Learn how the World Bank Group is helping countries with COVID-19 (coronavirus). Find Out

ບົດອອກຂ່າວ

ການພັດທະນາຊັບພະຍາກອນທຳມະຊາດແບບຍືນຍົງເປັນສິ່ງສຳຄັນຍິ່ງ ຕໍ່ອະນາຄົດຂອງ ສປປ ລາວ: ທະນາຄານໂລກ

27 ມີນາ 2011



ສິ່ງຕອບແທນ ແລະ
ຄວາມສ່ຽງໃນຕໍ່ໜ້າໃນການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ,  ຄັດຈາກບົດລາຍງານຂອງທະນາຄານໂລກ.

ນະຄອນຫຼວງວຽງຈັນ, ສປປ ລາວ, 28 ມີນາ, 2011 - ສປປ ລາວ ສາມາດພັດທະນາເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກໄດ້ຢ່າງໄວວາ, ຖ້າຈັດລຽງບູລິມະສິດທາງດ້ານເສດຖະກິດມະຫາພາກ ແລະ ການ ປົກຄອງທີ່ເໝາະສົມ, ຄັດຈາກບົດລາຍງານຂອງທະນາຄານໂລກປີ 2010 ທີ່ໄດ້ເຜີຍແຜ່ໃນມື້ນີ້.

ປ່າໄມ້, ທີ່ດິນກະສິກຳ, ນໍ້າ, ທ່າແຮງທາງດ້ານພະລັງງານໄຟຟ້າ ແລະ ຊັບພະຍາກອນບໍ່ແຮ່ລວມເຂົ້າກັນແລ້ວ ມີມູນຄ່າຫຼາຍກວ່າເຄິ່ງໜຶ່ງຂອງມູນຄ່າທຶນຮອນທັງໝົດໃນ ສປປ ລາວ, ບົດລາຍງານສະບັບໃໝ່ນີ້ໄດ້ວາງໂຄງສ້າງ ແຜນງານຢ່າງລະອຽດເພື່ອຊ່ວຍແບ່ງຊັດສ່ວນຍຸດທະສາດຂອງການພັດທະນາຊັບພະຍາກອນທຳມະຊາດ ແລະ ຄຸ້ມຄອງລາຍໄດ້ທີ່ໄດ້ມາຈາກຊັບພະຍາກອນເຫຼົ່ານັ້ນໃຫ້ໄດ້ນຳໃຊ້ໄປຕາມແຜນ.

"ສປປ ລາວ ແມ່ນອຸດົມຮັ່ງມີໄປດ້ວຍທຶນຮອນທຳມະຊາດ; ຖ້າຄຸ້ມຄອງໄດ້ດີ, ຄວາມຮັ່ງມີເຫຼົ່ານີ້ຈະການເປັນ ທຶນຮອນທາງດ້ານການພັດທະນາທີ່ແທ້ຈິງເພື່ອຄວາມຈະເລີນຂອງປະເທດ ແລະ ຄວາມຜາສຸກຂອງປວງຊົນ ທັງຊາດ”, ກ່າວໂດຍ ທ່ານ ມາມູດ ໂມເຮວດິນ, ຜູ້ອຳນວຍການທະນາຄານໂລກ, ໃນງານເຜີຍແຜ່ບົດລາຍງານ ທີ່ວຽງຈັນ, ສປປ ລາວ.

ທ່ານຍັງໄດ້ເວົ້າຕື່ມອີກວ່າ: “ໃນທົ່ວໂລກ ໜຶ່ງສ່ວນສາມຂອງຄວາມອຸດົມຮັ່ງມີຂອງປະເທດທີ່ກຳລັງພັດທະນາ ແມ່ນ ໄດ້ມາຈາກແຫຼ່ງທຳມະຊາດພາຍໃນປະເທດຂອງຕົນ ຊຶ່ງລວມມີປ່າໄມ້, ແຫ່ງນໍ້າ, ປ່າສະຫງວນ ແລະ ແຮ່ທາດຕ່າງໆ. ປະເທດໃດບໍລິຫານຊັບພະຍາກອນທຳມະຊາດເຫຼົ່ານີ້ໄດ້ຢ່າງລະມັດລະວັງແມ່ນສາມາດເຄື່ອນ ຕົນເອງຂຶ້ນໄປເປັນປະເທດທີ່ມີລະດັບການພັດທະນາທີ່ສູງຂຶ້ນ - ເພີ່ມການລົງທຶນໃຫ້ຫຼາຍເຂົ້າໃນ ການພັດ ທະນາຄົນ, ພື້ນຖານໂຄງລ່າງ, ເທັກໂນໂລຊີ ແລະ ການປະດິດສ້າງໃໝ່ໆ”

