ບົດອອກຂ່າວ

ບົດລາຍງານຂອງທະນາຄານໂລກ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ-ຊາຍ: ການປະຕິບັດທີ່ຖືກຕ້ອງ ແລະ ຊານສະຫຼາດ





ນະຄອນຫຼວງວຽງຈັນ, ວັນທີ 20 ກັນຍາ 2011:  ບົດລາຍງານຂອງ ທະນາຄານໂລກ ສະບັບໃໝ່ ໄດ້ກ່າວວ່າ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແມ່ນມີຄວາມສໍາຄັນ ແລະ ທັງເປັນຜົນດີທາງດ້ານເສດຖະກິດ. ບັນດາປະເທດ ທີ່ມີການ ຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສ້າງກາລະໂອກາດ ແລະ ເງື່ອນໄຂໃຫ້ ແມ່ຍິງ ແລະ ເດັກຍິງ ແມ່ນສາມາດເພີ່ມຜະລິດຕະຕິພາບປັບປຸງຜົນໄດ້ຮັບສໍາລັບເດັກນ້ອຍ, ເສີມຂະຫຍາຍບົດບາດຂອງບັນດາສະຖາບັນ, ແລະ ຊ່ວຍໃຫ້ວຽກງານການພັດທະນາສໍາບັບທຸກຄົນ ມີຄວາມກ້າວໜ້າ. 

ບົດລາຍງານ ການພັດທະນາໂລກ 2012: ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ການພັດທະນາ  ຊີ້ແຈງລາຍລະອຽດກ່ຽວ ກັບ ບາດກ້າວໃຫຍ່ຕ່າງໆໃນການຫລຸດຜ່ອນຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ, ແຕ່ໃນນັ້ນກໍຍັງຍົກໃຫ້ເຫັນຄວາມແຕກໂຕນກັນ ໃນຫລາຍໆ ຂົງເຂດ. ຄວາມແຕກໂຕນ ທີ່ຮ້າຍແຮງກ່ວາໝູ່ ແມ່ນອັດຕາການຕາຍຂອງແມ່ຍິງ ແລະ ເດັກຍິງ ເມື່ອທຽບໃສ່ ເພດຊາຍ ໃນບັນດາ ປະເທດ ທີ່ກໍາລັງພັດທະນາ.ໃນທົ່ວໂລກ, ບັນດາປະເທດ ທີ່ມີລາຍຮັບປານກາງ ແລະ ລາຍຮັບຕໍ່າ ແມ່ນ ມີແມ່ຍິງທີ່ຕາຍ ຫລັງການອອກລູກ ແລະ ເດັກຍິງທີ່ຫາຍສາບສູນ ພາຍຫລັງທີ່ເກີດມາ ເປັນ ຈຳນວນ 3,9 ລ້ານຄົນ ໃນແຕ່ລະປີ.  ປະມານ ໜຶ່ງ ສ່ວນ ຫ້າ ຂອງຈໍານວນເດັກຍິງ ແມ່ນບໍ່ມີໂອກາດໄດ້ເກີດ ຍ້ອນພໍ່ແມ່ຢາກໄດ້ລູກຊາຍ ຫລາຍກວ່, ໜຶ່ງ ໃນ ຫົກ ຕາຍ ໃນໄວເຍົາ, ແລະ ຫຼາຍກວ່າ ໜຶ່ງ ສ່ວນ ສາມ ຕາຍ ໃນ ໄວຈະເລີນພັນ. ຕົວເລກດັ່ງກ່າວ ນັບມື້ນັບສູງຂຶ້ນໃນ ເຂດລຸ່ມອາຟຮິກາສາຮາຣາ ໂດຍສະເພາະ ໃນບັນດາ ປະເທດ ທີ່ມີການລະບາດ ຂອງໂລກ ເອດສ໌ ຢ່າງໜັກໜ່ວງ.

