ບົດອອກຂ່າວ

ຫ້ອງການໃຫ້ຄຳປຶກສາດ້ານອາຊີບການງານຄັ້ງທໍາອິດ ເປີດໃໝ່

18 ຕ.ລ. 2011




ມະຫາວິທະຍາໄລແຫ່ງຊາດ ແລະ  ວິທະຍາໄລເຕັກນິກປາກປະສັກ ເປີດຫ້ອງການໃຫ້ຄຳປຶກສາໃໝ່ເພື່ອໃຫ້ການບໍລິການດ້ານວຽກເຮັດງານທໍາຕໍ່ນັກສຶກສາ, ໂດຍການສະໜັບສະໜູນຂອງ ທະນາຄານໂລກ ແລະ  ອົງການພັດທະນາສາກົນ ອົດສະຕາລີ

ນະຄອນຫລວງວຽງຈັນ, ວັນທີ 18 ຕຸລາ 2011: ມື້ນີ້, ໄດ້ມີການເປີດເປັນທາງການ ຫ້ອງການໃຫ້ຄຳປຶກສາດ້ານອາຊີບການງານໃໝ່ 2 ແຫ່ງ  ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂອງ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກປາກປະສັກ ຢູ່ໃນ ນະຄອນຫລວງວຽງຈັນ, ໂດຍການສະໜັບສະໜູນຂອງ ທະນາຄານໂລກ ແລະ  ອົງການພັດທະນາສາກົນ ອົດສະຕາລີ.  ຫ້ອງການໃຫ້ຄໍາປຶກສາດ້ານອາຊີບການງານ ຈະສະໜອງການບໍລິການໃຫ້ຄຳປຶກສາດ້ານອາຊີບການງານ ແລະ ການຫາວຽກເຮັດງານທໍາ ໃຫ້ແກ່ ນັກສຶກສາ ແລະ ຜູ້ທີ່ຈົບການສຶກສາໃໝ່. ເຂົ້າຮ່ວມພິທີເປີດ ມີ ທ່ານ ຮອງ ສາດສະດາຈານ ສົມຈິດ ສຸກສະວັດ, ຮອງຫົວໜ້າພາກ ເສດຖະສາດ ແລະ ບໍລິຫານທູລະກິດ ຂອງ ມະຫາວິທະຍາໄລແຫ່ງຊາດ; ທ່ານ ສີທົນ ບຸນກອງມະນີວັນ, ຮອງຫົວໜ້າ ວິທະຍາໄລ ເຕັກນິກ ປາກປະສັກ; ທ່ານ ນາງ ເກໂກະ ມິວາ, ຜູ້ຕ່າງໜ້າທະນາຄານໂລກ ປະຈໍາ ສປປ ລາວ; ທ່ານ ນາງ ແຄັດເທິຣິນ ເບັນເນັດ, ເລຂາເອກ ແລະ ຫົວໜ້າ ພະແນກການຮ່ວມມືເພື່ອການພັດທະນາຂອງ ອົງການ ອົງການພັດທະນາສາກົນ ອົດສະຕາລີ; ພະນັກງານວິຊາການ, ບັນດາຄູອາຈານ ແລະ ນັກສຶກສາ.

ທ່ານ ນາງ ເກໂກະ ວິມາ, ຜູ້ຕ່າງໜ້າທະນາຄານໂລກປະຈຳ ສປປ ລາວ  ກ່າວວ່າ: ຫ້ອງການໃຫ້ຄໍາປຶກສາດ້ານອາຊີບ ການງານ ຈະສະໜອງການບໍລິການໃຫ້ຄຳປຶກສາດ້ານອາຊີບການງານ ແລະ ການຫາວຽກເຮັດງານທໍາ ໃຫ້ແກ່ ນັກສຶກສາ ແລະ ຜູ້ທີ່ຈົບການສຶກສາໃໝ່ ຫລາຍຮ້ອຍ ຄົນ, ໂດຍສະເພາະ ແມ່ຍິງ. ຄາດວ່າ ຢ່າງຕໍ່າ 40% ຂອງນັກສຶກສາເຫລົ່ານີ້ຈະໄດ້ຝຶກງານ ຫລື ມີວຽກເຮັດງານທຳ ພາຍໃນເວລາ 1 ປີ ຫລັງຈາກຮຽນຈົບ. ນອກຈາກນັ້ນ, ຫ້ອງການດັ່ງກ່າວ ຈະຊ່ວຍ ແລະ ໃຫ້ຄໍາປຶກສາຕໍ່ ນັກສຶກສາ ກ່ຽວກັບການວາງແຜນດ້ານອາຊີບ ໄລຍະຍາວໃນໄລຍະຍາວ ເພື່ອໃຫ້ເຂົາເຈົ້າ ມີຄວາມພ້ອມທີ່ດີກວ່າເກົ່າ ໃນໄລຍະການປ່ຽນແປງຈາກ ຊິວິດນັກຮຽນ ເຂົ້າສູ່ໄລຍະ ການເຮັດວຽກງານທຳ.