ທ່ານ ເຈືອງ ສົມບູນຂັນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຫົວໜ້າກອງເລຂາລັດຖະບານແຫ່ງ ສປປ ລາວ, ກ່າວວ່າ ”ການທີ່ມີຊັບພະຍາກອນທຳມະຊາດອັນອຸດົມສົມບູນນີ້ກໍແມ່ນຄວາມຮັບຜິດຊອບອັນໃຫຍ່ ຫຼວງຂອງພວກເຮົາທີ່ເປັນຜູ້ວາງນະໂຍບາຍ. ການແນະນຳນະໂຍບາຍທີ່ຕ້ອງຄຳນຶງເຖິງຊັບພະຍາກອນເຫຼົ່ານີ້ ແລະ ຄົ້ນຄິດລະອຽດເພື່ອເຮັດໃຫ້ເປັນການພັດທະນາແບບຍືນຍົງເປັນສິ່ງສຳຄັນທີ່ສຸດເພື່ອຮັກສາລະດັບການເຕີບໂຕ ຂອງເສດຖະກິດ ໃນ ສປປ ລາວ”.

ບົດລາຍງານການພັດທະນາ ຂອງ ສປປ ລາວ ປີ 2010 ແມ່ນສຸມໃສ່ການຄຸ້ມຄອງຊັບພະຍາກອນທຳມະຊາດ ເພື່ອການ ພັດທະນາແບບຍືນຍົງໂດຍເນັ້ມໃສ່ຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່. “ສອງຂະແໜງນີ້ລວມ ເຂົ້າກັນແລ້ວ ເປັນອົງປະກອບອັນໃຫຍ່ຫຼວງຕໍ່ການຈະເລີນເຕີບໂຕຂອງເສດຖະກິດປະເທດ, ຊຶ່ງຄິດໄລ່ແລ້ວກວມ ເອົາປະມານ ໜຶ່ງສ່ວນສາມຂອງການເຕີບໂຕຂອງລວມຍອດຜະລິດຕະພັນພາຍ ປະມານ 7,5 % ຕໍ່ປີ ໂດຍສະ ເລ່ຍ ໃນຊຸມປີ 2005-2010”, ກ່າວໂດຍ ທ່ານ ນ. ເຄໂກະ ມິວະ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.

“ນີ້ກໍໝາຍເຖິງການເພີ່ມຂຶ້ນຂອງລາຍຮັບແຫ່ງຊາດ, ກະຈາຍສູ່ການຫຼຸດຜ່ອນຄວາມທຸກຍາກ, ປັບປຸງພື້ນຖານໂຄງລ່າງຈຳນວນໜຶ່ງ ແລະ ຍັງກະຈາຍໄປເຖິງຄວາມຄືບໜ້າໃນການປ່ຽນແປງ ລະບຽບຫຼັກການ ກ່ຽວກັບສິ່ງ ແວດລ້ອມ”.

ແນວໃດກໍ່ຕາມ, ບົດລາຍງານໄດ້ລະບຸວ່າ, ຄຽງຄູ່ໄປກັບຜົນປະໂຫຍດຕ່າງໆ, ກໍ່ຍັງມີຄວາມສ່ຽງຕ່າງໆຍ້ອນ ຄວາມອຸດົມຮັ່ງມີຂອງຊັບພະຍາກອນທຳມະຊາດນີ້ເອງ ຊຶ່ງຈະເຫັນໄດ້ຢ່າງຊັດເຈນໃນບໍ່ດົນ, ຖ້າບໍ່ມີການເອົາໃຈໃສ່. ”ຖ້າບໍມີການຄຸ້ມຄອງລາຍໄດ້ຈາກຊັບພະຍາກອນທຳມະຊາດທີ່ດີ, ຄວາມສ່ຽງຂອງເສດຖະກິດມະຫາພາກຈະກໍ່ໃຫ້ ເກີດມີຄວາມລ້າຊ້າໃນການພັດທະນາຂະແໜງອຸດສະຫະກຳ”, ກ່າວໂດຍທ່ານ ເອກາເຕີຣິນາ ໂວສ໌ຕຣົກນູໂຕວາ, ນັກເສດຖະສາດ ອາວຸໂສຂອງທະນາຄານໂລກປະຈຳພາກພື້ນອາຊີ-ປາຊີຟິກ ຕາເວັນອອກ.

