ບົດອອກຂ່າວ

ກອງປະຊຸມປຶກສາຫາລືຮ່ວມກ່ຽວກັບຍຸດທະສາດການຮ່ວມມື ເພື່ອສະໜັບສະໜູນ ແຜນ 5 ປີ ດ້ານການພັດທະນາເສດຖະກິດສັງຄົມ ຂອງ ສປປລາວ.

8 ມິ.ຖ. 2011



ໃນວັນທີ 8 ມິຖຸນາ 2011, ກະຊວງແຜນການ ແລະ ການລົງທຶນໄດ້ຈັດຕັ້ງກອງປະຊຸມເພື່ອ  ປຶກສາຫາລືບັນດາບຸລິມະສິດສຳຄັນ ຂອງຍຸດທະສາດການຮ່ວມມືສຳລັບປະເທດ ຮ່ວມກັບທະນາຄານ ພັດທະນາອາຊີ ແລະ ທະນາຄານໂລກ. ທັງສອງອົງການ ແມ່ນກຳລັງກະກຽມແຜນຍຸດທະສາດການ ຮ່ວມມືເພື່ອສະໜັບສະໜູນແຜນພັດທະນາເສດຖະກິດສັງຄົມຄັ້ງທີ 7 ຂອງ ສປປລາວ. ກອງປະຊຸມປຶກສາຫາລື ແມ່ນດຳເນີນໄປເປັນເວລາໜຶ່ງວັນເຕັມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບຍຸດທະສາດມາຮ່ວມມືຂອງ ທະນາຄານ ພັດທະນາອາຊີ ແລະ ທະນາຄານໂລກຈະໃຫ້ການສະໜັບສະໜູນ ອັນຈະເປັນການປະກອບສ່ວນ ເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ການເຕີບໂຕທາງດ້ານເສດຖະກິດ ຂອງ ສປປລາວ.

ກອງປະຊຸມຄັ້ງນີ້, ໄດ້ມີບັນດາຕົວແທນຂອງລັດຖະບານຈາກສູນກາງ ແລະ ແຂວງ, ບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນເອກະຊົນ ເຂົ້າຮ່ວມປຶກສາຫາລື, ເຊື່ງເປັນໂອກາດອັນດີ ເພື່ອຈະໄດ້ປະກອບຄໍາຄິດເຫັນໃສ່ໃນຮ່າງແຜນຍຸດທະສາດຂອງທັງສອງອົງການ. ການແບ່ງກຸ່ນສົນທະນາໄດ້ແຍກອອກເປັນ ຫ້າກຸ່ມຫຼັກ ໄດ້ແກ່, ການແຂ່ງຂັນ ແລະ ການເຊື່ອມໂຍ່ງ, ການຄຸ້ມຄອງພາກເອກະຊົນ, ການພັດທະນາແບບມີສ່ວນຮ່ວມ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ, ວຽກງານສາທະລະນະສຸກ ແລະ ການສຶກສາ.

ພະນະທ່ານ ດຣ. ບຸນທະວີ ສີສຸພັນທອງ, ລັດຖະມົນຕີຊ່ວຍ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ ‘ພວກເຮົາຍິນດີຕ້ອນຮັບເອົາການປຶກສາຫາລືຮ່ວມຂອງທະນາຄານພັດທະນາອາຊີ ແລະ ທະນາຄານໂລກ ເຊິ່ງວຽກງານນີ້ ແມ່ນສອດຄ່ອງກັບ ຖະແຫຼງການວຽງຈັນ. ຂ້າພະເຈົ້າຫວັງວ່າ ພວກເຮົາຈະໄດ້ເຫັນຮູບແບບອັນໃໝ່ທີ່ມີການປະສານຮ່ວມມື ໃນການຊ່ວຍເຫຼືອດ້ານການພັດທະນາ ທັງການພັດທະນາຍຸດທະສາດ ແລະ ການຈັດຕັ້ງປະຕິບັດ.’