ຫ້ອງການໃຫ້ຄຳປຶກສາ ທີ່ເປີດໃໝ່ນີ້, ມີຄູອາຈານ ປະຈໍາສະຖາບັນດັ່ງກ່າວ  ເປັນຜູ້ໃຫ້ຄໍາປຶກສາ. ຄູ່ອາຈາກດັ່ງກ່າວໄດ້ຜ່ານການຝຶກອົບຮົມຈາກ ຟ້າ ວັດທະນາ ເຊິ່ງເປັນຜູ້ໃຫ້ຄຳປຶກສາດ້ານອາຊີບການງານຈາກ ປະເທດ ໄທ ທີ່ໄດ້ຮັບການຢັ້ງຢືນຄັກແນ່, ເພື່ອຍົກລະດັບຂີດຄວາມສາມາດຂອງ ຄູອາຈານດັ່ງກ່າວເພື່ອກ່າວມາເປັນຜູ້ໃຫ້ຄໍາປຶກສາເສີມໃສ່ອາຊີບຫລັກ.ນັກສຶກສາຈະມີໂອກາດເຂົ້າຮ່ວມການຝຶກອົບຮົມ ເພື່ອຮຽນຮູ້ວິທີຂຽນຊິວະປະຫວັດ, ຮຽນຮູ້ເຕັກນິກການສໍາພາດ ຫລື ການປະເມີນຕົນເອງ ໃນການຊອກວຽກເຮັດງານທໍາ ໂດຍຜູ້ໃຫ້ຄຳປຶກສາ. ມີນັກສຶກສາ ຫລາຍກວ່າ 100 ຄົນ ແລ້ວ ທີ່ໄດ້ຮັບການຝຶກອົບຮົມກ່ຽວກັບອາຊີບການງານ ແລະ ໄດ້ຮັບການສະໜັບສະໜູນ ຈາກ ຫ້ອງການ ເພື່ອປະກອບອາຊີບຕໍ່ໄປແລ້ວ, ແລະ ຄາດວ່າ ອີກຫຼາຍຮ້ອຍຄົນຈະໄດ້ຮັບການຝຶກອົບຮົມໃນປີຕໍ່ໜ້າ.

ທັງສອງ ສະຖາບັນ ໄດ້ສຳເລັດການປູພື້ນຖານສຳລັບການສ້າງຕັ້ງຫ້ອງການ. ມີການກຳນົດໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນຫລັກ; ມີການຮ່າງຄູ່ມືສຳລັບການປະຕິບັດໜ້າທີ່ ແລະ ສ້າງຖານຂໍ້ມູນ ເພື່ອໃຫ້ຜູ້ໃຫ້ຄຳປຶກສາ ເກັບຮັກສາຂໍ້ມູນກ່ຽວກັບນັກສຶກສາ ແລະ ບໍລິສັດ ແລະ ເພື່ອຕິດຕາມຄວາມຄືບໜ້າຂອງນັກສຶກສາ ໃນການຊອກວຽກງານທຳ. ອຸປະກອນທີ່ໃຊ້ໃນຫ້ອງການ ລວມທັງ ເຄື່ອງຄອມພີວເຕີ ທີ່ນັກສຶກສາໃຊ້ ເພື່ອຊອກຫາຂໍ້ມູນ ທາງ ອິນເທິເນັດ ໄດ້ຮັບການອຸປະຖຳຈາກ ທະນາຄານໂລກ.