”ຍັງມີຄວາມສ່ຽງທີ່ສຳຄັນທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ສິ່ງທີ່ອັນຕະລາຍໄປກວ່ານັ້ັ້ນແມ່ນບາງ ການລົງທຶນບໍໍໄດ້ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມິປະສິດທິຜົນເທົ່າທີ່ຄວນ ຖ້າຈະທຽບໃສ່ກັບເປົ້າໝາຍການ ພັດທະນາເສດຖະກິດ-ສັງຄົມຂອງຊາດທີ່ໄດ້ວາງໄວ້”.

”ສຸດທ້າຍແລ້ວ ກໍ່ຍັງມີຄວາມສ່ຽງກ່ຽວກັບຊ່ອງຫວ່າງ ລະຫວ່າງຄວາມຕ້ອງການຊັບພະຍາກອນທຳມະຊາດ ແລະ ຄວາມອາດສາມາດຂອງລັດໃນການຄຸ້ມຄອງ ນຳໃຊ້ແບບຍືນຍົງ ຊຶ່ງນັບມື້ນັບແຜ່ຫຼາຍອອກໄປໃນເມື່ອມີຫຼາຍໆໂຄງການຫູັ່ງໄຫຼເຂົ້າມາ”.    

ອີງຕາມບົດລາຍງານດັ່ງກ່າວ, ໃນເມື່ອຈໍານວນໂຄງການຫາກເພີ່ມຂຶ້ນ, ໜຶ່ງໃນບູລິມະສິດຕົ້ນຕໍ່ຂອງລັດຖະບານ ແມ່ນຄວນຈະເອົາໃຈໃສ່ສ້າງຄວາມເຂັ້ມແຂງແກ່ສະຖາບັນຕ່າງໆໃນຂະແໜງການທີ່ກ່ຽວຂ້ອງ ແລະ ລະບົບ ການເງິນຂອງພາກລັດ -ໃນລະດັບຊາດ ແລະ ພາກພື້ນ - ເພີ່ມຄວາມອາດສາມາດໃນການບໍລິຫານລາຍໄດ້ ແຫ່ງຊາດ ແລະ ຈັດສັນງົບປະມານເພື່ອໃຫ້ຮັບໃຊ້ເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກ ແລະ ສົ່ງເສີມ ການເຕີບໂຕ.  ບົດລາຍງານລວມມີການປະເມີນຜົນ ທີ່ ຕົງໄປຕົງມາຈາກຫຼາຍໆຜູ້ຊ່ຽວຊານກ່ຽວກັບຜົນກະທົບ ຂອງການພັດທະນາ ເສດຖະກິດ ແລະ ສັງຄົມ ທີ່ໄດ້ເກີດຂຶ້ນຍ້ອນການພັດທະນາຊັບພະຍາກອນທຳມະຊາດ ດັ່ງກ່າວ.

ໃນການສ້າງໂຄງຮ່າງຊຶ່ງຫັນຈາກແຜນຍຸດທະສາດລວມເພື່ອການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດທີ່ອຸດົມ ຮັ່ງມີຂອງປະເທດ,

ບົດລາຍງານໄດ້ເນັ້ນໜັກເປັນພິເສດໃນການຫຼຸດຜ່ອນຜົນກະທົບທາງດ້ານສັງຄົມທີ່ເນື່ອງມາຈາກ ໂຄງການພັດທະນາທຳມະຊາດຂະໜາດໃຫຍ່. ບົດລາຍງານຍັງໄດ້ລະບຸວ່າ ລັດຖະບານຄວນມີການຈັດສັນ ບູລິມະສິດທີ່ເໝາະສົມໃຫ້ແກ່ໂຄງການທີ່ສຳຄັນທີ່ສຸດ ເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການນຳໃຊ້ຊັບພະຍາ ກອນທຳມະຊາດ.