ທ່ານ ດຣ. ຈົງ ຈີ ໄນ, ຜູ້ຕ່າງໜ້າທະນາຄານພັດທະນາອີຊີ ປະຈຳ ສປປລາວ ໄດ້ກ່າວວ່າ ‘ການປຶກສາຫາລືໃນມື້ນີ້ ແມ່ນເປັນຂີດໝາຍອັນສຳຄັນ. ເພື່ອໃຫ້ທຸກພາກສ່ວນທີ່ມີສ່ວນຮ່ວມໃນການພັດທະນາໃນ ສປປລາວ ໄດ້ຮ່ວມກັນປຶກສາຫາລືບັນຫາທີ່ສຳຄັນ ແບບກົງໄປກົງມາ. ນີ້ເປັນຂັ້ນຕອນທີ່ສຳຄັນທີ່ສຸດ ທຸກພາກສ່ວນໄດ້ເຂົ້າຮ່ວມ.’ ທ່ານ ດຣ. ຈົງ ຈີ ໄນ ຍັງໄດ້ກ່າວຕໍ່ອີກວ່າ ‘ສຳລັບທະນາຄານ ພັດທະນາອາຊີ, ການປຶກສາຫາລືໃນຄັ້ງນີ້ ແມ່ນຈະເປັນການປະກອບສ່ວນທີ່ສຳຄັນ ໃນການສ້າງແຜນຍຸດທະສາດ ອັນໃໝ່ຂອງພວກເຮົາ, ທີ່ເນັ້ນໃສ່ການເພີ່ມການຊ່ວຍເຫຼືອຢ່າງມີປະສິດທິພາບ ແລະ ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການພັດທະນາ ໂດຍການເນັ້ນໃສ່ບັນຫາທີ່ສຳຄັນ ແລະ ບັນດາຂະແໜງການບຸລິມະສິດ.’

ທ່ານ ນາງ ເກະໂກະ ມີວະ, ຜູ້ຕ່າງໜ້າທະນາຄານໂລກ ປະຈຳ ສປປລາວ  ໄດ້ກ່າວວ່າ ‘ສປປລາວ ໄດ້ມີການພັດທະນາຢ່າງໄວວາໃນຊ່ວງຫ້າປີທີ່ຜ່ານມາ. ພວກເຮົາພ້ອມທີ່ຈະເສີມສ້າງການຮ່ວມມືໃຫ້ເຂັ້ມແຂງ ແລະ ຊ່ວຍເຫຼືອລັດຖະບານ ໃຫ້ສາມາດບັນລຸເປົ້າໝາຍ ໃນການຫຼຸດຜົ້ນອອກຈາກ ປະເທດດ້ອຍພັດທະນາ ໃນປີ 2020’. ທ່ານ ນາງ ເກະໂກະ ມີວະ ຍັງໄດ້ເນັ້ນຕື່ມວ່າ ‘ໃນຕໍ່ໜ້າ, ພວກເຮົາຈະພັດທະນາຍຸດທະສາດທີ່ເນັ້ນໃສ່ຜົນໄດ້ຮັບ ແລະ ຈະສະໜັບສະໜູນ ບັນດາຂະແໜງການທີ່ພວກເຮົາ ສາມາດແຂ່ງຂັນໄດ້. ການປະກອບສ່ວນໃນມື້ນີ້ ແມ່ນມີຄວາມສຳຄັນ ທີ່ຈະຊ່ວຍໃນການວາງແຜນຂອງພວກເຮົາ.’

ບັນດາຄຳຄິດຄຳເຫັນ ແລະ ການປະກອບສ່ວນທີ່ໄດ້ຮັບໃນການປຶກສາຫາລືໃນຄັ້ງນີ້ ແມ່ນຈະນຳໄປປະກອບໃນການກະກຽມແຜນຍຸດທະສາດຂອງສອງອົງການ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ສປປ ລາວ (ທະນາຄານພັດທະນາອາຊີ)
ສຸພາວັນ ພົນມະນາ
sphonmany@adb.org
ທີ່ ສປປ ລາວ (ທະນາຄານໂລກ)
ເມລຽມ ເກຣ
mgray@worldbank.org


Api
Api

Welcome