ທ່ານ ໂຣເບີດ ໂຊລິກ, ປະທານທະນາຄານໂລກ ໄດ້ກ່າວວ່າ: “ພວກເຮົາຕ້ອງ ບັນລຸໃຫ້ໄດ້ ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ຕະຫລອດ ໄລຍະຫ້າປິທີ່ຜ່ານມາ ກຸ່ມທະນາຄານໂລກ ໄດ້້ ສະໜອງທຶນ 65 ຕື້ ໂດລາ ເພື່ອສະໜັບສະໜູນການສຶກສາຂອງເດັກຍິງ, ສຸກຂະພາບຂອງແມ່ຍິງ, ສ້າງໂອກາດໃນການເຂົ້າເຖິງສິນເຊື່ອ, ທີ່ດິນ, ການບໍລິການດ້ານກະສີກໍາ, ການມີວຽກເຮັດງານທໍາ ແລະ ພື້ນຖານໂຄງລ່າງ. ສິ່ງທີ່ພວກເຮົາປະຕິບັດມານັ້ນ ເປັນວຽກງານທີ່ສຳຄັນ ແຕ່ກໍຍັງບໍ່ທັນພຽງພໍ ແລະ ຍັງບໍ່ທັນມີຈຸດສຸມ. ໃນຕໍ່ໜ້າ, ກຸ່ມທະນາຄານໂລກ ຈະເຊື່ອມຊານວຽກງານ ຄວາມສະເໝີພາບລະຫວ່າງຍິງ-ຊາຍຂອງພວກເຮົາ ແລະ ຊອກຫາວິທີທາງອຶ່ນໆ ໃນການປະຕິບັດແຜນວຽກ ເພື່ອ ໃຫ້ສາມາດນໍາໃຊ້ທ່າແຮງ ຂອງປະຊາກອນຈຳນວນເຄິ່ງໜຶ່ງຂອງໂລກ.”

ບົດລາຍງານນີ້ ໄດ້ສະແດງ ຕົວຢ່າງຈໍານວນໜຶ່ງ ກ່ຽວກັບຜົນປະໂຫຍດທີ່ບັນດາປະເທດຕ່າງໆໄດ້ຮັບ ເມື່ອປະເທດດັ່ງກ່າວ ໄດ້ແກ້ໄຂບັນຫາ ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ຄືດັ່ງລຸ່ມນີ້ :

  • ຢູ່ ປະເທດ ມາລາວີ, ການຮັບປະກັນ ໃຫ້ຊາວນາເພດຍິງ ສາມາດເຂົ້າເຖິງ ແລະ ໄດ້ຮັບການປິ່ນປົວຄືດັ່ງເພດຊາຍ ແມ່ນ ສາມາດເພີ່ມຜົນເກັບກ່ຽວສາລີໄດ້ເຖິງ 11% ຫາ 16%, ສ່ວນວ່າຢູ່ ປະເທດ ການາ ຜົນເກັບກ່ຽວດັ່ງກ່າວແມ່ນເພີ່ມ 17%. 
  • ຢູ່ ປະເທດ ໂບກິນາ ຟາໂຊ, ການປັບປຸງສິດທິດ້ານຊັບສິນຂອງເພດຍິງ ແມ່ນຈະເພີ່ມຜົນຜະລິດທາງດ້ານກະສີກໍາຂອງຄົວເຮືອນ ປະມານ 6% ໂດຍບໍ່ຕ້ອງນໍາໃຊ້ຊັບພະຍາກອນອື່ນເພີ່ມເຕີມ, ພຽງແຕ່ຈັດສັນຊັບພະຍາກອນທີ່ມີຢູ່ຄືນໃໝ່ ເຊັ່ນ ການນໍາໃຊ້ປຸ໋ຍ ແລະ ການແບ່ງປັນແຮງງານ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ.
  • ອົງການ ອາຫານ ແລະ ການກະເສດ ຄາດຄະເນວ່າ ຄວາມເທົ່າທຽມໃນການເຂົ້າເຖິງ ຊັບພະຍາກອນລະຫວ່າງເພດຍິງ ກັບ ເພດຊາຍ ຈະສາມາດເພີ່ມຜົນຜະລິດທາງດ້ານກະສີກຳ ໃນບັນດາປະເທດ ທີ່ກໍາລັງພັດທະນາ ໃນອັດຕາ 2,5% ຫາ 4%.
  • ໃນຫລາຍໆປະເທດ, ການລົບລ້້າງອຸປະສັກຕ່າງໆທີ່ ກີດກັນແມ່ຍິງ ໃນທີ່ຖືບາງອາຊີບເປັນຫຼັກ ຫລື ເຮັດວຽກ ໃນບາງຂະແໜງການ ກໍ່ມີຜົນໃນທາງບວກເຊັ່ນດຽວກັນ, ເຊິ່ງເປັນການຫລຸດຜ່ອນຄວາມແຕກໂຕນທາງດ້ານຜະລິດຕະພາບ ຂອງ ແຮງງານເພດຍິງ ແລະ ເພດຊາຍ ໄດ້ປະມານ ໜຶ່ງສ່ວນສາມ ຫາ ເຄິ່ງໜຶ່ງ ກໍຄື ເພີ່ມຜົນຜະລິດຕໍ່ຫົວຄົນ ໄດ້ 3% ຫາ 25%. 