ບົດລາຍງານດັ່ງກ່າວຍັງໄດ້ເນັ້ນຕື່ມອີກວ່າ, ເພື່ອຫັນຊັບພະຍາກອນທຳມະຊາດທີ່ອຸດົມຮັ່ງມີມາເປັນຜົນໄດ້ຮັບ ທາງ ດ້່ານເສດຖະກິດ ແລະ ສົງຄົມ -ໄປຄຽງຄູ່ກັບແຜນພັດທະນາເສດຖະກິດສັງຄົມ ແລະ ເພື່ອບັນລຸເປົ້າໝາຍການ ເຕີບໂຕ- ລວມທັງ ເປົ້າໝາຍສູ້ຊົນໃນປີ 2020 ໃນການກາຍເປັນປະເທດທີ່ມີລາຍຮັບປານກາງ, ລັດຖະບານ ຄວນຈະພິຈາລະນາບາງທິດທາງດັ່ງຕໍ່ໄປນີ້:

  • ໃຫ້ແນ່ໃຈວ່າຄວາມໄວຂອງການພັດທະນາຊັບພະຍາກອນທຳມະຊາດແມ່ນໄປຄຽງຄູ່ກັບຄວາມອາດສາມາດ ແລະ ການຄຸ້ມຄອງຄຸນະພາບຂອງໂຄງການຕ່າງໆ;
  • ເລືອກໂຄງການທີ່ເໝາະສົມ ແລະ ປະຕິບັດໃຫ້ໄດ້ດີ ສ້າງຄວາມເຂັ້ມແຂງໃນການ ປົກປັກຮັກສາ ສິ່ງແວດລ້ອມ ແລະ ສັງຄົມ, ການຄຸ້ມຄອງຂັ້ນໂຄງການ, ຄວາມສາມາດໃນການປະສານງານອົງກອນ ແລະ ພາກລັດ ເພື່ອຄວບຄຸມ ແລະ ຈັດຕັ້ງປະຕິບັດລະບຽບຫຼັກການຕ່າງໆ.
  • ຮູ້ຈັກຄວາມສ່ຽງ ແລະ ຈັດການກັບຄວາມສ່ຽງດັ່ງກ່າວຢ່າງມີປະສິດທິຜົນ ໃນທຸກໆຂັ້ນ ຈາກທ້ອງຖິ່ນ ຮອດສາກົນ
  • ມີຍຸດທະສາດໂດຍນຳໃຊ້ຊັບພະຍາກອນເພື່ອຫຼຸດຜ່ອນຄວາມທຸກຍາກ, ສະໜັບສະໜູນການເຕີບໂຕ ແລະ ຮັບປະກັນຄວາມຍືນຍົງຂອງສິ່ງແວດລ້ອມ ແລະ ສັງຄົມ ເຮັດໃຫ້ມີຄວາມສົມດຸນກັນລະຫວ່າງ ບຸລິມະສິດ ຂັ້ນທ້ອງຖິ່ນ ແລະ ລະດັບຊາດ;

ບົດລາຍງານການພັດທະນາ ຂອງ ສປປ ລາວ 2010 ໄດ້ຜ່ານຂະບວນການປຶກສາຫາລືພາຍໃນປະເທດຢ່າງເຕັມ ທີ່ຊຶ່ງມີທັງພາກລັດ ແລະ ຄູ່ຮ່ວມພັດທະນາຕ່າງໆ. ຄາດວ່າຈະມີຫຼາຍໆຂໍ້ແນະນຳທາງດ້ານນະໂຍບາຍທົ່ວໄປ ແລະ ສະເພາະ, ແລະ ແນະນຳຂົງເຂດທີ່ຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ຈະຊ່ວຍໃຫ້ຜູ້ສ້າງນະໂຍບາຍມີທາງເລືອກຫຼາຍຂຶ້ນ. ວຽກງານວິເຄາະທີ່ພວມສືບຕໍ່ດັ່ງກ່າວຈະເປັນພາກສ່ວນໜຶ່ງໃນການສົນທະນາທາງການເມືອງ.

 

 

ນັກຂ່າວ ກະລຸນາຕິດຕໍ່
ທີ່ Vientiane, Lao PDR
Meriem Gray
​ໂທລະ​ສັບ: +856 21 450010
mgray@worldbank.org
ທີ່ Washington DC
Mohamad Al-Arief
​ໂທລະ​ສັບ: +1 202 458 5964
malarief@worldbank.org
Ekaterina Vostroknutova
​ໂທລະ​ສັບ: +1 202 458 2711
evostroknutova@worldbank.org


ເລກທີ ບົດອອກຂ່າວ:
LAO

Api
Api