ທ່ານ ນາງ ແຄັດເທິຣິນ ເບັນເນັດ, ຜູ້ຕ່າງໜ້າຈາກອົງການອົດເອັດສປະຈຳ ສປປ ລາວ ກ່າວວ່າ: ອົງການອົດເອັດສ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມສະໜັບສະໜູນ ໂຄງການນີ້ ເຊິ່ງແນໃສ່ການຊ່ວຍເຫຼືອໄວໜຸ່ມ ໂດຍສະເພາະ ແມ່ນ ຍິງໜຸ່ມ ເພຶ່ຶຶອຍົກລະດັບ ທັກສະດ້ານ ທຸລະກິດປະກອບການ ແລະ ການເຮັດວຽກ. ຫ້ອງການໃຫ້ຄຳປຶກສາດ້ານອາຊີບການງານແມ່ນເປັ ພຽງສ່ວນໜຶ່ງຂອງໂຄງການສົ່ງເສີມ ພອນສະຫວັນ, ສ້າງສັນ ຄວາມສາມາດ, ກ້າວ​ສູ່​ຄວາມ​ສຳ​ເລັດດ້ານ​ທຸລະ​ກິດ

----------------------------------------------------------------------

ໂຄງການລິເລີ່ມການສົ່ງເສີມ ພອນສະຫວັນ, ສ້າງສັນ ຄວາມສາມາດ, ກ້າວ​ສູ່​ຄວາມ​ສຳ​ເລັດດ້ານ​ທຸລະ​ກິດ ຢູ່ ສປປ ລາວ ມີການປະກອບທຶນຮ່ວມກັນ ຈາກ ທະນາຄານ ໂລກ ແລະ ອົງການ ອົສເອດສ໌ ແລະ ປະກອບດ້ວຍ 2 ອົງປະກອບຄື: ອົງປະກອບທໍາອິດ ທີ່ເປັນການເປັນຄູ່ຮ່ວມໂດຍມີການປະສານງານ ກັບສາມະຄົມນັກທຸລະກິດໜຸ່ມ ຂອງ ສປປ ລາວ  ແມ່ນ ການຊອກຫາຊ່ອງທາງໃນການສົ່ງເສີມວັດທະນະທຳການດຳເນີນທຸລະກິດຂອງຊາວໜຸ່ມ ໂດຍນຳໃຊ້ ການແຂ່ງຂັນ  ທີ່ສະທ້ອນໃຫ້ເຫັນແນວຄວາມຄິດໃນແງ່ທຸລະກິດ ແລະ ສະໜັບສະໜູນນັກທຸລະກິດຂອງ ຜູ້ໜຸ່ມນ້ອຍ  ໂດຍການຝຶກອົບຮົມດ້ານທັກສະໃນການດຳເນີນທຸລະກິດ, ການຊີ້ນຳ ແລະ ໃຫ້ການຊ່ວຍເຫລືອລ້າໃນຂັ້ນພື້ນຖານ. ການແຂ່ງຂັນ  ການແຂ່ງຂັນ ຂຽນບົດສະເໜີແຜນທຸລະກິດດີເດັ່ນ ປະຈໍາປີ 2011 ສໍາລັບ ຊາວໜຸ່ມ ຊຸດທຳອິດ ມີເປົ້າໝາຍແນ່ໃສ່ 3 ແຂວງທົດລອງ: ນະຄອນຫລວງວຽງຈັນ, ແຂວງ ຫລວງພະບາງ ແລະ ຈຳປະສັກ. ອົງປະກອບອັນທີ່ສອງແມ່ນແນ່ໃສ່ການສະໜອງການບໍລິການການຈ້າງງານ ໃຫ້ແກ່ ນັກສຶກສາ ແລະ ຜູ້ຈົບການສຶກສາຂັ້ນວິທະຍາໄລ ແລະ ມະຫາວິທະຍາໄລ ຢູ່ນະຄອນຫລວງວຽງຈັນ. ການບໍລິການດັ່ງກ່າວ ລວມມີ ການສ້າງທັກສະໃນການກະກຽມຄວາມພ້ອມສຳລັບການເຮັດວຽກ, ການໃຫ້ຄຳປຶກສາດ້ານອາຊີບການງານ, ການສະໜັບສະໜູນການຈັດສັນງານ, ສ້າງເຄືອຄ່າຍການຝຶກອົບຮົມ ແລະ ກາລະໂອກາດ ໃນການຈ້າງງານ ໃນພາກເອກະຊົນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວຽງຈັນ (ກ່ຽວກັບ AGI)
ວິໄລພອນ ວົງປະເສີດ
​ໂທລະ​ສັບ: +856 21 450 010
pvongpraseuth@worldbank.org
ທີ່ ວຽງຈັນ ສື່ມວນຊົນ
ສຸລິດາລັກ ສາກົນນິຍົມ
​ໂທລະ​ສັບ: +856 21 450 010 ຕໍ່ 6269
ssakonhninhom@worldbank.org


Api
Api

Welcome