ທ່ານ ຈັສຕີນ ຢີຟູ ລິນ, ຫົວໜ້າ ເສດຖະກິດ ແລະ ຮອງປະທານອະວຸໂສ ດ້ານການພັດທະນາເສດຖະກິດຂອງ ທະນາຄານໂລກ ໄດ້ກ່າວວ່າ: “ການກີດກັນ ແມ່ຍິງ ແລະ ເດັກຍິງ ຈາກການພັດທະນາທັກສະ ແລະ ການສ້າງລາຍຮັບ ໂດຍຫັວງວ່າພວກເຂົາຈະ ປະສົບຜົນສໍາເລັດ ໃນຍຸກແຫ່ງໂລກາພິບັດນີ້,ໃນດ້ານ ສິນລະທຳແລ້ວ ເປັນສິ່ງທີ່ຜິດພາດ ແລະ ທັງເປັນຜົນເສຍຫາຍຕໍ່ເສດຖະກິດ.  ການແບ່ງປັນໝາກຜົນຂອງການເຕີບໂຕ ໃນຍຸກແຫ່ງໂລກາພິບັດ ຢ່າງເທົ່າທຽມກັນ ລະຫວ່າງ ເພດຍິງ ແລະ ເພດຊາຍ ມີຄວາມສຳຄັນຢ່າງຍິ່ງ ເພື່ອບັນລຸໄດ້ເປົ້່າໝາຍຂອງການພັດທະນາ.“

ບົດລາຍງານຍັງຊີ້ແຈງຕື່ມວ່າ ຕະຫລອດໄລຍະ 25 ປີ ທີ່ຜ່ານມາ ໃນທົ່ວໂລກ ເຫັນວ່າມີຄວາມຄືບໜ້າ ໃນການຫລຸດຜ່ອນ ຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍ ທາງດ້ານການສຶກສາ, ສາທາລະນະສຸກ ແລະ ການສະໜອງຕະຫລາດແຮງງານ. ໃນເກືອບທຸກໆປະເທດ ຄວາມ ບໍ່ ສະເໝີພາບ ລະຫວ່າງ ເດັກຍິງ ແລະ ເດັກຊາຍ ຢູ່ໂຮງຮຽນຂັ້ນປະຖົມ ເກືອບວ່າບໍ່ມີແລ້ວ. ຄວາມແຕກໂຕນດັ່ງກ່າວ ໃນລະດັບການສືກສາ ຂັ້ນ ມັດທະຍົມປາຍ ກໍຫລຸດລົງຢ່າງວ່ອງໄວ ແລະ ໃນຫລາຍໆປະເທດ ໂດຍສະເພາະໃນທະວີບ ອາເມລິກາລາຕີນ, ເຂດທະເລແຄລີບຽນ ແລະ  ອາຊີຕາເວັນອອກ ໃນປະຈຸບັນນີ້ ແມ່ນເດັກຊາຍ ແລະ ຜູ້ຊາຍ ເປັນຜູ້ທີ່ດ້ອຍໂອກາດ. ໃນບັນດາປະເທດ ທີ່ກໍາລັງພັດທະນາ,  ຢູໂຮງຮຽນ ຂັ້ນມົດທະຍົມປາຍ ໃນ 45 ປະເທດ ແມ່ນມີຈໍານວນເດັກຍິງ ຫລາຍກວ່າເດັກຊາຍ ແລະ ຢູ່ມະຫາວິທະຍາໄລ ໃນ 60 ປະເທດ ແມ່ນມີຈໍານວນ ນັກສຶກສາຍິງ ຫລາຍກ່ວາ ນັກສຶກສາຊາຍ. ເຊັ່ນດຽວກັນນັ້ນ, ໃນບັນດາປະເທດທີ່ມີລາຍຮັບຕໍ່າ ແມ່ນເຫັນວ່າ ແມ່ຍິງ ມີອາຍຸຍື່ນກວ່າຜູ້ຊາຍ ເປັນ 20 ກວ່າປີ ຖ້້າສົມທຽບໃສ່ປີ 1960. ໃນຫລາຍໆພາກຂອງໂລກ ຄວາມແຕກໂຕນກັນ ໃນການປະກອບສ່ວນແຮງງານ ກໍ່ຫລຸດລົງ ເຊິ່ງມີແມ່ຍິງ ຫລາຍກວ່າ 500 ລ້ານຄົນ ທີ່ມີວຽກເຮັດງານທຳ ໃນໄລຍະ 30 ປີທີ່ຜ່ານມາ.

