໍລິຫານ ເສດຖະກິດທີ່ໝັ້ນຄົງ. ທົດສະວັດທີ່ຜ່ານມາ, ເສດຖະກິດຂອງ ສປປ ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ສະເລ່ຍ 6.4 ສ່ວນຮ້ອຍຕໍ່ປີ ແລະ ອັດຕາຄວາມທຸກຍາກ ກໍຫລຸດລົງ ຈາກ 46 ສ່ວນຮ້ອຍ ໃນປີ 1993 ເປັນ 27 ສ່ວນຮ້ອຍ ໃນປີ 2008. ລັດຖະບານໄດ້ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ດ້ວຍແຜນງານການປະຕິຮູບຕ່າງໆ ຊຶ່ງໄດ້ກໍານົດໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ 7 ທີ່ໄດ້ວາງເປົ້າໝາຍ ເພື່ອນຳພາ ປະເທດອອກຈາກສະຖານະພາບ ທີ່ເປັນປະເທດດ້ອຍພັດທະນາ ພາຍໃນປີ 2020.

ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ, ໄດ້ກ່າວວ່າ: “ປັດຈຸບັນ ລັດຖະບານແຫ່ງ ສປປ ລາວ ແລະ ກຸ່ມທະນາຄານໂລກ ມີຄວາມປິຕິຍິນດີຕໍ່ສາຍພົວພັນວຽກງານທີ່ສ້າງສັນ ແລະ ແຕກດອກອອກຜົນ ເພື່ອພ້ອມກັນປຶກສາຫາລືແຜນງານການປະຕິຮູບ ແລະ ບັນດານະໂຍບາຍທີ່ສໍາຄັນ. ສປປ ລາວ ບໍ່ພຽງແຕ່ ໄດ້ຮັບຜົນປະໂຫຍດຈາກ ການປະກອບສ່ວນດ້ານການເງິນ, ແຕ່ຍັງໄດ້ຮັບຜົນປະໂຫຍດ ຈາກ ວຽກງານວິໃຈບັນຫາ ແລະ ຂໍ້ສະເໜີຕ່າງໆຈາກກຸ່ມທະນາຄານໂລກ.” ພະນະທ່ານ ດຣ. ທອງລຸນ ສີສຸລາດ ຍັງໄດ້ກ່າວຕື່ມວ່າ: “ຂ້າພະເຈົ້າຫວັງວ່າ ກຸ່ມທະນາຄານນໂລກ ຈະສືບຕໍ່ເປັນຄູ່ຮ່ວມມືຂອງພວກເຮົາໃນ ອະນາຄົດ ເພື່ອຈຸດປະສົງເປົ້າໝາຍລວມ ໃນການລົບລ້າງຄວາມທຸກຍາກ ແລະ ພັດທະນາຢ່າງທົ່ວເຖິງ ໃນ ສປປ ລາວ.”

ການສະເຫຼີມສະຫຼອງ ການຮ່ວມມືຄົບຮອບ 50 ປີ ນີ້ ພໍດີ ກົງກັບໄລຍະທີ່ທະນາຄານໂລກ ກໍາລັງຮ່າງ ແຜນຍຸດທະສາດການຮ່ວມມື ກັບ ສປປ ລາວ ຊຶ່ງຈະສະໜັບສະໜູນ ເປົ້າໝາຍການພັດທະນາ ທີ່ລັດຖະບານໄດ້ວາງອອກ ໃນແຜນພັດທະນາ ເສດຖະກິດ-ສັ່ງຄົມ ຄັ້ງທີ 7. ການຮ່ວມມື ຂອງ ສປປ ລາວ ກັບ ປະຊາຄົມສາກົນ, ລວມທັງຄູ່ຮ່ວມພັດທະນາອື່ນໆ, ໄດ້ຂະຫຍາຍໂຕຢ່າງແຂງແຮງ ໃນສະຕະວັດທີ່ຜ່ານມາ, ແລະ ສປປ ລາວ ກໍາລັງເຊື່ອມໂຍງດ້ານເສດຖະກິດ ໃນລະດັບ ພາກພື້ນ ແລະ ລະດັບໂລກ ຢ່າງໜ້າພໍໃຈ. ເພື່ອວິໄສທັດໃນຕໍ່ໜ້າ, ກຸ່ມທະນາຄານໂລກ ຮ່ວມກັບຄູ່ຮ່ວມພັດທະນາອື່ນໆ ມີຄວາມໝາຍໝັ້ນ ທີ່ຈະຂະຫຍາຍການສະໜັບສະໜູນ ຕໍ່ ລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ບັນລຸເປົ້າໝາຍທີ່ໄດ້ວາງອອກ ແລະ ຊ່ວຍເຫຼືອ ປະຊາຊົນລາວ ໃຫ້ສາມາດຄົ້ນພົບທ່າແຮງຂອງຕົນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ນະຄອນຫຼວງວຽງຈັນ
ວຽງສະໄໝ ສຣິດທິຣາດ
vsrithirath@worldbank.org
ມີຣຽມ ເກຣ
mgray@worldbank.org



Api
Api

Welcome