ຄວາມແຕກໂຕນກັນ ທີ່ຍັງເຫລືອ ລວມມີ ອັດຕາການເຂົ້າໂຮງຮຽນຂອງເດັກຍິງຜູ້ດ້ອຍໂອກາດ ທີ່ຍັງຕໍ່າ; ຄວາມບໍ່ສະເໝີພາບ ດ້ານໂອກາດ ໃນການເຂົ້າເຖິງ ເສດຖະກິດ ແລະ ການມີລາຍຮັບ ຂອງ ແມ່ຍິງ ບໍ່ວ່າຈະເປັນໃນຕະຫລາດແຮງງານ, ຂະແໜງກະສີກຳ ຫລື ຂະແໜງການ ທຸລະກິດ;  ແລະ ຄວາມແຕກໂຕນກັນໃນການສະແດງຄວາມຄິດເຫັນ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍໃນຄົວເຮືອນ ແລະ ໃນສັງຄົມ.

ທ່ານ ນາງ ເກໂກະ ມີວາ, ຜູ້ຕາງໜ້າ ທະນາຄານໂລກ ປະຈໍາ ສປປ ລາວ, ກ່າວວ່າ: “ເກືອບເຄິ່ງໜຶ່ງຂອງປະຊາກອນລາວ ແມ່ນມີອາຍຸຕໍາກ່ວາ 20 ປີ. ໃນຂະນະທີ່ ສປປ ລາວ ສືບຕໍ່ມີການພັດທະນາ, ການກະຈາຍອໍານາດສູ່ ແມ່ຍິງ ແລະ ເດັກນ້ອຍ ຈະເປັນປັດໃຈສໍາຄັນໃນການຜັນຂະຫຍາຍ ການເຕິບໂຕທາງດ້ານເສດຖະກິດຂອງ ປະເທດ ແລະ ການແບ່ງປັນຜົນປະໂຫຍດໃຫ້ປະຊາຊົນ ເພື່ອບັນລຸໄດ້ເປົ້າໝາຍຂອງການພັດທະນາ.ປະຈຸບັນນີ້, ສປປ ລາວ ພວມຢູ່ໃນໄລຍະຫົວລ້ຽວຫົວຕໍ່ ເພື່ອ ນໍາໃຊ້ຜົນຈາກການເຕີບໂຕທາງດ້ານເສດຖະກິດ ແລະ ປັບປຸງຜົນການພັດທະນາ ຊັບພະຍາກອນມະນຸດ. ເຖິງຢ່າງໃດກໍດີ, ເພື່ອໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ມັນຈຶ່ງຈໍາເປັນທີ່ຈະຕ້ອງເອົາໃຈໄສ່ ນໍາເອົາຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ການກະຈາຍອຳນາດສູ່ແມ່ຍິງ ໃຫ້ເປັນຈຸດໃຈກາງໃນທຸກແຜນພັດທະນາແຫ່ງຊາດ“.

ບົດລາຍງານ ຍັງຊີ້ແຈງຕື່ມອີກວ່າ ຮູບການຄວາມຄືບໜ້າ ແລະ ຄວາມຕັ້ງໜ້າ ໃນການ ຫລຸດຜ່ອນຄວາມແຕກໂຕນລະຫວ່າງເພດຍິງ-ຊາຍ ແມ່ນ ມີຄວາມສໍາຄັນໃນການພັດທະນານະໂຍບາຍຕ່າງໆ. ລາຍຮັບ ແລະ ການສຶກສາທີ່ສູງຂຶ້ນ ຈະສາມາດຊ່ວຍຫລຸດຜ່ອນ ຄວາມແຕກໂຕນ ຈໍານວນ ໜຶ່ງ. ໃນຂະນະທີ່ມີີການຂະຫຍາຍຕະຫນ່າງໂຮງຮຽນ ແລະ ມີການສ້າງວຽກເຮັດງານທຳໃຫ້ຊາວໜຸ່ມຍິງ ຫລາຍຂຶ້ນ, ຜູ້ປົກຄອງເອງ ກໍເຫັນ ຜົນປະໂຫຍດຂອງການສຶກສາ ອົບຮົມລູກສາວຂອງຕົນ. ແຕ່ວ່າ ສ່ວນໃຫຍ່ແລ້ວ, ບັນດາຕະຫລາດ, ອົງກອນ (ລວມທັງ ວິທີປະຕິບັດທາງ ສັງຄົມ ທີ່ກ່ຽວພັນກັບ ເຮືອນຊານບ້ານຊ່ອງ ແລະ ການເບີິ່ງແຍ່ງຕ່າງໆ) ປະສົມປະສານ ກັບການຕັດສິນໃຈ ຂອງຄົວເຮືອນ ຈະເຮັດໃຫ້ການແກ້ໄຂ ບັນຫາຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ມີຄວາມຫຍຸ້ງຍາກ ແລະ ໃຊ້ເວລາ. ຕໍ່ບັນຫາດັ່ງກ່າວ, ຄວາມແຕກໂຕນກັນ ດ້ານລາຍຮັບລະຫວ່າງ ຍິງ-ຊາຍ ຍັງບໍ່ໄດ້ຮັບການແກ້ໄຂ ເທື່ອໃນຫລາຍໆປະເທດໃນໂລກ.

ບົດລາຍງານການພັດທະນາໂລກ 2012 ຮຽກຮ້ອງໃຫ້ມີການດຳເນີນການໃນ ສີ່ ຂົງເຂດຄື: 1) ແກ້ໄຂບັນຫາ ດ້ານຊັບພະຍາກອນມະນຸດ  ເຊັ່ນ ອັດຕາການຕາຍຂອງເດັກຍິງ ແລະ ແມ່ຍິງ ທີ່ສູງເກີນໄປ  ແລະ ຄວາມແຕກໂຕນກັນໃນດ້ານການສຶກສາ ຢູ່ບ່ອນທີ່ເຫັນວ່າຍັງມີບັນຫາຢູ່;      2) ຫລຸດຜ່ອນຄວາມແຕກໂຕນ ດ້ານລາຍຮັບ ແລະ ຜະລິດຕພາບ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ; 3) ໃຫ້ແມ່ຍິງ ມີໂອກາດໄດ້  ສະແດງຄວາມຄິດເຫັນຫລາຍກວ່າເກົ່າ  ໃນຄົວເຮືອນ ກໍຄື ໃນສັງຄົມ; ແລະ 4) ຈໍາກັດຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ  ໃນທຸກໆລຸ້ນຄົນ.

ທ່ານ ນາງ ອານາ ຣີແວັງກາ, ຄູ່ຜູ້ຊີ້ນໍາບົດລາຍງານສະບັບນີ້, ກ່າວວ່າ “ນະໂຍບາຍຂອງລັດ ທີ່ມີລັກສະນະຈຸດສຸມ ຍັງເປັນກຸນແຈ ທີ່ນໍາໄປສູ່ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນສັງຄົມ. ເພື່ອໃຫ້ນະໂຍບາຍ ດັ່ງກ່າວ ມີປະສິດຕິຜົນ ຈຶ່ງຕ້ອງເອົາໃຈໄສ່ ແກ້ໄຂສາເຫດຕົ້ນຕໍ ທີ່ເປັນ ກົກເຄົ້າ ກໍ່ໃຫ້ເກີດມີຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ. ສຳລັບບັນຫາອຶ່ນໆ ເຊັ່ນ ອັດຕາການຕາຍຂອງແມ່ທີ່ຍັງສູງ, ແມ່ນຮຽກຮ້ອງໃຫ້ ມີການປັບປຸງສະຖາບັນຕ່າງໆ ທີ່ໃຫ້ການບໍລິການ ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ. ສຳລັບ ຄວາມແຕກໂຕນອື່ນໆ ເຊັ່ນ ຄວາມບໍ່ສະເໝີພາບ ດ້ານໂອກາດໃນການເຂົ້າເຖິງ ເສດຖະກິດພາຍໃນ, ບັນດານະໂຍບາຍຕ້ອງເອົາໃຈໄສ່ ຄວາມຫຍຸ້ງຍາກຕ່າງໆ ໃນຕະຫລາດແຮງງານ ແລະ ອົງກອນ ທີ່ຍັງຈຳກັດແມ່ຍິງ ໃຫ້ມີຜະລິດຕະພາບຕໍ່າ ແລະ ມີວຽກເຮັດງານທໍາ ທີ່ມີລາຍຮັບຕໍ່າ.“

ເພື່ອຮັບປະກັນໃຫ້ຜົນສຳເລັດດັ່ງກ່າວ ໃຫ້ມີຄວາມຍືນຍົງ, ປະຊາຄົມໂລກ ຕ້ອງມີນະໂຍບາຍພາຍໃນ ທີ່ແນ່ໄສ່ວຽກງານທີ່ເປັນບຸລິມະສິດ. ປະຊາຄົມໂລກ ຍັງສາມາດສະຫນັບສະໜູນ ກິດຈະກຳ ທີ່ອີງໃສ່ຂໍ້ມູນຫຼັກຖານຕົວຈິງ ໂດຍ ເພີ່ມທະວີຄວາມພະຍາຍາມຂອງຕົນ ໃນການ ປັບປຸງຂໍ້ມູນຂ່າວສານ, ສົ່ງເສີມການປະເມີນຜົນກະທົບ ແລະ ຊຸກຍູ້ໃຫ້ມີການຮຽນຮູ້ຕື່ມ. ບົດລາຍງານຍັງໄດ້ແນະນຳໃຫ້ ຜູ້ກຳນົດ ນະໂຍບາຍ ສຸມໃສ່ ບັນຫາຄວາມບໍ່ສະເຫມີພາບລະຫວ່າງ ຍິງ-ຊາຍ ທີ່ຍັງຄົງຄ້າງຊຶ່ງບໍ່ສາມາດແກ້ໄຂໄດ້ດ້ວຍລາຍຮັບທີ່ສູງຂຶ້ນ ພຽງຢ່າງດຽວ.  ຖ້າສາມາດ ແກ້ໄຂຂໍ້ຄົງຄ້າງດັ່ງກ່າວໄດ້ ເຮົາຈະສາມາດ ເຫັນຜົນຂອງການພັດທະນາຫລາຍກວ່າເກົ່າ ແລະ ຈະເຫັນຜົນຂອງ ການປຽ່ນແປງດ້ານນະໂຍບາຍ.

ທ່ານ ສຸດດີ ເຊັດຕີ, ຜູ້ຮ່ວມຊີ້ນຳບົດລາຍງານສະບັບນີ້, ໄດ້ກ່າວວ່າ “ບັນດາຄູ່ຮ່ວມມືໃນການພັດທະນາ ສາມາດສະໜັບສະໜູນ ບັນດານະໂຍບາຍ ພາຍໃນ ໄດ້ດ້ວຍຫລາຍວິທີຄື: ເພີ່ມທຶນຮອນ, ມີນິວັດຕະກຳໃໝ່ໆຫລາຍກວ່າເກົ່າ ແລະ ເປັນຄູ່ຮ່ວມມືທີ່ດີກວ່າເກົ່າ. ຕົວຢ່າງ, ການເພີ່ມທຶນຮອນ ເພື່ອສະໜັບສະໜູນ ການບໍລິການດ້ານ ນໍ້າສະອາດ, ສຸກຂະພິບານ ແລະ ແມ່ລູກອ່ອນ ຈະເປັນການຊ່ວຍປະເທດທີ່ທຸກຍາກທີ່ສຸດ. ການດຳເນີນ ການທົດລອງ, ການປະເມີນຢ່າງ ເປັນລະບົບ ແລະ ການເກັບກຳຂໍ້ມູນ ທີ່ແຍກຕາມຂໍ້ມູນທີ່ກ່ຽວຂອງກັບເພດ ແມ່ນ ສາມາດຊຸກຍູ້ໃຫ້ແມ່ຍິງ ສາມາດເຂົ້າເຖິງ ຕະຫລາດໄດ້ຫລາຍກວ່າເກົ່າ. ການຂະຫຍາຍການສ້າງຄູ່ຮ່ວມງານ ເພື່ອໃຫ້ສາມາດກວມລວມໄປເຖິງ ພາກເອກະຊົນ, ອົງການສັງຄົມ, ແລະ ສະຖາບັນ ການສຶກສາຕ່າງໆ."

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Merrell Tuck-Primdahl
​ໂທລະ​ສັບ: (202) 473-9516,
Mtuckprimdahl@worldbank.org
ທີ່ ວໍຊິງຕັນ ສຳລັບລາຍການທີ່ອອກອາກາດ
Natalia Cieslik
​ໂທລະ​ສັບ: (202) 458-9369
ncieslik@worldbank.org
ທີ່ ນະຄອນຫລວງວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: (+856 21) 450 010
ssakonhninhom@worldbank.org



Api
Api